ກອງປະຊຸມຄົບຄະນະກາງສະໄໝຂອງຄະນະບໍລິຫານງານພັກແຂວງບໍ່ແກ້ວສະໄໝທີ VI ໄດ້ດໍາ ເນີນຂື້ນຢ່າງເປັນທາງການ ໃນວັນທີ 13-16 ມິຖຸນາ 2023 ຢູ່ທີ່ສະໂມສອນໃຫຍ່ຂອງແຂວງ ພາຍໃຕ້ການເປັນປະທານຂອງ ສະຫາຍ ປອ ບົວຄົງ ນາມ ມະວົງ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງໆບໍ່ແກ້ວ ເປັນກຽດເຂົ້າຮ່ວມ ຂອງ ສະຫາຍ ພົອ ວິໄລ ຫຼ້າຄຳຟອງ ກຳມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ຮອງນາຍົກລັດຖະມົນຕີ ລັດ ຖະມົນຕີກະຊວງປ້ອງກັນຄວາມສະຫງົບ ມີຄະນະບໍລິຫານງານພັກແຂວງບໍ່ແກ້ວ ໂດຍມີຜູ້ແທນເຂົ້າຮ່ວມທັງໝົດ 266 ສະ ຫາຍ ຍິງ 41 ສະຫາຍ ເຊິ່ງເປັນຕົວແທນໃຫ້ແກ່ສະມາຊິກພັກທັງໝົດ ໃນທົ່ວອົງຄະນະພັກ ແຂວງ.

ສະຫາຍ ສຸກຂະ ຫຼຽນທອງຄຳ ຄະນະປະຈຳພັກແຂວງ ປະທານກວດກາພັກ-ຫົວໜ້າພະແນກກວດກາລັດ ແຂວງບໍ່ແກ້ວ ໄດ້ຜ່ານຜົນສຳເລັດກອງປະຊຸມຄົບຄະນະກາງສະໄໝ ຂອງຄະນະບໍລິຫານງານພັກແຂວງ ບໍ່ແກ້ວ ສະໄໝທີ VI ວ່າ: ກອງປະ ຊຸມຄົບຄະນະກາງສະໄໝຄັ້ງນີ້ໄດ້ຄົ້ນຄວ້າຢ່າງເລິກເຊິ່ງ ກົງໄປກົງມາ ແລະ ໄດ້ພິຈາລະນາ ຮັບຮອງເອົາຢ່າງເປັນເອກະ ສັນຕໍ່ ບົດສະຫຼຸບຕີລາຄາການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ VI ໄລຍະກາງສະໄໝ ແລະ ທິດທາງແຜນການທ້າຍສະ ໄໝ ບົດສະຫຼຸບທິດທາງແຜນພັດທະນາເສດຖະກິດ-ສັງຄົມຄັ້ງທີ IX ຂອງແຂວງ ບົດສະຫຼຸບຕີລາຄາການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ບົດສຳຫຼວດການນຳພາລວມຂອງຄະນະບໍລິຫານງານພັກແຂວງເຊິ່ງໄດ້ຮັບຜົນສຳເລັດຫຼາຍດ້ານ ໄດ້ສ້າງ ພື້ນຖານ ແລະ ທ່ວງທ່າໃໝ່ໃຫ້ແກ່ທຸກຂົງເຂດວຽກງານ ຜົນສໍາເລັດທີ່ພົ້ນເດັ່ນໃນໄລຍະເຄິ່ງສະໄໝຜ່ານມານັ້ນໄດ້ຢັ້ງຢືນວ່າ ບັນດາໜ້າວຽກ ຫຼື ຄາດໝາຍໃຫຍ່ໆທີ່ກໍານົດໃນມະຕິ VI ຂອງແຂວງແມ່ນໄດ້ຮັບການຈັດຕັ້ງປະຕິບັດເປັນສ່ວນໃຫຍ່.
ໄປພ້ອມກັບຜົນສຳເລັດອັນສຳຄັນຄືດັງກ່າວ ກອງປະຊຸມຍັງໄດ້ເປັນເອກະພາບ ຢ່າງພາວະວິໄສຕໍ່ ດ້ານອ່ອນ-ຂໍ້ຄົງຄ້າງ ຂໍ້ຂາດ ຕົກບົກຜ່ອງໃນການນຳພາ-ຊີ້ນຳ ຂອງພັກ ກໍຄື ການຈັດຕັ້ງປະຕິບັດໜ້າທີ່ ວຽກງານຈຸດສຸມໃນບາງດ້ານ ທີ່ບໍ່ສາມາດບັນລຸ ຄາດໝາຍທີ່ວາງໄວ້.
ກອງປະຊຸມຍັງໄດ້ເຫັນຍົກໃຫ້ສາຍເຫດຕົ້ນຕໍທີ່ພາໃຫ້ມີດ້ານອ່ອນຂໍ້ຄົງຄ້າງ ບົດຮຽນຖອດຖອນ ໄດ້ເພື່ອກຳນົດທິດທາງ ມາດຕະການໃນການຈັດຕັ້ງປະຕິບັດໃນຕໍ່ໜ້າໃຫ້ສອດຄ່ອງ ແລະ ເໝາະສົມ ພ້ອມກັນນັ້ນ ກອງປະຊຸມຍັງເປັນເອກະສັນ ຮັບຮອງເອົາບັນດາຄາດໝາຍສູ້ຊົນແຕ່ນີ້ຫາທ້າຍສະໄໝ ເພື່ອສືບຕໍ່ຈັດຕັ້ງປະຕິບັດໃຫ້ສຳເລັດຜົນຕາມຄາດໝາຍທີ່ກຳ ນົດໄວ້.

ໃນໂອກາດທີ່ມີຄວາມໝາຍສຳຄັນນີ້ ສະຫາຍ ພົນເອກ ວິໄລ ຫຼ້າຄຳຟອງ ກຳມະການກົມການເມືອງສູນກາງພັກ ຮອງນາ ຍົກ ລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ຜູ້ຊີ້ນຳແຂວງບໍ່ແກ້ວ ໄດ້ສະແດງຄວາມຊົມເຊີຍ ເຫັນດີເປັນເອກະພາບ ແລະ ຕີລາຄາສູງຕໍ່ຜົນງານທີ່ຄະນະພັກ-ຄະນະນຳຂອງແຂວງຍາດມາໄດ້ ຈາກການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ VI ຂອງຄະນະບໍລິຫານງານພັກແຂວງບໍ່ແກ້ວ ເຖິງແມ່ນວ່າ ຕະຫຼອດໄລຍະ 02 ປີເຄິ່ງຜ່ານມາ ສະພາບສາກົນ ພາກພື້ນ ແລະ ພາຍໃນປະເທດຂອງພວກເຮົາ ເຕັມໄປດ້ວຍອຸປະສັກ ແລະ ສິ່ງທ້າທາຍທີ່ໃຫຍ່ຫຼວງຫຼາຍປະການ ແຕ່ດ້ວຍ ຄວາມເອົາໃຈໃສ່ນໍາພາ-ຊີ້ນໍາ ຂອງບັນດາສະຫາຍຄະນະພັກ ອົງການປົກຄອງແຕ່ລະຂັ້ນ ທີ່ໄດ້ຕັ້ງໜ້ານຳພາ ແຕ່ລະພາກ ສ່ວນ ໄດ້ສູ້ຊົນຜັນຂະຫຍາຍ ຫັນເປັນແຜນງານ ໂຄງການອັນລະອຽດ ໃນການຈັດຕັ້ງບັນດາວຽກງານຕົວຈິງ ໄປພ້ອມກັບ ການເຂົ້າຮ່ວມ ການປະກອບສ່ວນຢ່າງຕັ້ງໜ້າຂອງປະຊາຊົນບັນດາເຜົ່າ ທົວແຂວງ ເຮັດໃຫ້ແຂວງບໍ່ແກ້ວ ສາມາດຍາດໄດ້ ຜົນສໍາເລັດຫຼາຍດ້ານ ເຊິ່ງຜົນສໍາເລັດດັ່ງກ່າວ ກໍ່ຍ້ອນຄວາມສາມັກຄີເປັນເອກະພາບພາຍໃນຄະນະພັກ ແລະ ສະມາຊິກພັກ ທົ່ວອົງຄະນະພັກແຂວງ ເຊິ່ງແມ່ນໝາກຜົນລວມຍອດສະຕິປັນຍາ ການເສີມຂະຫຍາຍປະຊາ ທິປະໄຕ ຫົວຄິດປະດິດສ້າງ ຂອງຄະນະພັກ ສະມາຊິກພັກ ພະນັກງານ-ລັດຖະກອນ ທະຫານຕໍາຫຼວດ ແລະ ປະຊາຊົນບັນດາເຜົ່າທົ່ວແຂວງ ທີ່ໄດ້ປະ ກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນການຈັດ ຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ VI ແຂວງບໍ່ແກ້ວ ໃຫ້ມີຜົນສໍາເລັດ.
ໃນໂອກາດດັ່ງກ່າວ ສະຫາຍ ພົນເອກ ວິໄລ ຫຼ້າຄໍາຟອງ ຍັງໄດ້ເນັ້ນໜັກວຽກງານຈຸດສຸມຈຳນວນໜຶ່ງ ແຕ່ນີ້ຫາໄລຍະທ້າຍສະໄໝ ກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ກໍຄື ໄລຍະທ້າຍສະໄໝຂອງກອງປະຊຸມໃຫຍ່ຄັ້ງທີ VI ຂອງອົງຄະນະພັກແຂວງບໍ່ ແກ້ວ ເພື່ອສ້າງການຫັນປ່ຽນຢ່າງແຂງແຮງ ເລິກເຊິ່ງ ຮອບດ້ານ ກາຍເປັນຂະບວນການຟົດຟື້ນ ແລະ ເຂົ້າສູ່ຊີວິດການເມືອງຕົວຈິງໃນທົ່ວແຂວງ ດັ່ງນີ້:

– ສືບຕໍ່ຖືເອົາວຽກງານການເມືອງ-ແນວຄິດ “ເປັນຄືສະໜາມຮົບໜຶ່ງ” ໂດຍເລີ່ມຈາກຫັນປ່ຽນດ້ານທັດສະນະ ແນວຄິດ ດ້ວຍ ການຫັນວິທີຄິດແບບເກົ່າ ໄປສູ່ການປະດິດສ້າງໃໝ່.
– ປັບປຸງອົງການປົກຄອງທ້ອງຖິ່ນແຕ່ລະຂັ້ນພາຍໃນແຂວງ ໃຫ້ເຂັ້ມແຂງ ໜັກແໜ້ນ ແລະ ມີປະສິດທິພາບ.
– ສືບຕໍ່ຍູ້ແຮງການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຕ່ນີ້ຮອດທ້າຍສະໄໝ ໂດຍຖອດຖອນບົດຮຽນຈາກ 2 ປີຜ່ານມາ.
– ເອົາໃຈໃສ່ຈັດຕັ້ງປະຕິບັດແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນ ຮອບດ້ານຂອງພັກ.
– ສືບຕໍ່ຍູ້ແຮງການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ໃຫ້ກາຍເປັນຄວາມຮັບຜິດຊອບຂອງທົ່ວລະບົບການເມືອງ ແລະ ຂອງທຸກພາກສ່ວນໃນສັງຄົມຢ່າງແທ້ຈິງ ເພື່ອໃຫ້ສາມາດຈັດຕັ້ງປະຕິບັດບັນດາວຽກງານຈຸດສຸມໃຫ້ສຳເລັດຜົນຕາມ ຄາດໝາຍ.
– ເອົາໃຈໃສ່ດຳເນີນການຕິດຕາມກວດກາ ໃຫ້ເປັນປົກກະຕິ ເຂັ້ມງວດຕາມຫຼັກການ ແລະ ຕາມທັດສະນະຂອງພັກ.
– ເອົາໃຈໃສ່ປະຕິບັດແນວທາງການຕ່າງປະເທດຂອງພັກໃຫ້ດີ ໂດຍສະເພາະ ການພົວພັນຮ່ວມມືກັບປະເທດເພື່ອນມິດຍຸດ ທະສາດ ເພື່ອຍາດແຍ່ງເອົາການຊ່ວຍເຫຼືອ ດ້ານການພັດທະນາຊັບ ພະຍາກອນມະນຸດ ພັດທະນາພື້ນຖານໂຄງລ່າງ ການ ລົງທຶນ ຕາມເງື່ອນໄຂຕົວຈິງຂອງແຂວງ.
ສິ່ງສໍາຄັນຕັດສິນທັງໝົດເຫຼົ່ານັ້ນ ແມ່ນຄະນະບໍລິຫານງານພັກ ຄະນະພັກແຕ່ລະຂັ້ນ ຕ້ອງຍົກສູງຄວາມສາມາດນໍາພາ ແລະ ຄວາມເປັນແບບຢ່າງນຳໜ້າ ເພີ່ມທະວີຄວາມສາມັກຄີເປັນເອກະພາບ ຍົກສູງນ້ຳໃຈເສຍສະຫຼະ ເດັດດ່ຽວຜ່ານຜ່າອຸປະສັກ ແລະ ຄວາມຫຍຸ້ງຍາກຕ່າງໆ ເພື່ອສ້າງພື້ນຖານ ແລະ ຖ່ວງທ່າ ໃຫ້ແກ່ການສືບຕໍ່ພັດທະນາສ້າງສາປະເທດຊາດ ກໍ່ຄືທ້ອງຖິ່ນ ຂອງຕົນ ກ້າວຂຶ້ນຢ່າງບໍ່ຢຸດຢັ້ງ.