ຮ່ວມມືພັດທະນານຳໃຊ້ລາຍເຊັນ ເອເລັກໂຕຣນິກເຂົ້າໃນລະບົບຄຸ້ມຄອງງົບປະມານ

ໃນວັນທີ 4 ກໍລະກົດ 2023 ຜ່ານມານີ້ ທີ່ກົມສ່ວຍສາອາກອນ ກະຊວງການເງິນ ໄດ້ມີພີທີເຊັນສັນຍາການຮ່ວມມືພັດທະນາ ນຳໃຊ້ລາຍເຊັນເອເລັກໂຕຣນິກ (Certificate Authority/Digital Signature) ເຂົ້າໃນລະບົບຄຸ້ມຄອງງົບປະມານແຫ່ງລັດ (ລາຍຮັບ-ລາຍຈ່າຍ) ລະຫວ່າງສູນອິນເຕີເນັດແຫ່ງຊາດ ກະຊວງເຕັກໂນໂລຊີ ແລະ ການສື່ສານ ແລະ ກົມເຕັກໂນໂລຊີຂໍ້ມູນ ຂ່າວສານການເງິນ ກະຊວງການເງິນ.

ການເຊັນສັນຍາຮ່ວມມືຄັ້ງນີ້ ເພື່ອຮ່ວມກັນສຶກສາ ພັດທະນາ ຕິດຕັ້ງ ແລະ ນໍາໃຊ້ລາຍເຊັນເອເລັກໂຕຣນິກ (Certificate Authority/Digital Signature) ຂອງສູນອິນເຕີເນັດແຫ່ງຊາດ ກະຊວງເຕັກໂນໂລຊີ ແລະ ການສື່ສານ ເຂົ້າໃນລະບົບຄຸ້ມ ຄອງງົບປະມານແຫ່ງລັດ (ລາຍຮັບ-ລາຍຈ່າຍ) ຂອງກະຊວງການເງິນເປັນຕົ້ນ: ລະບົບແຈ້ງພາສີປະຕູດຽວແຫ່ງຊາດ (ASYCUDA, NSWA+) ຂອງກົມພາສີ ລະບົບຂໍ້ມູນຂ່າວສານຄຸ້ມຄອງລາຍຮັບບົດສະຫຼຸບລາຍງານການເງິນ-ບັນຊີຂອງບໍ ລິສັດ/ຫົວໜ່ວຍທຸລະກິດ ແລະ ໃບແຈ້ງມອບອາກອນຂອງກົມສ່ວຍສາອາກອນ (TaxRIS) ລະບົບຄຸ້ມຄອງຄັງເງິນແຫ່ງ ຊາດໃນການອອກໃບອະນຸມັດລາຍຈ່າຍງົບປະມານໃບຄໍາສັ່ງຈ່າຍເງິນ ໃບຖອນເງິນຂອງກົມງົບປະມານແຫ່ງລັດ (RTIS, GFIS+) ແລະ ລະບົບຄຸ້ມຄອງເອກະສານແບບເອເລັກໂຕຣນິກ (i-Office) ເພື່ອຫຼຸດຜ່ອນຂັ້ນຕອນໃນການດຳເນີນເອກະສານ ແບບເຈ້ຍ ສົ່ງເສີມການສົ່ງຮັບເອກະສານແບບເອເລັກໂຕຣນິກຜ່ານທາງອອນລາຍໃຫ້ຮັບປະກັນຄວາມຖືກຕ້ອງ ປອດໄພ ແລະ ວ່ອງໄວ ເປັນການປະກອບສ່ວນທີ່ສໍາຄັນເຂົ້າໃນວຽກງານການຫັນເປັນທັນສະ ໄໝຂອງຂະແໜງການເງິນ ທັງເປັນ ການຊຸກຍູ້ສົ່ງເສີມການຈັດເກັບລາຍຮັບເພີ່ມ ແລະ ຄຸ້ມຄອງການຮົ່ວໄຫຼຂອງລາຍຈ່າຍຕາມວາລະແຫ່ງຊາດວ່າດ້ວຍ ການແກ້ ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ນໍາອີກດ້ວຍ.

ທ່ານ ປອ ວິໄລທອງ ສຸດທະວິໄລ ຫົວໜ້າກົມເຕັກໂນໂລຊີຂໍ້ມູນຂ່າວສານການເງິນ ກະຊວງການເງິນ ໄດ້ກ່າວໃນພິທີວ່າ: ການ ຮ່ວມມືພັດທະນານຳໃຊ້ລາຍເຊັນເອເລັກໂຕຣນິກ (CA) ເຂົ້າໃນລະບົບຄຸ້ມຄອງງົບປະມານແຫ່ງລັດ ຂອງກະຊວງການເງິນລະ ຫວ່າງກົມເຕັກໂນໂລຊີຂໍ້ມູນຂ່າວສານການເງິນ ແລະ ສູນອິນເຕີເນັດແຫ່ງຊາດ ໃນທາມກາງທີ່ແຕ່ລະຂະແໜງການກຳລັງ ຂຸ້ນຂ້ຽວຈັດຕັ້ງປະຕິບັດວາລະແຫ່ງຊາດ ເພື່ອແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນໃຫ້ປະກົດຜົນເປັນຈິງ ກະຊວງການເງິນໄດ້ສຸມໃສ່ພັດທະນາຍົກລະດັບລະບົບຄຸ້ມຄອງງົບປະມານແຫ່ງລັດ (ລາຍຮັບ-ລາຍຈ່າຍ)ໃຫ້ເປັນດິຈິຕ໋ອນ ເທື່ອລະກ້າວໂດຍສະເພາະລວມສູນການຊຳລະພາສີ-ອາກອນ ຄ່າທຳນຽມ ຄ່າບໍລິການ ແລະ ເບີກຈ່າຍຜ່ານລະບົບທະນາ ຄານ ເຊື່ອມຕໍ່ລະບົບພາຍໃນກະຊວງການເງິນ ແລະ ຂະແໜງການທີ່ກ່ຽວຂ້ອງໃນການຄຸ້ມຄອງ ວິເຄາະ ແລະ ວິໄຈຂໍ້ມູນ ລາຍຮັບໄປຄຽງຄູ່ກັບການຫຼຸດຜ່ອນຂັ້ນຕອນ ປັບປຸງກົນໄກການຈັດຕັ້ງປະຕິບັດວຽກງານໃຫ້ກະທັດຮັດ ມີຄວາມສະດວກ ວ່ອງໄວ ແລະ ມີຄວາມໂປ່ງໃສ່.

ທ່ານ ມີນາໄຊ ພິລາວົງ ຫົວໜ້າສູນອິນເຕີເນັດແຫ່ງຊາດ ໄດ້ສະເໜີໃຫ້ຮູ້ກ່ຽວກັບຄວາມໝາຍສຳຄັນ ແລະ ຄວາມຈຳເປັນໃນ ການນຳໃຊ້ລາຍເຊັນເອເລັກໂຕຣນິກໃນຍຸກການພັດທະນາເສດຖະກິດດິຈິຕ໋ອນ ພ້ອມທັງຊີ້ໃຫ້ເຫັນເຖິງການພັດທະ ນາດັ່ງ ກ່າວແມ່ນສອດຄ່ອງກັບວິໄສທັດການພັດທະນາເສດຖະກິດດິຈິຕ໋ອນແຫ່ງຊາດໄລຍະ 20 ປີ (2021-2040) ຍຸດທະສາດ ການພັດທະນາເສດຖະກິດດິຈິຕ໋ອນແຫ່ງຊາດ ໄລຍະ 10 ປີ (2021-2030) ແຜນພັດທະນາເສດຖະກິດດິຈິຕ໋ອນແຫ່ງຊາດ ໄລຍະ 5  ປີ (2021-2025) ທີ່ສະພາແຫ່ງຊາດໄດ້ຮັບຮອງ ແລະ ລັດຖະບານ ໄດ້ປະກາດນໍາໃຊ້.

ການລົງນາມຄັ້ງ​ນີ້​ມີ​ຂຶ້ນ​ລະ​ຫ​ວ່າງ ທ່ານ ມີນາໄຊ ພິລາວົງ ຫົວໜ້າສູນອິນເຕີເນັດແຫ່ງຊາດ ກະຊວງເຕັກໂນໂລຊີ ແລະ ການ ສື່ສານ ກັບ ທ່ານ ປອ ວິໄລທອງ ສຸດທະວິໄລ ຫົວໜ້າກົມເຕັກໂນໂລຊີຂໍ້ມູນຂ່າວສານການເງິນ ກະຊວງການເງິນ ໃຫ້ກຽດເຂົ້າ ຮ່ວມຂອງ ທ່ານ ແກ້ວວິສຸກ ໂສລະພົມ ຮອງລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ ແລະ ທ່ານ ບຸນປອນ ວັນນະ ຈິດ ຮອງລັດຖະມົນຕີກະຊວງການເງິນ ມີຫົວໜ້າຫ້ອງການ ຄະນະກົມ ຄະນະພະແນກທັງສອງກະຊວງ ແລະ ແຂກຖືກເຊີນ ເຂົ້າຮ່ວມ.

error: Content is protected !!