ພ້ອມກັນເປັນເຈົ້າການສະກັດກັ້ນ ຕ້ານ ແລະ ແກ້ໄຂບັນຫາຢາເສບຕິດ ໃຫ້​ໝົດ​ສິ້ນ​ຈາກ​ສັງ​ຄົມ​ລາວ

ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 36 ປີ (26 ມິຖຸນາ 1987-26 ມິຖຸນາ 2023) ທີ່ຈະມາເຖິງນີ້ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ສອນ​ໄຊ ສີ​ພັນ​ດອນ ໄດ້​ມີ​ສານ​ຕໍ່​ວັນ​ດັ່ງ​ກ່າວ ໂດຍ​ທ່ານຮຽ​ກ​ຮ້ອງທຸກ​ຊັ້ນ​ຄົນ​ໃນ​ສັງ​ຄົມ ຈົ່ງ​ພ້ອມ​ກັນເປັນເຈົ້າ ການເຂົ້າຮ່ວມໃນການສະກັດກັ້ນ ຕ້ານ ແລະ ແກ້ໄຂບັນຫາຢາເສບຕິດ ເພື່​ອ​ເຮັດ​ໃຫ້​ບັນ​ຫາ​ດັ່ງ​ກ່າວຫຼຸດ​ລົງ ແລະ ໝົດ​ສິ້ນ​ໄປ​ຈາກ​ສັງ​ຄົມ​ລາວ.

ເນື້ອໃນ​ສານ​​ວັນ​ດັ່ງ​ກ່າວ​ມີ​ບາງ​ຕອນ​ທ່ານ​ໄດ້​ກ່າວ​ວ່າ: ຢາເສບຕິດ ເປັນບັນຫາໃຫຍ່ລະດັບໂລກ ທີ່ບັນດາປະເທດຕ່າງກໍໃຫ້ ຄວາມສໍາຄັນ ແລະ ເອົາໃຈໃສ່ຮ່ວມມືກັນຕ້ານ ສະກັດກັ້ນ ຄວບຄຸມ ແລະ ແກ້ໄຂບັນຫາດັ່ງກ່າວ ປັດຈຸ ບັນ ຢູ່ປະເທດເຮົາ ກໍພວມປະເຊີນກັບໄພຂົ່ມຂູ່ຈາກບັນຫາຢາເສບຕິດເຊັ່ນກັນ ເຊິ່ງໄດ້ແຜ່ລະບາດໄປທົ່ວທຸກບ່ອນ ນັບທັງຕົວເມືອງ ຊົນນະບົດ ແລະ ເຂດຫ່າງໄກສອກຫຼີກ ໃນລະດັບທີ່ແຕກຕ່າງກັນ ບັນຫາຢາເສບຕິດໄດ້ກາຍເປັນໜຶ່ງໃນບັນດາປະກົດການຫຍໍ້ທໍ້ທາງ ສັງຄົມ ການລະບາດຂອງຢາເສບຕິດໄດ້ເປັນໜໍ່ ແໜງ ແລະ ເປັນສາເຫດຕົ້ນຕໍຂອງການເກີດຄວາມຮຸນແຮງ ກໍ່ອາຊະຍາກຳ ແລະ ສິ່ງຫຍໍ້ທໍ້ຕ່າງໆໃນສັງ ຄົມ ເຊິ່ງເປັນໄພອັນຕະລາຍ ມີຄວາມສ່ຽງສູງຕໍ່ຄວາມໝັ້ນຄົງຂອງຊາດ ແລະ ໄດ້ສົ່ງຜົົນກະທົບ ໂດຍກົງ ຕໍ່ການພັດທະນາເສດຖະກິດ-ສັງຄົມ ຕໍ່ສຸຂະພາບຂອງປະຊາຊົນ ພົນລະເມືອງລາວເຮົາ ໂດຍສະເພາະ ໄດ້ເບື່ອເມົາ ຊາວໜຸ່ມ ເຍົາວະຊົນ ທີ່ເປັນກໍາລັງແຮງງານຂອງປະເທດຊາດ ເປັນຜູ້ສືບທອດພາລະກິດ ແລະ ອະນາຄົດຂອງປະເທດຊາດ.

ປັດຈຸບັນ ການຄ້າຂາຍຢາເສບຕິດ ໄດ້ກາຍເປັນຂະບວນການຂ້າມຊາດ ທີ່ລັດຖະບານ ແລະ ປະຊາຊົນລາວ ກໍຄື ບັນດາປະຊາ ຊາດໃນທົ່ວໂລກ ພ້ອມກັນຕໍ່ຕ້ານຢ່າງແຂງແຮງ ເຖິງວ່າຫຼາຍປະເທດໄດ້ເພີ່ມທະວີມາດຕະການ ຄວາມພະຍາຍາມໃນການ ຄວບຄຸມ ສະກັດກັ້ນ ປາບປາມ ແລະ ແກ້ໄຂບັນຫາດັ່ງກ່າວ ຢ່າງຕໍ່ເນື່ອງປານໃດກໍຕາມ ແຕ່ການຜະລິດ ການຄ້າຂາຍ ຈໍາ ໜ່າຍ ການນໍາໃຊ້ ການລໍາລຽງຂົນສົ່ງສິ່ງເສບຕິດ ຢູ່ໃນທົ່ວໂລກ ກໍຍັງບໍ່ຫຼຸດລົງ ແລະ ມີທ່າອ່ຽງເພີ່ມຂຶ້ນຢ່າງໜ້າເປັນຫ່ວງ.

ຍ້ອນເຫັນໄດ້ໄພອັນຕະລາຍ ແລະ ຄວາມຈໍາເປັນພາວະວິໄສ ໃນການແກ້ໄຂບັນຫາຢາເສບຕິດໃຫ້ເດັດຂາດ ໃນຊຸມປີຜ່ານມາ ພັກ-ລັດຖະບານພວກເຮົາ ໄດ້ນຳພາ-ຊີ້ນໍາການຈັດຕັ້ງປະຕິບັດວຽກງານດັ່ງກ່າວຢ່າງຈົດຈໍ່ຕະຫຼອດມາ ໂດຍສະເພາະການຈັດ ຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນ ຫາຢາເສບຕິດ (ປີ 2021-2023) ມາຮອດເວລານີ້ ເປັນກໍານົດເວລາທີ່ ຄາດໝາຍໄວ້ແລ້ວ ເຊິ່ງໄດ້ສຸມໃສ່ 6 ວຽກຈຸດສຸມໃນວາລະແຫ່ງຊາດ ທຸກຂະແໜງການທີ່ກ່ຽວຂ້ອງໄດ້ສຸມໃສ່ຢ່າງເປັນຂະ ບວນຟົດຟື້ນ ໂດຍສະເພາະວຽກງານສ້າງຄວາມຮັບຮູ້ທົ່ວສັງຄົມ ດ້ວຍການສຶກສາອົບຮົມ ໂຄສະນາເຜີຍແຜ່ລະບຽບກົດໝາຍ ຜົນຮ້າຍຂອງຢາເສບຕິດ ເນື້ອໃນວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ໂດຍຜ່ານພາຫະ ນະສື່ມວນຊົນ ຕິດ ປ້າຍຄໍາຂວັນ ປ້າຍຮູບຈິນຕະນາການ ແຈກຢາຍແຜ່ນພັບ ໂປສເຕີ ທີ່ສະແດງເຖິງຜົນຮ້າຍຂອງຢາເສບຕິດຢ່າງກວ້າງຂວາງ ຕໍ່ ເນື່ອງ ໃຫ້ພະນັກງານ-ລັດຖະກອນ ນັກຮຽນ ນັກສຶກສາ ຊາວ ໜຸ່ມ ໄວໜຸ່ມ ແລະ ປະຊາຊົນລາວບັນດາເຜົ່າ ເຫັນໄດ້ວ່າພົນ ລະເມືອງລາວສ່ວນຫຼາຍມີຄວາມຮັບຮູ້-ເຂົ້າ ໃຈຢ່າງຖືກຕ້ອງຕໍ່ກັບພິດໄພ ຜົນຮ້າຍ ແລະ ຄວາມເປັນອັນຕະລາຍຂອງຢາເສບ ຕິດ ພ້ອມນີ້ການສ້າງຄວາມເຂັ້ມແຂງທົ່ວສັງຄົມ ໂດຍການເຮັດໃຫ້ສະຖາບັນຄອບຄົວ ຊຸມຊົນ ຕື່ນຕົວເຂົ້າຮ່ວມສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ ເປັນຕົ້ນສະຖາບັນຄອບຄົວ ບ້ານ ຊຸມຊົນ ພາກລັດ ພາກເອກະຊົນ ໄດ້ມີສ່ວນຮ່ວມຈັດຕັ້ງປະ ຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ໂດຍທຸກພາກສ່ວນ ທຸກ   ໜ່ວຍງານທີ່ກ່ຽວຂ້ອງໄດ້ເອົາໃຈ ໃສ່ໃກ້ຊິດ ແທດເຖິງຮາກຖານປະຊາຊົນ ດ້ວຍການນໍາພາ-ຊີ້ນໍາເຮັດຕົວຈິງໃນຫຼາຍວິທີທີ່ເປັນລະບົບ ຮັບປະກັນດ້ານການ ເມືອງ ກົດໝາຍ ວິຊາສະເພາະທີ່ກ່ຽວຂ້ອງ.

ນອກນີ້ພວກເຮົາຍັງໄດ້ເອົາໃຈໃສ່ສ້າງເງື່ອນໄຂອໍານວຍຄວາມສະດວກໃຫ້ຄອບຄົວຂອງປະຊາຊົນບັນດາເຜົ່າຢູ່ເຂດພູດອຍ ຫັນໄປປະກອບອາຊີບທີ່ໝັ້ນຄົງ ຖືກກົດໝາຍ ດ້ວຍການປູກພືດທົດແທນພືດທີ່ມີສານເສບຕິດ ສົ່ງເສີມການລ້ຽງສັດ ປູກ ພືດ-ຜັກເປັນສິນຄ້າ ເປັນຕົ້ນສະຫະກອນວັນໃໝ່ ປູກກາເຟ ຢູ່ແຂວງຫົວພັນ ສົ່ງອອກຂາຍຕ່າງປະເທດ ສໍາລັບຜູ້ຖືກເຄາະ ຮ້າຍຈາກຢາເສບຕິດ ໄດ້ຮັບການບຳບັດປິ່ນປົວ ຟື້ນຟູ ແລະ ອົບຮົມວິຊາຊີບຢູ່ໃນສູນປິ່ນປົວ ແລະ ໂຮງໝໍຊຸມຊົນຂອງລັດ ໄດ້ຢ່າງມີປະສິດທິຜົນດີພໍສົມຄວນ ແລະ ລັດຖະບານ ກໍໄດ້ມີທິດປັບປຸງ ຂະຫຍາຍໂຮງໝໍຊຸມຊົນເພີ່ມຂຶ້ນ ເພື່ອເປັນບ່ອນໃຫ້ ຄໍາປຶກສາ ປິ່ນປົວ ເຮັດໃຫ້ຜູ້ເຄາະຮ້າຍຈາກຢາເສບຕິດເຫຼົ່ານັ້ນ ໄດ້ກັບຄືນເປັນຄົນທີ່ມີຄຸນຄ່າ ແລະ ພົນລະເມືອງທີ່ດີໃນ ສັງຄົມ ພ້ອມ​ນີ້ລັດຖະບານຍັງໄດ້ສຸມໃສ່ໃຫ້ທຸກພາກສ່ວນຮ່ວມກັນປະຕິບັດວຽກງານ 3 ສ້າງ ຕິດພັນກັບການສ້າງ ບ້ານໃຫ້ ເປັນຫົວໜ່ວຍພັດທະນາ ໂດຍໄດ້ສ້າງບ້ານ ໂຮງຮຽນ ກົມກອງ ຫົວໜ່ວຍການຜະລິດ ບໍລິການ ທັງພາກລັດ ແລະ ເອກະຊົນ ຢູ່ທ້ອງຖິ່ນຕ່າງໆໃຫ້ປອດຈາກຢາເສບຕິດ.

ຄຽງຄູ່ກັນນີ້ລັດຖະບານ ຍັງໄດ້ເອົາໃຈໃສ່ ແລະ ໃຫ້ຄວາມສໍາຄັນຕໍ່ການປະຕິບັດມາດຕະການດ້ານກົດ  ໝາຍຕໍ່ຜູ້ກະທຳຜິດ ສະເພາະປີນີ້ ເຈົ້າໜ້າທີ່ປ້ອງກັນຄວາມສະຫງົບ ສາມາດສະກັດກັ້ນ ແລະ ຕ້ານຢາເສບຕິດໄດ້ຫຼາຍກໍລະນີ ໄດ້ເພີ່ມທະວີ ຄວາມ ເປັນເຈົ້າການ​ໃນ​ການ​ຕິດຕາມ ກວດກາ ​ແລະ ແກ້​ໄຂ​ບັນຫາ​ດັ່ງກ່າວຢ່າງ​ຕັ້ງໜ້າ ໂດຍໄດ້ມ້າງຄະດີ ຍຶດຢາເສບຕິດ ຍຶດອາວຸດເສິ​ກ ຍຶດຊັບສິນ ວັດຖຸມີຄ່າ ສານເຄມີຕ່າງໆທີ່ພວກກຸ່ມຄົນບໍ່ດີນໍາມາຜະລິດເປັນຢາເສບຕິດ ທີ່​ສຳຄັນແມ່ນສາ ມາດຈັບກຸມຜູ້ກະທໍາຜິດ ມາດຳເນີນຄະດີຕາມລະບຽບກົດໝາຍ.

ເນື່ອງໃນວັນສາກົນຕ້ານຢາເສບຕິດ ວັນທີ 26 ມິຖຸນາ 2023 ຄົບຮອບ 36 ປີ ໃນປີນີ້ ຕາງໜ້າໃຫ້ພັກ-ລັດຖະບານ ສປປ ລາວ ຂ້າພະເຈົ້າຂໍສະແດງຄວາມຊົມເຊີຍຢ່າງສຸດໃຈຕໍ່ເຈົ້າໜ້າທີ່ປ້ອງກັນຊາດ ປ້ອງກັນຄວາມສະຫງົບ ແລະ ທຸກພາກສ່ວນທີ່ກ່ຽວ ຂ້ອງທັງຢູ່ສູນກາງ ແລະ ທ້ອງຖິ່ນ ຕະຫຼອດຮອດປະຊາຊົນລາວບັນດາເຜົ່າໃນຂອບເຂດທົ່ວປະເທດ ທີ່ໄດ້ໃຫ້ການຮ່ວມມືປະ ກອບສ່ວນໃນການຈັດຕັ້ງປະຕິບັດ ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ (ປີ 2021-2023) ໃນໄລຍະ 1 ປີ ຜ່ານມາ ຂໍສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນມາຍັງບັນດາປະເທດເພື່ອນມິດ ຄູ່ຮ່ວມພັດທະນາ ອົງການຈັດຕັ້ງສາ ກົນ ອົງການບໍ່ສັງກັດລັດຖະບານ ແລະ ພາກທຸລະກິດທັງພາຍໃນ ແລະ ຕ່າງປະເທດ ທີ່ໄດ້ໃຫ້ການຮ່ວມມື ສະໜັບສະໜູນ ອູ້ມ ຊູຊ່ວຍເຫຼືອໃຫ້ລັດຖະບານ ແລະ ປະຊາຊົນລາວ ໃນການຄວບຄຸມ ສະກັດກັ້ນ ຕ້ານ ແລະ ແກ້ໄຂບັນຫາຢາເສບຕິດ ໃຫ້ໄດ້ ຮັບຜົນດີຕະຫຼອດມາ ແລະ ຫວັງວ່າ ສປປ ລາວ ຈະສືບຕໍ່ໄດ້ຮັບການສະໜັບສະໜູນຊ່ວຍເຫຼືອຕໍ່ໄປອີກໃນອະນາຄົດ.

ຢາເສບຕິດ ເປັນບັນຫາອັນຕະລາຍຮ້າຍແຮງ ທ້າທາຍຂອງທຸກຊາດ ແລະ ເປັນໄພຂົ່ມຂູ່ຕໍ່ຄວາມສະຫງົບສຸກ ຄວາມເປັນ ລະບຽບຮຽບຮ້ອຍຂອງສັງຄົມ ແລະ ຄວາມໝັ້ນຄົງຂອງປະຊາຊາດໃນໂລກ ຈຶ່ງຂໍຮຽກຮ້ອງໃຫ້ພະນັກງານ ທະຫານ ຕຳຫຼວດ ແລະ ປະຊາຊົນລາວບັນດາເຜົ່າ ທຸກເພດໄວ ໃນທົ່ວສັງຄົມ ບັນດາອົງການຈັດຕັ້ງພັກ-ລັດ ອົງການປົກຄອງທ້ອງຖິ່ນ ສະຖາບັນ ການສຶກສາ ອົງການພຸດທະສາສະໜາ ແລະ ສະຖາບັນຄອບຄົວ ຕະຫຼອດເຖິງຊາວຕ່າງດ້າວ ຊາວຕ່າງປະເທດ ທີ່ດຳລົງຊີວິດ ທຳມາຫາກິນ ແລະ ດຳເນີນທຸລະກິດຢູ່ ສປປ ລາວ ພ້ອມກັນເປັນເຈົ້າການເຂົ້າຮ່ວມໃນການສະກັດກັ້ນ ຕ້ານ ແລະ ແກ້ໄຂ ບັນຫາຢາເສບຕິດ ປະຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດ (ປີ 2021-2023) ໃຫ້ຫຼຸດລົງ ແລະ ໝົດ ສິ້ນ ໄປຈາກສັງຄົມລາວ.

error: Content is protected !!