ຄຸນທາດປະຕິວັດຂອງປະທານສຸພານຸວົງ

    ສຳລັບປະທານ ສຸພານຸວົງ ກັບເສັ້ນທາງຕໍ່ສູ້ປະຕິວັດເພື່ອປົດປ່ອຍຊາດ ບໍ່ແມ່ນເສັ້ນທາງທຳມະດາ ເພາະວ່າເພິ່ນມີຕົ້ນກຳເນີດ ມາຈາກຄອບຄົວໃນລາດຊະວົງ ຕົ້ນກຳເນີດສົມທົບກັບຄວາມຮູ້ ຄວາມສາມາດ ແລະ ຄວາມສະຫຼາດຫຼັກແຫຼມ ໂດຍເພິ່ນໄດ້ສຳເລັດການສຶກສາ ຢູ່ໃນລະດັບສູງທັງຈາກ ພາຍໃນ ແລະ ຈາກຕ່າງປະເທດ ເພິ່ນມີເງື່ອນໄຂຄົບຖ້ວນທີ່ຈະໃຊ້ຊີວິດ ແບບອຸດົມສົມບູນໃນການສ້າງຖານະທີ່ດີງາມ ໃຫ້ແກ່ຕົນເອງ ແຕ່ເພິ່ນພັດເລືອກເອົາວິຖີຊີວິດ ຂອງນັກກອມມູນິດ ແລະ ຂອງນັກຕໍ່ສູ້ປົດປ່ອຍຊາດ ເພິ່ນບໍ່ພຽງແຕ່ ເສຍສະລະຕັດຂາດຈາກຊົນຊັ້ນ ຂອງຕົນເອງເທົ່ານັ້ນ ແຕ່ຍັງກາຍເປັນຜູ້ທີ່ເດັດດ່ຽວໜຽວແໜ້ນ ຕໍ່ສູ້ກັບ ຊົນຊັ້ນນັ້ນເອງອີກດ້ວຍ ການຕັດສິນໃຈດັ່ງກ່າວ ແມ່ນບາດລ້ຽວທີ່ຍິ່ງໃຫຍ່ ແລະ ສູງສົ່ງທີ່ສຸດ ໃນຊີວິດການເມືອງຂອງເພິ່ນ ເຊິ່ງໄດ້ສ່ອງແສງເຖິງຄຸນທາດປະຕິວັດຂອງນັກຮັກຊາດທີ່ດູດດື່ມ.

    ໃນທຸກການເຄື່ອນໄຫວປະຕິວັດອັນລະອິດລະອ້ຽວ ທັງເຕັມໄປດ້ວຍການທົດສອບນາໆປະການໃນແປວໄຟ ແຫ່ງການຕໍ່ສູ້ປະຕິວັດປົດປ່ອຍຊາດ ເສັ້ນທາງການປະຕິວັດຂອງປະທານ ສຸພານຸວົງ ທີ່ໄດ້ສະແດງອອກ ໃຫ້ເຫັນເປັນພຶດຕິກຳຕົວຈິງ ນັ້ນແມ່ນໄດ້ຮັບການ ເຝິກຝົນຫຼໍ່ຫຼອມ ການເສຍສະລະໃນສະໜາມຮົບ ຕໍ່ສູ້ປ້ອງກັນຕົວເມືອງທ່າແຂກ ໃນເວລານັ້ນ ເພິ່ນໄດ້ກ່າວໄວ້ວ່າ: “ເຖິງຕາຍກໍ່ບໍ່ກິນແໜງເພາະຕາຍ ເພື່ອປະເທດ ຊາດ ຈະຕ້ອງສູ້ໄປເຖິງ ທີ່ສຸດ” ເຖິງວ່າການຕໍ່ສູ້ ເພື່ອປ້ອງກັນຮັກສາຕົວເມືອງທ່າແຂກ ບໍ່ສຳເລັດຜົນກໍ່ຕາມ ແຕ່ວິລະກຳອັນຍິ່ງໃຫຍ່ ແລະ ແບບຢ່າງການເສຍສະລະອັນ ໂດດເດັ່ນຂອງປະທານ ສຸພານຸວົງ ໃນວັນທີ 21 ມີນາ 1946 ປະຫວັດສາດນັ້ນຍັງຄົງຝັງເລິກ ຢູ່ໃນຄວາມຊົງຈຳ ຂອງປະຊາຊົນເມືອງທ່າແຂກ ແລະ ປະຊາຊົນລາວໃນທົ່ວປະເທດ ມາຈົນເຖິງທຸກວັນນີ້ ໃນວັນທີ 29 ຕຸລາ 1949 ແມ່ນໄລຍະທີ່ປະທານ ສຸພານຸວົງ ໄປລີ້ໄພຢູ່ ປະເທດໄທ ແລະ ເພິ່ນໄດ້ປະກາດຕໍ່ສື່ມວນຊົນວ່າ: “ພວກຂ້າພະເຈົ້າ ຂໍຢ້ຳຄືນອີກເທື່ອໜຶ່ງ ເຖິງຄວາມເຊື່ອໝັ້ນໃນໄຊຊະນະ ແລະ ພວກຂ້າພະເຈົ້າ ຈະບໍ່ຢູ່ໂດດດ່ຽວບົນເສັ້ນທາງ ອັນເປັນທຳນີ້ແຕ່ປະການໃດ ເພື່ອນມິດ ອິນໂດເນເຊຍ ຫວຽດນາມ ກຳປູເຈຍ ກໍ່ພວມ ກ້າວເດີນບົນເສັ້ນທາງ ອັນດຽວກັນນີ້ ແລະ ພວກຂ້າພະເຈົ້າກໍ່ໄດ້ຮັບ ການສະໜັບສະໜູນອູ້ມຊູ ຈາກປະຊາຊົນຜູ້ຮັກຫອມ ອິດສະຫລະພາບທັງປວງ ໂດຍສະເພາະແມ່ນບັນ ດາປະເທດເພື່ອນບ້ານທີ່ຍິ່ງໃຫຍ່ ຊຶ່ງເປັນກຳລັງໃຈ ໃຫ້ແກ່ພວກຂ້າພະເຈົ້າສະເໝີ” ຄຳປະກາດດັ່ງກ່າວຢືນຢັນໄດ້ ເຖິງຄວາມເຊື່ອໝັ້ນ ໃນກຳລັງແຮງຂອງມະຫາຊົນ ແລະ ທັງເປັນການປຸກລະດົມກຳລັງໃຈ ໃຫ້ປະຊາຊົນລຸກ ຂຶ້ນຕໍ່ສູ້ປົດປ່ອຍ ປະເທດຊາດ. ນັບແຕ່ນັ້ນເປັນຕົ້ນມາ, ຂະບວນການຕໍ່ສູ້ປົດປ່ອຍຊາດ ຂອງປະຊາຊົນລາວ ໄດ້ມີການນໍາພາ ແລະ ມີການເຄື່ອນໄຫວເປັນເອກະພາບ ໃນທົ່ວປະເທດ. ປະທານ ສຸພານຸວົງ ໄດ້ກາຍເປັນຄັນ ທຸງເຕົ້າໂຮມ ປະຊາຊົນລາວບັນດາເຜົ່າ ນັກສຶກສາ ປັນຍາຊົນ ແລະ ຊັ້ນຄົນຕ່າງໆ ນັບທັງວົງເຊື້ອເຈົ້າເຂົ້າຢູ່ໃນແນວໂຮມ ແຫ່ງຊາດ ຕໍ່ສູ້ປົດປ່ອຍຊາດພາຍ ໃຕ້ການນຳພາຂອງພັກ.

    ຈາກນັ້ນ ຂະບວນການຕໍ່ສູ້ປະຕິວັດໄດ້ຂະຫຍາຍຕົວໄປໃນຫລາຍຮູບຫຼາຍສີ ດ້ວຍກຳລັງປະກອບອາວຸດ ການເມືອງຖືກກົດໝາຍ ແລະ ເຄິ່ງ ຖືກກົດໝາຍ ໄດ້ແຜ່ລາມໄປໃນ ທົ່ວປະເທດ ບຸກຕີສັດຕູຢ່າງຕໍ່ເນື່ອງ ໃນເວລາທີ່ ປະທານ ສຸພານຸວົງ ແລະ ບັນດາຜູ້ຂອງແນວລາວຮັກຊາດ ຖືກຈັບກຸມຄຸມຂັງຢູ່ທີ່ຄຸກໂພນເຄັງ ຕໍ່ສະພາບການດັ່ງກ່າວນັ້ນ ປະທານ ສຸພານຸວົງ ກໍ່ມີຄວາມທຸ່ນທ່ຽງ ແລະ ມີຄວາມເຊື່ອໝັ້ນຕໍ່ການນຳພາ ຂອງພັກ ເພີ່ນໄດ້ກ່າວໄວ້ວ່າ: “ຖ້າກໍລະນີມີການຍິງເປົ້າເຮົາເອງ ຈະເປັນຜູ້ອອກໜ້າກ່ອນໝູ່ເພາະເຮົາ ໄດ້ຢູ່ໃນນາມຜູ້ເປັນຫົວໜ້າ”.

    ນ້ຳໃຈເດັດດ່ຽວຕໍ່ສູ້ປົດປ່ອຍຊາດ ແລະ ຄວາມເສຍສະຫຼະ ຕໍ່ການປະຕິວັດຂອງ ປະທານ ສຸພານຸວົງ ໄດ້ສ່ອງແສງເຖິງຄຸນທາດການປະຕິວັດ ຂອງນັກກອມມູນິດ ແລະ ນັກຕໍ່ສູ້ປະຕິວັດທີ່ກ້າແກ່ນ ເປັນບົດຮຽນ ແລະ ເປັນແບບຢ່າງທີ່ດີເດັ່ນໃຫ້ພວກເຮົາ ແລະ ໃຫ້ແກ່ຄົນຮຸ້ນສືບທອດ ໄດ້ຄົ້ນຄວ້າຮ່ຳຮຽນ ຕະຫຼອດໄປ ປະທານ ສຸພານຸວົງ ສົມແລ້ວທີ່ປະຊາຊົນລາວ ບັນດາເຜົ່າ ແລະ ປະຊາຊົນຜູ້ຮັກຫອມສັນຕິພາບຍົກຍ້ອງ ແລະ ພ້ອມທັງໃຫ້ນາມມະຍົດ ວ່າເພີ່ນເປັນ: “ວິລະບູລຸດແຫ່ງຊາດ ແລະ ເປັນເຈົ້າຊາຍແດງ ຂອງ ຊາດລາວ”.

(ຂໍ້ມູນຈາກຂ່າວສານປະເທດລາວ)

error: Content is protected !!