ເຊັນສັນຍາສຳປະທານການລົງທຶນຂຸດຄົ້ນ ແລະ ສ້າງຕັ້ງໂຮງງານປຸງແຕ່ງຫີນກຣານິດ

ພິທີເຊັນສັນຍາສຳປະທານການລົງທຶນຂຸດຄົ້ນ ແລະ ສ້າງຕັ້ງໂຮງງານປຸງແຕ່ງຫີນກຣານິດ ລະຫວ່າງແຂວງຊຽງຂວາງ ກັບ ບໍລິສັດ ລັກກີສະໂຕນ ຈຳກັດຜູ້ດຽວ (Lucky Stone Sole Co. Ltd) ໄດ້ມີຂຶ້ນຢ່າງເປັນທາງການເມື່ອວັນທີ 30 ມິຖຸນາ ຜ່ານມາ ທີ່ ພະແນກແຜນການ ແລະ ການລົງທຶນ ໂດຍເປັນປະທານຂອງ ທ່ານ ບຸນຈັນ ສີວົງພັນ ເຈົ້າແຂວງໆຊຽງຂວາງ ທັງເປັນປະທານຄະນະກຳມະການສົ່ງເສີມ-ຄຸ້ມຄອງການລົງທຶນແຂວງ.

ພິທີເຊັນສັນຍາ ໄດ້ມີຂຶ້ນລະຫວ່າງ ທ່ານ ຄຳຜຸຍ ໂນລາ ຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງຊຽງຂວາງ ແລະ ທ່ານ ແຫວນເພັດ ດາລາວົງ ປະທານບໍລິສັດ ລັກກີ ສະໂຕນ ຈຳກັດຜູ້ດຽວ ໂດຍພາຍໃຕ້ການເປັນສັກຂີພິຍານຂອງ ທ່ານ ບຸນ ຈັນ ສີວົງພັນ ເຈົ້າແຂວງຊຽງຂວາງ ແລະ ທ່ານ ວຽງພອນ ເມືອງຈະເລີນ ເຈົ້າເມືອງໆຄູນ ພ້ອມຫົວໜ້າ-ຮອງຫົວໜ້າພະແນກ ການທີ່ກ່ຽວຂ້ອງຂອງແຂວງ ແລະ ພະນັກງານຈາກບໍລິສັດຈຳນວນໜຶ່ງ.

ການລົງທຶນຂຸດຄົ້ນ ແລະ ສ້າງຕັ້ງໂຮງງານປຸງແຕ່ງຫີນກຣານິດດັ່ງວກ່າວນີ້ ຈະຕັ້ງຢູ່ບ້ານ ນາສົມ ແລະ ບ້ານປຽງ ເມືອງຄູນ ແຂວງຊຽງຂວາງ ມີເນື້ອທີ່ຂຸດຄົ້ນ ແລະ ສ້າງຕັ້ງໂຮງງານທັງໝົດ 4,5 ເຮັກຕາ ມີອາຍຸສໍາປະທານທັງໝົດ 30 ປີ ໂດຍໃຊ້ງົບ ປະມານການລົງທຶນທັງໝົດ 6 ລ້ານໂດລາສະຫະລັດ.

ໃນໂອກາດອັນສະຫງ່າລາສີດັ່ງກ່າວ ທ່ານ ບຸນຈັນ ສີວົງພັນ ໄດ້ກ່າວສະແດງຄວາມຊົມເຊີຍເປັນຢ່າງຍິ່ງ ຕໍ່ບໍລິສັດຜູ້ລົງທຶນ ທີ່ໄດ້ນໍາເອົາທຶນຮອນມາພັດທະນາແຂວງຊຽງຂວາງໃຫ້ນັບມື້ເຕີບໃຫຍ່ຂະຫຍາຍຕົວຍິ່ງຂຶ້ນພ້ອມນັ້ນ ທ່ານກໍໄດ້ເນັ້ນໃຫ້ບໍລິ ສັດ ແລະ ພາກສ່ວນກ່ຽວຂ້ອງຂອງແຂວງ ກໍຄື ເມືອງຄູນ ຈົ່ງປະສານສົມທົບກັນຢ່າງກົມກຽວ ໃນການເຄື່ອນໄຫວຈັດຕັ້ງປະຕິ ບັດໃຫ້ເປັນຮູບປະທຳ ທັງຮຽກຮ້ອງໃຫ້ບໍລິສັດຈົ່ງເອົາໃຈໃສ່ໃນການປະຕິບັດຕາມລະບຽບ-ກົດໝາຍ ແລະ ບົດບັນທຶກການ ລົງທຶນຢ່າງເຂັ້ມງວດ ເພື່ອສ້າງຜົນປະໂຫຍດໃຫ້ເກີດຂຶ້ນແກ່ທັງສອງຝ່າຍ.

error: Content is protected !!