ຮອງນາຍົກລັດຖະມົນຕີ ເນັ້ນບາງວຽກຈຸດສຸມສ້າງການຫັນປ່ຽນຢ່າງແຂງແຮງໃນຂະແໜງ ຖວທ

    ໂອກາດເຂົ້າຮ່ວມກອງປະຊຸມ ຄົບຄະນະກາງສະໄໝຂອງ ຄະນະບໍລິຫານງານພັກ ກະຊວງຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ໃນວັນທີ 7 ກໍລະກົດ 2023 ສະຫາຍ ກິແກ້ວ ໄຂຄຳພິທູນ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ຜູ້ຊີ້ນຳວຽກງານປົກຄອງ ວັດທະນະທຳ-ສັງຄົມ ໄດ້ໂອ້ລົມຕໍ່ກອງປະຊຸມ ໂດຍສະຫາຍໄດ້ເນັ້ນວຽກງານຈຸດສຸມຈໍານວນໜຶ່ງ ແຕ່ນີ້ຫາໄລຍະທ້າຍສະໄໝ ກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ກໍຄືໄລຍະທ້າຍສະໄໝຂອງກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກກະຊວງ ຖວທ ເພື່ອສ້າງການຫັນປ່ຽນຢ່າງແຂງ ແຮງເລິກເຊິ່ງ ຮອບດ້ານ ກາຍເປັນຂະບວນການຟົດຟື້ນ ແລະ ເຂົ້າສູ່ຊີວິດການເມືອງຕົວຈິງໃນທົ່ວຂະແໜງ ຖວທ.

    ສະຫາຍ ກິແກ້ວ ໄຂຄໍາພິທູນ ໄດ້ເນັ້ນວ່າ:  ຜົນຂອງການດໍາເນີນຊີວິດການເມືອງເທື່ອນີ້ ຖືເປັນຜົນສໍາເລັດເບື້ອງຕົ້ນ ເປັນຂໍ້ມູນພື້ນຖານ ທີ່ຕ້ອງໄດ້ສືບຕໍ່ຄົ້ນຄວ້າ ສຳຫຼວດກວດກາຄືນຕົນເອງ ອັນໃດມີຈິງ ອັນໃດບໍ່ມີ ເພື່ອເປັນເຈົ້າການປັບປຸງແກ້ໄຂໃຫ້ຕົກໄປ ໂດຍມີການໄຈ້ແຍກໃຫ້ຈະແຈ້ງວ່າ ອັນໃດເປັນຄວາມຮັບຜິດຊອບລວມຂອງໝູ່ຄະນະ ຈຸດສຸມແກ້ໄຂແນວໃດ ອັນໃດເປັນຄວາມຮັບຜິດຊອບການເມືອງ ແລະ ບັນຫາສ່ວນຕົວຂອງແຕ່ລະສະຫາຍ ຕ້ອງປັບປຸງແກ້ໄຂ (ປ່ຽນແປງ) ໃຫ້ໄດ້ ພ້ອມກັນນີ້ ໃຫ້ມີຄວາມເຂົ້າໃຈຖືກຕ້ອງ ແລະ ເປັນເອກະພາບ ຕໍ່ຜົນຂອງການທາບທາມ ກໍຄືການປະກອບຄຳຄິດເຫັນ ຕຳນິສົ່ງຂ່າວ ຈາກພະນັກງານຫຼັກແຫຼ່ງ ທີ່ເຂົ້າຮ່ວມທາບທາມນັ້ນ ຖືວ່າອັນນັ້ນ ແມ່ນການສະແດງເຖິງຄວາມເປັນຫ່ວງເປັນໄຍ ຕໍ່ການນຳພາລວມຂອງຄະນະພັກ ແລະ ແຕ່ລະສະຫາຍໃນຄະນະພັກ ທັງແມ່ນການປະຕິບັດຫຼັກການໃຫ້ຂັ້ນລຸ່ມຕຳນິ ປະກອບຄຳເຫັນຕໍ່ຂັ້ນເທິງ ແລະ ຫຼັກ ການໃຫ້ມະຫາຊົນເຂົ້າຮ່ວມການປັບປຸງກໍ່ສ້າງພັກ ທັງເປັນການປັບປຸງກໍ່ສ້າງລວມໝູ່ຄະນະພັກ ແລະ ບຸກ ຄົນໃນຄະນະພັກ ໃຫ້ບັນດາສະຫາຍນຳເອົາຄຳຄິດເຫັນ ທີ່ໝູ່ຄະນະ ແລະ ພະນັກງານຫຼັກແຫຼ່ງ ທີ່ເຂົ້າຮ່ວມການທາບທາມຄວາມໄວ້ວາງໃຈ ໄດ້ປະກອບຄຳຄິດເຫັນຕໍ່ການນຳພາລວມ ແລະ ຕໍ່ແຕ່ລະສະຫາຍນັ້ນ ໄປຄົ້ນຄ້ວາປັບປຸງບົດນຳພາລວມຂອງຄະນະພັກໃຫ້ເລິກເຊິ່ງຕື່ມ ສຳລັບການປະກອບຄຳເຫັນຕໍ່ແຕ່ລະສະຫາຍນັ້ນ ກໍໃຫ້ບັນດາສະຫາຍເອົາໄປປັບປຸງແກ້ໄຂອັນໃດບໍ່ຖືກ ຫຼື ບໍ່ມີຄວາມຈິງ ກໍເອົາເປັນບົດຮຽນ ເປັນການເຕືອນໃຫ້ມີສະຕິ ເພື່ອຫຼີກເວັ້ນບໍ່ໃຫ້ເກີດຂຶ້ນກັບຕົນເອງ ໃນຕໍ່ໜ້າ ໃຫ້ບັນດາສະຫາຍສືບຕໍ່ປັບປຸງການນໍາພາ ຂອງຄະນະພັກໃຫ້ມີວິທະຍາສາດ ແທດເຖິງກັບຕົວຈິງຫຼາຍກວ່າເກົ່າ ນຳພາຢ່າງມີຈຸດສຸມ ແກ້ໄຂບັນຫາຕ່າງໆໃຫ້ໄວ ທັນການ ເຖິງລະດັບ ແລະ ມີຜົນສຳເລັດຢ່າງຂາດຕົວ ປັບປຸງແບບ ແຜນນຳພາ ແລະ ວິທີເຮັດວຽກ ໃຫ້ຖືກຕ້ອງຕາມຫຼັກການນຳພາຂອງພັກ ທຸກບັນຫາທີ່ໄດ້ວາງອອກ ແລະ ຈັດຕັ້ງນໍາພາປະຕິບັດ ຕ້ອງມີການຕິດຕາມ ກວດກາ ຊຸກຍູ້ ແລະ ປະເມີນຜົນເປັນປົກກະຕິ ເພື່ອເຫັນໄດ້ອັນທີ່ສຳເລັດ ແລະ ຄົງຄ້າງ ເພື່ອປັບປຸງແກ້ໄຂ ໃຫ້ທັນເວລາ ພ້ອມນີ້ ຕ້ອງປັບປຸງ ແລະ ເພີ່ມທະວີຄວາມສາມັກຄີພາຍໃນຄະນະພັກ ຄະນະປະຈຳພັກ ໃຫ້ໜັກແໜ້ນ ແລະ ມີຄວາມເປັນເອກະພາບສູງ ເປັນໃຈກາງນຳພາ ເຕົ້າໂຮມຄວາມສາມັກຄີໃນຖັນແຖວສະມາຊິກພັກ ພະນັກງານ ໃຫ້ເປັນປຶກແຜ່ນແໜ້ນໜາຍິ່ງຂຶ້ນ ຄະນະປະຈຳພັກ ຕ້ອງເປັນແບບຢ່າງນໍາໜ້າກວ່າໝູ່ ເປັນຫຼັກແຫຼ່ງທີ່ແຂງແກ່ນ ເພື່ອນຳພາທົ່ວອົງຄະນະພັກ ສູ້ຊົນປະຕິບັດບັນດາຄາດໝາຍທີ່ກຳນົດໄວ້ ໃນມະຕິກອງປະຊຸມໃຫຍ່ຂັ້ນຂອງຕົນ ໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້ ສືບຕໍ່ຕິດຕາມ ເກັບກຳສະພາບການເມືອງແນວຄິດຂອງສະມາຊິກພັກ ພະນັກງານ ທັງສຸມໃສ່ການຈັດຕັ້ງຜັນຂະຫຍາຍມະຕິ ກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ມະຕິກອງປະຊຸມໃຫຍ່ຄັ້ງທີ V ຂອງຄະນະພັກກະຊວງ ໃນນັ້ນ ໃຫ້ຖືເອົາວຽກງານການເມືອງແນວຄິດ “ເປັນຄືສະໜາມຮົບໜຶ່ງ” ໂດຍເລີ່ມຈາກຫັນປ່ຽນດ້ານທັດສະນະ ແນວຄິດ ດ້ວຍການຫັນວິທີຄິດແບບເກົ່າ ໄປສູ່ການປະດິດສ້າງໃໝ່ ແຂ່ງຂັນກັນພັດທະນາຢູ່ໃນຕົວບຸກຄົນ ແລະ ໝູ່ຄະນະ ສ້າງແນວຄິດຕໍ່ສູ້ປົກປ້ອງແນວທາງຂອງພັກ ເປັນເຈົ້າການຕອບໂຕ້ຕໍ່ບັນດາຖ້ອຍທໍານອງບິດເບືອນ ການໂຄສະນາທັບຖົມໂຈມຕີຂອງ ອິດທິກຳລັງປໍລະປັກ ໂດຍສະເພາະ ແມ່ນທາງສື່ສັງຄົມອອນລາຍ ຕ້ານແນວຄິດເອື່ອຍອີງແນວຄິດຄອງຄອຍ ຮັກສາເດີມ ອາດຍາສິດ ທັງໃຫ້ຮູ້ແກ້ໄຂຈຸດອ່ອນ ຂໍ້ບົກຜ່ອງ ຂໍ້ຄົງຄ້າງຕ່າງໆໃຫ້ທັນການ.

    ນອກຈາກນີ້ ສະຫາຍ ກິແກ້ວ ໄຂຄຳພິທູນ ຍັງເນັ້ນໃຫ້ ສືບຕໍ່ຄົ້ນຄວ້າປັບປຸງກົງຈັກການຈັດຕັ້ງ ໂດຍກໍານົດພາລະບົດບາດ ຕຳແໜ່ງງານ ແຜນກໍ່ສ້າງພະນັກງານຂອງການຈັດຕັ້ງແຕ່ລະຂັ້ນໃຫ້ຈະແຈ້ງຊັດເຈນ ແລະ ແທດຕົວຈິງ ທັງຮັບປະກັນໂຄງປະກອບດ້ານອາຍຸ ເພດ ເຜົ່າ ຕາມທິດກະທັດຮັດ ແລະ ມີປະສິດທິພາບ ກົງຈັກແຕ່ລະຂັ້ນຕ້ອງຮັບຜິດຊອບຫຼາຍວຽກງານ ແລະ ບຸກຄົນ ຕ້ອງເຮັດວຽກຫຼາຍໜ້າທີ່ ທັງຮັບປະກັນບໍ່ໃຫ້ມີການຊໍ້າຊ້ອນ ມີການຕິດຕາມກວດກາການປະຕິບັດໜ້າທີ່ວິຊາສະເພາະຂອງພະນັກ ງານ ເປັນປົກກະຕິ ຕັ້ງໜ້າບຸກບືນເຮັດແທ້ທໍາຈິງ ລົງເຖິງກົມກອງຮາກຖານ ເພື່ອນຳພາ ແນະນໍາໃຫ້ບັນດາການຈັດຕັ້ງຢູ່ຮາກຖານ ມີການພັດທະນາຕົນເອງດີຂຶ້ນ.

error: Content is protected !!