ລລທ ພັດທະນາຄວາມຮູ້ຫຼັກສູດ Data Science Professional ໃຫ້ພະນັກງານ

    ວັນທີ 16 ມິຖຸນາ 2023 ທີ່ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ (ລລທ) ໄດ້ຈັດພິທີປິດເຝິກອົບຮົມຫຼັກສູດ Non-Degree ຫົວຂໍ້ “Data Science Professional” ເປັນປະທານຂອງທ່ານ ສຸພົນ ຈັນທະວີໄຊ ຜູ້ ອໍານວຍການໃຫຍ່ ບໍລິສັດ ລລທ ມີທ່ານ ພານຸພົງ ວັນຈັນທຶກ ຜູ້ຊ່ວຍຄະນະບໍດີ ຄະນະວິສະວະກຳສາດ ມະຫາ ວິທະຍາໄລຂອນແກ່ນ ປະເທດໄທ ພ້ອມຜູ້ບໍລິຫານອ້ອມຂ້າງ ລລທ ແລະ ນັກສໍາມະນາກອນເຂົ້າຮ່ວມ.

    ການຈັດເຝິກອົບຮົມໃນຄັ້ງນີ້ ເພື່ອເປັນການພັດທະນາຄວາມຮູ້ ຄວາມສາມາດ ຂອງພະນັກງານ ເປັນແນວ ທາງກ້າວໄປສູ່ການເປັນຜູ້ຊໍານານງານ ຫຼື ຊ່ຽວຊານທາງດ້ານວຽກງານຂອງຕົນຮັບຜິດຊອບ ໃນວຽກງານ Data Science ຖືເປັນວຽກງານໜຶ່ງທີ່ສຳຄັນທີ່ສຸດ ເພາະວ່າເປັນການນຳເອົາຂໍ້ມູນເຂົ້າໄປໝູນໃຊ້ໃນໃນການວາງແຜນຍຸດທະສາດ ການວິໄຈ ແລະ ທີ່ສຳຄັນແມ່ນໃຊ້ປະກອບເຂົ້າໃນການຕັດສິນໃຈ ທາງດ້ານທຸລະກິດໄດ້ຖືກເປົ້າໝາຍ ພ້ອມທັງຕອບໂຈດບັນຫາຂອງອົງກອນໄດ້ຕາມເປົ້າໃນແຕ່ລະໄລຍະ ແລະ ນອກຈາກການເຝິກອົບຮົມໃນຊຸດນີ້ແລ້ວ ຍັງຈະມີການສືບຕໍ່ຫຼັກສູດ Non Degree ໃນສາຂາວິຊາຕ່າງໆ ທີ່ກົງກັບກົນລະຍຸດຂອງບໍລິສັດໃນອະນາ ຄົດຕໍ່ໄປ.

   ການເຝິກອົບຮົມຫຼັກສູດ Non Degree ຫົວຂໍ້ “Data Science Professional” ແມ່ນໄດ້ຮັບຄວາມຮ່ວມມືຈາກທາງຄະນະວິສະວະກຳສາດ ມະຫາວິທະຍາໄລຂອນແກ່ນ ໂດຍໄດ້ຮັບກຽດຈາກຄະນະອາຈານທີ່ມີຄວາມຮູ້ ຄວາມສາມາດ ແລະ ປະສົບການສູງ ທາງດ້ານວຽກງານ Data Science ມາເປັນວິທະຍາກອນ ໃນການມອບຄວາມຮູ້ໃຫ້ໃນຄັ້ງນີ້ ການເຝິກອົບຮົມປະກອບດ້ວຍພາກທິດສະດີ Workshop ໃນການປະຕິບັດໂຄງການຕົວຈິງ (Project Base) ເພື່ອເອົາມານຳໃຊ້ໃນການປັບປຸງການບໍລິການຂອງລາວໂທລະຄົມ ໃຫ້ເກີດປະໂຫຍດສູງສຸດ ເຊິ່ງການເຝິກອົບຮົມຫຼັກສູດດັ່ງກ່າວ ມີນັກສຳມະນາກອນ 29 ທ່ານ ຍິງ 10 ທ່ານ ເລີ່ມເຝິກອົບຮົມມາແຕ່ວັນທີ 9 ມີນາ ຫາ ວັນທີ 16 ມິຖຸນາ 2023 ລວມຈຳນວນວັນຮຽນທັງໝົດ 24 ວັນ ເທົ່າກັບ 144 ຊົ່ວໂມງ ປະກອບມີພາກທິດສະດີ ແລະ ປະຕິບັດຕົວຈິງ  ປະກອບໄປດ້ວຍ 7 ພາກວິຊາ.

error: Content is protected !!