ໃນໄລຍະຜ່ານມາ ຫຼາຍທ່ານກໍຄົງໄດ້ຕິດຕາມ ຄໍລຳປະກົດການຫຍໍ້ທໍ້ ທາງໜັງສືພິມວຽງຈັນໃໝ່ ພວກເຮົາ ເຊິ່ງໄດ້ນຳເອົາປະກົດການຕ່າງໆ ທີ່ເກີດຂຶ້ນໃນສັງຄົມລາວເຮົາ ບໍ່ວ່າຈະຄະດີກ່ຽວພັນກັບຢາເສບຕິດ ປຸ້ນຈີ້ຊິງຊັບ ຕົວະຕົ້ມ ແລະ ອື່ນໆ ໂດຍລວມແລ້ວແມ່ນ ເພື່ອສ່ອງແສງໃຫ້ທຸກຊັ້ນຄົນໃນສັງຄົມ ໃຫ້ມີສະຕິ ເພື່ອບໍ່ໃຫ້ເກີດປະກົດການທີ່ເປັນທາງລົບກັບໂຕເລົ່າ ແຕ່ໃນມື້ນີ້ ຄໍລຳຂອງພວກເຮົາຂໍນຳສະເໜີອີກດ້ານໜຶ່ງ ນັ້ນກໍຄື ນັກໂທດທີ່ຖືກກັກຂັງ ຫັນມາປະພຶດດີ ຈົນໄດ້ຮັບການປ່ອຍຕົວ ແນໃສ່ເພື່ອໃຫ້ກຸ່ມຄົນທີ່ກຳລັງເຄື່ອນໄຫວຜິດກັບລະບຽບກົດໝາຍຂອງບ້ານເມືອງ ປ່ຽນໃຈຫັນມາເຮັດຄວາມດີ ເພື່ອເຮັດໃຫ້ສັງຄົມລາວເຮົາມີຄວາມສະຫງົບ ແລະ ໜ້າຢູ່ຫຼາຍຂຶ້ນ.
ດັ່ງນັ້ນໃນມື້ນີ້ ຈຶ່ງຂໍນຳສະເໜີການປ່ອຍໂຕນັກໂທດຂອງແຂວງບໍລິຄຳໄຊ ເຊິ່ງອີງຕາມຂໍ້ມູນຈາກ Media Laos ເຫັນວ່າ: ໂດຍປະຕິບັດຕາມຄຳຕັດສິນຂອງຄະນະສານອາຍາຂັ້ນຕົ້ນ ສານປະຊາຊົນ ແຂວງບໍລິຄຳໄຊ ສະບັບເລກທີ 84/ຂຕ.ອ ລົງວັນທີ 22 ມິຖຸນາ 2020 ວ່າດ້ວຍການປ່ອຍຕົວກ່ອນກຳນົດ ໂດຍມີເງື່ອນໄຂຕາມກົດໝາຍຄ້າຍຄຸມຂັງ-ດັດສ້າງ ກອງບັນຊາການ ປກສ ແຂວງບໍລິຄຳໄຊ ໄດ້ຈັດພິທີປະກາດປ່ອຍຕົວກ່ອນກຳນົດແບບມີເງື່ອນໄຂ ບັນດານັກໂທດທີ່ມີຜົນງານດີເດັ່ນ ໃນການປະຕິບັດລະບຽບຂອງຄ້າຍດັດສ້າງ ໃນວັນທີ 23 ມິຖຸນາ 2020 ທີ່ຄ້າຍດັດສ້າງ ປກສ ແຂວງ ໂດຍການເຂົ້າຮ່ວມຂອງທ່ານ ພັນໂທ ຄຳແພງ ນຳພາວັນ ຮອງຫົວໜ້າກອງບັນຊາການ ປກສ ແຂວງ ມີຜູ້ຕາງໜ້າອົງການໄອການປະຊາຊົນ ສານປະຊາຊົນ ພະແນກຍຸຕິທຳ ພະນັກງານ-ນັກຮົບຄ້າຍຄຸມຂັງ-ດັດສ້າງ ຍາດພີ່ນ້ອງນັກໂທດ ແລະ ນັກໂທດຜູ້ທີ່ໄດ້ຮັບການປ່ອຍຕົວເຂົ້າຮ່ວມ.
ທ່ານ ພັນໂທ ວຽງແກ້ວ ພຽນວົງ ຮອງຫົວໜ້າຄ້າຍຄຸມຂັງດັດສ້າງ ປກສ ແຂວງ ໄດ້ຜ່ານບັນຊີລາຍຊື່ ຈຳນວນນັກໂທດທີ່ໄດ້ຮັບນະໂຍບາຍປ່ອຍຕົວກ່ອນກຳນົດ ແບບມີເງື່ອນໄຂຕາມກົດໝາຍ ທີ່ໄດ້ຜ່ານການປະຕິບັດໂທດມາແລ້ວ 2/3 ຂອງກົດໝາຍ ຜ່ານການຄົ້ນຄວ້າ ແລະ ຄັດເລືອກຕົວຈິງ ນັກໂທດຜູ້ມີຄວາມກ້າວໜ້າ ຝຶກຝົນຫຼໍ່ຫຼອມຕົນເອງ ເປັນແບບຢ່າງໃນການປະຕິບັດລະບຽບຂອງຄ້າຍຄຸມຂັງ-ດັດສ້າງ ແລະ ມີຜົນງານດີເດັ່ນໃນຂະບວນການອອກແຮງງານ ໃນນັ້ນ ນັກໂທດທີ່ໄດ້ຮັບການປ່ອຍຕົວໃນຄັ້ງນີ້ ລວມມີ 60 ຄົນ ຍິງ 6 ຄົນ ຄົນສັນຊາດຫວຽດນາມ 1 ຄົນ.
ທ່ານ ພັນໂທ ຄຳແພງ ນຳພາວັນ ຮອງຫົວໜ້າກອງບັນຊາການ ປກສ ແຂວງ ໄດ້ມີຄຳເຫັນໂອ້ລົມ ເຊິ່ງທ່ານໄດ້ສະແດງຄວາມຊົມເຊີຍ ແລະ ດີໃຈນຳບັນດານັກໂທດທີ່ໄດ້ຮັບການປ່ອຍຕົວກ່ອນກຳນົດໃນຄັ້ງນີ້ ທີ່ໄດ້ມີຄວາມຕື່ນຕົວປັບປ່ຽນທັດສະນະຄະຕິ ແລະ ແນວຄິດຂອງຕົນ ເອົາໃຈໃສ່ປະຕິບັດກົດລະບຽບຂອງຄ້າຍຄຸມຂັງ-ດັດສ້າງໄດ້ດີ ມີຄວາມຫ້າວຫັນໃນຂະບວນການອອກແຮງງານ ເນັ້ນໜັກໃຫ້ຜູ້ໄດ້ຮັບການປ່ອຍຕົວ ເມື່ອອອກໄປແລ້ວຈົ່ງເອົາໃຈໃສ່ປະຕິບັດກົດລະບຽບ ກົດໝາຍບ້ານເມືອງຢ່າງເຂັ້ມງວດ ການດຳລົງຊີວິດ ແລະ ທຳມາຫາກິນຢູ່ໃນສັງຄົມ ຕ້ອງມີຄວາມຊື່ສັດສຸຈະລິດ ຮຽກຮ້ອງໃຫ້ພໍ່ແມ່ຜູ້ປົກຄອງຈົ່ງເອົາໃຈໃສ່ສຶກສາອົບຮົມລູກຫຼານຂອງຕົນ ໃຫ້ກາຍເປັນຄົນດີຂອງຄອບຄົວ ເປັນພົນລະເມືອງດີຂອງສັງຄົມປະເທດຊາດ ແລະ ບໍ່ກັບມາກະທຳຜິດຕໍ່ລະບຽບກົດໝາຍຕື່ມອີກ.