ລາວ-ມາເລເຊຍ ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມື

ວັນທີ 26 ມິຖຸນາ 2023 ທີ່ກະຊວງການຕ່າງປະເທດໄດ້ມີກອງປະຊຸມພົບປະສອງຝ່າຍ ລະຫວ່າງ ທ່ານ ສະເຫຼີມໄຊ ກົມ ມະສິດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ແລະ ທ່ານ ແຊມບຣີ ອັບດຸນ ກາເດຍ ລັດຖະມົນຕີກະຊວງການຕ່າງປະເທດ ມາເລເຊຍ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາ ຢ້ຽມຢາມເຮັດວຽກຢູ່ ສປປ ລາວ ວັນທີ 25-26 ມິຖຸນານີ້.

ໂອກາດນີ້ ທ່ານ ຮອງນາຍົກລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງ ຕໍ່ການ ມາຢ້ຽມຢາມເຮັດວຽກຢູ່ ສປປ ລາວ ຂອງ ທ່ານ ແຊມບຣີ ອັບດຸນ ກາເດຍ ພ້ອມດ້ວຍຄະນະ ຄັ້ງນີ້ ເຊິ່ງປະກອບ ສ່ວນອັນ ສໍາຄັນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສອງປະເທດ ກໍຄືການ ພົວພັນຮ່ວມມື ລະຫວ່າງ ສອງກະຊວງການຕ່າງປະເທດ ສປປ ລາວ ແລະ ມາເລເຊຍ ທ່ານ ຮອງນາຍົກລັດຖະມົນຕີ ສະ ເຫຼີມໄຊ ກົມມະສິດ ໄດ້ສະແດງຄວາມຊົມເຊີຍ ຕໍ່ ທ່ານ ແຊມບຣີ ອັບດຸນ ກາເດຍ ທີ່ໄດ້ຮັບການແຕ່ງຕັ້ງເປັນ ລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ມາເລເຊຍ ໃນເດືອນທັນວາ ປີ 2022 ພ້ອມທັງຍິນດີທີ່ຈະເຮັດວຽກຮ່ວມກັນກັບ ທ່ານ ລັດ ຖະມົນຕີ ແຊມບຣີ ອັບດຸນ ກາເດຍ ຢ່າງໃກ້ຊິດ ເພື່ອສືບຕໍ່ຮັດແໜ້ນການພົວພັນຮ່ວມມື ທັງໃນຂອບສອງຝ່າຍ ແລະ ຫຼາຍ ຝ່າຍ ໂດຍສະເພາະໃນຂອບການຮ່ວມມືພາກພື້ນອາຊຽນ ແລະ ຂອບການຮ່ວມມືສາກົນອື່ນໆ. ໃນການພົບປະສອງຝ່າຍ ໄດ້ປຶກສາຫາລື ແລະ ທົບທວນຄືນການພົວພັນການຮ່ວມມື ຂອງສອງປະທດ ນັບຕັ້ງແຕ່ໄດ້ສ້າງຕັ້ງສາຍພົວພັນການທູດນໍາ ກັນ ໃນວັນທີ 1 ກໍລະກົດ 1966 ເປັນຕົ້ນມາ ແລະ ເຫັນດີເປັນເອກະພາບຕີລາຄາສູງ ຕໍ່ສາຍພົວພັນມິດຕະພາບ ແລະ ການ ຮ່ວມມືອັນດີງາມ ລະຫວ່າງ ສອງປະເທດ ທີ່ໄດ້ຮັບການຍົກສູງຂຶ້ນຢ່າງຕໍ່ເນື່ອງ ແລະ ກວ້າງຂວາງ ເຊິ່ງສະແດງອອກໃນການ ແລກປ່ຽນການຢ້ຽມຢາມ ຂອງຄະນະຜູ້ແທນລະດັບຕ່າງໆ ຢ່າງເປັນປົກກະຕິ ນໍາໄປສູ່ຄວາມໄວ້ເນື້ອເຊື່ອໃຈ ແລະ ເຂົ້າອົກ ເຂົ້າໃຈ ເຊິ່ງກັນ ແລະ ກັນ ການໄປມາຫາສູ່ກັນ ລະຫວ່າງ ປະຊາຊົນກັບປະຊາຊົນ ຂອງສອງປະເທດ ນັບມື້ນັບເພີ່ມຂຶ້ນ ເປັນ ພື້ນຖານອັນໜັກແໜ້ນເຮັດໃຫ້ການພົວພັນຂອງສອງປະ ເທດ ກ້າວຂຶ້ນສູ່ລະດັບສູງ ການຮ່ວມມືໃນຫຼາຍໆດ້ານກໍ່ໄດ້ຮັບ ການເສີມຂະຫຍາຍ ເປັນຕົ້ນດ້ານປ້ອງກັນປະເທດ ການຄ້າ ການລົງທຶນ ພະລັງງານ ການສຶກສາ ການທະນາຄານ ແລະ ອື່ນໆໃນຂະນະດຽວກັນ ສອງປະເທດ ລາວ-ມາເລເຊຍ ກໍ່ສືບຕໍ່ມີການພົວພັນຮ່ວມມືທີ່ດີ ແລະ ໃຫ້ການສະໜັບສະໜູນ ເຊິ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ ໂດຍສະເພາະໃນຂອບອາຊຽນອົງການສະຫະປະຊາຊາດ ແລະ ຂອບ ການຮ່ວມມືອື່ນໆ ພ້ອມດຽວກັນນີ້ສອງຝ່າຍ ໄດ້ເຫັນດີເປັນເອກະພາບທີ່ຈະສືບຕໍ່ຊຸກຍູ້ເປີດກ້ວາງ ແລະ ລົງເລິກການ ພົວພັນຮ່ວມມື ໃນຂົງເຂດຕ່າງໆ ທີ່ສອງຝ່າຍຍັງມີທ່າແຮງບົ່ມຊ້ອນ.

ພິເສດໃນການພົບປະຄັ້ງນີ້ສອງຝ່າຍຍັງໄດ້ປຶກສາຫາລື ເພື່ອກະກຽມຄວາມພ້ອມໃນດ້ານຕ່າງໆ ໃຫ້ແກ່ການເດີນທາງ ມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການຂອງ ພະນະທ່ານ ອັນວາ ອິບບຣາຮິມ ນາຍົກລັດຖະມົນຕີ ແຫ່ງ ມາເລເຊຍ ພ້ອມດ້ວຍພັນລະຍາ ແລະ ຄະນະ ໃນວັນທີ 26-27 ມິຖຸນາ 2023 ນີ້ ລວມເຖິງການປຶກສາຫາລືເພື່ອກະກຽມໃຫ້ແກ່ກອງ ປະຊຸມກໍາມາທິການຮ່ວມ ວ່າດ້ວຍ ການຮ່ວມມື ລະຫວ່າງ ສປປ ລາວ-ມາເລເຊຍ (JCBC) ຄັ້ງທີ 4 ທີ່ ສປປ ລາວ ຈະເປັນ ເຈົ້າພາບຈັດຂຶ້ນໃນປີ 2024. ນອກນັ້ນ ສອງຝ່າຍຍັງໄດ້ແລກປ່ຽນຄໍາຄິດເຫັນ ກ່ຽວກັບ ສະພາບການພົ້ນເດັ່ນໃນພາກພື້ນ ແລະ ສາກົນ ຈໍານວນໜຶ່ງ ທີ່ສອງຝ່າຍມີຄວາມສົນໃຈ.

ພ້ອມນີ້ ທ່ານ ຮອງນາຍົກລັດຖະມົນຕີ ຍັງ ໄດ້ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຂອບໃຈ ແລະ ຕີລາຄາສູງ ຕໍ່ການສະໜັບສະໜູນ ແລະ ການຊ່ວຍເຫຼືອຂອງ ລັດຖະບານ ແລະ ປະຊາຊົນ ມາເລເຊຍ ໄລຍະຜ່ານມາ ໂດຍ ສະເພາະໃນຂະແໜງການພັດທະນາຊັບພະຍາກອນມະນຸດ ໂດຍຜ່ານ ໂຄງການ MTCP ທຶນການສຶກສາ ແລະ ທຶນຝຶກ ອົບຮົມຕ່າງໆ ການຊ່ວຍເຫຼືອໃນໄລຍະການແຜ່ລະບາດຂອງພະຍາດໂຄວິດ-19 ແລະ ອື່ນໆ ພ້ອມນີ້ ກໍໄດ້ແຈ້ງໃຫ້ຝ່າຍ ມາເລເຊຍຊາບ ກ່ຽວກັບ ການກະກຽມຄວາມພ້ອມໃນການເປັນປະທານອາຊຽນ ຂອງ ສປປ ລາວ ລວມເຖິງການ ເປີດປີ ທ່ອງທ່ຽວລາວ ໃນປີ 2024. ໂອກາດດຽວກັນ ທ່ານ ລັດຖະມົນຕີ ແຊມບຣີ ອັບດຸນ ກາເດຍ ໄດ້ສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບອັນອົບອຸ່ນໃນຄັ້ງນີ້ ພ້ອມທັງສະແດງຄວາມຂອບໃຈ ຕໍ່ຝ່າຍລາວທີ່ໃຫ້ຄວາມຮ່ວມມືຢ່າງເຕັມທີ່ ໃນການກະ ກຽມຄວາມພ້ອມເພື່ອກະກຽມຕ້ອນຮັບ ພະນະທ່ານ ນາຍົກລັດຖະມົນຕີ ອັນວາ ອິບບຣາຮິມ ພ້ອມດ້ວຍພັນລະຍາ ແລະ ຄະນະ ທີ່ຈະເດີນທາງມາຢ້ຽມຢາມທາງການ ຢູ່ ສປປ ລາວ ໃນວັນທີ 26-27 ມິຖຸນາ 2023 ນີ້ ພ້ອມນັ້ນ ຍັງໄດ້ສະແດງ ຄວາມຂອບໃຈ ຕໍ່ລັດຖະບານ ແລະ ປະຊາຊົນລາວ ທີ່ໃຫ້ການຊ່ວຍເຫຼືອ ແລະ ສະໜັບສະໜູນ ມາເລເຊຍ ໃນເວທີພາກພື້ນ ແລະ ສາກົນ ຕະຫຼອດມາສະແດງຄວາມຍິນດີທີ່ຈະສືບຕໍ່ໃຫ້ການຮ່ວມມື ຊ່ວຍເຫຼືອ ແລະ ສະໜັບສະໜູນ ສປປ ລາວ ເພື່ອ ສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ມາເລເຊຍ ແລະ ສປປ ລາວ ໃຫ້ໄດ້ຮັບການ ເສີມຂະຫຍາຍຍິ່ງໆຂຶ້ນ ໂດຍສະເພາະ ໃນໂອກາດການເປັນປະທານອາຊຽນ ຂອງ ສປປ ລາວ ໃນປີ 2024 ນີ້.

error: Content is protected !!