ລັດຖະບານ ວາ​ງ​ມາດ​ຕະ​ການ ເລັ່ງແກ້ໄຂບັນຫາເຄັ່ງຮ້ອນຂອງເສດຖະກິດ-ການເງິນ

ຈາກ​ສະ​ພາບ​ເສດ​ຖະ​ກິດ​ທີ່ ສ​ປ​ປ ລາວ​ ກຳ​ລັງ​ພະ​ເຊິນ​ໜ້າ​ຢູ່ ໄດ້​ສົ່ງ​ຜົນ​ກະ​ທົບ​ໂດຍ​ກົງ​ຕໍ່​ຊ​ີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ ຫຼ້າ​ສຸດ ໃນ​ກອງປະຊຸມສະໄໝສາມັນເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 3 ກໍລະກົດ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຊີ້ແຈງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດຫຼາຍບັນຫາ ໂດຍສະເພາະມາດ ຕະການຮີບດ່ວນໃນການຕ້ານ ສະກັດກັ້ນ ແລະ ແກ້ໄຂອັດຕາເງິນເຟີ້ ການອ່ອນຄ່າຂອງເງິນກີບ ການຜັນຜວນຂອງອັດຕາ ແລກປ່ຽນ ແລະ ການເພີ່ມຂຶ້ນຂອງລາຄາສິນຄ້າ ແລະ ບໍລິການ ໂດຍ​ລັດ​ຖະ​ບານ​ໄດ້​ວາງ​ມາດ​ຕະ​ການເພື່ອແກ້ໄຂບັນຫາເຄັ່ງ ຮ້ອນຂອງເສດຖະກິດ-ການເງິນ ບັນຫາເງິນເຟີ້ ການແລກປ່ຽນ ລາຄາສິນຄ້າ ແລະ ໜີ້ສິນຕ່າງປະເທດ.

ທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ວ່າ: ລັດຖະບານຈະໄດ້ສຸມໃສ່ແກ້ໄຂ ແລະ ສະເໜີໃຫ້ທົ່ວສັງຄົມຊ່ວຍສະໜັບສະ ໜູນ ແລະ ໃຫ້ການຮ່ວມມື ເຊິ່ງໄລຍະຜ່ານມາລັດຖະບານກໍໄດ້ສຸມໃສ່ໃນການແກ້ໄຂ ໂດຍໄດ້ແຕ່ງຕັ້ງຄະນະຮັບ ຜິດຊອບ ໃນການແກ້ໄຂ ແຕ່ສະພາບການດັ່ງກ່າວກໍຍັງບໍ່ທັນຜ່ອນຄາຍລົງ ເຊິ່ງສາເຫດຕົ້ນຕໍທີ່ເກີດຂຶ້ນເບື້ອງຕົ້ນແມ່ນເລີ່ມຈາກປັດ ໄຈພາຍນອກ ທີ່ສືບເນື່ອງຈາກຜົນກະທົບແຜ່ລະບາດຂອງພະຍາດໂຄວິດ-19 ແລະ ສະພາບການຜັນແປຂອງພາກພື້ນ ແລະ ສາກົນ.

ທ່ານນາຍົກລັດຖະມົນຕີກ່າວຕື່ມວ່າ: ເຫັນໄດ້ສະພາບຄີືແນວນັ້ນກົມການເມືອງສູນກາງພັກໄດ້ຕົກລົງແຕ່ງຕັ້ງຄະນະສະ ເພາະກິດ ໃນການແກ້ໄຂບັນຫາເຄັ່ງຮ້ອນຂອງເສດຖະກິດ-ການເງິນ ບັນຫາເງິນເຟີ້ ການແລກປ່ຽນ ລາຄາສິນຄ້າ ແລະ ໜີ້ສິນຕ່າງ ປະເທດ ລັດຖະບານຈະຢືນຢັນສຸມໃສ່ແກ້ໄຂບັນຫາດັ່ງກ່າວ ໂດຍຈະວາງມາດຕະການດັ່ງນີ້:

ມາດຕະການສະເພາະໜ້າ: ເລັ່ງໃສ່ຄົ້ນຄວ້າແກ້ໄຂບັນຫາໂຄງສ້າງດຸນການຊຳລະ ລະຫວ່າງປະເທດທີ່ຂາດດຸນໃຫ້ມີຄວາມ ສົມດຸນເທື່ອລະກ້າວ ໄປຄວບຄູ່ກັນກັບປະຕິບັດມາດຕະການສະເພາະໜ້າເພື່ອຄວບຄຸມຄວາມກົດດັນຂອງອັດຕາແລກປ່ຽນ ສືບຕໍ່ຫັນການແລກປ່ຽນເງິນຕາເຂົ້າສູ່ລະບົບທະນາຄານ ແລະ ໃຫ້ມີໜ່ວຍບໍລິການພຽງພໍ ເພື່ອຮັບໃຊ້ສັງຄົມ ເຊັ່ນ: ເປັນ ໜ່ວຍບໍລິການແລກປ່ຽນ ການແລກປ່ຽນຜ່ານລະບົບເອເລັກໂຕຣນິກ ປັບປຸງຕະຫຼາດເງິນຕາຕ່າງປະເທດລະຫວ່າງທະນາ ຄານທຸລະກິດດ້ວຍກັນ ຄຸ້ມຄອງບັນດາບໍລິສັດນຳເຂົ້າ-ສົ່ງອອກ ແຈ້ງລົງທະບຽນ ແລະ ຊໍາລະສະສາງການນຳເຂົ້າສົ່ງ-ອອກ ສິນຄ້າ ຜ່ານລະບົບບັນຊີທະນາຄານທຸລະກິດທີຕັ້ງຢູ່ ສປປ ລາວ ໂດຍກຳນົດເຂົ້າເປັນເງື່ອນໄຂທີ່ຂາດບໍ່ໄດ້ສຳລັບການສົ່ງ ອອກ-ນຳເຂົ້າສິນຄ້າຕໍ່ໄປ ເພື່ອສູ້ຊົນໃຫ້ມີເງິນຕາເຂົ້າມາຜ່ານທະນາຄານເພີ່ມຂຶ້ນຫຼາຍກວ່າ 50% ສືບຕໍ່ບັນດາເປົ້າໝາຍ ທີ່ ປັ່ນປ່ວນເກງກຳໄລຈາກການແລກປ່ຽນເງິນຕາ ດ້ວຍຮູບແບບຕ່າງໆຢ່າງໃກ້ຊິດ ຖ້າພົບເຫັນແມ່ນດຳເນີນມາດຕະການ ຕາມ ກົດໝາຍ ຮີບຮ້ອນເລັ່ງທວງບັນດາບໍລິສັດທີ່ມີໜີ້ສິນ ກັບລັດຖະບານໃຫ້ຫາແຫຼ່ງທຶນມາຊຳລະຕາມສັນຍາດັດແກ້ ທີ່ໄດ້ເຊັນ ຮ່ວມກັນ ແລະ ກ່ອນກຳນົດໃນສັນຍາ ເພື່ອຊ່ວຍແກ້ໄຂບັນຫາເຄັ່ງຮ້ອນຂອງລັດຖະບານ.

ມາດຕະການໄລຍະກາງ ແລະ ໄລຍະຍາວ: ສືບຕໍ່ດຳເນີນນະໂຍບາຍເງິນຕາໄປໃນທິດຮັດກຸມດ້ວຍການຄວບຄຸມການຂະ ຫຍາຍຕົວຂອງປະລິມານເງິນ ທັງບໍ່ສ້າງຄວາມກົດດັນຕໍ່ຄວາມຕ້ອງການເງິນຕາຕ່າງປະເທດ ອັນຈະເຮັດໃຫ້ອັດຕາແລກ ປ່ຽນອ່ອນຄ່າ ສືບຕໍ່ກຳນົດນະໂຍບາຍ ແລກປ່ຽນໃນທິດທາງທີ່ສາມາດເຮັດໃຫ້ທະນາຄານທຸລະກິດກຳນົດອັດຕາແລກ ປ່ຽນ ໄດ້ຍຶດ ຍຸ່ນຫຼາຍຂຶ້ນ ເພີ່ມທະວີການຄຸມຄອງເງິນຕາຕ່າງປະເທດເພື່ອສ້າງໃຫ້ມີເງິນຕາຕ່າງປະເທດເຂົ້າມາໃນລະບົບ ຫຼາຍ ຂຶ້ຶນ ໂດຍເນັ້ນໃຫ້ຄຸ້ມຄອງຜູ້ນຳເຂົ້າ-ສົ່ງອອກ ແລະ ຜູ້ມາລົງທຶນໂດຍກົງຈາກຕ່າງປະເທດ ພ້ອມທັງຈຳກັດການແລກປ່ຽນເງິນ ຕາຕ່າງປະເທດຊະຊາຍ ບໍ່ຖືກກົດໝາຍ ຕິດຕາມການຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການທີ່ມີການເໜັງຕີງແຮງ ໂດຍ ສະເພາະແມ່ນສິນຄ້າປະເພດໝວດສະບຽງອາຫານ ໝວດປັດໄຈການຜະລິດກະສິກຳ (ຝຸ່ນ ອາຫານສັດ ແນວພັນ) ໂດຍລັດ ຖະບານຈະນໍາໃຊ້ມາດຕະການແຊກແຊງລາຄາສິນຄ້າໂດຍສະເພາະຕໍ່ສິນຄ້າອຸປະໂພກ ແລະ ບໍລິໂພກບູລິມະສິດທີ່ກະທົບ ແຮງຕໍ່ຊີວິດການເປັນຢູ່ຂອງປະຊາຊົນ.

ພ້ອມນີ້ ຈະຄົ້ນຄວ້າມາດຕະການຕົວຈິງໃນການຈຳກັດການນຳເຂົ້າສິນຄ້າຟຸ່ມເຟືອຍ ການລັກລອບນຳເຂົ້າສິນຄ້າທີ່ບໍ່ຖືກ ຕ້ອງທຸກຮູບແບບ ລວມທັງຄຸ້ມຄອງກວດກາການນໍາເຂົ້າ-ສົ່ງອອກສິນຄ້າຢູ່ບັນດາດ່ານຊາຍແດນ (ເຂດພາສີ ທ່າບົກ) ໃຫ້ ຖືກຕ້ອງຄົບຖ້ວນຜ່ານລະບົບສະເກນເນີ ແກ້ໄຂສະພາບການຄ້າຂາຍແບບເສລີ ຊະຊາຍແບບຜ່ານມາ ພ້ອມດຽວກັນນັ້ນກໍ ສົ່ງເສີມການສົ່ງອອກສິນຄ້າ ແລະ ປູກຈິດສຳນຶກ ແລະ ປຸກລະດົມສ້າງຂະບວນການໃຫ້ພົນລະເມືອງລາວເຮົານິຍົມ ແລະ ຫັນມານຳໃຊ້ສິນຄ້າທີ່ຜະລິດຢູ່ພາຍໃນປະເທດໃຫ້ຫຼາຍຂຶ້ນ ທັງເປັນການຈຳກັດການນຳເຂົ້າສິນຄ້າ ແລະ ຈຳກັດການນຳໃຊ້ ເງິນຕາຕ່າງປະ ເທດໄປພ້ອມກັນ.

ກວດກາ ແລະ ຕິດຕາມບັນດາບໍລິສັດ ແລະ ບຸກຄົນທີ່ດຳເນີນທຸລະກິດບິດຄອຍ (ເງິນຄຣິບໂຕຣ) ທີ່ບໍ່ຖືກຕ້ອງຕາມລະບຽບ ການ ສົ່ງເສີມການຜະລິດພາຍໃນໃຫ້ແຂງແຮງ ເພື່ອທົດແທນການນຳເຂົ້າສິນຄ້າຈາກຕ່າງປະເທດ ດ້ວຍການສົ່ງເສີມ ທາງ ດ້ານນະໂຍບາຍສິນເຊື່ອ ຍົກສະມັດຖະພາບການຜະລິດ ສ້າງໃຫ້ມີຜະລິດຕະພັນທີ່ມີຄຸນນະພາບຕາມ ມາດຕະຖານທີ່ຕະ ຫຼາດມີຄວາມ.

ເພີ່ມທະວີການໂຄສະນາປະຊາສຳພັນໃຫ້ກວ້າງຂວາງ ແລະ ແຂງແຮງກວ່າເກົ່າ ສ້າງພື້ນຖານໂຄງລ່າງ ແລະ ປັບປຸງຍົກລະດັບ ການບໍລິການ ເພື່ອຂົນຂວາຍ ດຶງດູດນັກທ່ອງທ່ຽວ ມາທ່ຽວລາວໃຫ້ຫຼາຍຂຶ້ນ ເປັນຕົ້ນ ແມ່ນການກະກຽມປີທ່ອງທ່ຽວລາວ 2024 ໃຫ້ມີບັນຍາກາດຟົດຟື້ນ ປະກອບສ່ວນໃນການຟື້ນຟູ ແລະ ພັດທະນາເສດຖະກິດຂອງຊາດ ສຸມໃສ່ປັບປຸງສະພາບ ແວດລ້ອມໃນການດຳເນີນທຸລະກິດ ແລະ ການລົງທຶນ ເພື່ອດຶງດູດການລົງທຶນໃຫ້ຫຼາຍຂຶ້ນ.

ຂໍ້​ມູ​ນ​ຈາກ: ປະ​ຊາ​ຊົນ

error: Content is protected !!