ກອງປະຊຸມປະຊາສໍາພັນການລົງທຶນ ແລະ ພິທີເຊັນບົດບັນທຶກການຮ່ວມມືລົງທຶນ ຢູ່ນິຄົມອຸດສາຫະກໍາ ອັດສະລິຍະ ອາຊີ-ໂປຕາສ ສາກົນ ແຂວງຄໍາມ່ວນ ສປປ ລາວ ຈັດຂຶ້ນວັນທີ 3-6 ກໍລະກົດ 2023 ທີ່ນະຄອນກວາງໂຈວ ແຂວງກວາງຕົງ ສປ.ຈີນ ເຊິ່ງເປັນເຈົ້າພາບໂດຍກະຊວງອຸດສາຫະກໍາ ແລະ ການຄ້າ ແລະ ອໍານາດການປົກຄອງແຂວງຄໍາມ່ວນ ແຫ່ງ ສປປ ລາວ.
ກອງປະຊຸມປະຊາສໍາພັນການລົງທຶນຄັ້ງນີ້ ແມ່ນກອງປະຊຸມປະຊາສໍາພັນດຶງດູດການລົງທຶນໃນຂະແໜງອຸດສາ ຫະກຳຂະໜາດໃຫຍ່ຄັ້ງທໍາອິດ ທີ່ລັດຖະບານລາວຈັດຂຶ້ນຢູ່ຕ່າງປະເທດ ເຊິ່ງແຕກຕ່າງຈາກກອງປະຊຸມປະຊາສໍາພັນການລົງທຶນກໍ່ສ້າງພື້ນຖານໂຄງລ່າງ ທີ່ລັດຖະບານລາວຈັດຂຶ້ນໃນຄັ້ງກ່ອນ ກອງປະຊຸມໄດ້ແບ່ງອອກເປັນ 3 ວາລະຄື:ວາລະປະຊຸມເຈລະຈາລະດັບສູງ ລະຫວ່າງ ລັດຖະບານ ແລະ ວິສາຫະກິດ ວາລະປຶກສາຫາລືປະຊາສຳພັນການລົງທຶນຂອງບໍລິສັດ ແລະ ວາລະພິທີເຊັນບົດບັນ ທຶກການຮ່ວມມືລົງທຶນ ໂດຍລັດຖະບານໄດ້ຖືເອົານິຄົມອຸດສາຫະກໍາອັດສະລິຍະ ອາຊີ-ໂປຕາສ ສາກົນ ເປັນເຂດພັດທະນາລະ ດັບສູງໃໝ່ ບັນດາຜູ້ເຂົ້າຮ່ວມໃນງານປະກອບມີ:ຫຼາຍກ່ວາໜຶ່ງຮ້ອຍບໍລິສັດ ນັກລົງທຶນ ແລະ ອົງການການເງິນຕ່າງໆທີ່ມີຊື່ສຽງໃນ ສປ.ຈີນ ເຂົ້າຮ່ວມ ເຊິ່ງໄດ້ສະແດງໃຫ້ທົ່ວໂລກເຫັນເຖິງທ່າແຮງການພັດທະນາຂອງສປປ ລາວ ການຈັດກອງປະຊຸມໃນຄັ້ງນີ້ ໄດ້ຮັບຜົນສຳເລັດຢ່າງມີປະສິດທິພາບ ແລະ ມີປະສິດທິຜົນສູງ ໄດ້ສໍາເລັດການລົງນາມຈໍານວນ 10 ໂຄງການ ລວມຍອດມູນຄ່າການລົງທຶນ 835 ລ້ານໂດລາ ຫຼື ປະມານ 15.100 ຕື້ ກີບ ໃນນັ້ນ ລວມມີບັນດາໂຄງການທີ່ກ່ຽວຂ້ອງກັບຕ່ອງໂສ້ອຸດສາຫະກຳເຊັ່ນ:ໂຄງການ ຄລໍ-ອັນຄາໄລ (chlor-alkali) ໂຄງການປຸງແຕ່ງໂບຣມິນ ໂຄງ ການແບດເຕີຣີກະແສ ວາເນດຽມ/ສັງກະສີ-ໂບຣມິນ Vanadium/zinc-bromine ແລະ ໂຄງການອຸດສາຫະກໍາທີ່ພົ້ນເດັ່ນເຊັ່ນ:ວິທະຍາສາດຊີວະພາບວິທະຍາ ແລະ ການຜະລິດອັດສະລິຍະ ເຊິ່ງຄາດວ່າເມື່ອບັນດາໂຄງການທັງໝົດສຳເລັດ ລວມຍອດມູນຄ່າຜົນຜະ ລິດຂອງໂຄງການຈະສູງເກີນ 2 ຕື້ໂດລາ ຫຼື ປະມານ 36.200 ຕື້ກີບ ໂດຍອີງຕາມທິດຊີ້ນໍາຂອງພັກ ລັດຖະບານ ແລະ ສະພາແຫ່ງຊາດ ກ່ຽວກັບການຮັກສາສະຖຽນລະພາບຂອງເສດຖະກິດ ດຶງດູດການລົງ ທຶນຈາກຕ່າງປະເທດ ສ້າງລາຍຮັບເງິນຕາຕ່າງປະເທດ ທົດແທນການນຳເຂົ້າ ນີ້ເປັນການຈັດຕັ້ງປະຕິບັດ ແລະ ເປັນອີກບາດກ້າວໜຶ່ງແຫ່ງການພັດທະນາເສດຖະກິດຂອງປະເທດລາວ.

ການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ ເປີດປະຕູສູ່ພາຍນອກ ແລະ ການພັດທະນາ ແມ່ນເປົ້າໝາຍສຳຄັນ.
ເພື່ອແນໃສ່ແກ້ໄຂບັນຫາການພັດທະນາເສດຖະກິດຂອງປະເທດລາວ ໃນປັດຈຸບັນຢ່າງມີປະສິດທິຜົນ ເຊັ່ນ:ໄພເງິນເຟີ້ ເງິນກີບອ່ອນຄ່າ ແລະ ຄັງສຳຮອງເງິນຕາຕ່າງປະເທດບໍ່ພຽງພໍ ໃນກອງປະຊຸມ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ ທ່ານ Guo Baichun ປະທານບໍລິສັດ ອາຊີ-ໂປຕາສ ສາກົນ ຈໍາກັດ ພ້ອມດ້ວຍ ກຸ່ມຜູ້ບໍລິຫານລະດັບສູງ ໄດ້ລົງເລິກປຶກສາຫາລືກ່ຽວກັບການລົງທຶນ ແລະ ການພັດທະນາເສດຖະກິດ ໂດຍສະເພາະແມ່ນການພັດທະນາອຸດສາຫະກຳຢູ່ປະເທດລາວ.

ທ່ານ Guo Baichun ກ່າວວ່າ: ຄວາມຫຍຸ້ງຍາກດ້ານເສດຖະກິດ ທີ່ ສປປ ລາວ ກຳລັງປະເຊີນໜ້າໃນປັດຈຸບັນ ເປັນພຽງຊົ່ວຂະນະເທົ່ານັ້ນ ການພັດທະນາເປັນວິທີທາງແກ້ໄຂທີ່ດີທີ່ສຸດ ພຽງແຕ່ຕ້ອງຮັກ ສານະໂຍບາຍເປີດປະຕູສູ່ພາຍນອກຢ່າງມີສະຖຽນລະພາບ ຂໍ້ໄດ້ປຽບຂອງປະເທດລາວ ຈະດຶງດູດການລົງທຶນນັບມື້ນັບຫຼາຍຂຶ້ນ ທຸກບັນຫາສາມາດແກ້ໄຂໄດ້ ແລະ ບໍລິສັດ ອາຊີ-ໂປຕາສ ສາກົນ ມີຄວາມຍິນ ດີເປັນຢ່າງສູງໃນການຮ່ວມມືຊ່ວຍເຫຼືອ ປະເທດລາວມີທ່າໄດ້ປຽບຂອງຊັບພະຍາກອນທຳມະຊາດ ພະລັງ ງານໄຟຟ້າ ແຮງງານ ແລະ ຕະຫຼາດ ໂດຍລັດຖະບານລາວ ຖືເອົານິຄົມອຸດສາຫະກໍາອັດສະລິຍະ ອາຊີ-ໂປຕາສ ສາກົນ ເປັນເວທີ ໃນການປະຊາສໍາພັນດຶງດູດການລົງທຶນຕ່າງປະເທດ ເຊິ່ງໄດ້ຮັບຄວາມສົນໃຈຢ່າງຫຼວງຫຼາຍ ຈາກບັນດານັກທຸລະກິດຈີນ ນັກລົງທຶນຈີນ ແລະ ອົງການການເງິນ ຂ້າພະເຈົ້າ ສະເໜີໃຫ້ລັດຖະບານລາວ ຖືເອົາກາລະໂອກາດນີ້ເພື່ອຊຸກຍູ້ໃຫ້ນັກລົງທຶນຈີນ ໄປລົງທຶນຢູ່ປະເທດລາວ ນຳໃຊ້ທ່າໄດ້ປຽບຂອງລາວເພື່ອເຊື່ອມໂຍງກັບຕະຫຼາດໂລກ ແລະ ຊຸກຍູ້ການພັດທະນາເສດຖະກິດຂອງລາວໃຫ້ມີຄວາມເຂັ້ມແຂງ ແລະ ໝັ້ນຄົງ ປັດຈຸບັນ ບັນດາວິສາຫະກິດຈີນຫຼາຍແຫ່ງມີຄວາມເຕັມໃຈຮ່ວມມືລົງທຶນ ໃນຂົງເຂດອຸດສາຫະກຳອະໂປຕາສ ຂອງນິຄົມອຸດສາຫະກໍາອັດສະລິຍະ ອາຊີ-ໂປຕາສ ສາກົນ ເຊິ່ງເປັນການທົດແທນການນໍາເຂົ້າ ແລະ ສ້າງລາຍຮັບເງິນຕາຕ່າງປະເທດໂດຍການສົ່ງອອກ ເປັນການເພີ່ມຄັງສຳຮອງເງິນຕາຕ່າງປະເທດ ສ້າງລາຍຮັບໃຫ້ປະຊາຊົນ ແກ້ໄຂບັນຫາທີ່ຜະເຊີນໃນປັດຈຸບັນ ເພື່ອການພັດທະນາໃນອະນາຄົດຂອງ ສປປ ລາວ.

ທ່ານ ມະໄລທອງ ກົມມະສິດ ເຫັນດີຕໍ່ກັບຂໍ້ສະເໜີຂອງທ່ານ Guo Baichun ແລະ ທ່ານ ມະໄລທອງ ກົມມະສິດ ກ່າວວ່າ:ເພື່ອແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດໃນປັດຈຸບັນຢູ່ປະເທດລາວ ຕ້ອງພັດທະນາເສດຖະກິດ ແລະ ເຮັດໃຫ້ເສດຖະກິດມີການແຂ່ງຂັນໄດ້ ຂ້າພະເຈົ້າສະໜັບສະໜູນແນວຄວາມຄິດທີ່ວ່າ:“ບໍ່ມີກະສິກຳ ບໍ່ມີສະຖຽນລະພາບ ບໍ່ມີອຸດສາຫະກຳ ບໍ່ມີຄວາມເຂັ້ມແຂງ ບໍ່ມີການຄ້າ ບໍ່ມີຄວາມຮັ່ງມີ” ຈຶ່ງຈຳເປັນຕ້ອງຊຸກຍູ້ອຸດສາຫະກຳໃຫ້ເປັນເສົາຫຼັກສຳຄັນໃນການພັດທະນາ ສົ່ງເສີມການຜະລິດອຸດ ສາຫະກຳປຸງແຕ່ງ ທົດແທນການນໍາເຂົ້າ ແລະ ສ້າງລາຍຮັບເງິນຕາຕ່າງປະເທດໂດຍການສົ່ງອອກ ລັດ ຖະບານລາວຈະສ້າງສະພາບແວດລ້ອມການລົງທຶນໃຫ້ຢ່າງເປີດກ້ວາງ ແລະ ຮອບດ້ານ ເພື່ອດຶງດູດວິສາຫະກິດຈາກຕ່າງປະເທດເຂົ້າມາລົງທຶນຢູ່ລາວໃຫ້ຫຼາຍຂຶ້ນ ແລະ ສະໜັບສະໜູນໃຫ້ການພັດທະນາວິສາຫະກິດຂອງພວກເຂົາມີຄວາມເຂັ້ມແຂງ ຄ່ຽງຄູ່ກັບການພັດທະນາເສດຖະກິດຂອງລາວ ໃຫ້ມີຄວາມເຂັ້ມແຂງ.
ຕີລາຄາຕໍ່ກັບນະໂຍບາຍສົ່ງເສີມການລົງທຶນ ເພື່ອເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈຂອງການລົງທຶນຕ່າງປະເທດ.
ເພື່ອໃຫ້ນັກລົງທຶນມີຄວາມເຂົ້າໃຈປະເທດລາວຫຼາຍຂຶ້ນ ທ່ານ ມະໄລທອງ ກົມມະສິດ ທ່ານ ວັນໄຊ ພອງສະຫວັນ ແລະ ບໍລິສັດ ອາຊີ-ໂປຕາສ ສາກົນ ໄດ້ເຊື້ອເຊີນບັນດາບໍລິສັດລົງທຶນຂອງຈີນ ແລະ ອົງ ການການເງິນສາກົນ ເຂົ້າຮ່ວມກອງປະຊຸມພົບປະສົນທະນາໃນຄັ້ງນີ້ ໂດຍປິ່ນອ້ອມການເລັ່ງຊຸດຍູ້ການກໍ່ສ້າງໂຄງການ ເລັ່ງປັບຕົວເຂົ້າກັບການພັດທະນາຂອງລາວ ສະໜອງນະໂຍບາຍສະໜັບສະໜູນ ແລະ ແນວທາງຕ່າງໆ ສຶກສາຄົ້ນຄ້ວາຄວາມຕ້ອງການຂອງວິສາຫະກິດ ທີ່ຈະເຂົ້າມາລົງໃນນິຄົມອຸດສາຫະກໍາ ໃຫ້ຄໍາຕອບລະອຽດກ່ຽວກັບບັນຫາສໍາຄັນຕ່າງໆດ້ານແນວທາງນະໂຍບາຍ ທ່າໄດ້ປຽບຂອງຊັບພະຍາ ກອນທຳມະຊາດ ການພັດທະນາອຸດສາຫະກໍາ ແລະ ບັນຫາທີ່ສົນໃຈຕ່າງໆ ກອງປະຊຸມໄດ້ຮັບການຕີລາ ຄາສູງຈາກບັນດາແຂກເຂົ້າຮ່ວມ ແລະ ໄດ້ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈໃຫ້ແກ່ບັນດາວິສາຫະກິດຈີນ ເພື່ອເຂົ້າມາລົງທຶນຢູ່ ສປປ ລາວ.
ທ່ານ ມະໄລທອງ ກົມມະສິດ ກ່າວໃນກອງປະຊຸມວ່າ: ເຖິງວ່າປັດຈຸບັນ ເສດຖະກິດໂລກຈະຕົກຢູ່ໃນສະພາບຖົດຖອຍກໍ່ຕາມ ແຕ່ອັດຕາການເຕີບໂຕເສດຖະກິດຂອງ ສປປ ລາວ ຍັງຢູ່ທີ່ 4,8% ພາຍໃຕ້ຂໍ້ລິເລີ່ມ“ໜຶ່ງແລວທາງ ໜຶ່ງເສັ້ນທາງ” ແລະ ຂອບການຮ່ວມມື “ແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ” ການນໍາຂອງສອງປະເທດ ເອົາໃຈໃສ່ຢ່າງຕັ້ງໜ້າ ຮ່ວມກັນປັບປຸງກົນໄກການຮ່ວມມືຢ່າງຮອບດ້ານ ສະໜັບສະໜູນນັກລົງທຶນຈີນເຂົ້າມາລົງທຶນໃນຂົງເຂດຕ່າງໆເປັນຕົ້ນ:ບໍ່ແຮ່ ອຸດສາຫະກໍາ ກະສິກໍາ ການທ່ອງທ່ຽວ ການຂົນສົ່ງ ແລະ ອື່ນໆ ຫວັງວ່າ ໂດຍຜ່ານເວທີນິຄົມອຸດສາຫະກໍາອັດສະລິຍະ ອາຊີ-ໂປຕາສ ສາກົນ ນີ້ ຈະສາມາດດຶງດູດນັກລົງທຶນໄດ້ຫຼາຍຂຶ້ນ.

ທ່ານ ວັນໄຊ ພອງສະຫວັນ ໄດ້ແນະນໍາກ່ຽວກັບທ່າແຮງຂອງແຂວງຄໍາມ່ວນ ໂດຍມີ 3 ທ່າແຮງຫຼັກຄື:ພະລັງງານ-ບໍ່ແຮ່ ກະສິກໍາ-ປ່າໄມ້ ແລະ ການບໍລິການ-ທ່ອງທ່ຽວ ທ່ານກ່າວວ່າ: ບໍລິສັດ ອາຊີ-ໂປຕາສ ສາກົນ ເປັນບໍລິສັດທີ່ມີການພັດທະນາຢ່າງວ່ອງໄວ ແລະ ມີຄຸນນະພາບ ເຊິ່ງກວມເອົາອັດຕາສ່ວນການລົງທຶນຕ່າງປະເທດຫຼາຍທີ່ສຸດຢູ່ແຂວງຄຳມ່ວນ ເຂດນິຄົມອຸດສາຫະກຳອາຊີ-ໂປຕາສ ສາກົນ ມີແນວໂນ້ມການພັດທະນາຢ່າງກ້ວາງໄກ ແຂວງຄຳມ່ວນຍິນດີຕ້ອນຮັບບັນດາວິສາຫະກິດຈີນ ເຂົ້າມາລົງທຶນ ແລະ ຍິນດີໃຫ້ການສະໜັບສະໜູນອຳນວຍຄວາມສະດວກຢ່າງເຕັມສ່ວນ.
ຮູບແບບຂອງນິຄົມອຸດສາຫະກຳຊ່ວຍດຶງດູດການລົງທຶນໄດ້ຢ່າງຊັດເຈນ ແລະ ເຊື່ອມໂຍງລະບົບຕ່ອງໂສ້ອຸດສາຫະກຳໂລກ.
ກອງປະຊຸມປະຊາສໍາພັນການລົງທຶນ ແລະ ພິທີເຊັນບົດບັນທຶກການຮ່ວມມືລົງທຶນຢູ່ນິຄົມອຸດສາຫະກໍາອັດສະລິຍະ ອາຊີ-ໂປຕາສ ສາກົນ ໄດ້ໄຂຂຶ້ນຢ່າງເປັນທາງການ ເຂົ້າຮ່ວມເປັນສັກຂີພະຍານໃນການເຊັນບົດບັນທຶກການຮ່ວມມືລົງທຶນຄັ້ງນີ້ມີທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ ທ່ານ ໄຊຊະນະ ສິດທິພອນ ຮອງປະທານຄະນະກໍາມະການຮ່ວມມືລາວ-ຈີນ ທ່ານ ສົມຈິດ ອິນທະມິດ ທີ່ປຶກສາສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ ທ່ານ Guo Baichun ປະທານບໍລິສັດ ອາຊີ-ໂປຕາສ ສາກົນ ຈໍາກັດ ທ່ານ Chen Jing ຮອງເຈົ້ານະຄອນຮ່ວຍຮວາ ສປ.ຈີນ ທ່ານ Wang Xiaokang ປະທານສະມາຄົມອຸດສາຫະກໍາປະຢັດພະ ລັງງານ ແລະ ການຜະລິດສະອາດ ສປ.ຈີນ ແລະ ແຂກທີ່ຖືກເຊີນ 300 ກວ່າທ່ານເຂົ້າຮ່ວມ.
ໃນພິທີລົງນາມ ທ່ານ ມະໄລທອງ ກົມມະສິດ ໄດ້ເຊື້ອເຊີນໄປຍັງບັນດານັກທຸລະກິດ ແລະ ນັກລົງ ທຶນສປ.ຈີນ ໂດຍທ່ານກ່າວວ່າ: ປັດຈຸບັນ ສປ.ຈີນ ໄດ້ກາຍເປັນປະເທດທີ່ລົງທຶນໃຫຍ່ທີ່ສຸດຂອງລາວ ທັງສອງຝ່າຍມີທ່າແຮງພັດທະນາອຸດສາຫະກໍາ ແລະ ກະສິກໍາທັນສະໄໝ ໂດຍບົນພື້ນຖານຫຼັກການຮ່ວມປະດິດສ້າງ ຮ່ວມແບ່ງປັນ ແລະ ຮ່ວມຜົນປະໂຫຍດ ອຸດສາຫະກໍາແຮ່ທາດ ແລະ ເຄມີ ຖືກກໍານົດເປັນ 1 ໃນ 8 ອຸດສາຫະກໍາບູລິມະສິດ ໃນແຜນພັດທະນາອຸດສາຫະກໍາປຸງແຕ່ງປີ 2021-2025 ຂອງສປປ ລາວ ແຂວງຄໍາມ່ວນຖືກກໍານົດເປັນ 1 ໃນ 5 ຈຸດສູນກາງພັດທະນາເສດຖະກິດຂອງປະເທດ ເຊິ່ງທັງໝົດນີ້ ລ້ວນແຕ່ເປັນການສະໜັບສະໜູນທີ່ແຂງແກ່ນ ໃນການກໍ່ສ້າງນິຄົມອຸດສາຫະກໍາໝູນວຽນອັດສະລິຍະ ອາຊີ-ໂປຕາສ ສາກົນ ລັດຖະບານລາວຈະໃຫ້ການສະໜັບສະໜູນຢ່າງເຕັມສ່ວນ ຕໍ່ການພັດທະນານິຄົມອຸດສາຫະກໍາ ຫວັງຢ່າງຍິ່ງວ່າ ພາຍໃຕ້ການເຂົ້າຮ່ວມກໍ່ສ້າງຂອງທຸກຝ່າຍ ນິຄົມອຸດສາຫະກໍາຈະກາຍເປັນໜຶ່ງໃນຕົວແບບທີ່ດີ ໃນການພັດທະນາອຸດສາຫະກໍາປຸງແຕ່ງແຮ່ທາດແບບຄົບວົງຈອນ ປະກອບສ່ວນເຂົ້າສ້າງລາຍຮັບແກ່ງົບປະມານແຫ່ງຊາດ ພັດທະນາທ້ອງຖິ່ນ ແລະ ສ້າງຊື່ສຽງໃຫ້ແກ່ອຸດສາຫະກໍາບໍ່ແຮ່ລາວ.
ທ່ານ ວັນໄຊ ພອງສະຫວັນ ໄດ້ຢືນຢັນໃນລະດັບສູງຕໍ່ຄວາມສໍາຄັນຍິ່ງ ຂອງນິຄົມອຸດສາຫະກໍາໝູນ ວຽນອັດສະລິຍະ ອາຊີ-ໂປຕາສ ສາກົນ ທ່ານກ່າວວ່າ: ນິຄົມອຸດສາຫະກໍາດັ່ງກ່າວ ເປັນການພັດທະນາຊັບພະຍາກອນແບບນະວັດຕະກໍາໃໝ່ ຈະຊ່ວຍທ້ອງຖິ່ນສ້າງລະບົບອຸດສາຫະກໍາທີ່ສົມບູນ ເຊິ່ງມີບົດບາດສໍາຄັນທີ່ສຸດຕໍ່ການພັດທະນາເສດຖະກິດຂອງແຂວງຄໍາມ່ວນ ກໍຄືຂອງສປປ ລາວ ແຂວງຄໍາມ່ວນຈະອີງໃສ່ 3 ທ່າແຮງໄດ້ປຽບ ໂດຍຖືເອົານິຄົມອຸດສາຫະກໍາໝູນວຽນອັດສະລິຍະ ອາຊີ-ໂປຕາສ ສາກົນ ເປັນໃຈກາງພັດທະນາ ປັບປຸງການເຊື່ອມໂຍງບັນດາວິສາຫະກິດຈີນທີ່ມີຄຸນນະພາບ ບົນພື້ນຖານການເຄົາ ລົບຂໍ້ກໍານົດກົດໝາຍ ແລະ ລະບຽບການຂອງລາວ ຊຸກຍູ້ການລົງທຶນທີ່ອໍານວຍຄວາມສະດວກ ວ່ອງໄວ ໂປ່ງໃສ ແລະ ຍຸດຕິທໍາ ສ້າງສະພາບແວດລ້ອມການລົງທຶນທີ່ປອດໄພ ແລະ ເຊື່ອໝັ້ນໄດ້ ຍິນດີຕ້ອນຮັບບັນດາວິສາຫະກິດລົງທຶນເຂົ້າມາຮ່ວມກັນພັດທະນາ ແລະ ເສີມຂະຫຍາຍຕະຫຼາດຢູ່ແຂວງຄໍາມ່ວນ ສືບຕໍ່ສ້າງຕ່ອງໂສ້ອຸດສາຫະກໍາຂະໜາດໃຫຍ່ ແລະ ເຂັ້ມແຂງ ສ້າງຕົວແບບການຮ່ວມມືເສດຖະກິດລາວ-ຈີນ ບັນລຸຮູບແບບໃໝ່ຂອງການພັດທະນາແບບຫຼາຍຝ່າຍແລະຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດຮ່ວມກັນ.

ທ່ານ Ma Yingjun ອໍານວຍການບໍລິສັດ ອາຊີ-ໂປຕາສ ສາກົນ ຈໍາກັດ ໄດ້ສະແດງຄວາມຂອບອົກຂອບໃຈຕໍ່ລັດຖະບານລາວ ທ່ານກ່າວວ່າ:ອາຊີ-ໂປຕາສ ສາກົນ ໄດ້ກາຍເປັນວິສາຫະກິດຝຸ່ນໂປຕາສລະດັບສາກົນ ທີ່ມີຊັບພະຍາກອນເກືອໂປຕາສຫຼາຍທີ່ສຸດໃນອາຊີ ມີຂະໜາດໃຫຍ່ທີ່ສຸດໃນອາຊີອາຄະເນ ແລະ ມີການຜະລິດທີ່ໄວທີ່ສຸດໃນໂລກ ເຊິ່ງເບື້ອງຫຼັງຂອງຄວາມສໍາເລັດ “ຄວາມໄວຂອງອາຊີ-ໂປຕາສ” ແລະ “ຕໍານານຂອງລາວ” ແມ່ນມາຈາກການສະໜັບສະໜູນອັນແຮງກ້າ ແລະ ການຊີ້ນໍາຢ່າງໄກ້ຊິດຂອງລັດຖະບານລາວ ໃນນາມເປັນໂຄງການສັນຍາລັກຂອງການຮ່ວມມື ລະຫວ່າງພາກລັດ ແລະ ວິສາຫະກິດຈີນ ນິຄົມອຸດສາຫະກໍາ ໄດ້ລວມເອົາການກໍ່ສ້າງຫັນເປັນອຸດສາຫະກໍາ ຫັນເປັນຕົວເມືອງ ແລະ ຫັນກະສິກໍາເປັນທັນສະໄໝ ພ້ອມທັງຊຸກຍູ້ຂະແໜງການບໍລິການ ເລັ່ງການພັດທະນາ ຄຽງຄູ່ກັບການເພີ່ມທະວີຢ່າງແຮງຄວາມອາດສາມາດພັດທະນາຕົນເອງແບບຍືນຍົງຂອງບັນດາວິສາຫະກິດ ຊຸກຍູ້ ສປປ ລາວ ໃນການປະກອບສ້າງອຸດສາຫະກໍາທົດແທນການນໍາເຂົ້າ ແລະ ການສົ່ງອອກເພື່ອສ້າງລາຍຮັບເງິນຕາຕ່າງປະເທດ ຢູ່ໃນດິນແດນທີ່ອຸດົມສໍາລັບການລົງທຶນທີ່ມີການພັດທະນາຢ່າງວ່ອງໄວຂອງລາວນີ້ ພວກຂ້າພະເຈົ້າມີຄວາມໝັ້ນໃຈໃນການເຕີມກໍາລັງວັງຊາໃໝ່ຢ່າງບໍ່ຂາດເຂົ້າໃນການຮ່ວມມືລາວ-ຈີນ.
ທ່ານ Tong Yongheng ຮອງອໍານວຍການບໍລິສັດ ອາຊີ-ໂປຕາສ ສາກົນ ແລະ ຜູ້ຮັບຜິດຊອບຖານການຜະລິດຝຸ່ນໂປຕາສຢູ່ລາວ ໄດ້ເນັ້ນໜັກແນະນໍາສະພາບການພັດທະນາໃນນິຄົມອຸດສາຫະກໍາ ທ່ານກ່າວວ່າ:ນິຄົມອຸດສາຫະກໍາໝູນວຽນອັດສະລິຍະອາຊີ-ໂປຕາສ ສາກົນ ໄດ້ປັກຫຼັກຢູ່ແຂວງຄໍາມ່ວນ ສປປ ລາວ ອີງໃສ່ທ່າແຮງທີ່ເປັນເອກະລັກດ້ານຊັບພະຍາກອນ ພະລັງງານ ຕະຫຼາດ ຕົ້ນທຶນ ແລະອື່ນໆ ເປີດກວ້າງເຕົ້າໂຮມບັນດາວິສາຫະກິດຊັ້ນຍອດຈາກທົ່ວໂລກ ເຂົ້າມາປະຈໍານິຄົມ ຮູບແບບການພັດທະນາເປັນກຸ່ມອຸດສາຫະກໍາ ຈະສົ່ງຜົນສະທ້ອນທາງການຮ່ວມມືອຸດສາຫະກໍາທີ່ເຂັ້ມແຂງ ນິຄົມອຸດສາຫະກໍາແບ່ງເປັນ 3 ພາກສ່ວນໃຫຍ່ຄື:ເຂດອຸດສາຫະກໍາຝຸ່ນໂປຕາສ ເຂດອຸດສາຫະກໍາອະໂປຕາສ ແລະ ເຂດຕົວເມືອງອາຊີ-ໂປຕາສ ເຊິ່ງກວມເນື້ອທີ່ດິນທັງໝົດ 2.000 ເຮັກຕາ ຄາດຄະເນການລົງທຶນທັງໝົດຈະບັນລຸເຖິງ 4,31 ຕື້ໂດລາ ປັດຈຸບັນຍັງຢູ່ໃນໄລຍະສົ່ງເສີມ ແລະ ດຶງດູດການລົງທຶນ ຄາດຄະ ເນໃນທ້າຍປີ 2026 ຈະສໍາເລັດວຽກງານກໍ່ສ້າງໂຄງການໄລຍະກາງ ເຊິ່ງລວມມີການກໍ່ສ້າງເຂດອຸດສາຫະກໍາເຄມີເກືອທີ່ຕິດພັນກັບຂະໜາດໂຄງການຝຸ່ນໂປຕາສ 5 ລ້ານໂຕນ ທ້າຍປີ 2028 ຈະສໍາເລັດວຽກງານກໍ່ສ້າງໂຄງການທັງໝົດ ໃນອະນາຄົດ ຈະສືບຕໍ່ດຶງດູດນັກລົງທຶນ ເພີ່ມທະວີການໝູນໃຊ້ຊັບພະຍາກອນແບບໝູນວຽນຂອງອຸດສາຫະກໍາຕົ້ນນໍ້າ ແລະ ປາຍນໍ້າ ສ້າງລະບົບນິເວດຕ່ອງໂສ້ອຸດສາຫະກໍາຢ່າງຮອບ ດ້ານ ຮ່ວມກັນກັບລັດຖະບານລາວ ເພື່ອຊຸກຍູ້ການພັດທະນາການຫັນອຸດສາຫະກໍາທັນສະໄໝ ການຫັນກະສິກໍາທັນສະໄໝ ແລະ ການຫັນເປັນຕົວເມືອງ.

ໂຄງການທີ່ເຊັນສັນຍາຄັ້ງນີ້ ມີທ່າອ່ຽງອຸດສາຫະກໍາທີ່ຊັດເຈນ ເຊິ່ງລວມມີໂຄງການອຸດສາຫະກໍາທັນສະໄໝທີ່ເປັນອຸດສາຫະກໍາຕົ້ນນໍ້າ ແລະ ປາຍນໍ້າ ເປັນຕົ້ນ:ໂຄງການໂບຣມິນ (Bromine) ໂຊດຽມ ຄລໍເຣດ ຄລໍ-ອັນຄາໄລ ອາຊິດ ນິຕຣິກ ເກືອອຸດສາຫະກໍາ ແຄນຊຽມ ຄາໄບ/PVC ແລະ ອື່ນໆ ພ້ອມທັງໂຄງການກະສິກໍາທັນສະໄໝ ເປັນຕົ້ນໂຄງການປູກເຂົ້າ ແລະ ອື່ນໆ ໂຄງການທີ່ກ່ຽວຂ້ອງກັບການພັດ ທະນາໝູນໃຊ້ຊັບພະຍາກອນ ແລະ ການຜະລິດອັດສະລິຍະ ການເຊັນສັນຍາຢ່າງເປັນທາງການທີ່ຕິດພັນຂອງວິສາຫະກິດ ເປັນຄວາມສໍາເລັດບາດກ້າວໜຶ່ງຂອງຕ່ອງໂສ້ອຸດສາຫະກໍາ ແລະ ເປັນກໍາລັງວັງຊາໃໝ່ໃຫ້ແກ່ການສ້າງ ສປປ ລາວ ເປັນບ່ອນຮອງຮັບການຍົກຍ້າຍຕ່ອງໂສ້ອຸດສາຫະກໍາຈາກທົ່ວໂລກ.

ພາຍໃຕ້ການເອົາໃຈໃສ່ຊີ້ນຳນຳພາຢ່າງຕັ້ງໜ້າຂອງພັກ ແລະ ລັດຖະບານລາວ ໃນການສ້າງສະ ພາບແວດລ້ອມການລົງທຶນທີ່ປອດໄພ ແລະ ເຊື່ອໝັ້ນໄດ້ ໂດຍຖືຮູບແບບນິຄົມອຸດສາຫະກໍາທີ່ຕາງໜ້າໂດຍນິຄົມອຸດສາຫະກໍາໝູນວຽນອັດສະລິຍະ ອາຊີ-ໂປຕາສ ສາກົນ ຈະກາຍເປັນເຂດພັດທະນາລະດັບສູງໃໝ່ ທີ່ຊຸກຍູ້ການພັດທະນາອຸດສາຫະກໍາຂອງລາວ ໃນນາມເປັນເວທີພົ້ນເດັ່ນຂອງການລວບລວມຊັບ ພະຍາກອນຊັ້ນນໍາ ພາຍໃຕ້ການຮ່ວມຊຸກຍູ້ລະຫວ່າງລັດຖະບານລາວ ແລະ ອາຊີ-ໂປຕາສ ສາກົນ ນິຄົມອຸດສາຫະກໍາຈະສືບຕໍ່ດຶງດູດການລົງທຶນ ເສີມຂະຫຍາຍຂະໜາດ ຖືເອົາວິສາຫະກິດທີ່ດີເປັນເຄື່ອງຈັກໃນການພັດທະນາ ນໍາໃຊ້ການປະຊາສໍາພັນການລົງທຶນທີ່ຊັດເຈນຂອງຕ່ອງໂສ້ອຸດສາຫະກໍາ ເພື່ອສົ່ງເສີມໃຫ້ ສປປ ລາວ ພັດທະນາເສດຖະກິດຢ່າງມີຄຸນນະພາບສູງ.

