ກອງປະຊຸມຄົບຄະນະກາງສະໄໝ ຂອງຄະນະບໍລິຫານງານພັກແຂວງໄຊສົມບູນ ສະໄໝທີ I

ກອງປະຊຸມຄົບຄະນະກາງສະໄໝຂອງຄະນະບໍລິຫານງານພັກແຂວງໄຊສົມບູນ ສະໄໝທີ I ຈັດຂຶ້ນໃນທ້າຍອາທິດຜ່ານມາ ເຂົ້າຮ່ວມໂດຍ ສະຫາຍ ພົອ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດ ຖະມົນຕີ ກະຊວງປ້ອງກັນປະເທດ ຜູ້ຊີ້ນຳແຂວງໄຊສົມບູນ ມີຄະນະບໍລິຫານງານພັກແຂວງໄຊສົມບູນ ສະພາປະຊາຊົນ ແຂວງ ອົງການແນວລາວສ້າງຊາດ ສະຫະພັນນັກຮົບເກົ່າ ອົງການຈັດຕັ້ງມະຫາຊົນ ແລະ ຄະນະບໍລິຫານງານພັກເມືອງ ເຂົ້າຮ່ວມ.

ໃນກອງປະຊຸມ ສະຫາຍ ພອຍຄຳ ຮຸ່ງບຸນຍວງ ເລຂາຄະນະບໍລິຫານງານພັກແຂວງ ເຈົ້້າແຂວງໄຊສົມບູນ ກ່າວວ່າ: ກອງປະ ຊຸມຄົບຄະນະກາງສະໄໝຂອງຄະນະບໍລິຫານງານພັກແຂວງໄຊສົມບູນໃນຄັ້ງນີ້ ສຸດທີ່ມີຄວາມໝາຍ-ຄວາມສໍາຄັນຢ່າງຍິ່ງ ເຊິ່ງຈະໄດ້ລົງເລິກສັງເກດຕີລາຄາບັນດາຜົນສຳເລັດໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ I ຂອງອົງຄະນະ ພັກແຂວງ ແລະ ແຜນພັດທະນາເສດຖະກິດ-ສັງ ຄົມ 5 ປີ ຄັ້ງທີ II ເວົ້າລວມເວົ້າສະເພາະແມ່ນການນຳພາ-ຊີ້ນຳຢ່າງຮອບ ດ້ານຂອງຄະນະບໍລິຫານງານພັກແຂວງ ຕະຫຼອດໄລຍະກາງສະໄໝ ແຕ່ປີ 2021-2023 ກໍຄືໃນໄລຍະ 2 ປີເຄິ່ງທີ່ຜ່ານມາ ຍົກໃຫ້ເຫັນດ້ານດີ-ຜົນງານ ດ້ານອ່ອນ-ຂໍ້ຄົງຄ້າງ ສາເຫດ ແລະ ບົດຮຽນທີ່ຖອດຖອນໄດ້ພ້ອມທັງຄົ້ນຄວ້າ ກຳນົດທິດທາງ ແຜນການແຕ່ນີ້ຮອດປີ 2025 ໃຫ້ມີຄວາມສອດຄ່ອງກັບສະພາບຈຸດພິເສດ ທ່າແຮງ ແລະ ເງື່ອນໄຂຂອງແຂວງ ໄປຄຽງຄູ່ ກັບການກຳນົດວິທີການ ແລະ ມາດຕະການໃນການຈັດຕັ້ງປະຕິບັດອັນແນ່ນອນ ເພື່ອແນໃສ່ເຮັດໃຫ້ການຈັດຕັ້ງປະຕິບັດ ມະຕິກອງປະ ຊຸມໃຫຍ່ ຄັ້ງທີ I ຂອງອົງຄະນະພັກແຂວງ ແຜນພັດທະນາເສດຖະກິດ-ສັງຄົມ ຄັ້ງທີ II ຂອງແຂວງບັນລຸຜົນສຳ ເລັດຕາມຈຸດປະສົງລະດັບຄາດໝາຍທີ່ວາງໄວ້.

ພ້ອມດຽວກັນນັ້ນ ຍັງເປັນການກວດກາຄືນຄວາມຮັບຜິດຊອບໜ້າທີ່ການເມືອງຂອງຄະນະບໍລິຫານງານພັກແຂວງຕໍ່ອັນ ລວມ ແລະ ອັນສະເພາະຂອງບຸກຄົນ ເພື່ອແນໃສ່ເສີມຂະຫຍາຍດ້ານດີ ແລະ ປັບປຸງດ້ານອ່ອນ-ຂໍ້ຄົງຄ້າງ ໃຫ້ດີຂຶ້ນຮັບປະ ກັນໃຫ້ແກ່ການປະຕິບັດໜ້າທີ່ການເມືອງບັນລຸຕາມຄາດໝາຍທີ່ກຳນົດ ຍົກສູງບົດບາດ ຄວາມສາມາດໃນການນຳ ພາ ແລະລັກສະນະນໍາໜ້າຂອງຄະນະພັກໃຫ້ດີຂຶ້ນ.

ກອງປະຊຸມ ຍັງໄດ້ເຊື່ອມຊຶມຄຳສັ່ງຂອງຄະນະເລຂາທິການສູນກາງພັກ ເລກທີ 268/ຄລສພ ລົງວັນທີ 20 ມັງກອນ 2023 ວ່າດ້ວຍການດໍາເນີນກອງປະຊຸມຄົບຄະນະກາງສະໄໝຂອງຄະນະບໍລິຫານງານພັກແຕ່ລະຂັ້ນ ມາດຖານຄະນະບໍ ລິຫານ ງານພັກແຂວງສິດ ແລະ ໜ້າທີ່ຂອງຄະນະບໍລິຫານງານພັກແຂວງ ແລະ ບັນດາທ່ານຜູ້ແທນກອງປະຊຸມ.

ໃນໂອກາດທີ່ມີຄວາມໝາຍສຳຄັນນີ້ ສະຫາຍ ພົອ ຈັນສະໝອນ ຈັນຍາລາດ ໄດ້ເນັ້ນໃຫ້ບັນດາຜູ້ແທນກອງປະຊຸມເຊີດຊູ ຄວາມຮັບຜິດຊອບຂອງຕົນເຂົ້າໃນການທາບ ທາມຄວາມເຊື່ອໝັ້ນໄວ້ວາງໃຈຕໍ່ການນຳພາລວມ ແລະ ບຸກຄົນຄະນະບໍລິ ຫານງານພັກແຂວງຢ່າງພາວະວິໄສ ຖືກຕ້ອງຕາມຄວາມເປັນຈິງ ຢຶດໝັ້ນຕາມຫຼັກການ ກົດລະບຽບ ແລະ ທັດສະນະຂອງ ພັກຢ່າງຖືກຕ້ອງ ຫຼີກລ່ຽງການມີທັດສະນະອັກຄະຕິສ່ວນຕົວ ເພື່ອເປັນການໂຈມຕີບຸກຄົນໃດບຸກຄົນໜຶ່ງ ຫຼື ຕໍ່ການຈັດຕັ້ງ ໃດໜຶ່ງຕໍ່ການນຳພາລວມ ໂດຍບໍ່ມີການວິເຄາະວິໄຈໄຕ່ຕອງຖີ່ຖ້ວນທີ່ຈະພາໃຫ້ບຸກຄົນ ຫຼື ການຈັດຕັ້ງນັ້ນໆມີການເສື່ອມ ເສຍ ການຕຳນິສົ່ງຂ່າວຕ້ອງມີລັກສະນະທີ່ສ້າງສັນຮັບປະກັນ ເຮັດໃຫ້ບຸກຄົນ ຄະນະພັກດັ່ງກ່າວໄດ້ຮັບຮູ້ແລ້ວນຳເອົາຄໍາຕໍານິ ສົ່ງ ຂ່າວໄປພິຈະລະນາ ເພື່ອເປັນບົດຮຽນໃນການກໍ່ສ້າງພັກໃຫ້ປອດໃສ ເຂັ້ມແຂງ ໜັກແໜ້ນ ແລະ ປັບປຸງຕົນເອງໃຫ້ມີ ການຫັນປ່ຽນທີ່ຕັ້ງໜ້າ.

ໃນວາລະດຳເນີນກອງປະຊຸມ ຍັງໄດ້ມີການປ່ອນບັດທາບທາມຄວາມເຊື່ອໝັ້ນໄວ້ ວາງໃຈຕໍ່ການນຳພາລວມແລະບຸກ ຄົນ ພາຍຫຼັງທີ່ສໍາເລັດເນີນການປ່ອນບັດຍັງຮັບ ຟັງການລາຍງານຮ່າງບົດສະຫຼຸບການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ I ຂອງອົງຄະນະພັກແຂວງ ຕິດພັນກັບການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກໃນໄລຍະ ກາງສະ ໄໝ ຮ່າງບົດສຳຫຼວດການນຳພາລວມ ແລະ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ II ຂອງຄະນະບໍລິຫານງານພັກ ແຂວງໄຊສົມບູນ ສະໄໝທີ I ພ້ອມທັງຈະໄດ້ດຳເນີນກອງປະຊຸມເປີດກວ້າງຄົບຄະນະກາງສະໄໝຂອງຄະນະບໍລິ ຫານງານ ພັກແຂວງ ສະໄໝທີ I ແລະ ກອງປະຊຸມພາຍໃນຄະນະບໍລິຫານງານພັກແຂວງ.

error: Content is protected !!