ປະທານ ສນຊ ເນັ້ນກຳມະການແນວລາວສ້າງຊາດ ແລະ ພະນັກງານຫຼັກແຫຼ່ງ ເມືອງທ່າພະບາດ ສຸມໃສ່ແກ້ໄຂ 4 ເຖື່ອນ 4 ຮ່ວມ ແລະ 4 ເສີມຂະຫຍາຍ

     ທ້າຍອາທິດຜ່ານມາ ທ່ານ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ (ສນຊ) ພ້ອມດ້ວຍຄະນະ ລົງພົບປະຢ້ຽມຢ້ຽມຢາມກຳມະການແນວລາວສ້າງຊາດ ແລະ ພະນັກງານຫຼັກແຫຼ່ງ ອ້ອມຂ້າງເມືອງທ່າພະບາດ ແຂວງບໍລິຄຳໄຊ ໂດຍໄດ້ຮັບການຕ້ອນຮັບຈາກທ່ານ ກອງແກ້ວ ໄຊສົງຄາມ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງບໍລິຄຳໄຊ ທ່ານ ບຸນຄຳ ໄຊເຍ່ຍລໍວື່ ຄະນະປະຈຳພັກແຂວງ ປະທານແນວລາວສ້າງຊາດ ແຂວງບໍລິຄຳໄຊ ມີຄະນະນຳຂອງແຂວງ ເມືອງ ແລະ ພໍ່ແມ່ປະຊາຊົນຂອງເມືອງທ່າພະບາດ ໃຫ້ການຕ້ອນຮັບ.

    ໂອກາດນີ້ ທ່ານເຈົ້າແຂວງໄດ້ກ່າວສະແດງຄວາມຍິນດີຕ້ອນຮັບ ທ່ານປະທານ ສນຊ ແລະ ໄດ້ລາຍງານສະພາບລວມຂອງແຂວງໂດຍຫຍໍ້ ເຊິ່ງໄດ້ຍົກໃຫ້ເຫັນວ່າໃນໄລຍະຜ່ານມາແຂວງບໍລິຄຳໄຊ ເຂົ້າສູ່ລວງເລິກຕົວຈິງ ສຸມໃສ່ຜັນຂະຫຍາຍນະໂຍບາຍ ແລະ ວຽກງານຈຸດສຸມເພື່ອແກ້ໄຂຄວາມບໍ່ສະຫງົບ ເປັນຕົ້ນແມ່ນການແກ້ໄຂ 4 ເຖື່ອນຄື: ຄົນເຖື່ອນ ລົດເຖື່ອນ ອາວຸດເຖື່ອນ ແລະ ສິນຄ້າເຖື່ອນ ປັບປຸງກົງຈັກການຈັດຕັ້ງທຸກຂັ້ນໃຫ້ມີຄວາມເຂັ້ມແຂງ.

    ໂອກາດດຽວກັນ ທ່ານ ສິນລະວົງ ຄຸດໄພທູນ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ພົ້ນເດັ່ນ ທີ່ຄະນະພັກ ຄະນະນຳ ແລະ ຄະນະກຳມະການແນວລາວສ້າງຊາດແຕ່ລະຂັ້ນ ທີ່ສາມາດຍາດມາໄດ້ໃນໄລຍະຜ່ານມາ ແລະ ທ່ານໄດ້ເນັ້ນຕື່ມວ່າ: ໃຫ້ຈັດຕັ້ງປະຕິບັດແຜນວຽກ 4 ຮ່ວມ ຄື: ໃຫ້ປະຊາຊົນຮູ້ ໃຫ້ປະຊາຊົນເຮັດ ໃຫ້ປະຊາຊົນຮຽກຮ້ອງ ແລະ ປະຊາຊົນໄດ້ຮັບຜົນປະໂຫຍດ ຄະນະກຳມະການແນວລາວສ້າງຊາດ ແຕ່ລະຂັ້ນໃຫ້ສຶບຕໍ່ປະຕິບັດວຽກງານ 4 ການເສີມສ້າງ ຄື: ເສີມສ້າງຄວາມສາມັກຄີ ເສີມສ້າງຄຸນງາມຄວາມດີ ເສີມສ້າງຄຸນນະທຳ ແລະ ເສີມສ້າງຄຸນວຸດທິ ແລະ ສຶບຕໍ່ຄົ້ນຄວ້າຄວາມເປັນໄປໄດ້ໃນການສ້າງກອງທຶນສາມັກຄີພັດທະນາ ຂອງແນວລາວສ້າງຊາດ ເພື່ອໃຫ້ໄດ້ຮັບການຈັດຕັ້ງປະຕິບັດ.

    ພ້ອມທັງໄດ້ໄປຢ້ຽມຢາມສະຖານທີ່ທ່ອງທ່ຽວທາງວັດທະນະທຳຂອງເມືອງ (ວັດທ່າພະບາດ ວັດໂພນສັນ) ຢ້ຽມຢາມສູນຫັດຖະກຳຈັກສານ ແລະ ຢ້ຽມຢາມໂຮງງານກັ່ນຕອງນ້ຳພືດຈາກຫົວສີໄຄ ພ້ອມທັງຢ້ຽມຢາມການປູກຫົວສີໄຄເຄື່ອງ ຕື່ມອີກ.

error: Content is protected !!