ວັນທີ 20 ມິຖຸນາ 2023 ນີ້ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ຈັດກອງປະຊຸມສະຫຼຸບຕີລາຄາການຈັດຕັ້ງ ປະຕິ ບັດວຽກງານຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ສົກປີ 2016-2022 ແລະ ທິດທາງແຜນການຮອດປີ 2025 ໂດຍຈັດຂຶ້ນທີ່ສຳນັກງານປົກຄອງເມືອງຫາດຊາຍຟອງ ເຊີ່ງເຂົ້າຮ່ວມຂອງ ທ່ານ ຖະໜອມ ທຳທອງ ປະທານແນວລາວສ້າງ ຊາດ ນະຄອນຫຼວງວຽງຈັນ ທ່ານ ບຸນເພັງ ສີນະວົງພອນ ເຈົ້າເມືອງຫາດຊາຍຟອງ ພ້ອມດ້ວຍບັນດາການນຳເມືອງ ແລະ ບ້ານເຂົ້າຮ່ວມ.

ໃນພິທີ ທ່ານ ຖາວອນ ສີຫາມາຍາ ຮອງເຈົ້າເມືອງຫາດຊາຍຟອງ ລາຍງານກ່ຽວກັບການຈັດຕັ້ງປະຕິບັດຂະບວນການແຂ່ງ ຂັນ ຮັກຊາດ ແລະ ພັດທະນາ ສົກປີ 2016-2022 ເພື່ອຜັນຂະຫຍາຍຊຸກຍູ້ວຽກງານ 3 ສ້າງເຂົ້າ ສູ່ລວງເລິກໃຫ້ແຂງແຮງກວ່າ ເກົ່າ ແລະ ສ້າງຜົນງານເພື່ອຕ້ອນຮັບ 2 ວັນປະຫວັດສາດ ໂດຍສະເພາະແມ່ນການສືບຕໍ່ຫັນລົງກໍ່ສ້າງ ຮາກຖານ ສ້າງບ້ານພັດ ທະນາຕາມ 4 ເນື້ອໃນ 4 ຄາດໝາຍ ເພື່ອປະຕິບັດໃຫ້ເປັນຈິງຕາມຄາດໝາຍທີ່ວາງໄວ້ຢູ່ທຸກຂົງເຂດວຽກງານຢ່າງຕັ້ງໜ້າ ປຸກລະດົມພົນລະ ເມືອງລາວທຸກຄົນທຸກການຈັດຕັ້ງຂອງພັກ-ລັດ ອົງການຈັດຕັ້ງມະຫາຊົນ ແລະ ທຸກພາກສ່ວນເສດຖະກິດ ພາກລັດ-ເອກະຊົນ ເຂົ້າ ຮ່ວມຢ່າງແຂງແຮງ ແລະ ກ້ວາງຂວາງ ເພື່ອແຂ່ງຂັນກັນສ້າງຂະບວນການພັດທະນາ ແລະ ແກ້ໄຂ ຄວາມທຸກຍາກຢູ່ຊົນນະ ບົດໃຫ້ເປັນຂະບວນຟົດຟື້ນຕໍ່ເນື່ອງທັງຮັບປະກັນໄດ້ຄາດໝາຍລວມຄື ໃຫ້ໄວ ໃຫ້ດີ ໃຫ້ຫຼາຍ ແລະ ໃຫ້ຖືກຕາມກົດໝາຍ ພ້ອມດຽວກັນນັ້ນກໍໃຫ້ຖືສຳຄັນ ແລະ ເອົາໃຈໃສ່ຕໍ່ວຽກງານ 4 ດ້ານ ຄື ການສຶກສາອົບຮົມການເມືອງ -ແນວຄິດ ດ້ານເສດຖະກິດ ດ້ານວັດທະນະທຳ-ສັງຄົມ ແລະ ດ້ານການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ.

ພ້ອມດຽວກັນນັ້ນກໍໄດ້ວາງທິດທາງແຜນການເພື່ອຈັດຕັ້ງປະຕິບັດໃນຊຸມປີຕໍ່ໜ້າ ໂດຍຈະສືບຕໍ່ປະຕິບັດສອງໜ້າທີ່ຍຸດທະ ສາດ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ຕິດພັນກັບມະຕິກອງປະຊຸມໃຫຍ່ຄັ້ງທີ VII ຂອງນະຄອນ ຫຼວງວຽງຈັນ ແລະ ເມືອງຫາດຊາຍຟອງ ກໍ່ຄືແຜນພັດທະນາເສດຖະກິດ-ສັງຄົມແຫ່ຊາດ ຄັ້ງທີ IX ແລະ ແຜນພັດທະນາ ເສດຖະກິດ-ສັງຄົມ ຄັ້ງທີ VII ຂອງເມືອງຫາດຊາຍຟອງ ແນໃສ່ໃຫ້ມີການຫັນປ່ຽນຢ່າງແຂງແຮງ ເລິກເຊີ່ງ ແລະ ຮອບດ້ານຢູ່ ທຸກຂົງເຂດວຽກ ງານຢູ່ ຮາກຖານໃນທົ່ວເມືອງຫາດຊາຍຟອງ ເພື່ອນຳພາເມືອງຫາດຊາຍຟອງຫຼຸດພົ້ນອອກຈາກສະຖານະ ພາບດ້ອຍພັດທະນາໃນປີ 2025 ບົນຈິດໃຈສືບຕໍ່ບູລະນະປະຊາທິປະໄຕປະຊາຊົນກ້າວເດີນຕາມຈຸດໝາຍສັງຄົມນິຍົມຢ່າງ ໜັກແໜ້ນ.



ໃນພິທີດັ່ງກ່າວ ໄດ້ປະດັບຫຼຽນໄຊແຮງງານ ຊັ້ນ II ມີ 1 ພາກສ່ວນໃຫ້ກັບ ອົງການປົກຄອງເມືອງຫາດຊາຍຟອງ ພ້ອມທັງ ປະດັບຫຼຽນໄຊແຮງງານຊັ້ນ III ໃຫ້ກັບກົມກອງຫ້ອງການພາຍໃນເມືອງ ຈຳນວນ 9 ພາກສ່ວນ ແລະ ປະດັບ ຫຼຽນກາແຮງ ງານ ໃຫ້ກົມກອງຈຳນວນ 14 ພາກສ່ວນ ນອກນັ້ນຍັງໄດ້ປະດັບຫຼຽນແຮງງານໃຫ້ກັບບຸກຄົນດີເດັ່ນ ຊັ້ນ I ມີ 6 ທ່ານ ຊັ້ນ II ມີ 9 ທ່ານ ຊັ້ນ III ມີ 19 ທ່ານ ແລະ ຫຼຽນກາແຮງງານ ມີ 20 ທ່ານ.