ລັດ​ຖະ​ບານ ຈັດ​ກອງ​ປະ​ຊຸມເປີດກວ້າງ ຄັ້ງທີ I ​ ຫາ​ລື​ເພື່ອແກ້​ໄຂ​ບັນ​ຫາ​​ສຳ​ຄັນ​ຂອງ​ຊາດ

ກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2023 ໄດ້ໄຂຂຶ້ນ ໃນຕອນເຊົ້າຂອງວັນທີ 4 ກໍລະກົດ 2023 ທີ່ຫໍປະຊຸມແຫ່ງ ຊາດ ນະຄອນຫຼວງວຽງຈັນ ພາຍໃຕ້ການເປັນປະທານຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ມີບັນດາທ່ານ ຮອງນາຍົກລັດຖະມົນຕີ ສະມາຊິກລັດຖະບານ ທ່ານເຈົ້າແຂວງ ເຈົ້າຄອງນະຄອນຫຼວງວຽງຈັນ ຜູ້ຕາງໜ້າອົງການຈັດຕັ້ງພັກ -ລັດ ທຽບເທົ່າກະຊວງ ສູນກາງແນວລາວສ້າງຊາດ ອົງການນິຕິບັນຍັດ ອົງການຕຸລາການ ສະຫະພັນນັກຮົບເກົ່າແຫ່ງຊາດ ລາວ ບັນດາອົງການຈັດຕັ້ງມະຫາຊົນ ອົງການກວດກາແຫ່ງລັດ ອົງການກວດສອບແຫ່ງລັດ ເຂົ້າຮ່ວມແບບເຊິ່ງໜ້າ ແລະ ທ່ານເຈົ້າແຂວງຈຳນວນໜຶ່ງ ເຂົ້າຮ່ວມຜ່ານລະບົບກອງປະຊຸມທາງໄກ.

ກອງປະຊຸມຄັ້ງນີ້ ດໍາເນີນໄປໃນທ່າມກາງບັນຍາກາດທີ່ສະພາບການສາກົນ ແລະ ພາກພື້ນ ຍັງສືບຕໍ່ຜັນແປຢ່າງສະຫຼັບ ຊັບ ຊ້ອນ ແລະ ທ້າທາຍຫຼາຍດ້ານ ໂດຍສະເພາະ ຄວາມຂັດແຍ່ງທາງດ້ານການເມືອງ ການທະຫານ ບັນຫາຄວາມຫຍຸ້ງ ຍາກ ດ້ານເສດຖະກິດ-ການເງິນ ການທະນາຄານ ສິ່ງທ້າທາຍກ່ຽວກັບດິນຟ້າອາກາດ ໄພທຳມະຊາດ ການລະບາດຂອງພະຍາດ ແລະ ອື່ນໆ ເຮັດໃຫ້ເສດຖະກິດໂລກມີການຂະຫຍາຍຕົວຊ້າລົງ ເມື່ອທຽບໃສ່ປີຜ່ານມາ ຫຼຸດລົງຈາກ 3,4% ໃນປີ 2022 ມາ ຢູ່ໃນລະດັບ 2,8% ໃນປີ 2023.

ສໍາລັບປະເທດລາວເຮົາ ກໍບໍ່ສາມາດຫຼີກລ່ຽງຜົນກະທົບຈາກສະພາບດັ່ງກ່າວ ເຊິ່ງໄດ້ກະທົບຕໍ່ສະຖຽນລະພາບເສດຖະກິດ ມະຫາພາກ ບັນຫາດ້ານເສດຖະກິດ-ການເງິນ ເປັນຕົ້ນ ການຂາດດຸນງົບປະມານ ແລະ ເງິນຕາ ຄວາມຕ້ອງການນໍ້າມັນ ເຊື້ອໄຟ ແລະ ສິນຄ້າຕ່າງໆເພີ່ມຂຶ້ນ ເຮັດໃຫ້ຂາດເຂີນເງິນຕາຕ່າງປະເທດ ເງິນກີບອ່ອນຄ່າ ອັດຕາເງິນເຟີ້ເພີ່ມສູງຂຶ້ນ ເຖິງ ແມ່ນວ່າມາຮອດປັດຈຸບັນ ການຜະລິດ ການບໍລິການຕ່າງໆ ໄດ້ມີທ່າອ່ຽງທີ່ດີຂຶ້ນ ສິ່ງທີ່ສໍາຄັນຈໍາເປັນ ແລະ ຮີບດ່ວນທີ່ສຸດ ໃນໄລຍະນີ້ ແມ່ນຕ້ອງໄດ້ສຸມກໍາລັງແຮງ ຂອງທຸກພາກສ່ວນໃນສັງຄົມ ເພື່ອແກ້ໄຂບັນຫາເຄັ່ງຮ້ອນຂອງເສດຖະ ກິດ-ສັງຄົມ ເພື່ອຟື້ນຟູເສດຖະກິດຂອງປະເທດ ໃຫ້ຄືນສູ່ສະພາບປົກກະຕິໂດຍໄວ ປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ ໄປ ຄຽງຄູ່ກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຕິດພັນກັບ 2 ວາລະແຫ່ງຊາດ ໃຫ້ເປັນຮູບປະທໍາ.

ກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2023 ຈະດຳເນີນໄປເປັນເວລາ 2 ວັນເຄິ່ງ ເຊິ່ງເນື້ອໃນ ຈະໄດ້ພ້ອມກັນປຶກສາ ຫາລື ຄົ້ນຄວ້າ 15 ຫົວຂໍ້ ທີ່ສໍາຄັນ ແລະ ເຄັ່ງຮ້ອນ ໃນການຈັດຕັ້ງຜັນຂະຫຍາຍແຜນພັດທະນາເສດຖະກິດ-ສັງຄົມ ຕິດ ພັນກັບແຜນວຽກຈຸດສຸມຂອງ 2 ວາລະແຫ່ງຊາດ ກໍຄື ການແກ້ໄຂບັນຫາລວມຂອງຊາດ ດັ່ງນີ້:

1. ສະຫຼຸບຕີລາຄາ ສະພາບພົ້ນເດັ່ນ ໃນ 6 ເດືອນຕົ້ນປີ ແລະ ທິດທາງແຜນວຽກຈຸດສຸມ 6 ເດືອນທ້າຍປີ 2023 ຂອງລັດຖະ ບານ.

2. ສະຫຼຸບລາຍງານ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ 6 ເດືອນຕົ້ນປີ ແລະ ສະເໜີແຜນແບ່ງຄວາມຮັບຜິດຊອບ ໃນການຈັດຕັ້ງປະຕິບັດແຜນວຽກຈຸດສຸມ 6 ເດືອນທ້າຍປີ 2023.

3. ສະຫຼຸບລາຍງານ ຄວາມຄືບໜ້າໃນການປັບປຸງສະພາບແວດລ້ອມການລົງທຶນ 6 ເດືອນຕົ້ນປີ ຕາມການແບ່ງຄວາມ ຮັບຜິດຊອບ ໃນດຳລັດ ສະບັບເລກທີ 90/ນຍ ແລະ ສະເໜີແຜນວຽກໃນ 6 ເດືອນທ້າຍປີ 2023 ການແກ້ໄຂໜີ້ສິນ ການລົງທຶນຂອງລັດ.

4. ສະຫຼຸບລາຍງານ ຄວາມຄືບໜ້າໃນການແກ້ໄຂຜົນການກວດສອບ ຕາມການແບ່ງຄວາມຮັບຜິດຊອບ ໃນ ດຳລັດ ສະບັບ ເລກທີ 90/ນຍ ແລະ ທິດທາງແກ້ໄຂໃນຕໍ່ໜ້າ.

5. ສະຫຼຸບລາຍງານ ຄວາມຄືບໜ້າໃນການຈັດຕັ້ງ ການເກັບລາຍຮັບເປັນທັນສະໄໝ 6 ເດືອນຕົ້ນປີ ຕາມການແບ່ງຄວາມຮັບ ຜິດຊອບ ໃນດຳລັດ ສະບັບເລກທີ 90/ນຍ ແລະ ສະເໜີແຜນວຽກການຫັນເປັນທັນສະໄໝໃນ 6 ທ້າຍປີ 2023.

6. ລາຍງານການແກ້ໄຂບັນຫາເງິນເຟີ້ ແລະ ການຄຸ້ມຄອງອັດຕາແລກປ່ຽນ.

7. ລາຍງານການຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການທີ່ແພງຂຶ້ນ ແລະ ມາດຕະການແກ້ໄຂໃນ 6 ເດືອນທ້າຍປີ 2023.

8. ລາຍງານສະພາບການຜະລິດລະດູແລ້ງຜ່ານມາ ແລະ ການຜະລິດລະດູຝົນ 2023 ຕິດພັນກັບມາດຕະການຮັບມືກັບໄພ ແລ້ງ ການແກ້ໄຂການບຸກລຸກປ່າໄມ້ ແລະ ໄຟໄໝ້ປ່າ.

9. ສະຫຼຸບລາຍງານ ຄວາມຄືບໜ້າໃນການຈັດຕັ້ງປະຕິບັດ ມະຕິຕົກລົງ ເລກທີ 14/ລບ ລົງວັນທີ 26 ທັນວາ 2022 ວ່າດ້ວຍ ການກໍານົດໜ້າວຽກ ແລະ ແບ່ງຄວາມຮັບຜິດຊອບ ໃຫ້ບັນດາກະຊວງ ແລະ ອົງການປົກຄອງທ້ອງຖິ່ນ ໃນການຈັດຕັ້ງປະ ຕິບັດມະຕິຕົກລົງ ຂອງຄະນະບໍລິຫານງານສູນກາງພັກ ສະບັບເລກທີ 26/ຄບສພ ລົງວັນທີ 03 ສິງຫາ 2017 ກ່ຽວກັບການ ເພີ່ມທະວີວຽກງານຄຸ້ມຄອງ ແລະ ພັດທະນາທີ່ດິນ ໃນໄລຍະໃໝ່.

10. ລາຍງານມາດຕະການແກ້ໄຂ ບັນຫາການຮຽນ-ການສອນ ນັກຮຽນຂາດຮຽນ ຮຽນບໍ່ຈົບ ຂາດຄູສອນ ແລະ ອື່ນໆ.

11. ລາຍງານການແກ້ໄຂບັນຫາແຮງງານ ແລະ ການຄົ້ນຄວ້າປັບປຸງອັດຕາຄ່າແຮງງານຕ່ຳສຸດ ການຄຸ້ມຄອງແຮງງານລາວ ໄປອອກແຮງງານຢູ່ຕ່າງປະເທດ ແລະ ແຮງງານຕ່າງປະເທດ ມາອອກແຮງງານຢູ່ລາວ.

12. ສະຫຼຸບລາຍງານ ສະເໜີນະໂຍບາຍ ແຜນວຽກຕົ້ນຕໍ ແລະ ແຜນແບ່ງຄວາມຮັບຜິດຊອບ ໃນການກະກຽມໃຫ້ແກ່ການ ເປີດປີທ່ອງທ່ຽວລາວ ປີ 2024.

13. ລາຍງານຄວາມຄືບໜ້າ ແລະ ແຜນການກະກຽມເປັນປະທານອາຊຽນ 2024.

14. ສະຫຼຸບຜົນການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ແລະ ສະເໜີແຜນວຽກຈຸດສຸມ 6 ເດືອນທ້າຍປີ 2023.

15. ສະຫຼຸບຜົນການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ຕິດພັນກັບການແກ້ໄຂບັນ ຫາອາວຸດເຖື່ອນ ແລະ ສະເໜີແຜນວຽກຈຸດສຸມ 6 ເດືອນທ້າຍປີ 2023.

ໃນໂອກາດກ່າວເປີດກອງປະຊຸມ ທ່ານ ນາຍົກລັດຖະມົນຕີ ໄດ້ຮຽກຮ້ອງບັນດາ ທ່ານ ສະມາຊິກລັດຖະບານ ເຈົ້າແຂວງ ເຈົ້າ ຄອງນະຄອນຫຼວງວຽງຈັນ ຫົວໜ້າອົງການຈັດຕັ້ງພັກ ອົງການທຽບເທົ່າຂັ້ນສູນກາງ ຈົ່ງໄດ້ພ້ອມກັນເອົາໃຈໃສ່ຄົ້ນ ຄວ້າ ແລະ ປະກອບຄໍາເຫັນຢ່າງເລິກເຊິ່ງ ດ້ວຍການສະເໜີທັດສະນະຢ່າງກົງໄປກົງມາ ກະທັດຮັດ ມີຈຸດສຸມ ແລະ ມີທາງອອກທີ່ ຈະ ແຈ້ງ ເພື່ອໃຫ້ກອງປະຊຸມໃນຄັ້ງນີ້ ມີປະສິດທິຜົນສູງ ແລະ ບັນລຸຕາມຄາດໝາຍ ທີ່ໄດ້ກໍານົດໄວ້.

error: Content is protected !!