ເດືອນມິຖຸນາ 2023 ທົ່ວປະເທດມີອຸບັດເຫດເກີດຂຶ້ນ 459 ລາຍ


……………………………………………………………….
ກົມຕຳຫຼວດຈະລາຈອນ ກົມໃຫຍ່ຕຳຫຼວດ ກະຊວງປ້ອງກັນຄວາມສະຫງົບ (ປກສ) ໄດ້ລາຍງານໃຫ້ຮູ້ວ່າ: ໃນເດືອນມິຖຸນານີ້ທົ່ວປະເທດມີອຸບັດເຫດເກີດຂຶ້ນທັງໝົດ 459 ລາຍ ທຽບໃສ່ໄລຍະດຽວກັນຂອງປີຜ່ານມາຫຼຸດລົງ 23 ລາຍ ພາຫະນະເປ່ເພ 809 ຄັນ ຫຼຸດລົງ 37 ລາຍ ຄົນໄດ້ຮັບບາດເຈັບ 678 ຄົນ ຍິງ 260 ຄົນ ຫຼຸດລົງ 29 ຄົນ ເສຍຊີວິດ 55 ຄົນ ຍິງ 17 ຄົນ ຫຼຸດລົງ 8 ຄົນ.


ສະເພາະນະຄອນຫຼວງວຽງຈັນ ມີອຸບັດເຫດເກີດຂຶ້ນ 93 ລາຍ ເພີ່ມຂຶ້ນ 5 ລາຍ ພາຫະນະເປ່ເພ 189 ຄັນ ເພີ່ມຂຶ້ນ 20 ຄັນ ຄົນໄດ້ຮັບບາດເຈັບ 117 ຄົນ ເພີ່ມຂຶ້ນ 14 ຄົນ ຄົນເສຍຊີວິດ 9 ຄົນ ຫຼຸດລົງ 4 ຄົນ ສາເຫດຂອງການເກີດອຸບັດເຫດ: ດື່ມສິ່ງມືນເມົາ ໃຊ້ຄວາມໄວເກີນ ບໍ່ປ່ອຍສິດ ປ່ຽນທິດທາງເດີນ ແລະ ອື່ນໆ ແຂວງທີ່ເກີດອຸບັດເຫດຫຼາຍກວ່າໝູ່ແມ່ນນະຄອນຫຼວງວຽງຈັນ ແຂວງຈຳປາສັກ ແຂວງວຽງຈັນ ແຂວງສະຫວັນນະເຂດ ແຂວງຫຼວງພະບາງ ແລະ ແຂວງຫຼວງນໍ້າທາ.
ແຂວງທີ່ມີຄົນເສຍຊີວິດຫຼາຍກວ່າໝູ່ແມ່ນນະຄອນຫຼວງວຽງຈັນ ແລະ ແຂວງສະຫວັນນະເຂດ.
ຂ່າວ-ພາບ: ກົມຕຳຫຼວດຈະລາຈອນ

error: Content is protected !!