ປັບປຸງສວນເຈົ້າອານຸວົງສ້າງຄວາມເປັນລະບຽບຮຽບຮ້ອຍດຶງດູດນັກທ່ອງທ່ຽວ

      ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ໄດ້ລົງຕິດຕາມວຽກງານການຄຸ້ມຄອງສວນສາທາລະນະຢູ່ເມືອງຈັນທະບູລີ ໃນວັນທີ 20 ມິຖຸນາ 2023 ທີ່ ສຳນັກງານປົກຄອງເມືອງຈັນທະບູລີ ໂດຍການຕ້ອນຮັບຂອງ ທ່ານ ດວງຕາ ສຸລິຍະວົງ ເຈົ້າເມືອງຈັນທະບູລີ ມີ ຫົວໜ້າພະແນກອ້ອມຂ້າງ ນວ ກອງບັນຊາການ ປກສ ນວ ພ້ອມດ້ວຍ ບໍລິສັດຄຸ້ມຄອງສວນສາທາລະນະ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

      ໃນໂອກາດນີ້ ທ່ານ ເຈົ້າເມືອງຈັນທະບູລີໄດ້ລາຍງານການຈັດຕັ້ງປະຕິບັດການປັບປຸງສວນເຈົ້າອານຸວົງວ່າ: ພາຍຫຼັງທີ່ໄດ້ຮັບທິດຊີ້ນຳຈາກ ທ່ານ ເຈົ້າຄອງນະຄອນຫຼວງວຽງຈັນ ໃນຄັ້ງວັນທີ 21 ເມສາ 2023 ກຸ່ມ ບໍລິສັດ ດາວເຮືອງ  ແລະ ວິສາຫະກິດສ່ວນບຸກຄົນຮ້ານອາຫານ ຟູຈິວະຣະ  ກໍໄດ້ເອົາໃຈໃສ່ລົງມື ປັບປຸງມີຄວາມຄືບໜ້າເປັນຕົ້ນ ຈຸດໜອງນ້ຳດ້ານຫຼັງສົມເດັດປູ່ເຈົ້າອານຸວົງ ແມ່ນໄດ້ໃສ່ກັງຫັນນ້ຳ ແລະ ເຄື່ອງບຳບັດນ້ຳ ສຳເລັດແລ້ວ 100% ສ່ວນຈຸດແຄມໜອງແມ່ນກໍາລັງອະນາໄມຕີຂອບເທຊີມັງເພື່ອປູລູກໜອນສໍາລັບບ່ອນວາງເຄື່ອງຫຼິ້ນກີລາໃສ່ບໍລິເວນດັ່ງກ່າວ ແລະ ສາມາດແລ່ນຫຼີ້ນກີລາອ້ອມໜອງໄດ້  ສ່ວນເຂດແດນເຊື່ອມຕໍ່ລະຫວ່າງ ສວນເຈົ້າອານຸວົງ ກັບ ບໍລິສັດ ກິດຕິພົງ ບໍລິສັັດຈະປູກຕົ້ນໄຊເກົາຫຼີ ຫຼື ຕົ້ນໄຜ່ໃສ່ຕາມເຂດແດນເພື່ອກັ້ນບໍ່ໃຫ້ດິນເຈື່ອນລົງມາໃສ່ໜອງໃນໄລຍະລະດູຝົນນີ້ ສຳຫຼັບເຄື່ອງຫຼິ້ນກີລາແມ່ນໄດ້ຖອດອອກໄປສ້ອມແປງ ພາຍຫຼັງສ້ອມແປງແລ້ວຈະໄດ້ຍົກຍ້າຍໄປຢູ່ຈຸດແຄມໜອງທີ່ພວກເຮົາໄດ້ກະກຽມໄວ້ ເຄື່ອງຫຼິ້ນກີລາຈໍານວນໜຶ່ງຈະໄດ້ຊື້ໃໝ່ປະຈຸບັນສຳເລັດແລ້ວ 70 % ວຽກປັບປຸງໄຟແສງສະຫວ່າງພາຍໃນສວນເຈົ້າອານຸວົງ ປັດຈຸບັນແມ່ນກໍາລັງຕິດຕັ້ງເສົາໄຟໃໝ່ທີ່ສັ່ງເຂົ້າມາເພີ່ມເປັນເສົາສະແຕນເລດສູງ 5 ແມັດ ພ້ອມດ້ວຍໃສ່ດອກໄຟໃໝ່ທັງໝົດພາຍໃນສວນຈະສຳເລັດ100%ພາຍໃນວັນທີ 26 ມິຖຸນາ 2023. 

ສຳລັບການຈັດສັນໃຫ້ມີຕັ່ງນັ່ງກ້ອງຕົ້ນໄມ້ເພື່ອອຳນວຍຄວາມສະດວກໃຫ້ນັກທ່ອງທ່ຽວທັງພາຍໃນປະເທດ ແລະ ຕ່າງປະເທດ ໃຫ້ມີບ່ອນນັ່ງຫຼິ້ນພັກຜ່ອນລວມທັງໝົດມີ 7 ຈຸດ ຜູ້ຮັບເໝົາໄດ້ມາຕິດຕັ້ງໃຫ້ເບິ່ງເປັນແບບຢ່າງ 1 ຈຸດ ປັດຈຸບັນແມ່ນຄືບໜ້າ 80%   ຄາດຈະສຳເລັດ100%  ໃນໄວໄວນີ້ ຮົ້ວຂຽວຈຸດຕໍ່ໜ້າໂຮງແຮມລ້ານຊ້າງທີ່ເປເພແມ່ນໄດ້ປ່ຽນສໍາເລັດ 100 % ຈຸດມ້ຽນລໍ້ ໃນການເກັບມ້ຽນລໍ້ ປັດຈຸບັນແມ່ນໄດ້ຊອກຫາວິທີໃຫ້ຄວາມສະດວກໃນການເອົາລໍ້ເຄື່ອງຂອງຊາວຄ້າຂາຍຂຶ້ນລົງຕາມການຊີ້ນໍາ ການປັບປຸງຫ້ອງນໍ້າພາຍໃນສວນເຈົ້າອານຸວົງໃຫ້ເປັນຫ້ອງນໍ້າອາຊຽນ ຜູ້ຮັບເໝົາ ຈະໃຫ້ສຳເລັດ 100% ພາຍໃນຕົ້ນເດືອນ ກັນຍາ 2023.

      ໃນການຈັດສັນການຄ້າຂາຍ ( ເຕັ້ນແດງ ) ພາຍຫຼັງໄດ້ມີການແຕ່ງຕັ້ງຄະນະຈັດສັນຈາກການຄ້ານະຄອນຫລວງ ແລະ ເມືອງ ກໍໄດ້ມີການປັບປຸງບໍ່ໃຫ້ແອອັດ ແລະ ຈັດໃຫ້ມີໂຊນຫັດຖະກຳດ້ານໜ້າຈຳນວນ 60 ເຕັ້ນ ໃນຈຳນວນ 60 ເຕັ້ນແມ່ນຈັດເປັນ 8 ໝວດຜະລິດຕະພັນ ປັດຈຸບັນແມ່ນຢູ່ໃນຂັ້ນຕອນປ່ຽນຜະລິດຕະພັນຕາມໝວດໝູ່ ຄຽງຄູ່ກັນນັ້ນ ກໍຈະໄດ້ຈົກສະຫຼາກເພື່ອຈັດໂຊນຜະລິດຕະພັນລວມທັງໝົດມີ 6 ໂຊນ ພາຍຫຼັງຈັດໂຊນຜະລິດຕະພັນແລ້ວຈະໃຫ້ຊາວຄ້າຂາຍປ່ຽນຫຼັງຄາເຕັ້ນເປັນສີຂາວຄືກັນໝົດ ສ່ວນການຖິ້ມຂີ້ເຫຍື້ອ ບໍລິສັດໄດ້ພົວພັນສົມທົບກັບຜູ້ປະກອບການຂົນສົ່ງຂີ້ເຫຍື້ອ ຂໍໃຫ້ເພິ່ນປັບປ່ຽນເວລາຄືນໃໝ່ຈາກ 12 ໂມງກາງຄືນມາເອົາຂີ້ເຫຍື້ອ ມາເປັນເວລາ 5 ໂມງເຊົ້າ ອີງໃສ່ທີມງານເກັບມ້ຽນຂີ້ເຫຍື້ອພາຍໃນສວນເຈົ້າອານຸວົງຈະເກັບຂີ້ເຫຍື້ອສຳເລັດເວລາ 3-4 ໂມງເຊົ້າ ຂອງທຸກໆມື້ ພ້ອມນັ້ນກໍໄດ້ເອົາໃຈໃສ່ຮັກສາຄວາມສະຫງົບປອດໄພຮອບດ້ານພາຍໃນຂອບເຂດສວນເຈົ້າອານຸວົງ ໂດຍທາງບໍລິສັດ ແມ່ນໄດ້ເອົາໃຈໃສ່ເປັນວຽກງານສຳຄັນຕົ້ນຕໍ ໂດຍໄດ້ສົມທົບກັບ ກຳລັງ ປກຊ-ປກສ ຂອງບ້ານອ້ອມຂ້າງ ແລະ ມີສ່ວນຮ່ວມໃນວຽກງານປ້ອງກັນຢ່າງເປັນປົກກະຕິ. ໃນຕອນທ້າຍ ທ່ານ ເຈົ້າຄອງນະຄອນຫຼວງວຽງຈັນໄດ້ເປັນກຽດໂອ້ລົມ ພ້ອມເນັ້ນໃຫ້ພາກສ່ວນກ່ຽວຂ້ອງເອົາໃຈໃສ່ສືບຕໍ່ປັບປຸງ ແລະ ພັດທະນາສວນໃຫ້ສຳເລັດຕາມຄາດໝາຍ ແລະ ເວລາທີ່ກຳນົດໄວ້ ພ້ອມນັ້ນກໍຕ້ອງໄດ້ເອົາໃຈໃສ່ຈັດສັນການຄ້າຂາຍໃຫ້ເປັນລະບຽບຮຽບຮ້ອຍຂຶ້ນຕື່ມໂດຍສະເພາະ ຈັດແບ່ງໂຊນ ປະເພດສິນຄ້າໃຫ້ເປັນລະບຽບ ນັ້ນກໍເພື່ອສ້າງຄວາມຈົບງາມ ແລະ ສະອາດງາມຕາເພື່ອແນ່ໃສ່ດຶງດູດນັກທ່ອງທ່ຽວ.

error: Content is protected !!