ຮອງນາຍົກລັດຖະມົນຕີ ເຂົ້າ​ຮ່ວ​ມກອງປະຊຸມ ລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 56 ແບບວົງແຄບ

ວັນທີ 12 ກໍລະກົດ 2023 ທີ່ ນະ​ຄອນຫຼວງຈາກາຕາ ​ປະ​ເທດອິນໂດເນເຊຍ ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດ ຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ສືບຕໍ່ນໍາພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມລັດຖະມົນຕີ ຕ່າງປະເທດອາຊຽນ ຄັ້ງທີ 56 ແບບວົງແຄບ ໂດຍການເປັນປະທານຂອງ ທ່ານ ນາງ ເຣັດໂນ ມາຊູດີ ລັດຖະມົນຕີຕ່າງປະ ເທດ ອິນໂດເນເຊຍ.

ກອງປະຊຸມ ໄດ້ປຶກສາຫາລືກ່ຽວກັບການຈັດຕັ້ງປະຕິບັດຄໍາຕົກລົງ 5 ຂໍ້ຂອງຜູ້ນໍາອາຊຽນ ກ່ຽວກັບ ມຽນມາ ບັນດາວຽກ ງານພາຍໃຕ້ຂອບການຮ່ວມມືກອງປະຊຸມສຸດຍອດອາຊີຕາເວັນອອກ ໃນປີ 2023 ການຈັດຕັ້ງປະຕິບັດແນວ ຄວາມຄິດຂອງ ອາຊຽນກ່ຽວກັບ ອິນໂດ-ປາຊີຟິກ ແລະ ທິດທາງຕໍ່ໜ້າຂອງເວທີພາກພື້ນອາຊຽນ ໃນນີ້ ບັນດາລັດ ຖະມົນຕີຕ່າງປະເທດ ໄດ້ ຢໍ້າຄືນບົດບາດຄວາມເປັນແກນການຂອງອາຊຽນ ໃນເວທີພາກພື້ນອາຊຽນ ແນໃສ່ສົ່ງເສີມການປຶກສາຫາລື ແລະ ການຮ່ວມ ມື ເພື່ອຮັບມືກັບສິ່ງທ້າທາຍ ກໍຄື ການປົກປັກຮັກສາສັນຕິພາບ ແລະ ສະຖຽນ ລະພາບໃນພາກພື້ນ.

ໃນຕອນບ່າຍຂອງວັນດຽວກັນ, ທ່ານຮອງນາຍົກລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ໄດ້ເຂົ້າຮ່ວມພິທີລົງນາມເຂົ້າເປັນພາຄີ ສົນທິສັນຍາໄມຕີຈິດ ແລະ ການຮ່ວມມືໃນອາຊີຕາເວັນອອກສ່ຽງໃຕ້ ຫຼື TAC ຂອງ ອາຣັບບີ ຊາອູດິດ ເຊິ່ງເປັນປະເທດທີ 51 ເຂົ້າເປັນພາຄີຂອງ TAC.

ນອກນັ້ນ ທ່ານຮອງນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ກໍໄດ້ມີການພົບປະກັບ ເລຂາທິການໃຫຍ່ອາຊຽນ ເພື່ອປຶກສາຫາ ລື ກ່ຽວກັບ ການກະກຽມເປັນປະທານອາຊຽນ ຂອງ ສປປ ລາວ ໃນປີ 2024 ແລະ ໄດ້ພົບປະສອງຝ່າຍກັບ ລັດຖະມົນຕີຕ່າງ ປະເທດ ຕີມໍແລັດສະເຕ ອົດສະຕຣາລີ ນິວຊີແລນ ຣັດເຊຍ ແລະ ອິນເດຍ ເພື່ອປຶກສາຫາລືການພົວພັນຮ່ວມມືສອງຝ່າຍ ນໍາກັນ.

error: Content is protected !!