ທ່ານຮອງນາຍົກລັດຖະມົນຕີ ຊີ້ນຳໃຫ້ໃຊ້ເງິນກີບ ຢູ່ເສດຖະກິດພິເສດສາມຫຼ່ຽມຄຳ

ທ່ານຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ໄດ້ຊີ້ນຳຄະນະຄຸ້ມຄອງເຂດເສດຖະກິດພິເສດ ແຂວງບໍ່ແກ້ວ ໃຫ້ນຳໃຊ້ເງິນກີບໃນການຊື້-ຂາຍແລກປ່ຽນ ຫຼື ຊໍາລະຄ່າບໍລິການຕ່າງໆຢູ່ໃນເຂດເສດຖະກິດພິເສດສາມຫຼ່ຽມ ຄຳ ໄປ​ພ້ອ​ມ​ກັບ​ການ​ເອົາ​ໃຈ​ໃສ່ຮີບ​ຮ້ອນ ຂຶ້ນທະບຽນແຮງງານ ຄຸ້ມຄອງແຮງງານຄົນລາວ ແລະ ຄົນຕ່າງປະເທດໃຫ້ເປັນລະ ບົບ-ຊັດເຈນ.

ຕາມ​ການ​ລາຍ​ງານ​ຂ່າວ​ຂອງເພ​ຈ ຄວາມສະຫງົບ Lao Security News ໃຫ້​ຮູ້​ວ່າ: ໃນວັນທີ 15 ມິຖຸນາ 2023 ທ່ານ ພົອ ວິໄລ ຫຼ້າຄຳຟອງ ທ່ານຮອງນາຍົກລັດຖະ ມົນຕີ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ໄດ້ຊີ້ນຳຄະນະຄຸ້ມຄອງເຂດ ເສດຖະກິດພິເສດ ແຂວງບໍ່ແກ້ວ ເຂົ້າຮ່ວມໃນພິທີມີ ທ່ານ ເຄື່ອນເພັດ ວົງຈັນ ຮອງ ເຈົ້າແຂວງບໍ່ແກ້ວ ຜູ້ຊີ້ນຳອົງການບໍລິຫານ ແລະ ຄຸ້ມຄອງເຂດເສດຖະກິດພິເສດ ສາມຫຼ່ຽມຄຳ ພ້ອມດ້ວຍຄະນະຄຸ້ມຄອງເຂດເສດຖະກິດພິເສດແຂວງບໍ່ແກ້ວ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ບຸນທອງ ແສງສີກອງ ຫົວໜ້າຄະນະຄຸ້ມຄອງເຂດເສດຖະກິດພິເສດ ແຂວງບໍ່ແກ້ວ ໄດ້ລາຍງານໂດຍຫຍໍ້ກ່ຽວກັບການ ຈັດ ຕັ້ງປະຕິບັດກົນໄກການຄຸ້ມຄອງເຂດເສດຖະກິດພິເສດສາມຫຼ່ຽມຄຳ ຕາມຂໍ້ຕົກລົງເລກ 60/ນຍ ພາຍຫຼັງໄດ້ຮັບການປະ ກາດຄະນະຊີ້ນຳ ແລະ ກົງຈັກຊ່ວຍວຽກ ຂອງອົງການບໍລິຫານເຂດເສດຖະກິດ ພິເສດສາມຫຼ່ຽມຄຳ ຄັ້ງວັນທີ 5 ພຶດສະພາ 2023 ເປັນຕົ້ນມາ ເຫັນວ່າ: ມີ 4 ພາກສ່ວນທີ່ມີນິຕິກຳອອກມາສຳເລັດແລ້ວ ​ປະ​ກອບ​ມີ ຫ້ອງການແຮງງານປະຈໍາເຂດ ກອງ ບັນຊາການປ້ອງກັນຄວາມສະຫງົບ ປ​ະ​ຈຳ​ເຂດ ສ່ວຍສາອາກອນປະຈຳ​ເຂດ ແລະ ຄະນະລົງເຮັດວຽກປະກອບມີ 5 ທ່ານ (ຕາມການນັດໝາຍແມ່ນ ວັນທີ 20/06/2023 ຈະລົງມາສົມທົບ ເພື່ອເຜີຍແຜ່ຂໍ້ຕົກລົງ ວ່າດ້ວຍການຈັດຕັ້ງ ແລະ ເຄື່ອນ ໄຫວຂອງສ່ວຍສາອາກອນປະຈຳເຂດ) ພ້ອມນັ້ນຍັງອີກ 1 ພາກສ່ວນທີ່ບໍ່ນອນຢູ່ໃນກົງຈັກຊ່ວຍວຽກ ເລກທີ 60/ນຍ ໂດຍ ສະເພາະທະນາຄານແຫ່ງ ສປປ ລາວ ປັດຈຸບັນຢູ່ໃນເຂດສາມຫຼ່ຽມຄຳ ໄດ້ມີສາຂາທະນາຄານຈຳນວນ 2 ແຫ່ງ (ທະນາຄານ ພັດທະນາລາວ ແລະ ທະນາຮ່ວມພັດທະນາ) ທະນາຄານການຄ້າຕ່າງປະເທດລາວ ກໍໄດ້ສືບຕໍ່ເອົາໃຈໃສ່ລົງມາເກັບກຳຂໍ້ມູນ ຢູ່ເຂດດັ່ງກ່າວຫຼາຍຄັ້ງ ແລະ ກະກຽມຄວາມພ້ອມຮອບດ້ານ ເພື່ອເປີດໜ່ວຍບໍລິການຢູ່ພາຍໃນເຂດ ສ່ວນທະນາຄານຮ່ວມ ພັດທະນາ (JDB) ກໍໄດ້ ປັບປຸງສະຖານທີ່ອາຄານໜ່ວຍບໍລິການຄືນໃໝ່ ແລະ ເພີ່ມໜ່ວຍບໍລິການອີກ 1 ຈຸດ ເພື່ອແນ່ໃສ່ ຕອບສະໜອງຄວາມຕ້ອງການຂອງລູກຄ້າ.

ໃນຕໍ່ໜ້າ ພາຍຫຼັງທີ່ທະນາຄານແຫ່ງ ສປປ ລາວ ໄດ້ສຳເລັດການສ້າງຕັ້ງຫ້ອງການປະຈຳເຂດ ແລະ ເຄື່ອນໄຫວຕາມ 4 ພາ ລະບົດບາດ ຂອບເຂດສິດ ແລະ ໜ້າທີ່ຕົນຢ່າງເປັນປົກກະຕິ ໂດຍສະເພາະແມ່ນການແນະນໍາ ການອໍານວຍຄວາມ ສະດວກ ທາງດ້ານທຸລະກຳການເງິນ ກ່ຽວກັບການນຳເຂົ້າ-ສົ່ງອອກ ທຶນບວກກັບການຂະຫຍາຍສາຂາ ຫຼື ໜ່ວຍບໍລິການຂອງທະນາ ຄານທຸລະກິດ ຈະເຮັດໃຫ້ວຽກງານການໂຄສະນາເຜີຍແຜ່ລະບຽບການ ແລະ ວຽກງານການຄຸ້ມຄອງ ທາງດ້ານການເງິນ-ເງິນ ຕາ ແລະ ການນຳເຂົ້າທຶນຈະໄດ້ຮັບການປັບປຸງດີຂຶ້ນ.

ໂອກາດດັ່ງກ່າວ ທ່ານ ພົອ ວິໄລ ຫຼ້າຄຳຟອງ ກໍໄດ້ໃຫ້​ທິດຊີ້ນຳໃຫ້ ຄະນະຄຸ້ມຄອງເຂດເສດຖະກິດພິເສດ ແຂວງບໍ່ແກ້ວ ເລັ່ງ ເອົາໃຈໃສ່ເຜີຍແຜ່ ແລະ ຈັດຕັ້ງປະຕິບັດກົດໝາຍວ່າດ້ວຍການຄຸ້ມຄອງເງິນຕາຕ່າງປະເທດ ຢູ່ພາຍໃນເຂດເສດ ຖະກິດພິ ເສດສາມຫຼ່ຽມຄຳ ໃຫ້ຫັນມານຳໃຊ້ເງິນກີບລາວໃນການຊື້-ຂາຍ ແລກປ່ຽນ ແລະ ຊໍາລະຄ່າບໍລິການຕ່າງໆ ເພື່ອປະຕິບັດຕາມ ທິດ ຢູ່ເມືອງລາວໃຊ້ເງິນກີບລາວ ທັງເປັນການກະຕຸ້ນໃຫ້ເງິນກີບມີຄວາມແຂງຄ່າຂຶ້ນ.

ນອກນັ້ນ ທ່ານຍັງເນັ້ນໜັກໃຫ້ຮີບຮ້ອນຂຶ້ນທະບຽນແຮງງານ ຄຸ້ມຄອງແຮງງານຄົນລາວ ແລະ ຄົນຕ່າງປະເທດໃຫ້ເປັນລະ ບົບ-ຊັດເຈນ ສົ່ງເສີມໃຫ້ຄົນລາວມີວຽກເຮັດງານທຳຢູ່ໃນເຂດດັ່ງກ່າວຫຼາຍຂຶ້ນ ສິ່ງສຳຄັນແມ່ນຮັບປະກັນຄວາມສະຫງົບ ປອດໄພ ຕ້ານບັນດາປະກົດການຫຍໍ້ທໍ້ຕ່າງໆເປັນຕົ້ນເເມ່ນ ບັນຫາການຄ້າມະນຸດ ໂສເພນີ ການໂຈລະກຳທາງອິນເຕີເນັດ ການກໍ່ອາຊະຍາກໍາທາງລະບົບໂທລະຄົມ ການຄຸ້ມຄອງພາຫະນະ ການຂຶ້ນທະບຽນລົດຈັກ-ລົດໃຫຍ່ແມ່ນໃຫ້ປະຕິບັດຕາມ ກົດ ໝາຍ ແລະ ນິຕິກຳຕ່າງໆ ທີ່ກ່ຽວຂ້ອງ ຂອງ ສປປ ລາວ ວາງອອກ ເພື່ອຮັບປະກັນຄວາມເປັນລະບຽບຮຽບຮ້ອຍ ຄວາມສະຫງົບ, ປອດໄພ ແລະ ເອກະພາບ ໃນທົ່ວປະເທດ.

ນອກນັ້ນ ບໍລິເວນສຳປະທານເຂດເສດຖະກິດພິເສດສາມຫຼ່ຽມຄຳ ແມ່ນໃຫ້ເອົາໃຈໃສ່ພັດທະນາຕິດພັນກັບການຮັກສາສິ່ງ ແວດ ລ້ອມ ແລະ ລະບົບນິເວດ ເພື່ອຄວາມຍືນຍົງຂອງສະພາບແວດລ້ອມ ປັບປຸງບັນດາພື້ນຖານໂຄງລ່າງໃຫ້ຮັບປະກັນ ຄວາມປອດໄພ ສະດວກສະບາຍ ແລະ ສວຍງາມ.

error: Content is protected !!