ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ຮັບການເຂົ້າຍື່ນ ຈົດໝາຍແຕ່ງຕັ້ງຂອງ ຜູ້ຕາງໜ້າ ອົງການ UNDP

ໃນວັນທີ 30 ມິຖຸນາ 2023 ທີ່ ກະຊວງການຕ່າງປະເທດ ທ່ານ ໂພໄຊ ໄຂຄໍາພິທູນ ຮອງລັດຖະມົນຕີ ກະຊວງການຕ່າງປະ ເທດ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ແລະ ຍື່ນຈົດໝາຍແຕ່ງຕັ້ງຂອງ ທ່ານ ນາງ ມາຕິເນີ ເທີເຣີ (Ms. Martine Therer) ເພື່ອມາເປັນ ຜູ້ຕາງໜ້າຄົນໃໝ່ ອົງການ ສະຫະປະຊາຊາດເພື່ອການພັດທະນາ (United Nations Development Programme ຫຼື UNDP) ປະຈໍາ ສປປ ລາວ.

ໃນໂອກາດດັ່ງກ່າວ ທ່ານ ໂພໄຊ ໄຂຄໍາພິທູນ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ໄດ້ສະແດງຄວາມຍິນດີຕ້ອນຮັບ ອັນອົບອຸ່ນມາຍັງ ຜູ້ຕາງໜ້າຄົນໃໝ່ ອົງການ UNDP ປະຈໍາ ສປປ ລາວ ພ້ອມທັງສະແດງຄວາມຂອບໃຈ ແລະ ຕີລາຄາສູງຕໍ່ ສາຍພົວພັນທີ່ດີ ແລະ ການຮ່ວມມືຊ່ວຍເຫຼືອຂອງ ອົງການ UNDP ຢູ່ ສປປ ລາວ ໃນໄລຍະຜ່ານມາ ໃນນັ້ນທ່ານ ຮອງລັດຖະ ມົນຕີ ກະຊວງການຕ່າງປະເທດ ຍັງໄດ້ສະແດງຄວາມເຊື່ອໝັ້ນວ່າ ພາຍໃຕ້ການນໍາພາຂອງ ຜູ້ຕາງໜ້າຄົນໃໝ່ ອົງການ UNDP ປະຈໍາ ສປປ ລາວ ຈະເພີ່ມທະວີການຮ່ວມມື ແລະ ສືບຕໍ່ໃຫ້ການສະໜັບສະໜູນແກ່ ສປປ ລາວ ໃນວຽກງານການ ພັດທະນາ ທີ່ສອດຄ່ອງກັບວຽກງານບຸລິມະສິດຕ່າງໆຂອງລັດຖະບານ ດັ່ງທີ່ໄດ້ກໍານົດໄວ້ຢູ່ໃນ ແຜນພັດທະນາເສດຖະກິດ -ສັງຄົມແຫ່ງຊາດ ຄັ້ງທີ IX ແລະ ແຜນພັດທະນາແຫ່ງຊາດໃນຕໍ່ໜ້າ ໂດຍຜ່ານການຈັດຕັ້ງປະຕິບັດບັນດາກິດຈະກໍາ ແລະ ໂຄງການຕ່າງໆ ກໍຄື ຍຸດທະສາດການຮ່ວມມື ລະຫວ່າງ ລັດຖະບານ ແລະ ອົງການ UNDP ປະຈໍາ ສປປ ລາວ ໃນແຕ່ລະໄລ ຍະ.

ພ້ອມກັນນັ້ນ ທ່ານ ຮອງລັດຖະມົນຕີ ກໍຮຽກຮ້ອງໃຫ້ ອົງການ UNDP ປະຈໍາ ສປປ ລາວ ສືບຕໍ່ປະກອບສ່ວນ ແລະ ສະໜັບ ສະໜູນຄວາມພະຍາຍາມຂອງລັດຖະບານ ໃນການຈັດຕັ້ງປະຕິບັດບຸລິມະສິດການພັດທະນາຂອງ ສປປ ລາວ ກໍຄື ເປົ້າໝາຍ ການພັດທະນາແບບຍືນຍົງ ແລະ ວາລະການພັດທະນາອື່ນໆຂອງສາກົນ ລວມໄປເຖິງຊຸກຍູ້ຄວາມໝາຍ   ໝັ້ນຂອງລັດຖະ ບານ ໃນຂະບວນການກະກຽມເພື່ອຫຼຸດພົ້ນອອກຈາກ ສະຖານະພາບປະເທດດ້ອຍພັດທະນາ ໃນອະນາຄົດ.

ໃນວາລະດຽວກັນນີ້ ທ່ານ ນາງ ມາຕິເນີ ເທີເຣີ, ຜູ້ຕາງໜ້າຄົນໃໝ່ ອົງການ UNDP ປະຈໍາ ສປປ ລາວ ເຊິ່ງມີສັນຊາດເປັນຄົນ ແບນຊິກ ກໍໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ຂອງ ທ່ານ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ແລະ ສະແດງຄວາມປິຕິທີ່ ລັດຖະບານແຫ່ງ ສປປ ລາວ ໄດ້ອະນຸມັດຮັບເອົາທ່ານ ເພື່ອມາປະຕິບັດໜ້າທີ່ອັນສູງສົ່ງຂອງຕົນຢູ່ ສປປ ລາວ.

ພ້ອມກັນນັ້ນ ຜູ້ຕາງໜ້າຄົນໃໝ່ ຍັງໄດ້ໃຫ້ຄໍາໝັ້ນສັນຍາວ່າ ຕົນເອງ ກໍຄື ອົງການ UNDP ປະຈໍາ ສປປ ລາວ ຈະສືບຕໍ່ເພີ່ມ ທະວີການຮ່ວມມືກັບ ລັດຖະບານແຫ່ງ ສປປ ລາວ ໃນການຈັດຕັ້ງປະຕິບັດແຜນງານຕ່າງໆ ທີ່ສະໜັບສະໜູນໃຫ້ແກ່ການ ບັນລຸບັນດາບຸລິມະສິດດ້ານການພັດທະນາຂອງ ສປປ ລາວ ຢ່າງຕັ້ງໜ້າ.

ໃນຕອນທ້າຍ ທ່ານ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ກໍແຈ້ງໃຫ້ ຜູ້ຕາງໜ້າຄົນໃໝ່ ອົງການ UNDP ຊາບວ່າ ລັດ ຖະບານ ສປປ ລາວ ຈະສືບຕໍ່ໃຫ້ການສະໜັບສະໜູນ ແລະ ຮ່ວມມືກັບອົງການດັ່ງກ່າວ ໃນການຈັດຕັ້ງປະຕິບັດບັນດາແຜນ ວຽກຢູ່ ສປປ ລາວ ພ້ອມທັງອວຍພອນໃຫ້ ຜູ້ຕາງໜ້າຄົນໃໝ່ ຈົ່ງປະສົບຜົນສໍາເລັດໃນການປະຕິບັດໜ້າທີ່ຂອງຕົນຢູ່ ສປປ ລາວ ໃນຄັ້ງນີ້.

error: Content is protected !!