ປະທານປະເທດຕ້ອນຮັບການເຂົ້າຍື່ນສານຕາຕັ້ງ ຂອງບັນດາທູດຕ່າງປະເທດ

ວັນທີ 30 ມິຖຸນາ 2023 ທີ່ທໍານຽບປະທານປະເທດ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ໄດ້ຕ້ອນຮັບການເຂົ້າຍື່ນສານ ຕາຕັ້ງຈາກບັນດາທູດ 5 ປະເທດ ເພື່ອດໍາລົງຕໍາແໜ່ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ປະຈໍາ ສປປ ລາວ.

 ບັນດາທູດ 5 ປະເທດ ປະກອບມີ ທ່ານ ນາງ ຟຣໍເຣັນ ເບີກີ້ ອາກໍນໍ (Florence Buerki Akonor) ເອກອັກຄະລັດຖະທູດ ແຫ່ງ ສາທາລະນະລັດ ການາ ປະຈໍາ ສປປ ລາວ ຄົນໃໝ່ ທ່ານນາງ ເບັດຕີ້ ໂອເຢລາ ບີກົບ (Betty Oyella Bigombe) ເອກອັກຄະລັດຖະທູດ ແຫ່ງ ສາທາລະນະລັດ ອູການດາ ປະຈໍາ ສປປ ລາວ ຄົນໃໝ່ ໂດຍທັງສອງປະເທດມີສໍານັກງານຕັ້ງຢູ່ ກົວລາລຳເປີ ມາເລເຊຍ ທ່ານ ອາວກູສໂຕ ໂມເຣຢີ ຊາລກາໂດ (Augusto Morelli Salgado) ເອກອັກຄະລັດຖະທູດ ແຫ່ງ ສາທາລະນະລັດ ເປຣູ ປະຈໍາ ສປປ ລາວ ຄົນໃໝ່ ມີສໍານັກງານຕັ້ງຢູ່ ຮ່າໂນ້ຍ ສສ. ຫວຽດນາມ ທ່ານ ຈາໂຣສ໌ລາຟ ໂອກທ໌ (Jaroslav Auxt) ເອກອັກຄະລັດຖະທູດ ແຫ່ງ ສາທາລະນະລັດ ສະໂລວັກ ປະຈໍາ ສປປ ລາວ ຄົນໃໝ່ ມີສໍານັກງານຕັ້ງຢູ່ ບາງກອກ ຣາຊະອານາຈັກໄທ ແລະ ທ່ານ ກາຣາບີໂຕ ເຊກູຣາ ບຣີອູນນີ (Briunny GARABITO SEGURA) ເອກອັກຄະລັດ ຖະທູດ ແຫ່ງສາທາລະນະລັດ ໂດມີນີກັນ ປະຈຳ ສປປ ລາວ ຄົນໃໝ່ ມີສໍານັກງານຕັ້ງຢູ່ ປັກກິ່ງ ສປ ຈີນ.

ໂອກາດນີ້ທ່ານ ປະທານປະເທດ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍ ບັນດາທ່ານເອກອັກຄະລັດຖະທູດ ທີ່ໄດ້ ຖືກແຕ່ງຕັ້ງໃຫ້ມາດຳລົງຕຳແໜ່ງເປັນ ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມ ຄົນໃໝ່ ປະຈໍາ ສປປ ລາວ ໃນຄັ້ງນີ້ ພ້ອມທັງສະແດງຄວາມຫວັງວ່າໃນໄລຍະທີ່ດຳລົງຕຳແໜ່ງ ເປັນເອກອັກຄະລັດຖະທູດ ປະຈຳ ສປປ ລາວ ບັນດາທ່ານທູດ ຈະເປັນຂົວຕໍ່ປະສານງານເພື່ອເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີ ໃຫ້ນັບມື້ແຕກດອກອອກ ຜົນຍິ່ງໆຂຶ້ນໃນອະນາຄົດ.

error: Content is protected !!