ການສົ່ງອອກ ແລະ ນຳເຂົ້າຂອງ ຫວຽດນາມ ບັນລຸ 316 ຕື້ USD ໃນ 6 ເດືອນຕົ້ນປີ 2023

(VOVWORLD) – ວົງເງິນສົ່ງອອກສິນຄ້າຂອງ ສ​ສ​ ຫວຽດ​ນາມໃນ ເດືອນມິຖຸນາບັນລຸ 29,3 ຕື້ USD ເພີ່ມຂຶ້ນ 4,5% ເມື່ອ ທຽບໃສ່ເດືອນກ່ອນ ຕາມຕົວເລກຫຼ້າສຸດຂອງກົມໃຫຍ່ພາສີ ຫວຽດນາມ ແລ້ວ ວົງເງິນສົ່ງອອກ ແລະ ນຳເຂົ້າສິນຄ້າຂອງ ຫວຽດນາມ ໄດ້ລື່ນກາຍຕົວເລກ 316 ຕື້ USD ໃນ 6 ເດືອນຜ່ານມາ.

ສຳ​ລັບລະອຽດແມ່ນ ວົງເງິນສົ່ງອອກສິນຄ້າໃນ ເດືອນ ມິຖຸນາ ບັນລຸ 29,3 ຕື້ USD ເພີ່ມຂຶ້ນ 4,5% ເມື່ອທຽບໃສ່ເດືອນກ່ອນ ສະນັ້ນ ຍ້ອນການເອົາ​ໃຈ​ໃສ່ໃນການເຄື່ອນໄຫວສົ່ງເສີມ ການຄ້າໄດ້ຮັບການຍູ້ແຮງ ນີ້ແມ່ນເດືອນທີ 2 ທີ່ວົງເງິນສົ່ງອອກສິນ ຄ້າມີທ່າອ່ຽງເຕີບໂຕ ພາຍຫຼັງຖືກຫຼຸດລົງແຮງເປັນໄລຍະຍາວ.

ເຖິງຢ່າງໃດກໍຕາມ ໄລ່ລວມແລ້ວ ໃນໄລຍະ 6 ເດືອນຕົ້ນປີ 2023 ວົງເງິນສົ່ງອອກສິນຄ້າ ຄາດວ່າບັນລຸ 164,45 ຕື້ USD ຫຼຸດ ລົງ 12,1% ເມື່ອທຽບໃສ່ປີ 2022 ໃນຂະນະນັ້ນ ວົງເງິນນຳເຂົ້າສິນຄ້າ ຄາດວ່າບັນລຸກວ່າ 152 ຕື້ USD ຫຼຸດລົງກວ່າ 18% ເມື່ອທຽບໃສ່ໄລຍະດຽວກັບຂອງປີ 2022 ດຸນການຄ້າຂາຍສິນຄ້າໃນ 6 ເດືອນຕົ້ນປີ ຄາດວ່າການສົ່ງອອກເກີນດຸນກວ່າ 12 ຕື້ USD (ການສົ່ງອອກເກີນດຸນໄລຍະດຽວກັນຂອງປີ 2022 ແມ່ນ 1,2 ຕື້ USD).

error: Content is protected !!