ລັດຖະມົນຕີ ສສກ ເຄື່ອນໄຫວຕິດຕາມສະພາບການສຶກສາ ທີ່ເຂດຈຸດສຸມຈຽງຕູບ

    ທ່ານ ຮສ.ປອ ພຸດ ສິມມາລາວົງ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກີລາ (ສສກ) ໄດ້ຮ່ວມກັບຄະນະທ່ານເຈົ້າແຂວງສະຫວັນນະເຂດ ທ່ານລັດຖະມົນຕີ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແລະ ທ່ານຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ ທ່ານຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ພ້ອມດ້ວຍພະນັກງານຂອງແຕ່ລະຂະແໜງການ ລົງເຮັດວຽກທີ່ເຂດຈຸດສຸມ ຈຽງຕູບ ເມືອງເຊໂປນ ແຂວງສະຫວັນນະເຂດ ເມື່ອບໍ່ດົນມານີ້.

    ການລົງເຮັດວຽກງານຄັ້ງນີ້ ເພື່ອຕິດຕາມສະພາບການຈັດຕັ້ງປະຕິບັດ ແລະ ຮັບຟັງສະພາບບັນຫາຂອງເຂດຈຸດສຸມ ສຳລັບບັນຫາທີ່ຕິດພັນກັບວຽກງານການສຶກສາ ປະກອບມີ ປະຊາຊົນຜູ້ທີ່ມີອາຍຸສູງຈຳນວນໜຶ່ງຍັງເວົ້າພາສາລາວບໍ່ໄດ້ດີ ໂດຍສະເພາະແມ່ນ ນາຍບ້ານ ແລະ ຮອງນາຍບ້ານ ນັກຮຽນທີ່ຈົບຊັ້ນປະຖົມສຶກສາ ບໍ່ສຶກສາຕໍ່ຊັ້ນມັດທະຍົມສຶກສາຕອນຕົ້ນ ເພາະມັດທະຍົມສຶກສາຕອນຕົ້ນຢູ່ໄກບ້ານ ຄູສອນບາງໂຮງຮຽນຄອບພັກກັບໄປຢາມບ້ານ ເທື່ອລະເດືອນ-ສອງເດືອນ ເຮັດໃຫ້ການສອນບໍ່ຕໍ່ເນື່ອງ ບາງບ້ານແມ່ນນຳໃຊ້ຄູທີ່ບໍ່ມີເງິນເດືອນ ແລະ ທະຫານ ເພື່ອສິດສອນ  ສະພາບອາຄານຮຽນຊຸດໂຊມ ຂາດສື່ການຮຽນການສອນ ອຸປະກອນສິລະປະ-ກີລາ ແລະ ໂຮງຮຽນບາງຫຼັງຖືກໄພພິບັດ.

    ຕໍ່ສະພາບການດັ່ງກ່າວ ທ່ານ ລັດຖະມົນຕີ ສສກ ໄດ້ຊີ້ນຳເບື້ອງຕົ້ນໃຫ້ຫົວໜ້າພະແນກສຶກສາທິການ ແລະ ກີລາແຂວງ ເມືອງ ຫົວໜ້າໝວດໂຮງຮຽນຈຸດສຸມຈຽງຕູບ ຄົ້ນຄວ້າ ແລະ ດຳເນີນການ ເປັນຕົ້ນແມ່ນ ສະໜອງການເຝິກອົບຮົມບຳລຸງພາສາລາວໃຫ້ເລຂາ ຮອງເລຂາພັກບ້ານ ນາຍບ້ານ ແລະ ຮອງນາຍບ້ານ ໂດຍການສົມທົບກັບຫົວໜ້າຈຸດສຸມ ເພື່ອຂໍທິດຊີ້ນຳໃນຮູບແບບການຮຽນທີ່ແທດເໝາະກັບສະພາບຈຸດພິ ເສດຂອງທ້ອງຖິ່ນ ຈັດຕັ້ງການຮຽນ-ການສອນຊັ້ນມັດທະຍົມສຶກສາຕອນຕົ້ນ ໃນເຂດໂຮງຮຽນຈຸດສຸມຈຽງຕູບ ໂດຍໃຫ້ຄູສອນຊັ້ນມັດທະຍົມຈຸດສຸມລົງມາສອນຢູ່ບ້ານເປົ້າໝາຍພາຍໃນກຸ່ມ ອາດຈະຜັດປ່ຽນກັນ ຈັດການຮຽນການສອນບຳລຸງນັກຮຽນທີ່ມີຜົນການຮຽນຕໍ່າໃນໄລຍະພັກສິ້ນປີຮຽນ ເຝິກອົບຮົມຄູ ແລະ ຈັດບຳລຸງຄູທີ່ມີຄວາມຕ້ອງການສະເພາະດ້ານ ສະໜອງຄູສອນທີ່ມີເງິນເດືອນ ມາສອນປະຈຳຢູ່ໂຮງຮຽນປະຖົມສຶກສາໃນເຂດຈຸດສຸມຈຽງຕູບ ໃນສົກຮຽນ 2023-2024 ສຶກສາຄວາມເປັນໄດ້ໃນການສ້າງໂຮງຮຽນປະຖົມໃນເຂດຈຸດສຸມ ແລະ ສະໜອງອຸປະກອນການສຶກສາ-ກີລາ ແລະ ສິລະປະ.

error: Content is protected !!