ເປີດກອງທຶນອຸປະຖຳກຳມາທິການເຜີຍແຜ່ສີລະທຳ ສູນກາງ ອພສ

   ພິທີເປີດກອງທຶນອຸປະຖຳກຳມາທິການເຜີຍແຜ່ສີລະທຳ ແລະ ປະຕິບັດກຳມະຖານ (ກຜປຖ) ສູນກາງອົງການພຸດທະສາສະໜາສຳພັນລາວ (ອພສ) ຈັດຂຶ້ນວັນທີ 15 ມິຖຸນາ 2023 ຢູ່ຫໍປະຊຸມແຫ່ງຊາດ ໂດຍມີພະອາຈານໃຫຍ່ ມະຫາບຸນມາ ສິມມາພົມ ປະທານສູນກາງອົງການພຸດທະສາສະໜາສຳພັນລາວ ພະອາຈານໃຫຍ່ ມະຫາເຫວດ ມະເສໄນ ຮອງປະທານ ອພສ ອົງຊີ້ນຳວຽກງານກຳມາທິການເຜີຍແຜ່ສີລະທຳ ແລະ ປະຕິບັດກຳມະຖານ ວຽກງານກຳມາທິການສາທາລະນູປະການ ອພສ ພ້ອມດ້ວຍພະເຖລານຸ ເຖລະ ທ່ານ ຈັນເພັງ ສຸດທິວົງ ຮອງປະທານສູນກາງແນວລາວສ້າງຊາດ ຄອບຄົວບັນດາການນຳ ອະອີດການນຳ ແລະ ຊາວພຸດທະສາສະນິກກະຊົນເຂົ້າຮ່ວມ.

  ໃນພິທີພະອາຈານ ພຸດທະສອນ ລະຄອນຄຳ ຄະນະບໍລິຫານງານປະຈຳການ ຮອງຫົວໜ້າກຳມາທິການເຜີຍແຜ່ສີລະທຳ ແລະ ປະຕິບັດກຳມະການ ສູນກາງ ອພສ ໄດ້ຜ່ານຂໍ້ຕົກລົງວ່າດ້ວຍການສ້າງຕັ້ງກອງທຶນດັ່ງກ່າວວ່າ: ກຜປຖ ແມ່ນກອງທຶນໜຶ່ງທີ່ຢູ່ພາຍໃຕ້ການຊີ້ນຳຂອງ ພະອາຈານໃຫຍ່ ມະຫາເຫວດ ມະເສໄນ ມີ ພະອາຈານ ສີທົນ ໄຊຍະວົງສອນ ເປັນຫົວໜ້າກຳມາທິການເຜີຍແຜ່ສີລະທຳ ແລະ ປະຕິບັດກຳມະຖານ ມີໜ້າທີ່ສຶກສາອົບຮົມ ພະສົງ-ສາມະເນນ ພໍ່ຂາວ-ແມ່ຂາວ ໃນຂອບເຂດທົ່ວປະເທດຕາມພາລະບົດບາດ ສິດ ແລະ ໜ້າທີ່ ທີ່ບັນຍັດໃນທຳມະນູນສົງລາວ ໂດຍມີລະບຽບແບບແຜນ ວິໄສທັດ ຍຸດທະສາດ ຈຸດສຸນ ທິດທາງລວມ ແລະ ແຜນການຢ່າງເປັນລະບົບ.

    ກໍາມາທິການເຜີຍແຜ່ນອກຈາກລົງເຄື່ອນໄຫວວຽກງານຕ່າງໆຂອງຕົນໃນຂອບເຂດທົ່ວປະເທດ ຍັງມີຫ້ອງປະຕິບັດທັມປະຈຳຢູ່ສູນກາງ ແລະ ມີພຸດທະສາສະນິກກະຊົນຈຳນວນໜຶ່ງ ເຂົ້າມາປະຕິບັດທຳ ມີຄວາມເຂົ້າໃຈທຳມະ ແລະ ເຫັນໄດ້ຄວາມສຳຄັນຂອງວຽກງານເຜີຍແຜ່ສີລະທັມ ແລະ ປະຕິບັດກຳມະຖານ ແລ້ວເກີດສັດທາຢາກມີສ່ວນຮ່ວມໃນການເຜີຍແຜ່ທຳ ຈຶ່ງໄດ້ຈັດຕັ້ງດັ່ງກ່າວຂຶ້ນ ເພື່ອສະໜັບສະໜູນການຈັດຕັ້ງປະຕິບັດທິດທາງ ແຜນການ ແລະ ວຽກງານຂອງກັມມາທິການ ໃຫ້ສຳເລັດຕາມລະດັບຄາດໝາຍ.

   ກຜປຖ ມີຫ້ອງການຕັ້ງຢູ່ວັດທາດຫຼວງເໜືອ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ໄດ້ຮັບການອະນຸມັດສ້າງຕັ້ງໂດຍ ອພສ ຕາມຂໍຕົກລົງເລກທີ 135/ອພສ ລົງວັນທີ 14​ ມີນາ 2023 ມີຈຸດປະສົງສ້າງຕັ້ງຂຶ້ນເພື່ອລະດົມທຶນທັງພາຍໃນ ແລະ ຕ່າງປະເທດ ມີພາລະບົດບາດ ແລະ ໜ້າທີ່ສະໜັບສະໜູນບັນດາວຽກງານຕົ້ນຕໍຄື: ວຽການບໍລິຫານຫ້ອງການ ຄູ່ມື-ຫຼັກສູດ ກຳມະຖານ ທຳມະສັນຈອນ ເຝີກອົບຮົມ ສື່ ແລະ ປະຊາສຳພັນ ໂຄງການຕ່າງໆ ແລະ ວຽກງານສັງຄົມສົງເຄາະ ໂດຍມີວິໄສທັດ ແນໃສ່ເພື່ອສ້າງຊົມຊຸມໃຫ້ມີສີລະທຳ ແລະ ສັງຄົມມີຄວາມສະຫງົບສຸກ  ເປັນຕົ້ນ ສ້າງສູນປະຕິບັດທຳໃຫ້ຄົບທຸກແຂວງ ພັດທະນາຫຼັກສູດ ແລະ ເຄື່ອງມື ໃນການເຜີຍແຜ່ໃຫ້ສົມບູນ ແລະ ໄດ້ມາດຕະຖານ ພັດທະນາບຸກຄະລາກອນໃຫ້ເປັນຜູ້ນຳດ້ານການເຜີຍແຜ່ພຸດທະສາສະໜາ ພັດທະນາສັງຄົມ ໂດຍສະເພາະວິທິການເຜີຍແຜ່ທຳມະໃຫ້ທັນຍຸກສະໄໝ.

error: Content is protected !!