ຫ້ອງການສຶກສາທິການ ແລະ ກີລາ ເມືອງສີສັດຕະນາກ ສ້າງຂະບວນການແຂ່ງຂັນກີລາເປຕັງ ພາຍໃນເມືອງສີສັດຕະນາກ ເພື່ອເປັນການສະເຫຼີມສະຫຼອງ ວັນສ້າງຕັ້ງກີລາ-ກາຍຍະກຳແຫ່ງຊາດລາວ ຄົບ ຮອບ 57 ປີ (13 ກໍລະກົດ 1966-13 ກໍລະ ກົດ 2023) ແລະ ວັນຄ້າຍວັນເກີດຂອງປະທານ ສຸພານຸວົງ ທີ່ເຄົາລົບຮັກຂອງປວງຊົນລາວທັງຊາດ ຄົບຮອບ 114 ປີ ແລະ ຍັງເປັນການຄໍານັບຮັບຕ້ອນວັນສ້າງຕັ້ງສະຫະພັນແມ່ຍິງລາວ (20 ກໍລະກົດ 1955-20 ກໍລະກົດ 2023 ) ຄົບຮອບ 68 ປີ ໃຫ້ມີບັນຍາກາດຟົດຟື້ນມ່ວນຊື່ນ.

ການແຂ່ງຂັນຄັ້ງນີ້ ມີທີມນັກກີລາມາຈາກບັນດາໂຮງຮຽນອ້ອມຂ້າງເມືອງ ແລະ 1 ທີມພະແນກສຶກສາທິການ ແລະ ກີລາ ນະຄອນຫຼວງວຽງຈັນ ເຂົ້າຮ່ວມທັງໝົດ 29 ທີມ ເຊິ່ງການແຂ່ງຂັນແມ່ນຈົກສະຫຼາກປະກົບຄູ່ ເສຍຄັດອອກ ຜ່ານການ ແຂ່ງຂັນຕະຫຼອດວັນ ຜົນປາກົດວ່າ: ຊະນະເລີດ ໄດ້ແກ່ທີມພະແນກສຶກສາທິການ ແລະ ກີລາ ໄດ້ຮັບຂັນໂລ້ 1 ໜ່ວຍ ພ້ອມເງິນລາງວັນ 500.000 ກີບ ຮອງຊະນະເລີດ ທີມໂຮງຮຽນສະຖາພອນ B ໄດ້ຮັບຂັນໂລ້ 1 ໜ່ວຍ ພ້ອມເງິນລາງວັນ 300.000 ກີບ ແລະ ອັນດັບທີ 3 ທີມໂຮງຮຽນ ມ ຕົ້ນ ຈອມເພັດ ໄດ້ຮັບຂັນໂລ້ 1 ໜ່ວຍ ພ້ອມເງິນລາງວັນ 200.000 ກີບ.






ສໍາລັບກິດຈະກຳແຂ່ງຂັນກີລາເປຕັງ ເພື່ອເປັນການສະເຫຼີມສະຫຼອງວັນສ້າງຕັ້ງກີລາ-ກາຍຍະກຳແຫ່ງຊາດລາວ ຄັ້ງນີ້ ໄດ້ ຈັດຂຶ້ນວັນທີ 12 ກໍລະກົດ 2023 ຢູ່ເດີ່ນເປຕັງບຶງຂະຫຍອງ ໂດຍໃຫ້ກຽດເຂົ້າຮ່ວມ ແລະ ມອບລາງວັນ ຂອງທ່ານ ຄໍາສິງ ດວງດາລາ ຫົວໜ້າຫ້ອງການສຶກສາທິການ ແລະ ກີລາ ເມືອງສີສັດຕະນາກ ທ່ານນາງ ຄໍາຜົງ ພິລາວັນ ຫົວໜ້າໜ່ວຍ ງານໂຮງຮຽນນອກລະບົບ ພ້ອມດ້ວຍບັນດາຄະນະຮັບຜິດຊອບຈັດແຂ່ງຂັນ ຄູເຝິກ ແລະ ນັກກີລາ ອ້ອມຂ້າງເມືອງ.