ທ່ານສີຈິ້ນຜິງ ໃຫ້ທິດຊີ້ນໍາໃນໂອກາດວັນສ້າງຕັ້ງພັກກອມ ມູນິດຈີນ ຄົບຮອບ 102 ປີ

ວັນທີ 1 ກໍລະກົດປີ 2023 ເປັນວັນລະນຶກການສ້າງຕັ້ງພັກກອມມູນິດຈີນ ຄົບຮອບ 102 ປີ ທ່ານ ສີຈິ້ນຜິງ ເລຂາທິການ ໃຫຍ່ຄະນະກໍາມະການສູນກາງພັກກອມມູນິດຈີນ ປະທານປະເທດຈີນ ປະທານຄະນະກໍາມະການການທະຫານ ສູນກາງຈີນ ໄດ້ໃຫ້ທິດຊີ້ນໍາກ່ຽວກັບວຽກງານກໍ່ສ້າງພັກ ກໍຄືວຽກງານຈັດຕັ້ງຂອງພັກກອມມູນິດຈີນ ໃນຫວ່າງມໍ່ໆມານີ້ ວ່າ: ຕ້ອງຖືເອົາການແກ້ໄຂຄວາມຫຍຸ້ງຍາກທີ່ພັກໃຫຍ່ພົບພໍ້ເທົ່ານັ້ນ ກໍຄື ປັບປຸງລະບົບການຄຸ້ມຄອງພັກຢ່າງເຂັ້ມງວດ ຮອບ ດ້ານ ໃຫ້ສົມບູນ ນັ້ນເປັນໜ້າທີ່ສໍາຄັນ ສຸມກໍາລັງສ້າງຄວາມເຂັ້ມແຂງໃຫ້ຖັນແຖວພະນັກງານຫຼັກແຫຼ່ງທີ່ມີຄຸນນະພາບສູງ ສາມາດແບກຫາບໜ້າທີ່ອັນສໍາຄັນແຫ່ງການຟື້ນຟູຄວາມຈະເລີນຮຸ່ງເຮືອງຂອງປະຊາຊາດຈີນ.

ປະຫວັດສາດໃນຮອບ 100 ປີຜ່ານມາ ຂອງຈີນ ແມ່ນປາສະຈາກພັກກອມມູນິດຈີນບໍ່ໄດ້ ໃນຮອບ 100 ປີ ຜ່ານມາ ໄຊຊະ ນະຂອງພັກກອມມູນິດຈີນ ໄດ້ອາໄສການນໍາພາທີ່ເຂັ້ມແຂງ ການກໍ່ສ້າງພັກທີ່ເຂັ້ມແຂງ ກໍຄືວຽກງານການຈັດຕັ້ງທີ່ເຂັ້ມແຂງ ຂອງຕົນເອງ ນັບແຕ່ ທ່ານ ສີຈິ້ນຜິງ ໄດ້ດໍາລົງຕໍາແໜ່ງເປັນຜູ້ນໍາສູງສຸດຂອງພັກກອມມູນິດຈີນ ປີ 2012 ເປັນຕົ້ນມາ ສູນກາງ ພັກກອມມູນິດຈີນ ໄດ້ຍຶດໝັ້ນ ແລະ ເພີ່ມທະວີການນໍາພາຢ່າງຮອບດ້ານຂອງພັກ ພ້ອມທັງໄດ້ສະເໜີ ແລະ ຈັດຕັ້ງປະຕິບັດ ທິດສະດີ ກໍຄືມາດຕະການຕ່າງໆທີ່ມີລັກສະ ນະປະດິດສ້າງໃໝ່ ເຊັ່ນ: ພັກຕ້ອງຄຸ້ມຄອງພັກ ຄຸ້ມຄອງພັກຢ່າງເຂັ້ມງວດຮອບ ດ້ານ ເຊິ່ງໄດ້ບຸກເບີກລະດັບ  ໃໝ່ແຫ່ງການປະຕິວັດຕົນເອງຂອງພັກໃຫຍ່ ທີ່ມີປະຫວັດມາເປັນເວລາຮ້ອຍປີ.

ທ່ານ ສີຈິ້ນຜິງ ໄດ້ຈັດວາງຈຸດສຸມວຽກງານຂອງຕົນເອງໄວ້ໃນການກໍ່ສ້າງພັກ ໂດຍສະເໜີຄວາມຮຽກຮ້ອງແຫ່ງການກໍ່ສ້າງພັກ ທີ່ຄຸ້ມຄອງພັກຢ່າງເຂັ້ມງວດ ຮອບດ້ານ ແລະ ມີລັກສະນະປະດິດສ້າງ ພ້ອມທັງໄດ້ຈັດຄວາມຕ້ອງການດັ່ງກ່າວ ປະສານສົມ ທົບກັບການສ້າງສາປະເທດສັງຄົມນິຍົມ ທັນສະໄໝຢ່າງຮອບດ້ານ ການລົງເລິກການປະຕິຮູບຢ່າງຮອບດ້ານ ແລະ ການປົກ ຄອງປະເທດ ຕາມກົດໝາຍຢ່າງຮອບດ້ານ ໂດຍສ້າງເປັນແຜນຍຸດທະສາດ ກໍຄື ໂຄງຮ່າງລວມແຫ່ງການປົກຄອງບໍລິຫານປະ ເທດຂອງພັກກອມມູນິດຈີນ ສິ່ງນີ້ໄດ້ສ່ອງແສງໃຫ້ເຫັນການພົວພັນລະຫວ່າງພັກກອມມູນິດຈີນ ກັບການສ້າງຄວາມທັນສະ ໄໝແບບຈີນ ການສ້າງອະລິ ຍະທໍາທັນສະໄໝຂອງປະຊາຊາດຈີນ ກໍຄືການຟື້ນຟູຄວາມຈະເລີນຮຸ່ງເຮືອງອັນຍິ່ງໃຫຍ່ ຂອງ ປະຊາຊາດຈີນ ຄື: ຄວາມຕ້ອງການທີ່ມີລັກສະນະທາດແທ້ທີ່ສຸດແຫ່ງການເຮັດວຽກຂອງຈີນໃຫ້ດີ ເຊັ່ນ: ຍຶດໝັ້ນການນໍາພາ ຂອງພັກກອມມູນິດຈີນ.

ແນວຄວາມຄິດການຄຸ້ມຄອງພັກຢ່າງເຂັ້ມງວດ ຮອບດ້ານຂອງທ່ານ ສີຈິ້ນຜິງ ໄດ້ກວມເອົາເນື້ອໃນສໍາຄັນຕ່າງໆ ເຊັ່ນ: ການ ປັບປຸງແບບແຜນດໍາເນີນງານ ດ້ວຍລະບຽບວິໄນທີ່ເຂັ້ມງວດ ການຕ້ານການສໍ້ລາດບັງຫຼວງ ແລະ ລົງໂທດຄວາມຊົ່ວຮ້າຍ ຢ່າງເຂັ້ມງວດ ສະໜອງສິ່ງຄໍ້າປະກັນດ້ວຍລະບົບທີ່ປັບປຸງຕົນເອງໃຫ້ສົມບູນດີຂຶ້ນ ພັກກອມມູນິດຈີນ ພາຍໃຕ້ການນໍາ ພາຂອງ ທ່ານ ສີຈິ້ນຜິງ ໄດ້ດໍາເນີນບັ້ນຮົບບຸກບືນ ແລະ ຍາວນານແຫ່ງການປະຕິວັດຕົນເອງຂອງພັກກໍາອໍານາດ ໄດ້ນໍາພາ ການປະຕິວັດຂອງສັງຄົມ ດ້ວຍການປະຕິວັດຕົນເອງ ເພື່ອສະໜອງສິ່ງຄໍ້າປະກັນດ້ານການຈັດຕັ້ງທີ່ເຂັ້ມແຂງໃຫ້ ການຊຸກຍູ້ ການສ້າງສາປະເທດທີ່ເຂັ້ມແຂງ ກໍຄືພາລະກິດອັນຍິ່ງໃຫຍ່ແຫ່ງການຟື້ນຟູຄວາມຈະເລີນຮຸ່ງເຮືອງຂອງປະຊາຊາດຈີນ.

error: Content is protected !!