ຈັດ​ສຳ​ມະ​ນາ​ວິ​ຊາ​ການ ສະ​ເຫຼີ​ມ​ສະຫຼອງ 10 ປີ ແນວ​ຄວາມ​ຄິດລິ​ເລີ່​ມ ໜຶ່ງ​ແລວ​ໜຶ່​ງ​ເສັ້ນ​ທາງ ແລະ ການ​ຮ່ວມ​ມື ລາວ-ຈີນ

ສະ​ຖາ​ບັນຈົງ​ຢາງ ແຫ່ງ ສ​ປ ຈ​ີນ ແລະ ສະ​ຖາ​ບັນ​ອຸດ​ສາ​ຫະ​ກຳ​-ການ​ຄ້າ ແຫ່ງ ສ​ປ​ປ ລາວ ຈັດ​ສຳ​ມະ​ນາ​ວິ​ຊາ​ການ ສະ​ເຫຼີ​ມ​ສະ ຫຼອງ 10 ປີ ແນວ​ຄວາມ​ຄິດລິ​ເລີ່​ມ ໜຶ່ງ​ແລວ​ໜຶ່​ງ​ເສັ້ນ​ທາງ ແລະ ການ​ຮ່ວມ​ມື​ລາວ-ຈີນ ແນ​ໃສ່​ນຳ​ສະ​ເໜີ​ບົດ​ຄົ້ນ​ຄວ້າ​ກ່ຽວ​ກັບ​ແນວ​ຄວາມ​ຄິດລິ​ເລີ່ມ​ດັ່ງ​ກ່າວ ແລະ ຄວາມ​ຄິດ​ເຫັນ​ກ່ຽວ​ກັບ​ຜົນ​ປະ​ໂຫຍດ​ຈາກ​ເສັ້ນ​ທາງ​ລົດ​ໄຟ​ລາວ-ຈີນ.

​ສຳ​ມະ​ນາ​ດັ່ງ​ກ່າວ​ຈັດ​ຂຶ້ນ​ໃນວັນ​ທີ 5 ກໍ​ລະ​ກົດ 2023 ທີ່​ໂຮງ​ແຮມ​ແລນ​ມາກ ຣີ​ເວີ​ໄຊ ນະ​ຄອນຫຼວງວຽງ​ຈັນ ໂດຍ​ການ​ເຂົ້າ​ຮ່ວມ​ຂອງ ທ່ານ ສົມ​ສ​ະ​ຫວາດ ເລັງ​ສະ​ຫວັດ ອ​ະ​ດີ​ດ​ຮອງ​ນາ​ຍົກ​ລ​ັດ​ຖະ​ມົນ​ຕີ ມີ​ຕາງ​ໜ້າ​ສອງ​ສະ​ຖາ​ບັນ ຜູ້​ຊ່ຽວ​ຊານ ແລະ ພາກ​ສ່ວນ​ກ່ຽວ​ຂ້ອງ.

ທ່ານ ວຽງ​ສະ​ຫວ່າງ ທິບ​ພະ​ວົງ ຮອງຫົ​ວ​ໜ້າ​ສະ​ຖາ​ບັນອຸດ​ສາ​ຫະ​ກຳ​-ການ​ຄ້າ ໃຫ້​ສຳ​ພາດ​ວ່າ: ການ​ຈັດ​ສຳ​ມະ​ນາ​ຄັ້ງ​ນີ້​ຈັດ​ຂຶ້ນ​ໂດຍ​ການ​ຮ່ວມ​ມື​ລະ​ຫວ່າງ​ສອງ​ສະ​ຖ​າ​ບັນ ຈຸດ​ປະ​ສົງຫຼັກ​ເພື່ອ​ເປັນ​ການ​ສະ​ເຫຼີ​ມ​ສະຫຼອງ​ແນວ​ຄວາມ​ຄິດ​ລິ​ເລີ່ມ ໜຶ່ງ​ແລວໜຶ່ງ​ເສັ້ນ​ທາງ ຂອງ​ປະ​ທານ ສີ​ຈິ້ນ​ຜິງ ຄົບຮອບ 10 ປີ ໂດຍ​ຜ່ານ​ການ​ສະ​ເໜີ​ບົດ​ຄົ້ນ​ຄວ້າຕໍ່​ກັບ​ແນວ​ຄວາມ​ຄິດ​ດັ່ງ​ກ່າວ ເຊິ່ງ​ໃນ​ບົດ​ສະ​ເໜີ​ດັ່ງ​ກ່າວນັ້ນ​​ໄດ້​ມຸ່ງ​ໃສ່​ການ​ພັດ​ທະ​ນາ​ທີ່​ບໍ່​ສົ່ງ​ຜົນ​ກະ​ທົບ​ຕໍ່​ສິ່ງ​ແວດ​ລ້​ອມ ແລະ ຊຸມ​ຊົ​ນ ພ້ອມນັ້ນ​ກໍ​ຍັງ​ໄດ້​ຮັບ​ຟັງ​ຄວາມ​ຄິດ​ເຫັນ​ກ່ຽວ​ກັບ​ຜົນ​ປະ​ໂຫຍດ​ທີ່​ໄດ້​ຮັບ​ຈາກ​ເສັ້ນ​ທາງ​ລົດ​ໄຟ​ລາວ-ຈີນ ທີ່​ຕິດ​ພັນ​ກັບ​ຂໍ້​ລິ​ເລີ່ມ​ດັ່ງ​ກ່າວ ຈາກ​ນັກ​ວິ​ຊາ​ການ​ຈາກ​ພາກ​ສ່ວນ​ກ່ຽວ​ຂ້ອງ.

ທ່ານ ສົມ​ສະ​ຫວາດ ເລັງ​ສະ​ຫ​ວັດ ໄດ້​ໃຫ້​ສຳ​ພາດ​ຕໍ່​ສື່ມວນ​ຊົນ​ໃນ​ຕອນ​ທ້າຍ​ຂອງ​​ສຳ​ມະ​ນາ​ຄັ້ງນີ້​ວ່າ: ການ​ພັດ​ທະ​ນາ​ເສັ້​ນ​ທາງ​ລົດ​ໄຟ​ໃນ ສ​ປ​ປ ລາວ ເຮົາ​ກ່ອນ​ໜ້າ​ນີີ້ ແມ່ນ​ມີ​ໄລ​ຍະ​ພຽງ 3,5 ກິ​ໂລ​ແມັດ ນັບ​ຈາກ​ສົ້ນ​ຂົວ​ມິດ​ຕະ​ພາບ​ລາວ-ໄທ 1 ມາ​ຫາ​ທ່າ​ນາ​ແລ້ງເທົ້າ​ນັ້​ນ ເຮັດ​ໃຫ້​ຈັດ​ຢູ່​ໃນ​ອັນ​ດັບ​ທ້າຍໆ​ຂອງ​ປະ​ເທດ​ທີ່​ມີ​ການ​ພັດ​ທະ​ນາ​ເສັ້ນ​ທາງ​ລົດ​ໄຟ ແຕ່​ພາຍຫຼັງ​ທີ່ກໍ່​ສ້າງ​ເສັ້ນ​ທາງ​ລົດ​ໄຟ​ລາວ-ຈີນ ສຳ​ເລັດ ເຮັດ​ໃຫ້ການ​ພັດ​ທະ​ນາ​ເສັ້​ນ​ທາງ​ລົດ​ໄຟ​ໃນ ສ​ປ​ປ ລາວ ​ພົ້​ນ​ເດັ່ນ​ຂຶ້ນ​ມາຫຼາຍ​ອັນ​ດັບ ຂ້າ​ພະ​ເຈົ້າ​ໄດ້​ຖືກມອບໝາຍ​ຈາກ​ລັດ​ຖະ​ບານ​ລາວ​ໃນ​ການ​ເຈ​ລະ​ຈາ​ການກໍ່​ສ້າງ​ເສັ້ນ​ທາງ​ລົດ​ໄຟ​ລາວ-ຈີນ ແຕ່​ເບືຶຶ້ອງ​ຕົ້ນ ຈຶ່ງ​ເຫັນ​ໄດ້​ແຈ້ງວ່າ​ຜູ້​ນຳ​ຂອງ​ຈີນ ມີ​ຄວາມມຸ່ງ​ຫວັງ​ໃນ​ການ​ຊ່ວຍ​ເຫຼືອ ສ​ປ​ປ ລາວ ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການຫຼຸ​ດ​ພົ້​ນ​ອອກ​ຈາກ​ປະ​ເທດ​ ດ້ອຍ​ພັດ​ທະ​ນາ.

ທ່ານ​ ສົມ​ສ​ະ​ຫວາດ ເລັງ​ສະ​ຫວັດ ກ່າວ​ຕື່ມ​ວ່າ: ສຳ​ລັບ​ແນວ​ຄວາມ​ຄິດ​ລິ​ເລີ່​ມ ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ ຂອງ​ສ​ະ​ຫາຍ ສີ​ຈິ້ນ​ຜິງ ແມ່ນ​ປະ​ກອບ​ສ່ວນ​ສ້າງ​ຜົນ​ປະ​ໂຫຍດ​ດ້ານ​ຕ່າງໆເຂົ້າ​ມາ​ໃນ ສ​ປ​ປ ລາວ ອັນ​ທີ່​ຍິ່ງ​ໃຫຍ່​ທີ່​ສຸດ​ແມ່ນ​ເຮັດ​ໃຫ້​ການ​ຮ່ວ​ມ​ມື​ ລາວ-ຈີນ ຮອບ​ດ້ານ ກ້າວ​ໄປ​ສູ່​ຄຸນ​ນະ​ພາບ ຈົນ​ສາ​ມາດ​ເວົ້າ​ໄດ້​ວ່າ ການ​ຮ່ວມ​ມື​ລາວ-ຈີນ ໃນ​ປັດ​ຈຸ​ບັນ ດີ​ກວ່າ​ທຸກ​ສະ​ໄໝ​ຜ່ານ​ມາ ມີ​ຄວາມ​ເຊື້ອ​ໝັ້ນ​ຢ່າງ​ຮອບ​ດ້ານ ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ຂະ​ຫຍາຍ​ຕົວ ບົນຫຼັກ​ການ​ຮ່ວມ​ມື​ກັນ​ຕ່າງ​ຝ່າຍ​ຕ່າງ​ໄດ້​ຮັບ​ຜົ​ນ​ປະ​ໂຫຍດ.

error: Content is protected !!