ໂຄງການກົດໝາຍໄຈກາປະກອບສ່ວນສ້າງຄວາມເຂັ້ມແຂງໃຫ້ແກ່ຂະແໜງການກົດໝາຍຂອງລາວ

    ກອງປະຊຸມຄະນະຊີ້ນໍາໂຄງການກົດໝາຍໄຈກາໄລຍະໃໝ່ (JCC) ໄດ້ຈັດຂຶ້ນຢູ່ໂຮງແຮມ ຄຣາວ ພລາຊາ ນະຄອນຫຼວງ ວຽງຈັນ ໃນວັນທີ 30 ມິຖຸນາ 2023 ເພື່ອເປັນການປະເມີນຜົນໄດ້ຮັບຂອງໂຄງການໃນໄລຍະປັດຈຸບັນ ແລະ ສະເໜີໂຄງການໃໝ່ (ໄລຍະ 2 ຂອງ “ ໂຄງການສົ່ງເສີມການພັດ ທະນາ ແລະ ສ້າງຄວາມເຂັ້ມແຂງລັດທີ່ປົກຄອງດ້ວຍກົດໝາຍໃນຂົງເຂດຍຸຕິທໍາ” ) ໂດຍມີທ່ານ ສຈ ປອ ຮຸ່ງເພັດ ຈັນທະວົງ ຮອງອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ (ມຊ) ທ່ານ ເຄັນອິຈິ ໂຄບາ ຢາຊິ ເອກອັກຄະລັດຖະ ທູດຍີ່ປຸ່ນປະຈຳລາວ ທ່ານ ນາງາເສະ ໂຕສິໂອະ ຫົວໜ້າຜູ້ຕາງໜ້າຫ້ອງການ ໄຈກາ ປະຈຳລາວ ມີບັນດາຄູ່ຮ່ວມພັດທະນາໃນຂົງເຂດຍຸຕິທໍາ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

    ອົງການຮ່ວມມືສາກົນຍີ່ປຸ່ນ ວາງແຜນຈະເລີ່ມໂຄງການໃໝ່ ເພື່ອໃຫ້ການສະໜັບສະໜູນວຽກງານໃນຂົງເຂດຍຸຕິທໍາ ຂອງລາວນັບແຕ່ເດືອນ ກໍລະກົດ 2023 ໂດຍເປັນການສືບຕໍ່ໃຫ້ການຊ່ວຍເຫຼືອຢ່າງຕໍ່ເນື່ອງຈົນເຖິງປັດຈຸບັນ ຊີ້ໃຫ້ເຫັນຄວາມສຳຄັນ ຂອງການສະໜັບສະໜູນອັນຍາວນານ ໂຄງການກົດໝາຍໄຈກາ ທີ່ເລີ່ມຈັດຕັ້ງປະຕິບັດຢ່າງເປັນທາງການໃນ ສປປ ລາວ ມາແຕ່ປີ 2003 ເພື່ອສະໜັບສະໜູນໃນຂົງເຂດຍຸຕິທໍາ ຮ່ວມກັບກະຊວງຍຸຕິທໍາ ສານປະຊາຊົນສູງສຸດ ອົງການໄອຍະການປະຊາຊົນສູງສຸດ ແລະ ມະຫາວິທະຍາໄລແຫ່ງຊາດ ທີ່ໄດ້ສືບຕໍ່ດໍາເນີນມາເປັນເວລາ 20 ປີ.

    ໂຄງການກົດໝາຍໄຈກາ ໄດ້ໃຫ້ການສະໜັບສະໜູນການຮ່າງກົດໝາຍພື້ນຖານຂອງລັດ ປະມວນ ກົດໝາຍແພ່ງເຊິ່ງມີຜົນສັກສິດໃນປີ 2020 ແລະ ຍັງສະໜັບສະໜູນການຮ່າງປຶ້ມອະທິບາຍປະມວນກົດໝາຍແພ່ງ ເຊິ່ງອະທິບາຍທັງໝົດ 630 ມາດຕາໂດຍມີມາດຕາອ້າງອີງ ແລະ ຕົວຢ່າງ ພ້ອມກັນນັ້ນຍັງໄດ້ມີການຄົ້ນຄວ້າພາກ ທິດສະດີທາງອາຍາຢ່າງຕໍ່ເນື່ອງ ແລະ ໄດ້ພິມປຶ້ມທິດສະດີກົດໝາຍອາຍາ (ພາກທົ່ວໄປ) ນອກຈາກນີ້ຍັງສ້າງປຶ້ມຄູ່ມື ການຂຽນຄໍາຕັດສິນຄະດີແພ່ງຂອງສານ ໃຫ້ກັບຜູ້ພິພາກສາທຸກທ່ານ ເພື່ອເປັນການສະໜັບສະໜູນການ ພັດທະນາການດໍາເນີນຄະດີຂອງສານ ສຸດທ້າຍ ໄດ້ສ້າງປຶ້ມຄູ່ມື ການກໍານົດຂໍ້ເທັດຈິງໃນການດໍາເນີນຄະດີແພ່ງ ແລະ ໃນການດໍາເນີນຄະດີອາຍາ ເຊິ່ງມີຄວາມໝາຍສໍາຄັນສໍາລັບນັກປະຕິບັດກົດໝາຍເພື່ອໃຫ້ເຂົ້າໃຈກ່ຽວກັບຄະດີຕົວຈິງ ເພື່ອນໍາມາພິຈາລະນາໃນຂັ້ນຕອນຂອງສານ.

    ໂຄງການຍັງໄດ້ສັງລວມ ບັນດາປຶ້ມດັ່ງກ່າວ ເປັນເອກະສານເອເລັກໂຕຣນິກ ທີ່ບັນດາທ່ານເຂົ້າເຖີງໄດ້ຜ່ານເພຈເຟສບຸກຂອງໂຄງການກົດໝາຍໄຈກາ (FB: JICA Legal Project in Laos) ເຊິ່ງຈຸດປະສົງແມ່ນເພື່ອເປັນການເຜີຍແຜ່ຂໍ້ມູນຂ່າວສານທາງດ້ານກົດໝາຍ ເພື່ອພັດທະນາທັກສະທາງດ້ານກົດໝາຍພື້ນຖານໃຫ້ແກ່ນັກປະຕິບັດກົດໝາຍ ຄູ-ອາຈານ ແລະ ນັກສຶກສາໃນທົ່ວປະເທດ.

    ໃນໂຄງການໄລຍະໃໝ່ ນັບແຕ່ເດືອນ ກໍລະກົດ 2023 ໂຄງການໄດ້ມີແຜນຈະສືບຕໍ່ຄົ້ນຄວ້າ ແລະ ເຜີຍແຜ່ ເອກະສານສໍາຄັນສໍາລັບປະມວນກົດໝາຍແພ່ງ ແລະ ປະມວນກົດໝາຍອາຍາ ເຊິ່ງເປັນໜຶ່ງໃນກົດໝາຍສໍາຄັນທີ່ສຸດ ແລະ ຍັງໄດ້ຮັບຄວາມເຊື່ອໝັ້ນວ່າການພັດທະນາດ້ານທິດສະດີກົດໝາຍເຫຼົ່ານີ້ ຈະນໍາໄປສູ່ການພັດທະນາກົດໝາຍຂົງເຂດອື່ນໆ ແລະ ຜັນຂະຫຍາຍໝາກຜົນໃຫ້ທຸກພາກສ່ວນໃນຂົງເຂດຕຸລາການ ນອກຈາກນັ້ນ ເພື່ອສະໜັບສະໜູນບັນດາຄູອາຈານທີ່ຮັບຜິດຊອບກົດໝາຍ ຍັງພິຈາລະນາສ້າງປຶ້ມຄູ່ມືຄູ ເພື່ອອະທິບາຍວິທີການນໍາໃຊ້ເອກະສານທາງດ້ານກົດໝາຍປັດຈຸບັນ ໂດຍການໃຫ້ຄໍາແນະນໍາວິທີທີ່ເຮັດໃຫ້ຜູ້ຮຽນຮູ້ເຂົ້າໃຈ ບໍ່ສະເພາະແຕ່ເນື້ອໃນຂອງມາດຕາເທົ່ານັ້ນ ແຕ່ຍັງເຂົ້າ ໃຈເຖີງໂຄງສ້າງໂລຊິກ (ການວິເຄາະເຫດ ແລະ ຜົນ) ແລະ ໃຫ້ເຫດຜົນທາງກົດໝາຍ.

error: Content is protected !!