ກຽມຄວາມພ້ອມໃຫ້ແກ່ການຈັດພິມປຶ້ມວັດຈະນານຸກົມພາສາລາວ

    ສູນຄົ້ນຄວ້າພາສາລາວ ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ (ສວສ) ກະຊວງສຶກສາທິການ ແລະ ກີລາ (ສສກ) ຈັດກອງປະຊຸມຂຽນເນື້ອໃນປຶ້ມວັດຈະນານຸກົມພາສາລາວ ໃນລະຫວ່າງວັນທີ 9-15 ມິຖຸນາ 2023 ທີ່ຫ້ອງປະຊຸມເຮືອນພັກຄູນຊັບ (ທ່າລາດ) ເມືອງແກ້ວອຸດົມ ແຂວງວຽງຈັນ ໂດຍເປັນປະທານຂອງທ່ານ ຮສ ປອ ພຸດ ສິມມາລາວົງ  ລັດຖະມົນຕີ ກະຊວງ ສສກ ມີ ຜູ້ອຳນວຍການສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ພະນັກງານບຳນານ ຄະນະອຳນວຍການສູນ ແລະ ພະນັກງານວິຊາການຈາກສູນຄົ້ນຄວ້າພາສາລາວ ແລະ ສູນພັດທະນາສື່ການຮຽນການສອນ ສວສ ຄະນະບໍລິຫານງານສະມາຄົມນັກປະພັນລາວ ຄະນະບໍລິຫານງານສູນກາງອົງການພະພຸດທະສາສະໜາ ຮອງຄະນະບໍດີ ມະຫາວະທະຍາໄລແຫ່ງຊາດ ອາຈານສອນຈາກຄະນະອັກສອນສາດ ມະຫາວິທະຍາໄລແຫ່ງຊາດ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

    ປະຊຸມຄັ້ງນີ້ ເພື່ອລາຍງານຄວາມຄືບໜ້າໃນການຂຽນຮຽບຮຽງ ນໍາສະເໜີປະເດັນບັນຫາ ຂໍ້ສົນໃຈ ແລະ ຂໍ້ສະເໜີຕ່າງໆ ກ່ຽວກັບການຮຽບຮຽງເນື້ອໃນປຶ້ມວັດຈະນານຸກົມຕາມຄວາມຮັບຜິດຊອບ ສົນທະນາປຶກສາຫາລື ແລະ ແລກປ່ຽນຄຳຕິດເຫັນຕໍ່ປະເດັນບັນຫາທີ່ມີ ສືບຕໍ່ຂຽນຮຽບຮຽງເນື້ອໃນປຶ້ມວັດຈະນານຸກົມພາສາລາວ.

    ທ່ານ ປອ ອ່ອນແກ້ວ ນວນນະວົງ ຫົວໜ້າອະນຸກຳມະການຄົ້ນຄວ້າພາສາລາວ ໄດ້ກ່າວໃຫ້ຮູ້ວ່າ: ກອງປະຊຸມຄັ້ງນີ້ ຖືເປັນວາລະດີໃນການເຕົ້າໂຮມຄະນະຂຽນ ຮຽບຮຽງປຶ້ມວັດຈະນານຸກົມພາສາລາວແບບເຕັມຄະນະ ໂດຍແບ່ງເນື້ອໃນການປະຊຸມອອກເປັນ 2 ວາລະ ຄື: ສົນທະນາແລກປ່ຽນກ່ຽວກັບຜົນສຳເລັດຄວາມຄືບໜ້າ ພ້ອມທັງປຶກສາຫາລືກ່ຽວກັບບາງບັນຫາ ຂໍ້ຫຍຸ້ງຍາກ ແລະ ສິ່ງທ້າທາຍຕ່າງໆ ເພື່ອພ້ອມກັນຫາວິທີທາງແກ້ໄຂໃຫ້ສອດຄ່ອງກັບການຈັດຕັ້ງປະຕິບັດວຽກງານການຮຽບຮຽງເນື້ອໃນປຶ້ວັດຈະນານຸກົມພາສາລາວຕົວຈິງໃນປັດຈຸບັນ ແລະ ຕໍ່ໜ້າ ແລະ ເພື່ອຄວາມເປັນເອກະພາບທາງດ້ານຫຼັກການ ສືບຕໍ່ຂຽນເນື້ອໃນເປັນລາຍບຸກຄົນຕາມຄວາມຮັບຜິດຊອບ.

    ໂອກາດນີ້ ທ່ານ ຮສ ປອ ພຸດ ສິມມາລາວົງ ໄດ້ກ່າວວ່າ: ໃນໄລຍະຜ່ານມາ ການຄົ້ນຄວ້າຮຽບຮຽງປຶ້ມວັດຈະນານຸກົມພາສາລາວ ແມ່ນດຳເນີນການໂດຍຄະນະນ້ອຍ ເປັນຜົນງານຂອງບຸກຄົນ ການຂຽນ ຮຽບຮຽງປຶ້ມວັດຈະນານຸກົມພາສາລາວຊຸດນີ້ ຖືເປັນວຽກງານສຳຄັນຄັ້ງປະຫວັດສາດທີ່ດຳເນີນການເປັນຄະນະໃຫຍ່ທີ່ມີສ່ວນຮ່ວມຈາກຫຼາຍພາກສ່ວນ ມີລັກສະນະແບບເປີດກວ້າງ ຄວາມຄາດຫວັງຈຶ່ງມີສູງ ເພື່ອໃຫ້ໄດ້ຮັບຜົນສຳເລັດທີ່ຮອບດ້ານ ຄຳສັບທີ່ມີການປ່ຽນແປງຕາມຍຸກສະໄໝ ຄໍາສັບໃໝ່ທີ່ມາຈາກຕ່າງປະເທດ ຄຳຍືມ ພາສາເວົ້າ ພາສາຂຽນ ວຽກງານການສ້າງປຶ້ມວັດຈະນານຸກົມພາສາລາວ ຖືເປັນວຽກສໍາຄັນລະດັບຊາດ ເປັນຄວາມຄາດຫວັງຂອງລັດຖະບານ ຈຶ່ງຮຽກຮ້ອງໃຫ້ຄະນະຮັບຜິດຊອບທຸກທ່ານສັບຊ້ອນເວລາໃນການສືບຕໍ່ວຽກງານໃຫ້ສຳເລັດ ບຸກບືນວາງແຜນກວດຜ່ານ ກວດແກ້ ແລະ ໃຫ້ສຳເລັດທັນຕາມແຜນໃນປີ 2025 ນີ້.

    ຜ່ານການດຳເນີນກອງປະຊຸມຄັ້ງນີ້ ຄະນະຮຽບຮຽງສາມາດສຳເລັດການຂຽນເນື້ອໃນປຶ້ມວັດຈະນານຸ ກົມພາສາລາວສະບັບພື້ນຖານ ທັງໝົດໂດຍລວມໄດ້ 85% ເຊິ່ງຫາກສໍາເລັດການຂຽນເນື້ອໃນເບື້ອງຕົ້ນທັງໝົດແລ້ວ ຈະໄດ້ນຳມາກວດຜ່ານພາຍໃນຄະນະນ້ອຍ ແລະ ຄະນະໃຫຍ່ໃນຕໍ່ໜ້າຕື່ມ.

error: Content is protected !!