ສົ່ງເສີມການປົກຄອງດ້ວຍກົດໝາຍ ບົດບາດຍິງ-ຊາຍ ຊາວໜຸ່ມ ສັນຕິພາບ ມິດຕະພາບ ແລະ ການຮ່ວມມື ເພື່ອການພັດທະນາແບບຍືນຍົງ

ທ່ານ ປອ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ປະທານຄະນະສະຫະພັນລັດຖະສະພາສາກົນ ຂອງສະພາ ແຫ່ງຊາດລາວ ໄດ້​ສະ​ແດງ​ຄວາມ​ຊົມ​ເຊີຍໃນ​ໂອ​ກາດວັນລັດຖະສະພາໂລກ ວັນທີ 30 ມີຖຸນາ 2023 ວ່​າ: ເນື່ອງໃນໂອ ກາດວັນລັດຖະສະພາໂລກ (International Day of Parliamentarism) ແລະ ວັນສ້າງຕັ້ງສະຫະພັນລັດຖະສະພາສາກົນ (IPU) ຄົບຮອບ 134 ປີ (30 ມິຖຸນາ 1889-30 ມິຖຸນາ 2023) ໃນນາມປະທານສະພາແຫ່ງຊາດ ແລະ ປະທານຄະນະສະ ຫະພັນລັດຖະສະພາສາກົນ ຂອງ ສປປ ລາວ ຂ້າພະເຈົ້າ ຂໍສົ່ງຄວາມຊົມເຊີຍ ແລະ ພອນໄຊອັນປະເສີດ ໄປຍັງບັນດາການນຳ ສະມາຊິກລັດຖະສະພາປະ ເທດສະມາຊິກໄອພີຢູ ທຸກທົ່ວຫນ້າ ແລະ ບັນດາສະມາຊິກສະພາແຫ່ງຊາດຊຸດທີ IX ຂອງ ສປປ ລາວ ຢ່າງສຸດອົກສຸດໃຈ.

ສະຫະພັນລັດຖະສະພາສາກົນ ຫຼື IPU ແມ່ນອົງການລັດຖະສະພາລະດັບໂລກ ມີສະມາຊິກທັງໝົດ 178 ປະເທດ ແລະ ມີອົງການຈັດຕັ້ງສາກົນ ເປັນພາຄີ 14 ອົງການ ໂດຍມີຈຸດປະສົງ ເພື່ອສ້າງເປັນເວທີສົ່ງເສີມການຕິດຕໍ່ພົວພັນ ການປະສານ ງານ ແລະ ການແລກປ່ຽນປະສົບການລະຫວ່າງລັດຖະສະພາ ແລະ ສະມາຊິກລັດຖະສະພາບັນດາປະເທດໃນໂລກ ພິຈາ ລະນາບັນຫາສໍາຄັນຂອງໂລກ ສົ່ງເສີມການປົກຄອງດ້ວຍລະບຽບກົດໝາຍ ສົ່ງເສີມບົດບາດຍິງ-ຊາຍ ແລະ ຊາວໜຸ່ມ ສົ່ງ ເສີມສັນຕິພາບ ມິດຕະພາບ ແລະ ການຮ່ວມມື ເພື່ອການພັດທະນາແບບຍືນຍົງ ຢູ່ໃນບັນດາປະເທດສະມາຊິກໄອພີຢູ.

ນັບແຕ່ໄດ້ເຂົ້າເປັນສະມາຊິກສະຫະພັນລັດຖະສະພາສາກົນ ໃນວັນທີ 4 ເມສາ 1990 ເປັນຕົ້ນມາ ສະພາແຫ່ງຊາດລາວ ໄດ້ຕັ້ງໜ້າເຂົ້າຮ່ວມເຄື່ອນໄຫວຢ່າງຫ້າວຫັນ ໃນກອງປະຊຸມໃຫຍ່ ແລະ ກອງປະຊຸມລະດັບຕ່າງໆຂອງສະຫະພັນລັດຖະສະ ພາສາກົນ ເຊິ່ງເປັນການເຜີຍແຜ່ແນວທາງນະໂຍບາຍຂອງພັກ-ລັດຖະບານ ສປປ ລາວ ທັງເປັນການປະກອບສ່ວນອັນສຳຄັນ ເຂົ້າໃນການສົ່ງເສີມສັນຕິພາບ ສະຖຽນລະພາບ ແລະ ຄວາມໝັ້ນຄົງໃນພາກພື້ນ ແລະ ໃນໂລກ.

ເປັນທີ່ຮູ້ກັນດີວ່າ ໃນກອງປະຊຸມສະຫະພັນລັດຖະສະພາສາກົນ ຄັ້ງທີ 129 ແລະ ກອງປະຊຸມສະມັດຊາໃຫຍ່ສະ ຫະປະຊາ ຊາດໃນປີ 2018 ໄດ້ມີການຮັບຮອງເອົາມະຕິ ທີ່ໄດ້ກຳນົດເອົາ ວັນທີ 30 ມິຖຸນາ ຂອງທຸກໆປີ ເປັນວັນລັດຖະສະພາໂລກ ຂອງທຸກປະເທດສະມາຊິກສະຫະພັນລັດຖະສະພາສາກົນ ເພື່ອລະນຶກ ແລະ ທົບທວນ ຄືນການປະຕິບັດໜ້າທີ່ ໃນຖານະ ເປັນອົງການນິຕິບັນຍັດ ອົງການຕົວແທນແຫ່ງສິດ ແລະ ຜົນປະໂຫຍດ ຄວາມມຸ່ງມາດປາຖະໜາຂອງປະຊາຊົນ ການປະ ກອບສ່ວນເຂົ້າໃນການສົ່ງເສີມສັນຕິພາບ ສະຖຽນລະພາບ ຄວາມໝັ້ນຄົງ ແລະ ການຮ່ວມມືເພື່ອການພັດທະນາແບບ ຍືນຍົງໃນທົ່ວໂລກ.

ການສະເຫລີມສະຫລອງວັນລັດຖະສະພາໂລກປີນີ້ ຈັດຂຶ້ນພາຍໃຕ້ຄຳຂວັນ “ລັດຖະສະພາເພື່ອໂລກ-Parliaments for the Planet” ເຊິ່ງເປັນຫົວຂໍ້ ທີ່ມີຄວາມໝາຍສໍາຄັນ ແລະ ສອດຄ່ອງກັບສະພາບການ ທີ່ໂລກຂອງພວກເຮົາ ກໍາລັງປະເຊີນຢູ່ ເຊັ່ນ: ບັນຫາໂລກລະບາດ ໄພພິບັດທາງທໍາມະຊາດ ໄພອຶດຫີວ ໄພເງິນເຟີ້ບັນຫາພະລັງງານ ການຂວໍ້າບາດທາງດ້ານເສດ ຖະກິດ ແລະ ຄວາມຂັດແຍ່ງດ້ານການທະຫານ ໃນຫລາຍພາກພື້ນຂອງໂລກ ອັນໄດ້ສົ່ງຜົນກະທົບທີ່ໜັກໜ່ວງ ຕໍ່ການພັດ ທະນາເສດຖະກິດ-ສັງຄົມ ແລະ ຊີວິດການເປັນຢູ່ຂອງປະ ຊາຊົນ ທັງຢູ່ໃນບັນດາປະເທດ ທີ່ພັດທະນາ ແລະ ກຳລັງພັດທະ ນາ ລວມທັງ ສປປ ລາວ ຢ່າງຫລີກລ່ຽງບໍ່ໄດ້.  ສະມາຊິກລັດຖະສະພາ ແລະ ໃນນາມຕົວແທນຂອງປະຊາຊົນລາວບັນດາເຜົ່າ ໃນຖານະທີ່ເປັນສະມາຊິກ ພ້ອມແລ້ວທີ່ຈະສືບຕໍ່ຮ່ວມມື ແລະ ສະໜັບສະໜູນແຜນດຳເນີນງານຕ່າງໆຂອງສະຫະພັນລັດ ຖະສະພາສາກົນ.

error: Content is protected !!