ກົມຕໍາຫຼວດລົດໄຟ ກົມໃຫຍ່ຕໍາຫຼວດ ກະຊວງ ປກສ ໄດ້ສະຫຼຸບການເຄື່ອນໄຫວຈັດ ຕັ້ງປະຕິບັດວຽກງານປ້ອງກັນຄວາມສະ ຫງົບປອດໄພ ທາງລົດໄຟ ລາວ-ຈີນ 6 ເດືອນຕົ້ນປີ ແລະ ໜ້າທີ່ ວຽກງານສືບຕໍ່ 6 ເດືອນທ້າຍປີ 2023 ເພື່ອເປັນການຕີລາຄາການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ ພ້ອມນັ້ນກໍເພື່ອຊອກຫາວິທີທາງເພື່ອເຮັດໃຫ້ວຽກງານປ້ອງກັນຄວາມສະ ຫງົບປອດໄພ ທາງລົດໄຟ ລາວ-ຈີນ ໄດ້ຮັບການຈັດຕັ້ງປະຕິບັດຢ່າງມີປະສິດທິຜົນ.

ກອງປະຊຸມດັ່ງກ່າວຈັດຂຶ້ນໃນວັນທີ 30 ມິຖຸ ນາ 2023 ເປັນປະທານໂດຍ ທ່ານ ພັອ ໄກສອນ ແກ້ວມະນີ ຫົວໜ້າກົມຕໍາ ຫຼວດລົດໄຟ ມີຄະນະຄຸ້ມຄອງໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ແຂກຮັບເຊີນຈາກກົມສູ້ຮົບກົມໃຫຍ່ເສນາທິການກອງ ທັບ ກົມທາງລົດໄຟ ກະຊວງໂຍ ທາທິການ ແລະ ຂົນສົ່ງ ບໍລິສັດ ທາງລົດໄຟ ລາວ-ຈີນ ຈໍາກັດ ບໍລິສັດຮັກສາຄວາມປອດ ໄພລະຫວ່າງປະ ເທດ ບໍລິສັດຮັກສາຄວາມປອດໄພ ພະແນກຕໍາຫຼວດລົດໄຟ ປກສ ນະຄອນຫຼວງ ເຂົ້່າຮ່ວມ.
ທ່ານ ພັທ ສຸລີຈັນ ສີສະຫວັດ ຮອງຫົວໜ້າກົມຕໍາຫຼວດລົດໄຟ ກ່າວວ່າ: 6 ເດືອນຕົ້ນປີ ມີສະພາບປະກົດການຫຍໍ້ທໍ້ເກີດ ຂຶ້ນຢູ່ທາງລົດ ໄຟ ລາວ-ຈີນ ຫຼາຍເລື່ອງ ເປັນຕົ້ນກວດພົບຜູ້ໂດຍສານມີຢາເສບຕິດ ຖືອາວຸດ ແລະ ລູກກະສູນບໍ່ມີເອ ກະສານ ຖືກຕ້ອງ ດື່ມສິ່ງມືນເມົາ ແລະ ວາງໄມ້ຄ້ອນ ກ້ອນຫີນໃສ່ລາງລົດໄຟ ໄຟໄໝ້ປ່າລາມໃສ່ຮົ້ວ ແລວທາງລົດໄຟ ລົດໄຟຕຳສັດ ລົດໄຟຕຳຄົນຍ່າງຕາມທາງລົດໄຟເສຍຊີວິດ ໃຊ້ປີ້ລົດໄຟບໍ່ຖືກຕ້ອງ ການຊື້-ຂາຍປີ້ລົດໄຟມີຄວາມແອອັດສັບສົນ ມີກຸ່ມຄົນຈຳ ນວນໜຶ່ງກັກຕຸນປີ້ໄວ້ ເພື່ອເອົາຄ່ານາຍໜ້າ ແລະ ບັນຫາອື່ນໆ ທີ່ຕຳຫຼວດລົດໄຟ ສາມາດເກັບກຳໄດ້ທັງໝົດມີ 39 ເລື່ອງ ແກ້ໄຂໄດ້ 18 ເລື່ອງ ກັກຜູ້ກະທຳຜິດໄດ້ 6 ຄົນ.

ນອກນັ້ນ ຄະນະນໍາ-ຄະນະບັນຊາແຕ່ລະພາກສ່ວນແຕ່ລະຂັ້ນໄດ້ມີຄວາມເອົາໃຈໃສ່ໃນການນຳພາ ຊີ້ນຳ-ບັນຊາກຳລັງຂອງ ຕົນໃນການປະຕິບັດໜ້າທີ່ປ້ອງກັນຄວາມສະຫງົບປອດໄພ ທາງລົດໄຟ ສາມາດຮັບປະກັນຄວາມປອດໄພໃຫ້ແກ່ການເດີນ ລົດ ໄຟໄດ້ເປັນຢ່າງດີ ລະບົບການປ້ອງກັນດ້ວຍສິ່ງກີດຂວາງ ກໍສາມາດປ້ອງກັນສະກັດກັ້ນຄົນ ສັດບໍ່ໃຫ້ເຂົ້າໄປໃນແລວທາງ ລົດໄຟໄດ້ໂດຍພື້ນຖານ ລະບົບເຄື່ອງເອັກ ສະເລ ກ້ອງວົງ ຈອນປິດຕາມຂະບວນລົດ ສະຖານີ ແລະ ແລວທາງລົດໄຟກໍມີຈຳ ນວນໜຶ່ງສາມາດບັນທຶກຂໍ້ມູນຫຼັກຖານໃຫ້ເຈົ້າໜ້າທີ່ກ່ຽວຂ້ອງໄປດໍາເນີນຄະດີຕໍ່ຜູ້ກະທຳຜິດ ແຕ່ລະພາກສ່ວນກໍມີກຳລັງ ຂອງຕົນ ໃນການປະຕິບັດໜ້າທີ່ຕົວຈິງ ແລະ ມີຄວາມຮັບຜິດຊອບສູງຕໍ່ໜ້າທີ່ວຽກງານສາມາດປ້ອງກັນ ສະກັດກັ້ນ ແລະ ແກ້ໄຂສະພາບປະກົດການຫຍໍ້ທໍ້ທີ່ເກີດຂຶ້ນໄດ້ຢ່າງທັນການ ລະບົບກົນໄກປະສານງານລະຫວ່າງພາກສ່ວນທີ່ກ່ຽວຂ້ອງ ນຳກັນ ກໍເຮັດໄດ້ດີ ມີການຈັດກອງປະຊຸມປຶກສາຫາລືແລກປ່ຽນຖອດຖອນບົດຮຽນກ່ຽວກັບວຽກງານຮັກສາຄວາມປອດ ໄພທາງລົດໄຟ ໃນໄລຍະຜ່ານມາ ພ້ອມທັງລາຍງານສະພາບເຫດການທີ່ເກີດຂຶ້ນ ແລະ ໄດ້ປະສານສົມທົບກັນແກ້ໄຂໄດ້ຢ່າງ ທັນການ ເຮັດໃຫ້ສະພາບປະກົດການຫຍໍ້ທໍ້ຢູ່ຕາມຂະບວນ ສະຖານີ ແລະ ແລວທາງລົດໄຟ ໄດ້ຫຼຸດລົງ ຖ້າທຽບໃສ່ໃນປີ 2022 ຜ່ານມາ ແຕ່ລະພາກສ່ວນກ່ຽວຂ້ອງນໍາກັນໄດ້ມີຄວາມສາມັກຄີເຂົ້າອົກເຂົ້າໃຈກັນດີ ມີການຊຸກຍູ້ຊ່ວຍເຫຼືອເຊິ່ງກັນ ແລະ ກັນໃນການປະຕິບັດໜ້າທີ່ວຽກງານ ກໍຄື ການດຳລົງຊີວິດ ແລະ ບັນຫາອື່ນໆເຫັນວ່າເຮັດໄດ້ເປັນຢ່າງດີ.
ໃນຕໍ່ໜ້າ ແຕ່ລະພາກສ່ວນຕ້ອງປັບປຸງແບບແຜນການນຳພາ-ບັນຊາ ແລະ ວິທີເຮັດວຽກຢ່າງວິທະຍາສາດ ຍົກສູງຄວາມຮັບ ຜິດຊອບໃນການປະຕິບັດໜ້າທີ່ວຽກ ງານຂອງຕົນ ແຕ່ລະພາກສ່ວນຕ້ອງປັບປຸງກຳລັງຂອງຕົນໃຫ້ພຽງພໍ ແລະ ເຂັ້ມແຂງ ຕິດຕາມ ກວດກາ ຄຸ້ມຄອງ ສຶກສາອົບຮົມການເມືອງ-ແນວຄິດໃຫ້ເປັນປົກກະຕິ ແລະ ແກ້ໄຂດ້ານຫຍໍ້ທໍ້ເກີດຂຶ້ນຢ່າງທັນ ການ.
ພາບ-ຂ່າວ ຄວາມສະຫງົບ Lao Security News