ສປປ ລາວ ໄຂຫ້ອງໃຫ້ຄໍາປຶກສາແກ່ເດັກພິການແຫ່ງທໍາອິດ ຢູ່ແຂວງຊຽງຂວາງ

ວັນທີ 19 ມິຖຸນາ 2023 ພະແນກສາທາລະນະສຸກແຂວງຂຽງຂວາງ ພາຍໃຕ້ການຊີ້ນໍາໆພາ ຂອງກະຊວງ ສາທາລະນະສຸກ ໂດຍໄດ້ຮັບການຮ່ວມມືຈາກກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແລະ ການສະໜັບສະໜູນຈາກ ອົງການຢູນີເຊັບ ໄດ້ຈັດພິທີໄຂຫ້ອງໃຫ້ຄໍາປຶກສາແກ່ເດັກພິການ ແລະ ຄອບຄົວ ຂອງພວກເຂົາແຫ່ງທໍາອິດຢູ່ແຂວງຊຽງ ຂວາງຫ້ອງໃຫ້ຄໍາປຶກສານີ້ ຈະໃຫ້ການບໍລິການແກ່ເດັກພິການ ແລະ ຄອບຄົວຂອງພວກເຂົາຢູ່ແຂວງຊຽງຂວາງ ແລະ ບັນ ດາແຂວງໃກ້ຄຽງເຊັ່ນ ການບໍລິການໃຫ້ຄໍາປຶກສາ ຟື້ນຟູສຸຂະພາບ ການປະກອບອົງຄະທຽມ-ເຄື່ອງຄໍ້າຊູ ແລະ ການບໍາບັດ ທາງ ດ້ານຮ່າງກາຍ ແລະ ຈິດໃຈ.

ພິທີໄຂຫ້ອງໃຫ້ຄໍາປຶກສາແກ່ເດັກພິການດັ່ງກ່າວໄດ້ຈັດຂຶ້ນພາຍໃຕ້ການເປັນປະທານຂອງ ທ່ານ ດຣ ທອງເພັດ ສິດທິວັນ ຫົວໜ້າສູນການແພດຟື້ນຟູໜ້າທີການ ກະຊວງສາທາລະນະສຸກ ທ່ານ ດຣ ເຢ້ ຢ່າງ ຮອງຫົວໜ້າພະແນກສາທາລະນະສຸກ ແຂວງຊຽງຂວາງ ເເລະ ທ່ານ ນາງ ມາຣຽມ ອັບດູ ວ່າການຮ້ອງຫົວໜ້າ ອົງການຢູນິເຊັບ ປະຈໍາ ສປປ ລາວ ເເລະ ຍັງມີຄູ່ຮ່ວມ ງານຫຼາຍກ່ວາ 80 ​ຄົນ ແລະ ບັນດາທ່ານຈາກຂະແໜງການທີ່ກ່ຽວຂ້ອງ ລວມທັ້ງຕາງໜ້າຈາກ 4 ສາຂາສູນການແພດຟື້ນ ຟູໜ້າທີ່ການເຂົ້າຮ່ວມນໍາເຊັ່ນ ແຂວງຫົວພັນ ຫຼວງພະບາງ ອຸດົມໄຊ ແລະ ຈໍາປາສັກ.

ທ່ານ ດຣ ເຢ້ ຢ່າງ ຮອງຫົວໜ້າພະແນກສາທາລະນະສຸກແຂວງຊຽງຂວາງ ໄດ້ກ່າວວ່າ:“ແຂວງຊຽງຂວາງເປັນແຂວງໜຶ່ງທີ່ໄດ້ ຮັບຜົນກະທົບຢ່າງໜັກ ໜ່ວງໃນປາງສົ່ງຄາມ ຍັງມີສິ່ງເສດເຫຼືອຂອງລູກລະເບີດບໍ່ທັນແຕກຕົກຄ້າງຢ່າງຫຼວງຫຼາຍ ສະພາບ ສິ່ງແວດລ້ອມມີການ ປ່ຽນແປງ ສະພາບການລະບາດຂອງພະຍາດໄດ້ສົ່ງຜົນກະທົບທາງກົງແລະທາງອ້ອມຕໍ່ສຸຂະພາບຂອງ ຄົນເຮົາ ລວມທັງເດັກພິການ ສ່ວນຫຼາຍເຂົາເຈົ້າຍັງບໍ່ສາມາດເຂົ້າເຖິງການບໍລິການທີ່ຈໍາເປັນ ຍ້ອນມີຂໍ້ຈໍາກັດໃນການເດິນ ທາງ ແລະ ອື່ນໆ ໂດຍສະເພາະແມ່ນ ຜູ້ທີ່ຢູ່ເຂດຫ່າງໄກສອກຫຼີກ.” ທ່ານຍັງເນັ້ນເຖິງຄວາມສໍາຄັນຂອງການບໍລິການໃຫ້ຄໍາ ປຶກສາແກ່ເດັກພິການໂດຍບໍ່ເສຍຄ່າ ຈະເປັນການປະກອບສ່ວນຕໍ່ການຈັດຕັ້ງປະຕິບັດ 4 ສິດທິພື້ນຖານຂອງເດັກ.

ທ່ານ ດຣ ທອງເພັດ ສິດທິວັນ ຫົວໜ້າສູນການແພດຟື້ນຟູໜ້າທີການ ກະຊວງສາທາລະນະສຸກ ໄດ້ກ່າວວ່າ: “ການບໍ ລິການ ຄົນພິການໃນສາຂາສູນການແພດຟື້ນຟູໜ້າທີ່ການແຂວງຊຽງຂວາງແມ່ນບາດກ້າວອັນໃໝ່ໃນການປະຕິບັດພັນທະຂອງພວກເຮົາຕໍ່ຄົນທີ່ມີຄວາມພິການ ນີ້ແມ່ນສ່ວນໜຶ່ງທີ່ສຳຄັນຂອງການລິເລີ່ມການພັດທະນາໂຍບາຍ ແລະ  ຄຸນນະພາບການ ບໍລິການສຸຂະພາບໂດຍອີງຕາມລັກການ “5 ດີ” (ການຮັບຕ້ອນ ຄວາມສະອາດ ຄວາມສະດວກ ການບົ່ງມະຕິພະຍາດ ແລະ ການປິ່ນປົວທີ່ດີ) ລັກການ “1 ພໍໃຈ” ມາຈັດຕັ້ງປະຕິບັດຕົວຈິ່ງຢູ່ໃນສາຂາສູນຂອງແຂວງ” ທ່ານກ່າວຕື່ມວ່າ “ການໄຂຫ້ອງໃຫ້ ຄຳປຶກສາ ແລະ ເບີໂທ 061 166 ເຊຶ່ງເປັນເບີໂທໃຫ້ຄຳປຶກສາດ້ານການແພດຟື້ນຟູໜ້າທີ່ການໂດຍບໍ່ເສຍຄ່ານີ້ ສະແດງໃຫ້ ເຫັນຜົນງານອັນພົ້ນເດັ່ນ ສາມາດຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງຜູ້ມາຊົມໃຊ້ບໍລິການ ພໍ່ແມ່ປະຊາຊົນໄວ້ ວາງ ໃຈ ແລະ ເຊື່ອໝັ້ນ ນັບມື້ເພີ່ມຂື້ນ.”

ທ່ານ ນາງ ມາຣຽມ ອັບດູ ວ່າການຮ້ອງຫົວໜ້າ ອົງການຢູນິເຊັບ ປະຈໍາ ສປປ ລາວ ໄດ້ກ່າວວ່າ: “ຂ້າພະເຈົ້າ ຂໍສະແດງ ຄວາມ ຊົມເຊີຍຕໍ່ ກະຊວງສາທາລະນະສຸກ ແລະ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ທີ່ໄດ້ນໍາພາການສ້າງຕັ້ງຫ້ອງໃຫ້ຄໍາ ປຶກສາແກ່ເດັກພິການ ແລະ ຄອບຄົວຂອງພວກເຂົາ ໂດຍສະເພາະແມ່ນການບໍລິການໃຫ້ຄໍາປຶກສາ ຜ່ານໂທລະສັບໂດຍບໍ່ ເສຍຄ່າ” ທ່ານຍັງໄດເນັ້ນຕື່ມວ່າ “ຫ້ອງໃຫ້ຄໍາປຶກສາສໍາລັບເດັກທີ່ມີຄວາມພິການ ແລະ ຄອບຄົວ ຂອງພວກເຂົາແຫ່ງທໍາອິດ ນີ້ຈະປະກອບສ່ວນເພື່ອຮັບປະກັນວ່າເດັກທີ່ມີຄວາມພິການ ລວມທັງຜູ້ທີ່ຢູ່ເຂດຊົນນະບົດ ແລະ ເຂດຫ່າງໄກສອກຫຼີກນັ້ນ ສາ ມາດໄດ້ຮັບການປົກປ້ອງ ການດູແລ ແລະ ການສະຫນັບສະຫນູນຢ່າງມີປະສິດທິຜົນ ແລະ ເຫມາະສົມ ແລະ ຈະເປັນ ບ່ອນທີ່ຮັບຟັງຄວາມຄິດເຫັນຂອງເຂົາເຈົ້າໃນທຸກເລື່ອງທີ່ສົ່ງຜົນກະທົບຕໍ່ພວກເຂົາ ແລະ ສົ່ງເສີມການມີສ່ວນຮ່ວມໃນການ ແກ້ໄຂບັນຫາທີ່ພວກເຂົາເຈົ້າກໍາລັງປະເຊີນຢູ່”

error: Content is protected !!