ອາຊີ-ໂປຕາສ ສາກົນ ໂຄງການປູກເຂົ້າ 3 ລະດູ ພັດທະນາກະສິກຳຫັນເປັນທັນສະໄໝ

ພາຍຫຼັງສໍາເລັດການເດີນເຄື່ອງຈັກຜະລິດ ອາຊີ-ໂປຕາສ ສາກົນ ກໍໄດ້ເພີ່ມໂຄງການໃໝ່ໃນຂະບວນການຫັນກະສິກໍາເປັນທັນສະໄໝຂອງລາວ ກໍຄື ໂຄງການນຳໃຊ້ເຕັກໂນໂລຊີໃໝ່ໃນການປູກເຂົ້າ 3 ລະດູ ປະກອບສ່ວນໃນການແກ້ໄຂຄວາມທຸກຍາກຂອງປະຊາຊົນ ບ້ານຊຽງແຫວນ ແຂວງຄໍາມ່ວນ ພ້ອມພັດທະນາກະສິກຳໃນ ສປປ ລາວ ໃຫ້ພັນເປັນທັນສະໄໝ. ການລົງນາມໃນບົດບັນທຶກຄວາມເຂົ້າໃຈກອງປະຊຸມສໍາມະນາສຶກສາຄວາມເປັນໄປໄດ້ຂອງໂຄງການນຳໃຊ້ເຕັກໂນໂລຊີໃໝ່ໃນການປູກເຂົ້າ 3 ລະດູ ລະຫວ່າງ ພະແນກກະສິກໍາ ແລະ ປ່າໄມ້ ແຂວງ ຄໍາມວ່ນ ບໍລິສັດ ຮ່ວຍຮົວ ອາຫານປະຈໍາວັນ ຈໍາກັດ ແລະ ບໍລິສັດ ຮ່ວຍຮົວ ລົງທຶນກະສິກໍາ ຈໍາກັດ ມີຂຶ້ນໃນກສງເດືອນ ມິຖຸນາ 2023 ຜ່ານມາ ເຊິ່ງມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ໂຄງການໃໝ່ນີ້ແມ່ນໄດ້ລົງເລິກຄົ້ນຫາຈຸດເດັ່ນດ້ານກະສິກຳຂອງລາວ ຖືເອົາການຊຸກຍູ້ການຫັນຮູບແບບກະສິກຳຂອງລາວເປັນພາລະກິດຂອງຕົນ ນໍາເຂົ້າເຕັກໂນໂລຊີການປູກເຂົ້າພັນປະສົມທີ່ກ້າວໜ້າສຸດຂອງຈີນ. ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ ໄດ້ກ່າວວ່າ: ໂຄງການຮ່ວມມືປູກເຂົ້າ 3 ລະດູນີ້ ມີຄວາມໝາຍສໍາຄັນຫຼາຍຕໍ່ການຍົກລະດັບການຫັນກະສິກຳໄປສູ່ທັນສະໄໝຂອງທ້ອງຖິ່ນນີ້ ເປັນໂຄງ ການທີ່ມີຜົນປະໂຫຍດຕໍ່ກັບປະເທດຊາດ ແລະ ປະຊາຊົນ ຂະແໜງການແຕ່ລະຂັ້ນພາຍໃນແຂວງ ພ້ອມທີ່ຈະໃຫ້ການຮ່ວມມືຢ່າງດີທີ່ສຸດ ໃຫ້ການບໍລິການທີ່ດີ ສ້າງສະພາບແວດລ້ອມການດຳເນີນທຸລະກິດທີ່ດີທີ່ສຸດ ແລະ ຮັບປະກັນໃຫ້ໂຄງການໄດ້ຈັດຕັ້ງປະຕິບັດໄປຢ່າງຄ່ອງແຄ້ວດີ. ທ່ານ ສຸ້ຍ ຈຸງຈຽນ (Xu Zhong Jian) ເລຂາພັກເມືອງຮ່ວຍຮົວ ແຂວງຫູໜານ ສປ ຈີນ ໄດ້ສະແດງຄວາມຊົມເຊີຍແລະສະໜັບສະໜູນການເຊັນບົດບັນທຶກຄວາມເຂົ້າໃຈຄັ້ງນີ້ ກໍຄື ວຽກງານພັດທະນາໂຄງການໃນຕໍ່ໜ້າ ພ້ອມກັນນັ້ນກໍໄດ້ຕີລາຄາສູງຕໍ່ ອາຊີ-ໂປຕາສ ສາກົນ ໃນການສົ່ງເສີມການຫັນເປັນອຸດສາຫະກຳ ການຫັນເປັນຕົວເມືອງ ແລະ ການພັດທະນາກະສິກຳທີ່ທັນສະໄໝຂອງ ສປປ ລາວ

error: Content is protected !!