ປີນີ້ນະຄອນຫຼວງວຽງຈັນຈະປູກເຂົ້ານາປີໃນເນື້ອທີ່ແຜນການ 51.691 ເຮັກຕາ

    ປັດຈຸບັນຊາວກະສິກອນນະຄອນຫຼວງວຽງຈັນກຳລັງຂຸນຂ້ຽວປັກດໍາເຂົ້ານາປີ ຢ່າງເປັນຂະບວນຟົດຟື້ນ ໂດຍພື້ນຖານສ່ວນການຜະລິດພືດຜັກ ພືດອຸສາຫະກຳ ແລະ ປູກໄມ້ໃຫ້ໝາກເພື່ອສະໜອງຕະຫຼາດພາຍໃນ ແລະ ສົ່ງອອກ.

ທ່ານ ແສງອາລຸນ ສຸລິຍະວົງ ຫົວໜ້າພະແນກກະສິກຳ ແລະ ປ່າໄມ້ ນະຄອນຫຼວງວຽງຈັນໃຫ້ສຳພາດເມື່ອບໍ່ດົນມານີ້ວ່າ ການຈັດຕັ້ງປະຕິບັດການຜະລິດລະດູຝົນ 2023 ໂດຍໄດ້ສຸມໃສ່ການປູກເຂົ້ານາປີ ເນື້ອທີ່ແຜນການທັງໝົດ 51.691 ເຮັກຕາ ໃນນັ້ນເນື້ອທີ່ປູກເຂົ້າອິນຊີ 450 ເຮັກຕາຢູ່ເມືອງ ສັງທອງ ແລະ ເມືອງ ປາກງື່ມ ຜະລິດເຂົ້າ (GAP) 1.047 ເຮັກຕາ ເຂົ້າຈ້າວເປັນສິນຄ້າປ້ອນໂຮງງານອຸດສາຫະກຳ 3.68 ເຮັກຕາ ແນວພັນເຂົ້າລຸ້ນ 3 ເນື້ອທີ 100 ເຮັກຕາ ມາຮອດປັດຈຸບັນສາມາດປະຕິບັດໄດ້ປະມານ 36.049 ເຮັກຕາ ເທົ່າກັບ 69,74 % ໃນນີ້ປັກດໍາເຂົ້າທົ່ວໄປ 11.806 ເຮັກຕາ ດໍາດ້ວຍກົນຈັກ 22 ເຮັກຕາ ນາຫວ່ານ 24.221 ເຮັກຕາ.

      ນອກຈາກນີ້ໄດ້ສຸມໃສ່ການປູກເຂົ້າຕາມທິດຫັນເປັນອຸດສາຫະກໍາທັນສະໄໝ 4 ເມືອງເປົ້າໝາຍເຊັ່ນ ນາຊາຍທອງ ໄຊທານີ ຫາດຊາຍຟອງ ແລະ ເມືອງປາກງື່ມ ໂດຍການສາທິດການຕົກກ້າ ການດໍານາດ້ວຍກົນຈັກຮ່ວມກັບບໍລິສັດອິນຊີທອງ ບໍລິສັດພັນເພັດ ແລະ ບໍລິສັດໄກອາວີຕ້າການຜະລິດຝຸ່ນ ແລະ ສາທິດການໃສ່ຝຸ່ນ ກະກຽມແນວພັນເຂົ້າລຸ້ນ 3 ເຊັ່ນ ພັນເຂົ້າທ່າດອກຄໍາ8 ຫອມທ່າດອກຄໍາ 15 16 17 ທ່າດອກຄໍາ 11 ວຽງຈັນ 450 1-2 XVF 2.4,ML 501 ແລະ ຫອມສະຫວັນຈໍານວນ 351 ໂຕນຢູ່ບັນດາສູນ ກຸ່ມການຜະລິດທີ່ໄດ້ຮັບການຢັ້ງຢືນຄຸນນະພາບຈາກພາກລັດ ເພື່ອສະໜອງໃຫ້ຊາວກະສິກອນຢູ່ໃນນະຄອນຫຼວງວຽງຈັນ ກະກຽມຝຸ່ນອິນຊີ 55.270 ໂຕນຢູ່ໂຮງງານ 9 ແຫ່ງ ແລະ ຟາມລ້ຽງສັດຂອງປະຊາຊົນ ແລະ ຜູ້ປະກອບການ ຝຸ່ນວິທະຍາສາດ 16912 ໂຕນເພື່ອສະໜອງໃຫ້ຊາວກະສິກອນຮັບໃຊ້ການຜະລິດໂດຍສະເພາະຝຸ່ນວິທະຍາສາດທີ່ໄດ້ຂຶ້ນທະບຽນຈາກກົມປູກຝັງ ກະຊວງກະສິກໍາ ແລະ ປ່າໄມ້

ໄປຄຽງຄູ່ກັບເຂົ້າແລ້ວຍັງຜະລິດພືດຜັກລະດູຝົນ ໃນປີນີ້ໄດ້ສຸມໃສ່ການປູກພືດຜັກລະດູຝົນເນື້ອທີ່ແຜນການ 3.922 ເຮັກຕາ ຄາດຄະເນຜະລິດຕະພາບ 10.29 ໂຕນ ໃນນັ້ນຜັກອິນຊີ 169 ເຮັກຕາ ຜັກ GAP 275 ເຮັກຕາ ສຸມໃສ່ການປູກຜັກທົດແທນການນໍາເຂົ້າເຊິ່ງປັດຈຸບັນໄດ້ກຽມໂຮງເຮືອນປູກພືດລະດູຝົນ 1.113 ຫຼັງ ວາງແຜນຮ່ວມກັບພະແນກອຸດສາຫະກໍາ ແລະ ການຄ້າ ເພື່ອຜະລິດ 8 ພືດຮ່ວມກັບເມືອງເປົ້າໝາຍເຊັ່ນ ເຂົ້າ ຜັກບົ່ວ ຫອມປ້ອມ ຫອມລາບ ຜັກບົ້ງ ໝາກແຕງ ໝາກເຂືອ ແລະ ໝາກເຜັດ ປະຈຸບັນປະຕິບັດໄດ້ 368 ເຮັກຕາ ເທົ່າກັບ 9,38 %. ໃນນັ້ນພືດຜັກອິນຊີ 15 ເຮັກຕາ ເທົ່າກັບ 8% ຜັກກະສິກຳທີ່ດີ (GAP) 24 ເຮັກຕາ ເທົ່າກັບ 8,72% ນອກຈາກນັ້ນໄດ້ສຸມໃສ່ການປູກພືດອຸດສາຫະກຳເປັນສິນຄ້າເພື່ອປ້ອນໂຮງງານອຸດສາຫະກໍາປຸງແຕ່ງ ແລະ ສົ່ງອອກຕ່າງປະເທດໃນເນື້ອທີ່ແຜນການ 3.430 ເຮັກຕາ ປັດຈຸບັນປະຕິບັດໄດ້ຈໍານວນ 1.113 ເຮັກຕາ ທຽບໃສ່ແຜນການເທົ່າກັບ 32,45% ໃນນັ້ນການປູກມັນຕົ້ນເນື້ອທີ່ແຜນການ 2.026 ເຮັກຕາ ປັດຈຸບັນປະຕິບັດໄດ້ 782 ເຮັກຕາ ທຽບໃສ່ແຜນການເທົ່າກັບ 39% ການປູກສາລີອາຫານສັດເນື້ອທີ່ແຜນການ 670 ເຮັກຕາ ປັດຈຸບັນປະຕິບັດໄດ້ຈໍານວນ 133 ເຮັກຕາ ທຽບໃສ່ແຜນການເທົ່າກັບ 19,85% ພ້ອມກັນນັ້ນໄດ້ສຸມໃສ່ປູກໄມ້ໃຫ້ໝາກເນື້ອທີ່ແຜນການ 3.640 ເຮັກຕາເປັນຕົ້ນ ປູກກ້ວຍ ໝາກມີ້ ມັງກອນ ປູກຖົ່ວລຽນ ໝາກພ້າວນ້ຳຫອມ ໝາກນອດ ແລະ ອື່ນໆທີ່ມີຕະຫຼາດສົ່ງອອກໄປ ສປ ຈີນ ແລະ ຈຳໜ່າຍພາຍໃນ.

error: Content is protected !!