ແນວລາວສ້າງຊາດແຂວງບໍ່ແກ້ວ ລົງຢ້ຽມຢາມ ຄອບຄົວຕົວແບບທາງດ້ານການປູກ-ການລ້ຽງ

    ທ້າຍເດືອນມິຖຸນາ 2023 ຜ່ານມາ ແນວລາວສ້າງຊາດແຂວງ ບໍ່ແກ້ວ ນໍາໂດຍ ທ່ານ ດາລີວັນ ພູສະຫວັນ ຄະນະປະຈຳພັກແຂວງ ປະທານແນວລາວສ້າງຊາດແຂວງ ແລະ ຕາງໜ້າໃຫ້ຄະນະກຳມະການແນວໂຮມແຫ່ງຊາດຫວຽດນາມ ແຂວງດຽນບຽນ ນຳໂດຍທ່ານ ລໍວັນມຶງ ຄະນະປະຈຳພັກແຂວງ ຫົວໜ້າຄະນະຂົນຂວາຍ ປະທານຄະນະກໍາມະການແນວໂຮມແຫ່ງຊາດຫວຽດນາມ ແຂວງ ດຽນບຽນ ສສ ຫວຽດ ນາມ ພ້ອມດ້ວຍຄະນະ ໄດ້ລົງຢ້ຽມຢາມຄອບຄົວ ທ່ານ ນາງ ປິ່ນແກ້ວ ທຳມະວົງ ຄະນະກຳມະການແນວລາວສ້າງຊາດແຂວງ ທີ່ເປັນຄອບຄົວຕົວແບບທາງດ້ານການປູກ-ການລ້ຽງ ຢູ່ເມືອງຕົ້ນເຜີ້ງ ແຂວງບໍ່ແກ້ວ.

    ທ່ານ ນາງ ປິ່ນແກ້ວ ທຳມະວົງ ໄດ້ລາຍງານສະພາບຄວາມເປັນມາຂອງຄອບຄົວກ່ອນທີ່ຈະໄດ້ມາເປັນຄອບຄົວຕົວແບບທາງດ້ານ ການປູກ-ການລ້ຽງ ວ່າ: ຄອບຄົວຂອງຂ້າພະເຈົ້າ ແມ່ນຄອບຄົວໜຶ່ງ ທີ່ດຳລົງຊີວິດ ຢູ່ບ້ານຮົ່ມເຢັນ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ພາຍໃນຄອບຄົວມີຈຳນວນທັງໝົດ 11 ຄົນ ຍິງ 5 ຄົນ ມີແຮງງານ ຕົ້ນຕໍ 6 ແຮງງານ ໃນເມື່ອກ່ອນຄອບຄົວແມ່ນເຮັດນາ ແລະ ສວນສາລີເປັນຕົ້ນຕໍ ແລະ ຖືເອົາການລ້ຽງເປັນອາຊີບເສີມ ມີເນື້ອທີ່ນາທັງໝົດ 3,3 ເຮັກຕາ ເນື້ອທີ່ສວນ 5 ເຮັກຕາ ມີລາຍຮັບພໍແຕ່ກຸ້ມຢູ່ກຸ້ມກິນ ເພື່ອຫັນ ແລະ ປັບປຸງ ເຮັດໃຫ້ຄອບຄົວມີລາຍຮັບຫຼາຍຂື້ນ ໄດ້ຫັນປ່ຽນມາສົ່ງເສີມການປູກສາລີເຂົ້າໂພດໃຫ້ພີ່ນ້ອງ ອ້າຍ ເອື້ອຍຂອງຕົນ ໃນປີ 1990 ມີເນື້ອທີ່ທັງໝົດ 25 ເຮັກຕາ ເຮັດໃຫ້ຄອບຄົວ ມີລາຍຮັບທັງໝົດ 30 ລ້ານກີບຕໍ່ປີ.

    ໃນປີ 2000 ມີແນວຄວາມຄິດລິເລີ່ມຈາກການປູກສາລີ ເຂົ້້າ ເພື່ອມີວຽກເຮັດ ງານທຳ ສ້າງລາຍຮັບເຂົ້າຄອບຄົວ ຫຼຸດພົ້ນອອກຈາກຄວາມທຸກຍາກເທື່ອລະກ້າວ ຈຶ່ງໄດ້ເພີ່ມທຶນຂະຫຍາຍເນື້ອທີ່ເພີ່ມຂຶ້ນ ມີເນື້ອທີ່ທັງໝົດ 37,5 ເຮັກຕາ ມີລາຍຮັບເຂົ້າໃນຄອບຄົວທັງໝົດ 1 ຕື້ກວ່າກີບ ມາຮອດປີ 2003 ໄດ້ສະ ເໜີຂຶ້ນເປັນລັດວິສາຫະກິດສົ່ງເສີມການປູກ-ການລ້ຽງ  ແລະ ໄດ້ລ້ຽງງົວເປັນຄອກ ເປັນຟາມ ໃນເບື້ອງຕົ້ນມີງົວ 11 ໂຕ ມາຮອດປີ 2007 ມີງົວທັງໝົດ 70 ໂຕ ແລະ ປູກຢາງພາລາອີກ 2.000 ຕົ້ນ.

    ມາຮອດປີ 2020-2021 ການລ້ຽງສັດໃນຟາມກໍ່ພົບກັບບັນຫາຕ່າງໆ ທີ່ເກີດຈາກການແພ່ລະບາດຂອງພະຍາດໂຄວິດ-19 ເຊິ່ງເຮັດໃຫ້ລາຍຮັບຫຼຸດລົງ ເນື່ອງຈາກການນຳເຂົ້າ ແລະ ສົ່ງອອກເປັນສິນຄ້າພົບຄວາມຫຍຸ້ງຍາກ ແລະ ສັດໃນຟາມກໍ່ມີຈຳນວນຫຼຸດລົງ ຍ້ອນບໍ່ມີບ່ອນຈຳໜ່າຍ ຫຼື ຕະຫຼາດຮອງຮັບ.

    ໃນປີ 2022-2023 ຂ້າພະເຈົ້າຈຶ່ງໄດ້ຫັນປ່ຽນ ມາລ້ຽງເປັດ ໄກ່ ຫ່ານ ໃນເນື້ອທີ່ດິນທັງໝົດ 39,5 ເຮັກຕາ ປູກຂິງ 10 ໄລ່ ປັດຈຸບັນໃນຟາມມີເປັດ 5.700 ໂຕ ໄກ່ 7.200 ໂຕ ຫ່ານ 700 ໂຕ ມີໜອງປາ 8 ໜອງ ( ປ່ອຍປາ 40.000 ໂຕ ) ຄວາຍ 35 ໂຕ ງົວ 100 ໂຕ ໂຮງງານນ້ຳດື່ມ 1 ໂຮງ ໂຮງນ້ຳກ້ອນ 1 ໂຮງ ສະເລ່ຍລາຍຮັບເຂົ້າຄອບຄົວຕໍ່ປີ ໄດ້ຈາກການຂາຍນ້ຳດື່ມ ແລະ ນ້ຳກ້ອນ 105 ລ້ານກີບຕໍ່ປີ ຂາຍນໍ້າຢາງພາລາ 250 ລ້ານກີບຕໍ່ປີ ເຄື່ອງປູກ ແລະ ສັດລ້ຽງຕ່າງໆໃນຟາມ 1,5 ຕື້ກີບ.     ສັງລວມແລ້ວໃນ 1 ປີ ຄອບຄົວຂອງຂ້າພະເຈົ້າ ໄດ້ຈາກການຂາຍນໍ້່າດື່ມ ນໍ້າຢາງພາລາ ສັດລ້ຽງຕ່າງໆ ປະມານ 1,8 ຕື້ກວ່າກີບຕໍ່ປີ.

error: Content is protected !!