ມອບຫຼຽນກາມິດຕະພາບໃຫ້ແກ່ ຜູ້ປະສານງານຂອງອົງການ ສປຊ ປະຈຳ ສ​ປ​ປ ລາວ

ວັນທີ 5 ກໍລະກົດ 2023 ທີ່ ກະຊວງການຕ່າງປະເທດ ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີ ກະຊວງການຕ່າງປະເທດ ໄດ້ຕ້ອນຮັບການຢ້ຽມອໍາລາຂອງທ່ານ ນາງ ຊາຣາ ເຊເກັນເນສ (Ms. Sara Sekkenes) ຜູ້ປະ ສານງານຂອງອົງການສະຫະປະຊາຊາດ ປະຈຳ ລາວ ໃນໂອກາດສຳເລັດການປະຕິບັດໜ້າທີ່ຢູ່ ສປປ ລາວD

ໂອກາດດັ່ງກ່າວ ທ່ານຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຕີລາຄາສູງຕໍ່ກັບການປະຕິບັດໜ້າ ທີ່ຂອງຜູ້ປະສານ ງານຂອງອົງການ ສປຊ ຜູ້ທຳອິດ (RC) ພາຍຫຼັງມີການປັບປຸງລະບົບການພັດທະນາຂອງ ສປຊ (UNDS) ພ້ອມນັ້ນໄດ້ສະ ແດງຄວາມຊົມເຊີຍຕໍ່ຜົນງານຂອງທ່ານຜູ້ປະສານງານ ໃນການເສີມຂະຫຍາຍການຮ່ວມມື ການສະໜັບ ສະໜູນຊ່ວຍເຫຼືອ ອັນໄດ້ເປັນການປະກອບສ່ວນສຳຄັນເຂົ້າໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ຂອງ ສປປ ລາວ ໃນໄລະຍະຜ່ານມາ.

ພາຍຫຼັງການເຂົ້າຢ້ຽມຄໍານັບອຳລາກໍ ທ່ານ ສະເຫຼີມໄຊ ກົມມະສິດ ໄດ້ຕາງໜ້າລັດຖະບານລາວ ມອບຫຼຽນກາມິດຕະພາບ ໃຫ້ແກ່ ທ່ານ ນາງ ຊາຣາ ເຊເກັນເນສ ທີ່ມີຜົນງານໃນການຈັດຕັ້ງປະຕິບັດວຽກງານຂອງຜູ້ກ່ຽວແຕ່ປີ 2019 ເປັນຕົ້ນມາ ໂດຍມີພະນັກງານຂັ້ນສູງຈາກບັນດາກະຊວງຂະແໜງການກ່ຽວຂ້ອງ ແລະ ຜູ້ຕາງໜ້າຈາກອົງການເຄືອຂ່າຍ ສປຊ ປະຈຳ ສປປ ລາວ ເຂົ້າຮ່ວມເປັນສັກຂີພະຍານ. ໃນພິທີການມອບຫຼຽນ ທ່ານ ນາງ ຊາຣາ ເຊເກັນເນສ ໄດ້ກ່າວສະແດງຄວາມ ຂອບໃຈຢ່າງສູງ ຕໍ່ລັດຖະບານ ແຫ່ງ ສປປ ລາວ ກໍຄືກະຊວງການຕ່າງປະເທດ ແລະ ບັນດາຂະແໜງການທີ່ກ່ຽວຂ້ອງ ທີ່ໄດ້ ໃຫ້ການຮ່ວມມື ສະໜັບສະໜູນການຊ່ວຍເຫຼືອ ແລະ ອຳນວຍຄວາມສະດວກຕະຫຼອດໄລຍະການປະຕິບັດໜ້າທີ່ວຽກງານ ຢູ່ ສປປ ລາວ ຈົນປະສົບຜົນສໍາເລັດເປັນຢ່າງດີ ພ້ອມທັງໃຫ້ຄຳໝັ້ນສັນຍາວ່າ ຫ້ອງການຜູ້ປະສານງານຂອງອົງການ ສປຊ ປະຈຳ ສປປ ລາວ (UNRCO) ຈະສືບຕໍ່ໃຫ້ການຮ່ວມມື ແລະ ສະຫນັບສະຫນູນ ສປປ ລາວ ໃນຕໍ່ໜ້າ.

error: Content is protected !!