ສຶກສາຄວາມເປັນໄປໄດ້ ໂຄງການບໍລິການຂໍ້ມູນຂະໜາດໃຫຍ່ (Big Data) ແບບທັນສະໄໝ ຄຸ້ມຄອງລວມສູນ ໃນລະດັບປະເທດ

      ພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ສຶກສາຄວາມເປັນໄປໄດ້ ໂຄງການບໍລິການຂໍ້ມູນຂະໜາດໃຫຍ່ (Big Data) ແບບທັນສະໄໝ ຄຸ້ມຄອງລວມສູນ ໃນລະດັບປະເທດໄດ້ຈັດຂື້ນທີ່ໂຮງແຮມລາວພາຊ່າ ໃນວັນທີ 26 ມິຖຸນາ 2023 ໂດຍເປັນກຽດເຂົ້າຮ່ວມໃນພິທີ ໂດຍ ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ  ທ່ານ ຄໍາເຈນ ວົງໂພສີ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ, ທ່ານ ບັນດິດ ສາດສະດາຈານ ປະລິນຍາເອກ ບໍ່ວຽງຄໍາ ວົງດາລາ  ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ ແລະ ບັນດາລັດຖະມົນຕີ ຈາກກະຊວງກ່ຽວຂ້ອງ ເຂົ້າຮ່ວມຢ່າງພ້ອມພຽງ.

   ໂຄງການບໍລິການຂໍ້ມູນຂະໜາດໃຫຍ່ (Big Data) ແບບທັນສະໄໝ ຄຸ້ມຄອງລວມສູນ ໃນລະດັບປະເທດຊຶ່ງໂຄງການນີ້ ຈະຖືກພັດທະນາໃນຮູບແບບ ການຮ່ວມມືລະຫວ່າງພາກລັດ ແລະ ເອກະຊົນ Public–Private Partnership (PPP) ຖ້າພັດທະນາຢ່າງເຕັມຮູບແບບ.

   ດັ່ງພວກເຮົາຮັບຊາບກັນແລ້ວວ່າເຕັກໂນໂລຊີຂໍ້ມູນຂະໜາດໃຫຍ່ (Big Data) ໄດ້ປະກອບສ່ວນທີ່ສໍາຄັນຕໍ່ເສດຖະກິດຂອງໂລກ ລວມທັງອໍານວຍຄວາມສະດວກໃຫ້ແກ່ທຸກພາກສ່ວນ ເຂົ້າເຖິງຂໍ້ມູນໄດ້ຢ່າງສະດວກ ຊັດເຈນ ວ່ອງໄວ ທັນການ Big Data ແມ່ນການປະມວນຜົນທາງດ້ານຂໍ້ມູນ ຊ່ວຍຍູ້ໜູນໃຫ້ແກ່ການຖ່າຍໂອນຂໍ້ມູນຢ່າງວ່ອງໄວ ທາງດ້ານທຸລະກໍາການເງິນ ການຈັດເກັບຂໍ້ມູນຂະໜາດໃຫຍ່ ລວມທັງກວມລວມເຖິງການບໍລິຫານຄຸ້ມຄອງລັດ-ຄຸ້ມຄອງສັງຄົມ ຄຸ້ມຄອງວຽກງານຕ້ານອາຍະກໍາ ແລະ ຄວາມປອດໄພທາງໄຊເບີ້ ຢ່າງມີປະສິດທິຜົນ.

    ປະເທດເຮົາ ນໍາໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານ ເຂົ້າໃນວຽກງານຂອງພາກລັດ ພາກທຸລະກິດ ແລະ ພາກປະຊາຊົນ ຫຼາຍສົມຄວນ ແຕ່ຍັງຈໍາກັດໃນວົງແຄບ ເຮັດແບບກະແຈກກະຈາຍ ບໍ່ລວມສູນ ແຕ່ລະຂະແໜງການ ໄດ້ພັດທະນາເປັນຂອງຕົນເອງ ສົ່ງຜົນໃຫ້ສິ້ນເປືອງຄ່າໃຊ້ຈ່າຍເປັນຈໍານວນຫຼວງຫຼາຍ. ຖ້າໂຄງການດັ່ງກ່າວ ຫາກໄດ້ຮັບການພັດທະນາ ກໍ່ຈະເປັນການປະກອບສ່ວນຢ່າງໃຫຍ່ຫຼວງຕໍ່ວຽກງານລວມຂອງຊາດ ໃນການຫັນເປັນການຄຸ້ມຄອງລັດແບບທັນສະໄໝ ແລະ ມີປະສິດທິຜົນ ຫຼຸດຜ່ອນງົບປະມານຂອງລັດ ແລະ ຍັງປະກອບສ່ວນຕໍ່ຍຸດທະສາດເສດຖະກິດດິຈິຕ້ອນ ແລະ ຫັນເປັນອຸດສາຫະກໍາ 4.0 ຂອງລັດຖະບານ ແລະ ກ້າວເຂົ້າສູ່ການອຸດສາຫະກໍາ 5.0 ທີ່ເປັນອຸດສາຫະກໍາ ແລະ ນະວັດຕະກໍາທີ່ທັນສະໄໝທີ່ສຸດ ໃນການເຊື່ອມໂຍງເຊື່ອມຈອດກັບພາກພື້ນ ແລະ ສາກົນ ປະກອບສ່ວນຕໍ່ການພັດທະນາຊັບພະຍາກອນມະນຸດ ຂອງປະເທດ ໃນການຮັບຮອງຄວາມເປັນທັນສະໄໝໃນອະນາຄົດ. ໂຄງການນີ້ ຖ້າພັດທະນາເຕັມຮູບແບບຈະສ້າງລາຍຮັບອັນມະຫາສານ ບໍ່ສະເພາະແຕ່ຜົນປະໂຫຍດທາງກົງ ຈາກການເກັບພາສີ-ອາກອນ ທີ່ລັດຖະບານຈະໄດ້ຮັບ ແຕ່ຍັງສ້າງຜົນປະໂຫຍດທາງທາງອ້ອມໃຫ້ແກ່ປະຊາຊົນ ໃນການສ້າງວຽກເຮັດງານທໍາ ການພັດທະນາຊັບພະຍາກອນມະນຸດ ການເຊື່ອມໂຍງການຄ້າການລົງທຶນລະຫວ່າງປະເທດ ຊຸກຍູ້ເສດຖະກິດດິຈິຕ້ອນ ແລະ ຫັນເປັນອຸດສາຫະກໍາ 4.0 ຕາມຍຸດທະສາດ ແລະ ວິໃສທັດ ຂອງ ລັດຖະບານ ເຮັດໃຫ້ການຄ້າການລົງທຶນບໍ່ມີພົມແດນ ປະກອບສ່ວນອັນສໍາຄັນໃນການພັດທະນາເສດຖະກິດສັງຄົມຂອງປະເທດ ຊຶ່ງ ກຸ່ມບໍລິສັດໄຊຊະນະ ຈະພັດທະນາໂຄງການດັ່ງກ່າວ ດ້ວຍວິໃສທັດ ທີ່ວ່າ: ສ້າງຄວາມທັນສະໄໝຮອບດ້ານ ພັດທະນາເສດຖະກິດດິຈີຕ້ອນ  ເຊື່ອມໂຍງເຊື່ອມຈອດກັບພາກພື້ນແລະສາກົນ.

           ລົງນາມໃນບົດບັນທຶກຄັ້ງນີ້ ຕ່າງໜ້າລັດຖະບານມີ ທ່ານ ປອ ສະຖາບັນດິດ ອິນສີຊຽງໃໝ່ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ  ເຊັນໃນນາມຄູ່ສັນຍາ ທ່ານ ແກ້ວວິສຸກ ໂສລະພົມ ຮອງລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ ເຊັນໃນນາມພະຍານ ຕາງໜ້າບໍລິສັດມີ ທ່ານ ໄຊຊະນະ ວິຊາເທບ ປະທານກຸ່ມບໍລິສັດໄຊຊະນະຈໍາກັດ. ເຊັນໃນຄູ່ສັນຍາ ທ່ານ ໄຊພອນ ວິຊາເທບ ຮອງປະທານກຸ່ມບໍລິສັດໄຊຊະນະຈໍາກັດ ເຊັນໃນນາມພະຍານ ທ່ານ ປະສົງ ລັດຕະນະ ຮອງປະທານກຸ່ມບໍລິສັດໄຊຊະນະຈໍາກັດ ເຊັນໃນນາມພະຍານ.

error: Content is protected !!