ຕາມແຫຼ່ງຂ່າວຂອງ VOVWORLD ໃຫ້ຮູ້ວ່າ: ຕອນເຊົ້າວັນທີ 5 ກໍລະກົດ ຢູ່ນະຄອນຫຼວງຮ່າໂນ້ຍ ກະຊວງຊັບພະຍາກອນ ທຳມະຊາດ ແລະ ສິ່ງແວດລ້ອມ ໄດ້ສົມທົບກັບຄະນະເລຂາອາຊຽນ ຈັດກອງປະຊຸມຄັ້ງທີ 8 ກຸ່ມປະຕິບັດງານອາຊຽນ ກ່ຽວ ກັບທາດເຄມີ ແລະ ສິ່ງເສດເຫຼືອ (ກອງປະຊຸມ AWGCW-8).

ກອງປະຊຸມດັ່ງກ່າວໄດ້ດຳເນີນໃນລະຫວ່າງວັນທີ 5-7 ກໍລະກົດ ດ້ວຍການເຂົ້າຮ່ວມຂອງສະມາຊິກຄະນະເລຂາອາຊຽນ ບັນດາປະເທດ ໃນກຸ່ມອາຊຽນ ແລະ ອົງການຈັດຕັ້ງຄູ່ຮ່ວມມື ສະມາຊິກຂອງບັນດາກຸ່ມປະຕິບັດງານຂຶ້ນກັບ ASOEN ຫວຽດນາມ ຜູ້ຕາງໜ້າບັນດາກະຊວງ ຂະແໜງການທີ່ກ່ຽວຂ້ອງ ນັກຊ່ຽວຊານ ນັກວິທະຍາສາດ ມາຈາກບັນດາສະຖາ ບັນຄົ້ນຄ້ວາ ມະຫາວິທະຍາໄລ ແລະ ອົງການຈັດຕັ້ງສາກົນ.
ກອງປະຊຸມແມ່ນເປັນໂອກາດເພື່ອໃຫ້ແຕ່ລະຝ່າຍຕີລາຄາຄືນການເຄື່ອນໄຫວຮ່ວມມືຂອງບັນດາປະເທດ ສະມາຊິກອາ ຊຽນກ່ຽວກັບທາດເຄມີ ສິ່ງເສດເຫຼືອໃນປີຜ່ານມາ ປຶກສາຫາລື ແລະ ກຳນົດທິດເພື່ອແນໃສ່ເປັນເອກະພາບກ່ຽວກັບຫຼັກການ ບັນດາເນື້ອໃນຮ່ວມມືລະຫວ່າງບັນດາປະເທດໃນພາກພື້ນໃນໄລຍະຈະມາເຖິງ ກອງປະຊຸມໄດ້ປະກອບສ່ວນເພີ່ມທະວີການ ຮ່ວມມືລະຫວ່າງບັນດາປະເທດອາຊຽນ ແລະ ສ້າງອາຊຽນຂຽວສະອາດກ່ວາເກົ່າ.