ກອງປະຊຸມສະໄໝສາມັນເທື່ອທີ 5 ຂອງ ສພຊ ຈະໄຂຂຶ້ນໃນທ້າຍເດືອນມິຖຸນານີ້

ກອງປະຊຸມສະໄໝສາມັນເທື່ອທີ 5 ຂອງ ສພຊ ຊຸດທີ IX ຈະໄຂຂຶ້ນໃນທ້າຍເດືອນມິຖຸນານີ້ ຈົນໄປເຖິງກາງເດືອນ ກໍລະກົດ 2023 ເຊິ່ງຈະໄດ້ພິຈາລະນາ ແລະ ຮັບຮອງເອົາບັນດາວຽກງານ ແລະ ກົດໝາຍຫຼາຍສະບັບ.

ທ່ານ ນາງ ປິ່ງຄໍາ ລາຊະສິມມາ ເລຂາທິການສະພາແຫ່ງຊາດ ຖະແຫຼງຕໍ່ສື່ມວນຊົນ ວັນທີ 16 ມິຖຸນາ 2023 ທີ່ສະພາແຫ່ງຊາດ (ສພຊ) ວ່າ: ກອງປະຊຸມສະໄໝສາມັນເທື່ອທີ 5 ຂອງ ສພຊ ຊຸດທີ IX ຈະໄຂຂຶ້ນໃນວັນທີ 26 ມີຖຸນາ 2023 ແລະ ຈະດໍາເນີນໄປເຖິງວັນອັງຄານ ວັນທີ 18 ກໍລະກົດ 2023 ທີ່ຫ້ອງປະຊຸມໃຫຍ່ ສພຊ (ທາດຫຼວງ) ນະຄອນຫຼວງວຽງ ຈັນ.

ກອງປະຊຸມຄັ້ງນີ້ຈະໄດ້ພິຈາລະນາ ແລະ ຮັບຮອງເອົາບັນຫາສຳຄັນພື້ນຖານຂອງປະເທດຊາດ ຄື: ວຽກງານຂອງລັດຖະບານ ບົດລາຍງານໂດຍສັງເຂບຂອງທ່ານ ນາຍົກລັດຖະມົນຕີ ກ່ຽວກັບການຈັດຕັ້ງປະຕິບັດການເຄື່ອນໄຫວວຽກງານພົ້ນເດັ່ນ ຂອງລັດຖະບານບົດລາຍງານຂອງລັດຖະ ບານ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 6 ເດືອນຕົ້ນປີ 2023 ແລະ ແຜນການ 6 ເດືອນທ້າຍປີ 2023 ບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ 6 ເດືອນຕົ້ນປີ 2023 ແລະ ແຜນການ 6 ເດືອນທ້າຍປີ 2023 ບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນເງິນຕາ 6 ເດືອນຕົ້ນປີ 2023 ແລະ ແຜນການ 6 ເດືອນທ້າຍປີ 2023 ບົດລາຍງານຂອງລັດຖະບານ ກ່ຽວກັບຄວາມຄືບໜ້າໃນການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ບົດລາຍງານຂອງລັດຖະບານ ກ່ຽວກັບຄວາມຄືບໜ້າໃນການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຢາເສບຕິດ ບົດລາຍງານ ກ່ຽວກັບທິດທາງແຜນການລົງທຶນ ແລະ ການຈັດສັນງົບປະມານໃຫ້ແກ່ໂຄງການລົງທຶນຂອງລັດ ປະຈໍາປີ 2024 ບົດລາຍງານຂອງລັດຖະບານ ກ່ຽວກັບການສະເໜີຂໍດັດແກ້ແຜນງົບປະມານແຫ່ງລັດ 6 ເດືອນທ້າຍປີ 2023 ແລະ ແຜນລົງທຶນຂອງລັດ ປະຈໍາປີ 2023 ທີ່ຕິດພັນກັບມະຕິກອງປະຊຸມສະພາແຫ່ງຊາດ ວ່າດ້ວຍການຮັບຮອງຜົນການກວດກາ ຂອງອົງການກວດກາແຫ່ງລັດ ແລະ ຜົນການກວດສອບແຫ່ງລັດ ແລະ ມະຕິຂອງຄະນະປະຈໍາສະພາ ວ່າດ້ວຍການຮັບຮອງການອອກພັນທະບັດອ່ວຍໜີ້ 3 ແຈ ຮ່ວງ 8.000 ຕື້ກີບ ບົດລາຍງານຂອງລັດຖະບານ ກ່ຽວກັບຮ່າງຍຸດທະສາດການພັດທະນາແຮ່ທາດ 10 ປີ (2021-2030) ແລະ ວິໄສທັດຮອດປີ 2035 ບົດລາຍງານຂອງລັດຖະ ບານ ກ່ຽວກັບຍຸດທະສາດການຄຸ້ມຄອງນໍ້າ ແລະ ຊັບພະຍາກອນນໍ້າແຫ່ງຊາດ ຮອດປີ 2030 ບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດຍຸດທະສາດການປົກປ້ອງສັງຄົມ.

ພ້ອມນັ້ນຍັງຈະພິຈາລະນາ ຮັບຮອງເອົາການສ້າງ ແລະ ປັບປຸງກົດ ໝາຍ 10 ສະບັບ ໃນນີ້ຮ່າງກົດ ໝາຍສ້າງໃໝ່ 4 ສະບັບ ແລະ ກົດໝາຍປັບປຸງ 6 ສະບັບ.

ວຽກງານສານປະຊາຊົນສູງສຸດ ແລະ ອົງການໄອຍະການປະຊາຊົນສູງສຸດ ບົດລາຍງານຂອງສານປະຊາຊົນສູງສຸດ ກ່ຽວກັບການປະເມີນ ການຈັດຕັ້ງປະຕິບັດກົດໝາຍ ໃນຂົງເຂດຍຸຕິທໍາ 2 ສະບັບ ຄື: ກົດໝາຍວ່າດ້ວຍສານປະຊາຊົນ ກົດໝາຍວ່າດ້ວຍການດໍາເນີນຄະດີແພ່ງ ບົດລາຍງານຂອງອົງການໄອຍະການປະຊາຊົນສູງສຸດ ກ່ຽວກັບການປະເມີນ ການຈັດຕັ້ງປະຕິບັດກົດໝາຍຂົງເຂດຍຸຕິທໍາ 2 ສະບັບ ຄື: ກົດໝາຍວ່າດ້ວຍອົງການໄອຍະການປະຊາຊົນ ແລະ ກົດ ໝາຍວ່າດ້ວຍການດໍາເນີນຄະດີອາຍາ.

ສຳລັບວຽກງານ ສພຊ ປະກອບມີບົດລາຍງານຂອງຄະນະປະຈໍາ ສພຊ ກ່ຽວກັບການຈັດຕັ້ງປະຕິບັດແຜນການ ເຄື່ອນໄຫວວຽກງານ ໃນໄລຍະ 2 ກອງປະຊຸມທີ່ຜ່ານມາ ແລະ ທິດທາງແຜນການ 6 ເດືອນ ແຕ່ກອງປະຊຸມສະ ໄໝສາມັນ ເທື່ອທີ 5 ຂອງ ສພຊ ຊຸດທີ IX ຮອດກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງ ສພຊ ຊຸດທີ IX ນອກນີ້ ຍັງມີບົດປະກອບຄໍາເຫັນຄະນະປະຈໍາ ສພຊ ຕໍ່ບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງລັດ ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ 6 ເດືອນຕົ້ນປີ ແລະ ແຜນການ 6 ເດືອນທ້າຍປີ 2023 ການສະເໜີຂໍດັດແກ້ແຜນງົບປະມານແຫ່ງລັດ ປະຈໍາປີ 2023 ທິດທາງແຜນການລົງທຶນ ແລະ ຈັດສັນງົບປະມານການລົງທຶນຂອງລັດ ປະຈໍາປີ 2024 ບົດປະກອບຄໍາເຫັນຄະນະປະຈໍາສະພາ ຕໍ່ບົດລາຍງານຂອງລັດຖະບານ ກ່ຽວກັບຄວາມຄືບໜ້າໃນການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ບົດປະກອບຄໍາເຫັນຄະນະປະຈໍາສະພາແຫ່ງຊາດ ຕໍ່ບົດລາຍງານຂອງລັດຖະບານ ກ່ຽວກັບຄວາມຄືບໜ້າໃນການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຢາເສບຕິດ ບົດປະກອບຄໍາເຫັນຄະນະປະຈໍາສະພາແຫ່ງຊາດ ຕໍ່ບົດລາຍງານຂອງລັດຖະບານ ກ່ຽວກັບການສະເໜີຂໍດັດແກ້ແຜນງົບປະມານແຫ່ງລັດ 6 ເດືອນທ້າຍປີ 2023 ແລະ ແຜນລົງທຶນຂອງລັດ ປະຈໍາປີ 2023 ທີ່ຕິດພັນກັບມະຕິກອງປະຊຸມສະພາແຫ່ງຊາດ ວ່າດ້ວຍການຮັບຮອງຜົນການກວດກາ ຂອງອົງການກວດກາແຫ່ງລັດ ແລະ ຜົນການກວດສອບແຫ່ງລັດ ແລະ ມະຕິຂອງຄະນະປະຈໍາສະພາແຫ່ງຊາດ ວ່າດ້ວຍການຮັບຮອງການອອກພັນທະ ບັດອ່ວຍໜີ້ 3 ແຈ ຮ່ວງ 8.000 ຕື້ກີບ ບົດປະກອບຄໍາເຫັນຄະນະປະຈໍາສະພາແຫ່ງຊາດ ຕໍ່ບົດລາຍ ງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດຍຸດທະສາດການປົກປ້ອງສັງຄົມ ບົດປະກອບຄໍາເຫັນຄະນະປະຈໍາສະພາແຫ່ງຊາດ ຕໍ່ບົດລາຍງານຂອງລັດຖະບານ ກ່ຽວກັບຮ່າງຍຸດທະສາດການພັດທະນາແຮ່ທາດ 10 ປີ (2021-2030) ແລະ ວິໄສທັດຮອດປີ 2035 ບົດປະກອບຄໍາເຫັນຂອງຄະນະປະຈໍາສະພາ ຕໍ່ບົດລາຍງານຂອງລັດຖະ ບານ ກ່ຽວກັບຍຸດທະສາດການຄຸ້ມຄອງນໍ້າ ແລະ ຊັບພະຍາກອນນໍ້າແຫ່ງຊາດ ຮອດປີ 2030 ບົດປະກອບຄໍາເຫັນຄະນະປະຈໍາສະພາແຫ່ງຊາດ ຕໍ່ບົດລາຍງານການປະເມີນການຈັດຕັ້ງປະຕິບັດກົດ ໝາຍຂົງເຂດຍຸຕິທໍາ 4 ສະບັບ ຄື: ກົດໝາຍວ່າດ້ວຍສານປະຊາຊົນ ກົດໝາຍວ່າດ້ວຍການດໍາເນີນຄະດີແພ່ງ ກົດໝາຍວ່າດ້ວຍອົງການໄອຍະການປະຊາຊົນ ແລະ ກົດໝາຍວ່າດ້ວຍການດໍາເນີນຄະດີອາຍາ.

ອີກທັງຈະໄດ້ຄົ້ນຄວ້າພິຈາລະນາຮັບຮອງເອົາມະຕິກອງປະຊຸມ ສພຊ 18 ສະບັບໃນນັ້ນ ຈະໄດ້ມີມະຕິຮັບຮອງເອົາວຽກງານຂົງເຂດຕ່າງໆຄື: ມະຕິຮັບຮອງເອົາບົດລາຍງານຂອງລັດຖະບານ 6 ສະບັບ ມະຕິຮັບຮອງເອົາບົດລາຍງານຂອງສານປະຊາຊົນສູງສຸດ ໄອຍະການປະຊາຊົນສູງສຸດ 1 ສະບັບ ມະຕິຮັບຮອງເອົາບົດລາຍງານຂອງສະພາ 1 ສະບັບ ແລະ ມະຕິຮັບຮອງເອົາກົດໝາຍອີກ 10 ສະບັບ. ໃນໄລຍະກະກຽມ ແລະ ດຳເນີນກອງປະຊຸມຄະນະເລຂາທິການ ສພຊ ໄດ້ຈັດຕັ້ງໜ່ວຍງານຮັບຜິດ ຊອບໂທລະສັບສາຍດ່ວນ ເພື່ອຮັບເອົາຄຳຄິດຄຳເຫັນ ແລະ ຄຳສະເໜີໂດຍກົງຈາກປະຊາຊົນ ທີ່ຈະສົ່ງໄປຍັງກອງປະຊຸມ ບັນດາທ່ານສາມາດສົ່ງຄຳຄິດຄຳເຫັນ ແລະ ຄຳສະເໜີໄປຍັງກອງປະຊຸມໄດ້ໂດຍຜ່ານສາຍດ່ວນ: 156 ທີ່ຮັບໃຊ້ກອງປະຊຸມສະໄໝສາມັນເທື່ອທີ 5 ຂອງສພຊ ຊຸດທີ IX ຫຼື ອີເມວ: nalao.156@gmail.com.

error: Content is protected !!