ໄຂ​ເປັນ​ທາງ​ການ ກອງປະຊຸມສະໄໝສາມັນ ເທື່ອທີ 5 ຈະ​ພິ​ຈາ​ລະ​ນາ ​ຮັບ​ຮອງ​ບັນ​ດາ​ບົດ​ລາຍ​ງານ ພ້ອມກົ​ດ​ໝາຍ 10 ສະ​ບັບ

ກອງປະຊຸມສະໄໝສາມັນ ເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ IX ໄດ້ໄຂຂຶ້ນຢ່າງເປັນທາງການ ໃນ​ວັນ​ທີ 26 ມິ​ຖຸ​ນາ 2023 ທີ່​ສະ​ແຫ່ງ​ຊາດ ເຊິ່ງກອງ​ປະ​ຊຸມ​ຄັ້ງ​ນິີ້ຈະ​ໄດ້​ພິ​ຈ​າ​ລະ​ນາ​ ແລະ ຮັບ​ຮອງ​ເອົາ​ບັນ​ດາ​ບົດ​ລາຍ​ງານ ພ້ອມນັ້​ນ​ກໍ​ຈະ​ໄດ້ ​ພິ​ຈ​າ​ລະ​ນາ​ ຮັບ​ຮອງກົດ​ໝາຍ​ສະ​ບັບ​ປັບ​ປຸງ ແລະ ສ້າງໃໝ່​ລວມ 10 ສະ​ບັບ ກອງ​ປະ​ຊຸ​ມ​ຄັ້ງ​ນີ້​ຈະ​ເນີ​ນ​ໄປ​ຮອດ​ວັນ​ທີ 18 ກໍ​ລະ​ກົດ 2023.

ທ່ານ ປອ ໄຊສົມພອນ ພົມວິຫານ ກຳມະການກົມການເມືອງສູນກາງພັກ ປະທານສະພາແຫ່ງຊາດ ກ່າວໄຂກອງປະຊຸມຄັ້ງ​ນີ້ ເຊິ່ງ​ມີ​ບາງ​ຕອນ​ທ່ານ​ກ່າວ​ວ່າ: ກອງປະຊຸມສະໄໝສາມັນເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ IX ຄັ້ງນີ້ ຈະໄດ້ພິຈາລະນາ ຮັບຮອງບັນດາເນື້ອໃນທີ່ສຳຄັນ ດັ່ງນີ້:

1) ບົດລາຍງານໂດຍສັງເຂບຂອງທ່ານນາຍົກລັດຖະມົນຕີ ກ່ຽວກັບການເຄື່ອນໄຫວວຽກງານພົ້ນເດັ່ນ ຂອງລັດຖະບານ 6 ເດືອນຕົ້ນປີ ແລະ ສະເໜີທິດທາງແຜນວຽກຈຸດສຸມ 6 ເດືອນທ້າຍປີ 2023.

2) ບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງ ຄົມ 6 ເດືອນຕົ້ນປີ ແລະ ແຜນການ 6 ເດືອນທ້າຍປີ 2023 ທິດທາງການລົງທຶນຂອງລັດປະຈໍາປີ 2024.

3) ບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ 6 ເດືອນຕົ້ນປີ ແລະ ແຜນການ 6 ເດືອນທ້າຍປີ 2023.

4) ບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນເງິນຕາ 6 ເດືອນຕົ້ນປີ ແລະ ແຜນການ 6 ເດືອນທ້າຍປີ 2023.

5) ບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານ ເສດຖະກິດ-ການເງິນ.

6) ບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ ໄຂຢາເສບຕິດ.

7) ບົດລາຍງານຂອງລັດຖະບານ ກ່ຽວກັບຮ່າງຍຸດທະສາດການພັດທະນາແຮ່ທາດ 10 ປີ (2021-2030) ແລະ ວິໄສທັດຮອດປີ 2035.

8) ບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດຍຸດທະສາດການປົກປ້ອງສັງຄົມ.

9) ບົດລາຍງານຂອງລັດຖະບານ ກ່ຽວກັບຍຸດທະສາດການຄຸ້ມຄອງນໍ້າ ແລະ ຊັບພະຍາກອນນໍ້າແຫ່ງຊາດ ຮອດປີ 2030.

10) ບົດລາຍງານກ່ຽວກັບການປະເມີນຜົນ ການຈັດຕັ້ງປະຕິບັດກົດໝາຍ ຂົງເຂດຍຸຕິທໍາ 4 ສະບັບ ໃນນີ້ ມີ ຂົງເຂດສານ ປະຊາຊົນສູງສຸດ 2 ສະບັບ ຄື: ກົດໝາຍວ່າດ້ວຍສານປະຊາຊົນ ກົດໝາຍວ່າດ້ວຍການດຳ ເນີນຄະດີແພ່ງ ແລະ ຂົງເຂດ ຂອງອົງການໄອຍະການປະຊາຊົນສູງສຸດ 2 ສະບັບ ຄື: ກົດໝາຍວ່າດ້ວຍອົງການໄອ ຍະການປະຊາຊົນ ເເລະ ກົດໝາຍ ວ່າດ້ວຍການດຳເນີນຄະດີອາຍາ.

11) ພິຈາລະນາ ຮັບຮອງເອົາການສ້າງ ແລະ ປັບປຸງກົດໝາຍ ຈຳນວນ 10 ສະບັບ ໃນນີ້ມີກົດໝາຍ ສ້າງໃໝ່ 4 ສະບັບ ຄື: ຮ່າງກົດໝາຍ ວ່າດ້ວຍວຽກງານສາທາລະນະສຸກ ຮ່າງກົດໝາຍ ວ່າດ້ວຍການຈັດຫາງານ ຮ່າງກົດໝາຍວ່າດ້ວຍ ອາ ກອນ ທີ່ດິນ ຮ່າງກົດໝາຍວ່າດ້ວຍ ເຍົາວະຊົນລາວ ແລະ ກົດໝາຍ ປັບປຸງ 6 ສະບັບ ຄື: ກົດໝາຍວ່າດ້ວຍ ທະນາຄານທຸລະກິດ, ກົດໝາຍ ວ່າດ້ວຍ ສັດນໍ້າ ແລະ ການປະມົງ ກົດໝາຍວ່າດ້ວຍສັດປ່າ ກົດໝາາຍວ່າດ້ວຍ ການພີມຈໍາໜ່າຍ ກົດໝາຍວ່າ ດ້ວຍ ການປົກປ້ອງສິດ ແລະ ຜົນປະໂຫຍດຂອງເດັກ ແລະ ກົດໝາຍ ວ່າດ້ວຍ ສານທະຫານ.

12) ບົດລາຍງານຂອງຄະນະປະຈຳສະພາແຫ່ງຊາດ ກ່ຽວກັບການຈັດຕັ້ງປະຕິບັດແຜນການ ເຄື່ອນໄຫວວຽກງານ ໃນໄລຍະ ແຕ່ກອງປະຊຸມສະໄໝສາມັນ ເທື່ອທີ 4 ຫາ ເທື່ອທີ 5 ແລະ ທິດທາງ ແຜນການ ຮອດກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ IX.

ນອກນັ້ນ ຍັງຈະໄດ້ຮັບຟັງການຊີ້ແຈງຂອງພາກສ່ວນກ່ຽວຂ້ອງຈຳນວນໜຶ່ງ ຕໍ່ຄໍາຊັກຖາມຂອງ ບັນດາສະມາຊິກສະພາ ແຫ່ງຊາດ.

ສະພາແຫ່ງຊາດ ຈະພິຈາລະນາ ປະກອບຄຳເຫັນ ແລະ ຮັບຮອງເອົາຫຼາຍເນື້ອໃນສຳຄັນ ເຊິ່ງເປັນບັນຫາສ້າງຄວາມສົນໃຈ ໃຫ້ແກ່ຜູ້ມີສິດເລືອກຕັ້ງ ປະຊາຊົນໃນທົ່ວປະເທດ ກໍຄື ພີ່ນ້ອງຮ່ວມຊາດຢູ່ ຕ່າງປະເທດ ເພື່ອພິຈາລະນາຮັບ ຮອງເອົາບັນ ຫາສໍາຄັນພື້ນຖານຂອງປະເທດຊາດ ທີ່ມີຈໍານວນຫຼາຍຄື ດັ່ງກ່າວ ໃຫ້ມີຄຸນນະພາບ ປະສິດທິຜົນ ແລະ ບັນລຸຜົນຕາມແຜນ ການທີ່ວາງໄວ້ ໃນນາມປະທານກອງປະຊຸມ ຂ້າພະເຈົ້າ ຂໍຮຽກຮ້ອງມາຍັງທຸກພາກສ່ວນທີ່ກ່ຽວຂ້ອງ ຈົ່ງສືບຕໍ່ໃຫ້ການຮ່ວມມື ແລະ ສະໜອງ ຂໍ້ມູນຕໍ່ບັນດາເນື້ອໃນທີ່ຈະນຳເຂົ້າພິຈາລະນາ ແລະ ຮັບຮອງໃນກອງປະຊຸມຄັ້ງນີ້ ຮຽກຮ້ອງມາຍັງບັນດາ ທ່ານສະມາຊິກສະພາແຫ່ງຊາດ ຈົ່ງໄດ້ນໍາໃຊ້ສິດປະຊາທິປະໄຕ ແລະ ເຊີດຊູຄວາມຮັບຜິດຊອບການ ເມືອງຂອງຕົນ ໃນການ ສຸມໃສ່ຄົ້ນຄວ້າຢ່າງເລິກເຊິ່ງ ປະກອບສ່ວນປະກອບຄຳເຫັນ ຕໍ່ທຸກບັນຫາຢ່າງຖີ່ ຖ້ວນ ສ້າງສັນ ພາວະວິໄສ ມີເຫດມີຜົນ ຮັດ ກຸມ ບົນພື້ນຖານແນວທາງນະໂຍບາຍຂອງພັກ ກົດ ໝາຍຂອງລັດ ແລະ ສະພາບຄວາມເປັນຈິງທາງດ້ານເສດຖະ ກິດ-ສັງ ຄົມຂອງ ປະເທດເຮົາໃນປັດຈຸບັນ ເພື່ອເຮັດໃຫ້ເນື້ອໃນທີ່ນໍາມາພິຈາລະນາ ຮັບ ຮອງຄັ້ງນີ້ ມີຄຸນນະພາບ ແລະ ສາມາດນຳ ໄປຈັດຕັ້ງປະຕິ ບັດຢ່າງເປັນຮູບປະທຳຢ່າງແທ້ຈິງ.

ເປັນ​ກຽດ​ເຂົ້​າ​ຮ່ວມໃນ​ພິ​ທີ​ໄຂກອງ​ປະ​ຊຸມ​ເຊື້ອນີ້​​ຂອງ ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງ ພັກປະ ຊາຊົນ ປະຕິວັດລາວ ປະທານປະເທດ ແຫ່ງ ສປປ ລາວ ມີບັນດາທ່ານຜູ້ນຳຂັ້ນສູງ ອາດີດຜູ້ນຳຂັ້ນສູງຂອງພັກ-ລັດ ບັນດາ ທ່ານສະມາຊິກສະພາແຫ່ງຊາດ ແຂກທີ່​ຖືກ​ເຊ​ີນ.

error: Content is protected !!