ໄຂກອງປະຊຸມຄົບຄະນະກາງສະໄໝຂອງຄະນະບໍລິຫານງານພັກກະຊວງ ຍທຂ ສະໄໝທີ V

ກອງປະຊຸມຄົບຄະນະກາງສະໄໝຂອງຄະນະບໍລິຫານງານພັກກະຊວງໂຍທທິການ ແລະ ຂົນສົ່ງ (ຍທຂ) ສະໄໝທີ V ໄຂຂຶ້ນ ຢ່າງເປັນທາງການວັນທີ 13 ກໍລະກົດ 2023 ທີ່ກະຊວງດັ່ງກ່າວ ເປັນປະທານຂອງສະຫາຍ ງາມປະສົງ ເມືອງມະນີ ເລຂາຄະ ນະບໍລິຫານງານພັກກະຊວງ ຍທຂ ໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ນາງ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງ ພັກ ຮອງປະທານປະເທດ ພ້ອມດ້ວຍຜູ້ຕາງໜ້າຈາກຄະນະຈັດຕັ້ງສູນກາງພັກ ຄະນະກວດກາສູນກາງພັກ ຫ້ອງວ່າການສູນ ກາງພັກ ຄະນະໂຄສະນາອົບຮົມສູນກາງພັກ ຄະນະບໍລິຫານງານພັກກະຊວງ ເລຂາຄະນະໜ່ວຍພັກບັນດາຮາກຖານ ເລຂາ ແລະ ປະທານອົງການຈັດຕັ້ງມະຫາຊົນຂັ້ນກະຊວງ ຮອງຫົວໜ້າຫ້ອງການກົມ ສະຖາບັນ ກອງວິຊາການ ແລະ ຮອງຜູ້ອໍາ ນວຍການລັດວິສາຫະກິດ.

ສະຫາຍ ງາມປະສົງ ເມືອງມະນີກ່າວວ່າ: ກອງປະຊຸມຄົບຄະນະກາງສະໄໝ ຂອງຄະນະບໍລິຫານງານພັກກະຊວງ ຍທຂ ສະ ໄໝທີ V ຈະດໍາເນີນໄປຮອດວັນທີ 15 ກໍລະກົດ 2023 ເຊິ່ງກອງປະຊຸມຈະໄດ້ດໍາເນີນການທາບທາມຄວາມໄວ້ວາງໃຈຕໍ່ ການນໍາພາລວມ ແລະ ບຸກຄົນຄະນະບໍລິຫານງານພັກກະຊວງ ພ້ອມກັນດໍາເນີນກອງປະຊຸມເປີດກວ້າງຄົ້ນຄວ້າປະກອບຄໍາ ເຫັນຕໍ່ການ ສະຫຼຸບຕີລາຄາການນໍາພາຂອງຄະນະບໍລິຫານງານພັກກະຊວງໃນໄລຍະກາງສະໄໝ ແລະ ຈະໄດ້ ດໍາເນີນຊີວິດ ການເມືອງພາຍໃນຄະນະບໍລິຫານງານພັກກະຊວງ ພ້ອມນັ້ນຈະໄດ້ພ້ອມກັນຮັບຟັງການເຜີຍແຜ່ເຊື່ອມຊຶມ ຄໍາສັ່ງຂອງຄະ ນະເລຂາທິການສູນກາງພັກ ເລກທີ 268/ຄລສພ ຄໍາແນະນໍາຂອງຄະນະຈັດຕັ້ງສູນກາງພັກ ເລກທີ 25/ຄຈສພ ມະຕິຂອງ ກົມການເມືອງສູນກາງພັກ ສະບັບເລກທີ 030/ກມສພ ວ່າດ້ວຍມາດຕະຖານຂອງພະນັກງານນໍາພາ-ຄຸ້ມຄອງ ມາດຕະ ຖານສະມາຊິກພັກ ຂໍ້ຫ້າມສໍາລັບສະມາຊິກພັກ ສິດ ແລະ ໜ້າທີ່ຂອງຄະນະບໍລິຫານງານພັກກະຊວງ ທີ່ໄດ້ກໍານົດໄວ້ໃນກົດ ລະບຽບພັກ ສະໄໝທີ XI ແລະ ເປັນການເປີດກວ້າງປະຊາທິປະໄຕພາຍໃນພັກ ແລະ ໃຫ້ບັນດາສະຫາຍທີ່ເຂົ້າຮ່ວມການ ທາບທາມ ພ້ອມກັນເບິ່ງ ແລະ ມີຄວາມເຫັນຕີລາຄາບັນຫາຕ່າງໆ ທີ່ພົວພັນເຖິງການນໍາພາລວມ ແລະ ບຸກຄົນໃນຄະນະບໍ ລິຫານງານພັກກະຊວງ ສະໄໝທີ V ການປະກອບຄໍາເຫັນ ທາບທາມຄວາມໄວ້ວາງໃຈຕໍ່ການນໍາພາລວມ ແລະ ບຸກ ຄົນຄະ ນະບໍລິຫານງານພັກກະຊວງ ເປັນເນື້ອໃນສໍາຄັນໃຫ້ແກ່ການດໍາເນີນຊີວິດການເມືອງສໍາຫຼວດກາງສະ ໄໝພາຍໃນຄະນະບໍ ລິຫານງານພັກກະຊວງ ໃຫ້ມີເນື້ອໃນກວ້າງຂວາງເລິກເຊິ່ງ ເພື່ອປັບປຸງຄຸນທາດການເມືອງ ຄຸນສົມບັດສິນທໍາປະຕິວັດ ແບບ ແຜນການດໍາລົງຊີວິດ ຄວາມຮັບຜິດຊອບໜ້າທີ່ການເມືອງທີ່ໄດ້ຮັບມອບໝາຍ ແບບແຜນນໍາພາ ແລະ ວິທີເຮັດວຽກຂອງ ແຕ່ລະສະຫາຍ ໃນຄະນະບໍລິຫານງານພັກກະຊວງ ໃຫ້ຖືກຕ້ອງ ໜັກແໜ້ນ ຮັບປະກັນຄວາມເປັນ ແບບຢ່າງຂອງຄະນະບໍ ລິຫານງານພັກກະຊວງ ສ້າງຄວາມເຊື່ອໝັ້ນ ຄວາມເຫຼື້ອມໃສສັດທາຂອງສະມາຊິກພັກ ພະນັກງານ ແລະ ປະຊາຊົນບັນດາ ເຜົ່າຕໍ່ການນໍາພາລວມຂອງຄະນະບໍລິຫານງານພັກກະຊວງ.

ນອກນີ້ກອງປະຊຸມ ຈະໄດ້ພ້ອມກັນຄົ້ນຄວ້າ ປະກອບຄໍາເຫັນໃສ່ຮ່າງບົດສະຫຼຸບ ຕີລາຄາການຈັດຕັ້ງປະຕິບັດມະຕິກອງ ປະຊຸມໃຫຍ່ຜູ້ແທນອົງຄະນະພັກກະຊວງ ຍທຂ ຄັ້ງທີ V ກາງສະໄໝ ແລະ ກໍານົດທິດທາງແຜນການໃນຕໍ່ໜ້າ ຮ່າງບົດສະ ຫຼຸບຕີລາຄາການຈັດຕັ້ງປະຕິບັດແຜນພັດທະນາ 5 ປີ (2021-2025) ຂອງກະຊວງ ຍທຂ ໄລຍະຜ່ານມາ ແລະ ກໍານົດທິດ ທາງແຜນການໃນຕໍ່ໜ້າ ພ້ອມນັ້ນກອງປະຊຸມໄດ້ດໍາເນີນຊີວິດການເມືອງພາຍໃນຄະນະບໍລິຫານງານພັກກະຊວງ ສໍາຫຼວດ ການ ນໍາພາລວມ ຂອງຄະນະບໍລິຫານງານພັກກະຊວງໃນໄລຍະກາງສະໄໝ ແລະ ສໍາຫຼວດບຸກຄົນຄະນະພັກກະຊວງ ພິເສດ ຈະໄດ້ຮັບຟັງການໂອ້ລົມ ແລະ ໃຫ້ທິດຊີ້ນໍາຂອງສະຫາຍ ນາງ ປານີ ຢາທໍ່ຕູ້ ເພື່ອເປັນເຂັມຊີ້ທິດເຍືອງທາງ ໃຫ້ຄະນະບໍລິ ຫານງານພັກກະຊວງ ຍທຂ ໃນການນໍາພາຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກກະຊວງ ໃຫ້ປະກົດຜົນເປັນຈິງ.

error: Content is protected !!