ໂຮງຮຽນມິດຕະພາບ ລາວ-ຫວຽດນາມ ແຂວງສະຫວັນນະເຂດ ໄດ້ຮັບການຊ່ວຍເຫຼືອຢ່າງຕໍ່ເນື່ອງ

    ອາຄານສະໂມສອນອະເນກປະສົງ ໂຮງຮຽນ ສາມັນມິດຕະພາບ ລາວ-ຫວຽດນາມ ທີ່ແຂວງສະຫວັນນະເຂດ ເປີດນໍາໃຊ້ອາຄານອະເນກປະສົງຫຼັງໃໝ່ ໂດຍທຶນຊ່ວຍເຫຼືອຈາກນະຄອນດານັງ ສສ ຫວຽດນາມ ປີ 2022 ມູນຄ່າ 4,8 ຕື້ດົງ ຫຼື ປະມານ 4,4 ຕື້ກີບ ເພື່ອເປັນບ່ອນເຕົ້າໂຮມ ຫຼິ້ນກີລາ ແລະ ອື່ນໆ.

    ພິທີເປີດການນໍາໃຊ້ອາຄານສະໂມສອນອະເນກປະສົງດັ່ງກ່າວ ມີຂຶ້ນໃນວັນທີ 3 ກໍລະກົດ 2023 ທີ່ໂຮງຮຽນດັ່ງກ່າວ ໂດຍມີທ່ານ ນາງ ຫຼິງທອງ ແສງຕາວັນ ຮອງເຈົ້າແຂວງສະຫວັນນະເຂດ ທ່ານ ນາງ ດັ້ງ ທິ ຫາຍ ເຕິມ ກົງສຸນໃຫຍ່ ແຫ່ງ ສສ ຫວຽດນາມ ປະຈໍາແຂວງສະຫວັນນະເຂດ ທ່ານ ປອ ສຸກສົມພອນ ອະໂນໄທ ຫົວໜ້າພະແນກສຶກສາທິການ ແລະ ກີລາແຂວງ ພ້ອມດ້ວຍ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

    ທ່ານ ເລືອງໄຊ ບຸນໂຊກວັນ  ປະທານສະມາຄົມຊາວຫວຽດນາມ ປະຈໍາແຂວງສະຫວັນນະເຂດ ໄດ້ກ່າວລາຍງານການກໍ່ສ້າງອາຄານສະໂມສອນອະເນກປະສົງ ໂຮງຮຽນມິດຕະພາບ ລາວ-ຫວຽດນາມ ແຂວງສະຫວັນນະເຂດ ຍົກໃຫ້ເຫັນວ່າ: ໂດຍເຫັນໄດ້ນໍ້າໃຈມິດຕະພາບ ອັນເປັນມູນເຊື້ອຄວາມສາມັກຄີແບບພິເສດ ລະຫວ່າງ 2 ປະເທດ ລາວ-ຫວຽດນາມ ເວົ້າສະເພາະ ລະຫວ່າງ ນະຄອນດາໜັງ ແລະ ແຂວງສະຫວັນນະເຂດ ໃນໄລຍະຜ່ານມາ ມີການຮ່ວມມືດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບຂົງເຂດຖະແຫຼງຂ່າວ ວັດທະນະທໍາ ແລະ ສາທາລະນະສຸກ ພິເສດ ອັນທີ່ເປັນຜົນງານແຫ່ງການຮ່ວມມືອັນໃໝ່ ແມ່ນຂົງເຂດການສຶກສາ ມີການບໍາລຸງສ້າງໃນເຂດທ້ອງຖິ່ນ ອັນເປັນການປະກອບສ່ວນຍົກສູງລະດັບການສຶກສາ ຮັກສາວັດທະນະທໍາ ດ້ວຍການເພີ່ມຫຼັກສູດການຮຽນພາສາຫວຽດນາມ ໃຫ້ແກ່ລູກຫຼານຊາວຫວຽດນາມຢູ່ແຂວງສະຫວັນນະເຂດ ໃນຜ່ານມາ ການນໍານະຄອນດາໜັງ ໄດ້ມອບທຶນການສຶກສາ  2 ທຶນຕໍ່ປີ ເພື່ອໃຫ້ລູກຫຼານຊາວຫວຽດກຽວ ທີ່ແຂວງສະຫວັນນະເຂດ ໄປສຶກສາທີ່ມະຫາວິທະຍາໄລສ້າງຄູດານັງ ເພື່ອກັບມາສິດສອນທີ່ແຂວງສະຫວັນນະເຂດ ການທີ່ໄດ້ອາຄານ ສະໂມສອນອະເນກປະສົງຫຼັງນີ້ ເກີດຂຶ້ນໄດ້ຍ້ອນວ່າ: ໃນໄລຍະເດືອນກໍລະກົດ 2022 ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ຄົບຮອບ 60 ປີ ແລະ ວັນເຊັນສົນທິສັນຍາມິດຕະພາບ ລາວ-ຫວຽດນາມ ຄົບຮອບ 45 ປີ ຄະນະຜູ້ແທນຂັ້ນສູງ ນະຄອນດານັງ ໄດ້ຢ້ຽມຢາມ ແລະ ເຮັດວຽກຮ່ວມກັບການນໍາແຂວງສະຫວັນນະເຂດ ຫຼັງຈາກນັ້ນ ໄດ້ຢ້ຽມຢາມໂຮງຮຽນມິດຕະພາບ ລາວ-ຫວຽດນາມ ແລະ ໄດ້ຕັດສິນໃຈສະໜັບສະ  ໜູນ ສະມາຄົມຊາວຫວຽດນາມ ດ້ວຍງົບປະມານ 4,8 ຕື້ດົງ ຫຼື ປະມານ 4,4 ຕື້ກີບ ເພື່ອກໍ່ສ້າງອາຄານອະເນກປະສົງດັ່ງກ່າວ

    ໂອກາດດຽວກັນ ທ່ານ ນາງ ຫຼິງທອງ ແສງຕາວັນ ໄດ້ຕີລາຄາສູງຕໍ່ຜົນງານການຮ່ວມມືຂອງສອງປະເທດ ລາວ ແລະ ຫວຽດນາມ ພ້ອມກັນນີ້ ໄດ້ສະແດງຄວາມປິຕິຊົມຊື່ນຕໍ່ການພົວພັນ ແລະ ການປະສານວຽກທຸກພາກສ່ວນ ທີ່ໃຫ້ອາຄານໄດ້ລົງມືກໍ່ສ້າງຜ່ານມາ ສະແດງຄວາມຂອບໃຈຕໍ່ການນໍາ ນະຄອນດານັງ ແລະ ແຂວງສະຫວັນນະເຂດ ທີ່ເຮັດໃຫ້ການກໍ່ສ້າງສໍາເລັດຕາມແຜນ ເພື່ອໃຫ້ໄດ້ນໍາໃຊ້ອາຄານດັ່ງກ່າວໄດ້ຫຼາຍກິດຈະກໍາ ໂດຍສະເພາະ ກີລາ ສິລະປະ ແລະ ກິດຈະກໍາອື່ນໆ ເພື່ອໃຫ້ນັກຮຽນ ໄດ້ປະຕິບັດຕາມ 5 ຫຼັກມູນ ແລະ 3 ລັກສະນະຂອງການສຶກສາ ອັນໄດ້ກວມເອົາ ສິລະປະສຶກສາ ພະລະສຶກສາ ແລະ ລວມໄປເຖິງຄຸນສົມບັດສຶກສາ.

error: Content is protected !!