ກະຊວງການຕ່າງປະເທດ ລາວ-ຫວຽດນາມ ຫາລືດ້ານການເມືອງ ຂັ້ນຮອງລັດຖະມົນຕີ ຄັ້ງທີ 8

ກອງປະຊຸມປຶກສາຫາລືດ້ານການເມືອງ ຂັ້ນຮອງລັດຖະມົນຕີ ຄັ້ງທີ 8 ລະຫວ່າງ ກະຊວງການຕ່າງ ປະເທດ ສປປ ລາວ ແລະ ກະຊວງການຕ່າງປະເທດ ສສ ຫວຽດນາມໄດ້ມີຂຶ້ນວັນທີ 28 ມິຖຸນາ 2023 ທີ່ ກະຊວງການຕ່າງປະເທດ ສປປ ລາວ ຝ່າຍ ລາວ ນໍາໂດຍ ສະຫາຍ ໂພໄຊ ໄຂຄໍາພິທູນ ຮອງລັດຖະມົນຕີກະຊວງການຕ່າງປະເທດ ສປປ ລາວ ແລະ ຝ່າຍຫວຽດນາມ ນໍາໂດຍ ສະຫາຍ ໂດ ຮຸ່ງ ຫວຽດ ຮອງລັດຖະມົນຕີກະຊວງການຕ່າງປະເທດ ສສ ຫວຽດນາມ ພ້ອມດ້ວຍການນໍາຂັ້ນກົມ ແລະ ວິຊາການກ່ຽວຂ້ອງຈາກສອງກະຊວງການຕ່າງປະເທດເຂົ້າຮ່ວມ.

ໃນກອງປະຊຸມສອງຝ່າຍໄດ້ປຶກສາຫາລືແລກປ່ຽນຄໍາຄິດເຫັນຮ່ວມກັນຢ່າງຈິງໃຈ ແລະ ກົງໄປກົງມາ ຮ່ວມກັນທົບທວນຄືນ ການພົວພັນຮ່ວມມື ລະຫວ່າງ ສອງປະເທດ ກໍຄື ຂອງສອງກະຊວງການຕ່າງປະເທດ ຕະຫຼອດໄລຍະ 6 ເດືອນ ຜ່ານມາ ສອງ ຝ່າຍ ເຫັນດີເປັນເອກະພາບຕີລາຄາສູງ ຕໍ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່ ຄວາມສາມັກຄີພິເສດ ແລະ ການຮ່ວມມື ຮອບດ້ານ ລະຫວ່າງ ສອງພັກ ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ສືບຕໍ່ໄດ້ຮັບການເພີ່ມທະວີຢ່າງມີຄວາມ ໜັກແໜ້ນ ເຂົ້າສູ່ລວງເລິກ ແລະ ລວງກວ້າງ ໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ ໃນລະດັບສູງ ແລະ ມີປະສິດທິຜົນສູງ ໃນນັ້ນ ມີການປະກອບສ່ວນສໍາຄັນຂອງສອງກະຊວງການຕ່າງປະເທດທີ່ເຮັດໜ້າທີ່ເປັນຂົວຕໍ່ປະສານງານ ເຮັດໃຫ້ການພົວພັນ ຮ່ວມມືໃນຫຼາຍໆດ້ານກ້າວຂຶ້ນສູ່ບາດກ້າວໃໝ່ເປັນກ້າວໆ ໂດຍສະເພາະ ການຮ່ວມມືທັງດ້ານການເມືອງ-ການຕ່າງປະເທດ ແມ່ນມີຜົນສໍາເລັດອັນຍິ່ງໃຫຍ່ ສອງຝ່າຍໄດ້ຮ່ວມກັນຈັດຕັ້ງຫຼາຍກິດຈະກໍາ ແລະ ການເຄື່ອນໄຫວຢ່າງເປັນຂະບວນຟົດຟື້ນ ນັບແຕ່ສູນກາງຈົນຮອດທ້ອງຖິ່ນ ເພື່ອສະເຫຼີມສະຫຼອງປີສາມັກຄີມິດຕະພາບ ແລະ ສອງວັນປະຫວັດສາດ ກໍຄື ວັນສ້າງຕັ້ງ ສາຍພົວພັນການທູດ ຄົບຮອບ 60 ປີ ແລະ ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຄົບຮອບ 45 ປີ ການແລກ ປ່ຽນການຢ້ຽມຢາມ ຂອງຄະນະຜູ້ແທນລະດັບຕ່າງໆ ແຕ່ສູນກາງຈົນຮອດທ້ອງຖິ່ນ ສືບຕໍ່ຢ່າງເປັນປົກກະຕິດ້ວຍຫຼາຍຮູບ ແບບ ການໄປມາຫາສູ່ກັນ ລະຫວ່າງ ປະຊາຊົນກັບປະຊາຊົນ ຂອງສອງປະເທດ ນັບມື້ນັບເພີ່ມຂຶ້ນ ວຽກງານປ້ອງກັນຊາດ -ປ້ອງກັນຄວາມສະງົບ ສືບຕໍ່ແໜ້ນແຟ້ນ ສອງຝ່າຍຮ່ວມກັນສ້າງເສັ້ນຊາຍແດນ ລາວ-ຫວຽດນາມ ໃຫ້ເປັນຊາຍແດນແຫ່ງ ສັນຕິພາບ ແລະ ພັດທະນາແບບຍືນຍົງ ຢືນຢັນຄວາມສະຫງົບຂອງປະເທດຕົນ ກໍປຽບເໝືອນຂອງອີກປະເທດໜຶ່ງ ການ ຮ່ວມມືດ້ານເສດຖະກິດ ການຄ້າ ແລະ ການລົງທຶນ ມີການຂະຫຍາຍຕົວຢ່າງໜ້າພຶງພໍໃຈ ມູນຄ່າການຄ້າສອງຝ່າຍ ໃນ 5 ເດືອນຕົ້ນປີ 2023 ບັນລຸໄດ້ 701,42 ລ້ານໂດລາສະຫະລັດ ເພີ່ມຂຶ້ນ 1,75% ທຽບໃສ່ໄລຍະດຽວກັນຂອງປີ 2022 ນອກນີ້ ການຮ່ວມມືດ້ານວັດທະນະທໍາ-ສັງຄົມ ການສຶກສາ ຄົມມະນາຄົມຂົນສົ່ງ ພະລັງງານ ກະສິກໍາວັດທະນະທໍາ ທ່ອງທ່ຽວ ແລະ ອື່ນໆ ສືບຕໍ່ໄດ້ຮັບການເອົາໃຈໃສ່ຈາກສອງຝ່າຍ.

ພ້ອມນີ້ ສອງຝ່າຍ ໄດ້ປຶກສາຫາລືເພື່ອຮ່ວມກັນວາງທິດທາງແຜນການຮ່ວມມືໃນຕໍ່ໜ້າ ເພື່ອເພີ່ມທະວີຮັດແໜ້ນການພົວ ພັນຮ່ວມມື ລະຫວ່າງສອງປະເທດ ໂດຍສະເພາະ ການກະກຽມໃຫ້ແກ່ບັນດາແຜນວຽກໃນທ້າຍປີ 2023 ນີ້ ເຊິ່ງເຫັນວ່າ ຕ້ອງໄດ້ເອົາໃຈໃສ່ຍົກສູງການພົວພັນຮ່ວມມືຂອງສອງກະຊວງການຕ່າງປະເທດໃຫ້ດີຂຶ້ນ ໂດຍສະເພາະໃນການເປັນໃຈກາງ ຊຸກຍູ້ຜັນຂະຫຍາຍທິດຊີ້ນໍາຂອງການນໍາຂັ້ນສູງ ຕິດຕາມການຈັດຕັ້ງປະຕິບັດບັນດາຂໍ້ຕົກລົງທີ່ໄດ້ລົງນາມຮ່ວມກັນ ການ ເປັນເສນາທິການໃນວຽກງານຕ່າງປະເທດ ແລະ ການເປັນໃຈກາງປະສານສົມທົບກັບບັນດາກະຊວງ ແລະ ຂະແໜງການ ກ່ຽວຂ້ອງຂອງທັງສອງປະເທດ ທັງສູນກາງ ແລະ ທ້ອງຖິ່ນ ພ້ອມທັງຊຸກຍູ້ຕິດຕາມ ແລະ ແກ້ໄຂຂໍ້ຫຍຸ້ງຍາກໃນການ ພົວ ພັນຮ່ວມມືຕ່າງໆ ໃຫ້ມີປະສິດທິພາບ ແລະ ທັນການຂຶ້ນກວ່າເກົ່າ ແນໃສ່ຍົກສູງການພົວພັນຮ່ວມມືຂອງສອງປະເທດ ທັງໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ ໃຫ້ມີປະສິດທິຜົນຍິ່ງໆຂຶ້ນ.

ສະເພາະໃນຂອບການຮ່ວມມືຂອງສອງກະຊວງການຕ່າງປະເທດ ລາວ-ຫວຽດນາມ ສອງຝ່າຍເຫັນດີຮ່ວມກັນສືບຕໍ່ເອົາໃຈ ໃສ່ຈັດຕັ້ງປະຕິບັດ ຂໍ້ຕົກລົງຮ່ວມມື ລະຫວ່າງສອງກະຊວງ ໄລຍະ 2021-2025 ແລະ ແຜນປະຕິບັດງານການຮ່ວມມືດ້ານ ການທູດເສດຖະກິດ ໄລຍະ 2020-2025 ໃຫ້ປາກົດຜົນເປັນຮູບປະທໍາ ທັງການຮ່ວມກັນຄົ້ນຄວ້າເອກະສານຕ່າງໆ ການ ສ້າງຜູ້ແປພາສາ ການເຝິກອົບຮົມນັກການທູດ ການຍົກລະດັບບຸກຄະລາກອນກະຊວງການຕ່າງປະເທດ ການປະສານສົມ ທົບກັນຂອງບັນດາສະຖານທູດ ແລະ ຫ້ອງການຕາງໜ້າ ຂອງສອງປະເທດ ຢູ່ປະເທດທີສາມ ສອງຝ່າຍເຫັນດີ ສືບຕໍ່ເພີ່ມ ທະວີປະສານສົມທົບກັນຢ່າງໃກ້ຊິດໃນດ້ານຕ່າງໆ ເປັນຕົ້ນ ການພົວພັນຮ່ວມມືດ້ານການທູດເສດຖະກິດ ວຽກງານກົງສຸນ ວຽກງານການຂ່າວ ຊາຍແດນ ເຝິກອົບຮົມກໍ່ສ້າງບຸກຄະລາກອນ ແລະ ອື່ນໆ.

ນອກຈາກນັ້ນ ສອງຝ່າຍ ຍັງໄດ້ແລກປ່ຽນຄໍາເຫັນເຫັນ ກ່ຽວກັບ ສະພາບການພົ້ນເດັ່ນໃນພາກພື້ນ ແລະ ສາກົນ ທີ່ມີຄວາມ ສົນໃຈຮ່ວມກັນຈໍານວນໜຶ່ງ ລວມເຖິງປຶກສາຫາລືເພື່ອເພີ່ມທະວີການພົວພັນຮ່ວມມືໃນອະນຸພາບພື້ນ ພາກພື້ນ ແລະ ສາ ກົນ ຄຽງຄູ່ກັນນີ້ ຝ່າຍລາວ ໄດ້ແຈ້ງໃຫ້ຊາບ ກ່ຽວກັບ ການກະກຽມເປັນປະທານອາຊຽນ ໃນປີ 2024 ແລະ ຍັງໄດ້ສະເໜີ ຝ່າຍຫວຽດນາມສືບຕໍ່ຊຸກຍູ້ການສະເໜີເອົາ ອຸທິຍານແຫ່ງຊາດຫີນໜາມໜໍ່  ຂອງ ສປປ ລາວ ເຂົ້າເປັນມໍລະດົກ ໂລກທາງ ທໍາມະຊາດ ຮ່ວມຊາຍແດນກັບອຸທິຍານແຫ່ງຊາດຟອງຍ່າແກບັງ ມໍລະດົກໂລກທາງທໍາມະຊາດຂອງ ສສ ຫວຽດນາມ ໃນ ຂະນະດຽວກັນ ຝ່າຍຫວຽດນາມ ໄດ້ຢືນຢັນຈະໃຫ້ການຊ່ວຍເຫຼືອ ແລະ ສະໜັບສະ   ໜູນ ສປປ ລາວ ຢ່າງສຸດຄວາມສາ ມາດໂດຍສະເພາະ ໃນການເປັນປະທານອາຊຽນ ໃນປີ 2024 ຂອງ ສປປ ລາວ ໃຫ້ສໍາເລັດຜົນຢ່າງຈົບງາມ.

error: Content is protected !!