ພິທີມອບໃບຢັ້ງຢືນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈໍາປີ 2022 ຕິດພັນກັບການຍ້ອງຍໍຜົນງານ 5 ປີ ໃນຂະບວນ ການແຂ່ງຂັນຮັກຊາດ ແລະ ພັດທະນາ ປີ 2016-2020 ຂອງຫ້ອງການຄຸ້ມຄອງ ແລະ ບໍລິການຕົວເມືອງວຽງຈັນ (ຄບຕ) ໄດ້ ຈັດຂຶ້ນວັນທີ 13 ກໍລະກົດ 2023 ຢູ່ຫ້ອງການດັ່ງກ່າວ ໂດຍມີ ສະຫາຍ ພູຂົງ ບັນນະວົງ ຄະນະປະຈໍາພັກ ຮອງເຈົ້າຄອງນະ ຄອນຫຼວງວຽງຈັນ ມີສະຫາຍ ສົມບູນ ອາຄະວົງສາ ຄະນະພັກຮາກຖານ ຫົວໜ້າຫ້ອງການຄຸ້ມຄອງ ແລະ ບໍລິການຕົວເມືອງ ວຽງຈັນ ມີບັນດາພະນັກງານອາວຸໂສບໍານານ ສະມາຊິກພັກ ພະນັກງານ-ລັດຖະກອນ ແລະ ແຂກຖືກເຊີນເຂົ້າຮ່ວມ.

ໂອກາດນີ້ ສະຫາຍ ສົມບູນ ອາຄະວົງສາ ໄດ້ຂຶ້ນລາຍງານການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກ ແໜ້ນ ປະຈໍາປີ 2022 ແລະ ທິດທາງແຜນການປີ 2023 ໂດຍສະເພາະວຽກງານຄຸ້ມຄອງຄວາມສະອາດໃນຕົວເມືອງ ໄດ້ລົງຕິດຕາມກວດກາຕາມ ສາຍທາງ ທີ່ຫ້ອງການ ຄບຕ ຮັບຜິດຊອບ ຕາມແຜນປະຈຳເດືອນ ກວມເອົາ ເມືອງສີໂຄດຕະບອງ ຈັນທະບູລີ ໄຊເສດຖາ ສີ ສັດຕະນາກ ແລະ ໄຊທານີ ພ້ອມນັ້ໜກໍໄດ້ເອົາໃຈໃສ່ວຽກງານຮັກສາຄວາມສະອາດຕາມເສັ້ນທາງຕ່າງໆ ເອົາໃຈໃສ່ຂົນສົ່ງຂີ້ເຫຍື້ອໄດ້ທັງໝົດ 352 ບ້ານ ກວມເອົາ 73,1% ຂອງຈຳນວນບ້ານທັງໝົດໃນ ນວ 481 ບ້ານ ມີປະລິມານທັງໝົດ 158.403 ໂຕນ ທີ່ລວມເອົາຂີ້ເຫຍື້ອຕິດເຊື້ອ ພ້ອມນັ້ນຍັງໄດ້ບໍລິການຖິ້ມນ້ຳຂີ້ເບຍ ແລະ ນໍ້າເປື້ອນທົ່ວໄປໄດ້ 993 ຖ້ຽວ.

ສ່ວນທິດທາງແຜນການໃນຕໍ່ໜ້າ ສືບຕໍ່ເປັນເຈົ້າການຄົ້າຄວ້າຮໍ່າຮຽນ ເຊື່ອມຊືມ ກໍາແໜ້ນແນວທາງນະໂຍບາຍ ມະຕິຄໍາສັ່ງ ກົດລະບຽບຂອງພັກ ກົດໝາຍ ແລະ ລະບຽບການຕ່າງໆຂອງລັດ ໄປພ້ອມໆກັບການສືບຕໍ່ຊີ້ນຳວຽກງານວິຊາສະເພາະເພື່ອຈັດຕັ້ງປະຕິບັດໃຫ້ໄດ້ຮັບປະສິດທິພາບ ແລະ ປະສິດທິຜົນສູງຂຶ້ນ.


ສຳລັບການຍ້ອງຍໍຜົນງານຄັ້ງນີ້ ໄດ້ມອບໃບຢັ້ງຢືນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈໍາປີ 2022 ໃຫ້ແກ່ ຫ້ອງ ການ ຄບຕ ພ້ອມທັງປະດັບຫຼຽນໄຊແຮງງານ ຊັ້ນ III ໃຫ້ກົມກອງດີເດັ່ນ ປະດັບຫຼຽນໄຊແຮງງານ ຊັ້ນ I ໃຫ້ບຸກຄົນດີເດັ່ນ ຈໍານວນ 2 ທ່ານ ປະດັບຫຼຽນໄຊແຮງງານ ຊັ້ນ II ໃຫ້ບຸກຄົນດີເດັ່ນ ຈໍານວນ 13 ທ່ານ ປະດັບຫຼຽນໄຊແຮງງານ ຊັ້ນ III ໃຫ້ ບຸກຄົນດີເດັ່ນ ຈໍານວນ 10 ທ່ານ ມອບຫຼຽນກາແຮງງານ ໃຫ້ບຸກຄົນດີເດັ່ນ ຈໍານວນ 14 ທ່ານ ມອບໃບຍ້ອງຍໍຂັ້ນລັດຖະບານ ໃຫ້ບຸກຄົນດີເດັ່ນ ຈໍານວນ 16 ທ່ານ ແລະ ມອບໃບຍ້ອງຍໍຂັ້ນ ນວ ໃຫ້ບຸກຄົດດີເດັ່ນ ຈໍານວນ 16 ທ່ານ.