ລາວ-ມາເລເຊຍ ສືບຕໍ່ເພີ່ມທະວີການພົວພັນຮ່ວມມືສອງຝ່າຍ

ໂດຍ​ຕອບ​ສະ​ໜອງ​ຕາມ​ຄຳ​ເຊີນຂອງ ​​ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ​ແຫ່ງ ສປປ ລາວ ​ທ່ານ ອັນວາ ອິບບຣາ ຮິມ ນາຍົກລັດຖະມົນຕີ ແຫ່ງ ມາເລເຊຍ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ມາເລເຊຍ ໄດ້ເດີນທາງຢ້ຽມ ຢາມ ສປປ ລາວ ຢ່າງເປັນທາງການ ​​ວັນ​ທີ 26-27 ມິຖຸນາ 2023 ເພື່ອສືບຕໍ່ຮັດ​ແໜ້ນ​ສາຍ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ອັນ​ດີງາມ​ທີ່ມີມາຍາວ​ນານ ລະຫວ່າງ ສປປ ລາວ ​ແລະ ມາເລເຊຍ.

ພິທີຕ້ອນຮັບຢ່າງເປັນທາງການໄດ້ຈັດຂຶ້ນຢ່າງສົມກຽດ ທີ່ສຳນັກງານນາຍົກລັດຖະມົນຕີ ໃນວັນທີ 27 ມິຖຸນາ 2023 ເປັນ ກຽດຕ້ອນຮັບໂດຍ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ພາຍຫຼັງຈາກສຳເລັດ ພິທີຕ້ອນຮັບ ກໍໄດ້ມີກອງປະຊຸມພົບປະສອງຝ່າຍຢ່າງເປັນທາງການຂຶ້ນ.

ໂອກາດນີ້ ສອນໄຊ ສີພັນດອນ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ຄະນະຜູ້ແທນຂັ້ນສູງຂອງມາເລເຊຍ ທີ່ ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການຄັ້ງນີ້ ເຊິ່ງຈະເປັນຂີດ   ໝາຍອັນສຳຄັນອີກບາດກ້າວໜຶ່ງ ໃນການເພີ່ມ ທະວີ ແລະ ຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສອງປະເທດທີ່ມີມາແຕ່ດົນນານ ໄດ້ ຮັບການຜັນຂະຫຍາຍຂຶ້ນສູ່ບາດກ້າວອັນໃໝ່ ກໍຄື ການຮັກສາການພົບປະແລກປ່ຽນລະຫວ່າງການນຳຂັ້ນສູງຂອງສອງປະ ເທດຢ່າງເປັນປົກກະຕິ.

ໃນກອງປະຊຸມພົບປະສອງຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີ ລະຫວ່າງ ສປປ ລາວ ແລະ ມາເລເຊຍ ຕະຫຼອດ 57 ປີ ຜ່ານມາ ທີ່ສືບຕໍ່ໄດ້ຮັບການເສີມຂະຫຍາຍ ແລະ ພັດທະນາເຂົ້າສູ່ລວງກວ້າງ ແລະ ລວງເລິກ ສະ ແດງອອກໃນການພົບປະແລກປ່ຽນຢ້ຽມຢາມເຊິ່ງກັນ ແລະ ກັນ ລະຫວ່າງ ການນຳຂັ້ນສູງສອງປະເທດຢ່າງເປັນປົກກະຕິ ແລະ ໃຫ້ການສະໜັບສະໜູນຊ່ວຍເຫຼືອເຊິ່ງກັນ ແລະ ກັນ ທັງໃນຂອບການຮ່ວມມືສອງຝ່າຍ ຫຼາຍຝ່າຍ ໃນເວທີພາກພື້ນ ແລະ ສາກົນ.

ສອງຝ່າຍໄດ້ຕີລາຄາສູງຕໍ່ການຮ່ວມມືດ້ານເສດຖະກິດ ເປັນຕົ້ນ ດ້ານການຄ້າ-ການລົງທຶນ ຂອງສອງປະເທດ ລາວ-ມາເລເຊຍ ທີ່ມີທ່າຂະຫຍາຍຕົວຢ່າງຕໍ່ເນື່ອງ ເຊິ່ງໃນປີ 2022 ສາມາດບັນລຸໄດ້ 241,7 ລ້ານໂດລາສະຫະລັດ ຫຼື ເພີ່ມຂຶ້ນ 68,65% (ປີ 2021 ມີມູນຄ່າ 75,78 ລ້ານໂດລາສະຫະລັດ) ຄຽງຄູ່ກັນນີ້ສອງຝ່າຍ ເຫັນວ່າເງື່ອນໄຂ ແລະ ຄວາມສາມາດໃນການສົ່ງເສີມ ການຮ່ວມມືທາງດ້ານການຄ້າລະຫວ່າງກັນຍັງມີຫຼາຍທ່າແຮງ ໂດຍສະເພາະການສົ່ງເສີມການຜະລິດເປັນສິນຄ້າ ການເຊື່ອມ ໂຍງການຄ້າກັບປະເທດທີ 3 ແລະ ພາກພື້ນອື່ນໆ ເຊິ່ງມາເລເຊຍ ມີຕະຫຼາດທີ່ກວ້າງຂວາງ ສາມາດເປັນທ່າແຮງໃນການ ຊ່ວຍສະໜັບສະໜູນຂະບວນການຕ່າງໆໃຫ້ຂັບເຄື່ອນໄປຢ່າງມີປະສິດທີຜົນ.

ປັດຈຸບັນ ການລົງທຶນຂອງມາເລເຊຍ ຢູ່ ສປປ ລາວ ມີ 46 ໂຄງການ ລວມມູນຄ່າ 924 ລ້ານໂດລາສະຫະລັດ ກວມເອົາຫຼາຍ ຂະແໜງການ ເປັນຕົ້ນ ພະລັງງານໄຟຟ້າ ອຸດສາຫະກຳປຸງແຕ່ງໄມ້ ການກໍ່ສ້າງ ການເງິນ ແລະ ທະນາຄານ ການບໍລິການໂຮງ ແຮມ ບໍ່ແຮ່ ແລະ ກະສິກໍາ ເຊິ່ງໄດ້ຖືກຈັດເປັນອັນດັບ 5 ຂອງການລົງທຶນຕ່າງປະເທດຢູ່ສປປ ລາວ ພ້ອມນີ້ ສອງຝ່າຍ ກໍໄດ້ຕີ ລາຄາສູງຕໍ່ການຮ່ວມມືດ້ານພະລັງງານ ໃນນີ້ ໄດ້ມີການຮ່ວມມືທາງດ້ານພະລັງງານທົດແທນທີ່ສະອາດ ເຊິ່ງເປັນຂະແໜງ ການຕົ້ນຕໍຂອງການພົວພັນຮ່ວມມືລະຫວ່າງສອງປະເທດ ລາວ-ມາເລເຊຍ ໃນນີ້ ຝ່າຍລາວ ໄດ້  ສະເໜີໃຫ້ສືບຕໍ່ປຶກສາຫາ ລືເພື່ອຍົກລະດັບກຳລັງການຊື້-ຂາຍ ພະລັງງານໄຟຟ້າ ຈາກ 300 ເມກາວັດ ຂຶ້ນເປັນ 500 ເມກາວັດ ໃນຕໍ່ໜ້າ ລັດຖະບານ ມາເລເຊຍ ຍັງໄດ້ໃຫ້ການຊ່ວຍເຫຼືອດ້ານການພັດທະນາຊັບພະຍາກອນມະນຸດຢູ່ ສປປ ລາວ ໂດຍຜ່ານໂຄງການຮ່ວມມື ດ້ານວິຊາການຂອງ ມາເລເຊຍ ໂດຍນັບແຕ່ປີ 1991-2023 ໄດ້ສະໜອງທຶນການສຶກສາທັງໝົດ 1.690 ທຶນ ເຊິ່ງທັງໝົດນີ້ ໄດ້ປະກອບສ່ວນອັນສໍາຄັນໃນການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ ເປັນແຕ່ລະໄລຍະ.

ສຳລັບທິດທາງການຮ່ວມມືໃນຕໍ່ໜ້າ ສອງຝ່າຍ ເຫັນດີເປັນເອກະພາບສືບຕໍ່ຊຸກຍູ້ໃຫ້ມີການພົບປະແລກປ່ຽນຂອງການນຳ ຂັ້ນສູງ ພັກ-ລັດ ຢ່າງເປັນປົກກະຕິ ສືບຕໍ່ຈັດຕັ້ງປະຕິບັດບັນດາໂຄງການຮ່ວມມືທີ່ໄດ້ລົງນາມແລ້ວນັ້ນ ໃຫ້ເປັນຮູບປະທຳ ແລະ ມີຜົນສຳເລັດສູງຂຶ້ນ ຊຸກຍູ້ການໄປມາຫາສູ່ກັນຂອງປະຊາຊົນສອງປະເທດ ເຊິ່ງປັດຈຸບັນສອງຝ່າຍ ແມ່ນພວມກະກຽມ ເປີດຄືນໃໝ່ຖ້ຽວບິນປົກກະຕິຈາກ ກົວລາລຳເປີ-ນະຄອນຫຼວງວຽງຈັນ ເພື່ອອຳນວຍຄວາມສະດວກໃຫ້ແກ່ບັນດານັກລົງທຶນ ແລະ ນັກທ່ອງທ່ຽວ ໃຫ້ມີການພົວພັນໄປມາຫາສູ່ກັນຫຼາຍຂຶ້ນ ເຊິ່ງຈະເປັນການປະກອບສ່ວນສຳຄັນໃນການຊຸກຍູ້ ປີທ່ອງ ທ່ຽວລາວ 2024 ໃຫ້ຟົດຟື້ນຍິ່ງຂຶ້ນ ເພີ່ມທະວີການຮ່ວມມືໃຫ້ເລິກເຊິ່ງໃນຂະແໜງຕ່າງໆເຊັ່ນ: ພະລັງງານໄຟຟ້າ ການເງິນ ແລະ ທະນາຄານ ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ດ້ານເຕັກໂນໂລຊີ ແລະ ການສື່ສານ ເພື່ອຮັບປະກັນໄດ້ ຄວາມປອດໄພທາງໄຊເບີ ດ້ານກະສິກຳ ການທ່ອງທ່ຽວ ການສຶກສາ ສາທາລະນະສຸກ ການພັດທະນາຊັບພະຍາກອນມະນຸດ ແຮງງານການຮ່ວມມືດ້ານອາຫານຮາລານ ຢູ່ ສປປ ລາວ ການຮ່ວມມືລະຫວ່າງມະຫາວິທະຍາໄລຂອງສອງປະເທດ ລາວ ແລະ ມາເລເຊຍ ແລະ ອື່ນໆ.

ສອງຝ່າຍ ໄດ້ຢືນຢັນສືບຕໍ່ໃຫ້ການຮ່ວມມືສະໜັບສະໜູນເຊິ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ ນອກຈາກນີ້ ກໍ ໄດ້ແຈ້ງໃຫ້ກັນຊາບກ່ຽວກັບ ສະພາບການພັດທະນາເສດຖະກິດ-ສັງຄົມຂອງປະເທດຕົນເອງໃນໄລຍະຜ່ານມາ ແລະ ໄດ້ ແລກປ່ຽນຄຳຄິດເຫັນຕໍ່ສະພາບການພາກພື້ນ ແລະ ສາ ກົນ ທີ່ມີຄວາມສົນໃຈຮ່ວມກັນ.

ໂອກາດດຽວກັນນີ້ ທ່ານ ນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ຍັງໄດ້ສະແດງຄວາມຂອບໃຈຢ່າງຈິງໃຈມາຍັງ ລັດຖະບານ ແລະ ປະຊາຊົນ ມາເລເຊຍ ທີ່ໄດ້ໃຫ້ການສະໜັບສະໜູນຊ່ວຍເຫຼືອ ສປປ ລາວ ໃນໄລຍະຜ່ານມາ ໂດຍສະເພາະ ການຊ່ວຍ ເຫຼືອອັນລ້ຳຄ່າໃນວຽກງານສະກັດກັ້ນ ແລະ ປ້ອງກັນພະຍາດໂຄວິດ-19 ໃນໄລຍະທີ່ມີການແຜ່ລະບາດຢູ່ ສປປ ລາວ ແລະ ຫວັງຢ່າງຍິ່ງວ່າ ມາເລເຊຍ ຈະສືບຕໍ່ໃຫ້ການສະໜັບສະໜູນຊ່ວຍເຫຼືອ ສປປ ລາວ ຕື່ມອີກໃນຕໍ່ໜ້າ ໂດຍສະເພາະການສະ ໜັບສະໜູນ ສປປ ລາວ ໃນການເປັນປະທານອາຊຽນ ປີ 2024 ໃຫ້ປະສົບຜົນສຳເລັດຢ່າງຈົບງາມ.

   ພາຍຫຼັງສຳເລັດພິທີພົບປະທາງການ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ມາເລເຊຍ ກໍໄດ້ເຂົ້າຮ່ວມເປັນສັກຂີພິ ຍານ ການລົງນາມເອກະສານຮ່ວມມືນຳກັນ 2 ສະບັບ ຄື: ບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍ ການຮ່ວມມືດ້ານລົດໄຟ ແລະ ບົດບັນທຶກການຮ່ວມມື ລະຫວ່າງ ດ່ານສາກົນສິນຄ້າ ທ່າບົກທ່ານາແລ້ງ ແລະ ກຸ່ມບໍລິສັດ Mutiara Perlis Sdn Bhd (MPSB) ພ້ອມທັງເປັນສັກຂິພິຍານການແລກປ່ຽນເອກະສານຮ່ວມມືທີ່ໄດ້ສຳເລັດການລົງນາມແລ້ວ 2 ສະບັບ ຄື: ບົດ ບັນທຶກຄວາມເຂົ້າໃຈ ວ່າດ້ວຍ ການຮ່ວມມືດ້ານພະລັງງານ ແລະ ໜັງສືແຈ້ງເຈດຈຳນົງ ວ່າດ້ວຍ ການຮ່ວມມືສຶກສາ ແລະ ຄົ້ນຄວ້າຄວາມເປັນໄປໄດ້ດ້ານພະລັງງານ ໃນ ລາວ ລະຫວ່າງ ລັດວິສາຫະກິດໄຟຟ້າລາວ ແລະ ບໍລິສັດ TNB Power Generation.

ຫຼັງຈາກນັ້ນ ສອງຝ່າຍ ກໍໄດ້ຮ່ວມກັນຖະແຫຼງຂ່າວຕໍ່ບັນດາສື່ມວນຊົນລາວ ແລະ ມາເລເຊຍ ກ່ຽວກັບ ຜົນສຳເລັດຂອງການ ພົບປະຄັ້ງນີ້ ເຊິ່ງຈະເປັນພື້ນຖານສຳຄັນໃຫ້ແກ່ຂະແໜງການກ່ຽວຂ້ອງຂອງສອງຝ່າຍ ໃນການນໍາໄປຈັດຕັ້ງປະຕິບັດຜັນຂະ ຫຍາຍໃຫ້ເປັນຮູບປະທໍາຍິ່ງຂຶ້ນ ແນໃສ່ເສີມຂະຫຍາຍການພົວພັນຮ່ວມມື ລະຫວ່າງ ສປປ ລາວ ແລະ ມາເລເຊຍ ໃຫ້ກ້າວ ສູ່ລວງເລິກ ແລະ ກວ້າງຂວາງຫຼາຍຂຶ້ນກວ່າເກົ່າ.

error: Content is protected !!