ສະຫາຍ ທອງລຸນ ສີສຸລິດ ພົບປະກັບການນໍາຂັ້ນສູງ ພັກ-ລັດ ຈີນ

ເພື່ອເປັນການສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບອັນເປັນມູນ ເຊື້ອ ລະຫວ່າງ ສອງພັກ ສອງລັດ ລາວ-ຈີນ ແລະ ການສ້າງຄູ່ຮ່ວມຊາຕາ ກຳລາວ-ຈີນ ໃຫ້ເລິກເຊິ່ງຕື່ມອີກກ້າວໜຶ່ງ ສະຫາຍ ທອງລຸນ ສີສຸລິດ ເລ ຂາທິການໃຫຍ່ຄະນະບໍລິ ຫານງານສູນກາງພັກ ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງຂອງພັກ ລັດ ໄດ້ຢ້ຽມ ຢາມ ສປ ຈີນ ຕາມການເຊື້ອເຊີນຂອງ ສູນກາງພັກ, ລັດຖະບານ ສປ ຈີນ.

ຄະນະຜູ້ແທນ ໄດ້ເດີນທາງເຖິງນະຄອນຄຸນໝິງ ແຂວງຢຸນນານ ສປ ຈີນ ໃນວັນທີ 15 ມິຖຸນາ 2023 ຢູ່ທີ່ສະໜາມບິນ ຄະນະໄດ້ຖືກຕ້ອນຮັບໂດຍ ສະ ຫາຍ ຫຼິວ ຈ້ຽນຊາວ ກໍາມະການສູນກາງພັກ ຫົວໜ້າຄະນະພົວພັນຕ່າງປະ ເທດສູນ ກາງພັກກອມມູນິດຈີນ, ສະຫາຍ ຫວາງ ຢູໂປ່ ກຳມະການສູນກາງ ພັກ ເຈົ້າແຂວງ ແຂວງຢຸນນານ ມີບັນດາການນຳ ຈາກສູນກາງ ແລະ ແຂວງຢຸນນານ ຂອງ ສປ ຈີນ.

ໃນໄລຍະການເຄື່ອນໄຫວ ຢ້ຽມຢາມ ຢູ່ແຂວງຢຸນນານ ສະຫາຍ ທອງລຸນ ສີສຸລິ ໄດ້ພົບປະກັບ ສະຫາຍ ຫຼີຊີ ກໍາມະການປະ ຈໍາກົມການເມືອງສູນກາງ ພັກ ປະທານຄະນະກໍາມະການກວດກາລະບຽບວິໄນສູນກາງພັກກອມມູນິດ ຈີນ ທີ່ໄດ້ຕາງໜ້າ ໃຫ້ສູນກາງພັກກອມມູນິດຈີນ ຊຶ່ງສອງຝ່າຍຕ່າງກໍໄດ້ ແຈ້ງໃຫ້ກັນຊາບ ກ່ຽວກັບສະພາບການທີ່ພົ້ນເດັ່ນພາຍໃນພັກ-ພາຍໃນ ປະ ເທດ ແລະ ການເຄື່ອນໄຫວຕ່າງປະເທດ ໂດຍສະເພາະ ແມ່ນໝາກຜົນ ການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ປະຊາຊົນ ປະຕິວັດລາວ ແລະ ກອງປະຊຸມໃຫຍ່ຄັ້ງທີ XX ຂອງພັກກອມມູນິດຈີນ ທີ່ ທັງສອງຝ່າຍຍາດມາ ໄດ້ໃນໄລຍະຜ່ານມາ.

ສະຫາຍ ທອງລຸນ ສີສຸລິດ ໄດ້ຝາກຄຳຢື້ຢາມຖາມຂ່າວອັນອົບອຸ່ນ ໄປຍັງ ສະຫາຍ ສີ ຈິ້ນຜິງ ເລຂາທິການໃຫຍ່ຄະນະບໍລິ ຫານງານສູນກາງພັກກອມ ມູນິດຈີນ ປະທານປະເທດ ແຫ່ງ ສປ ຈີນ ເນື່ອງໃນໂອກາດວັນເກີດ ຄົບ ຮອບ 70 ປີ ແລະ ໄດ້ ຕີລາຄາສູງ ຕໍ່ຜົນສຳເລັດອັນຍິ່ງໃຫຍ່ ໃນການສ້າງສາ ພັດທະນາປະເທດຊາດ ທີ່ພັກ, ລັດ ແລະ ປະຊາຊົນຈີນອ້າຍນ້ອງ ຍາດມາໄດ້ ຕະຫຼອດໄລຍະຜ່ານມາ.

ພ້ອມທັງສະແດງຄວາມເຊື່ອໝັ້ນຢ່າງໜັກແໜ້ນວ່າ: ພາຍໃຕ້ການນໍາພາ ອັນເຂັ້ມແຂງ ແລະ ສະຫຼາດສ່ອງໃສຂອງສູນກາງ ພັກກອມມູນິດຈີນ ທີ່ມີ ສະຫາຍ ສີ ຈິ້ນຜິງ ເປັນແກນກາງນັ້ນ, ປະຊາຊົນຈີນອ້າຍນ້ອງ ຈະສືບຕໍ່ ຍາດໄດ້ບັນດາຜົນສໍາເລັດ ຢ່າງຮອບດ້ານ ໃນການຈັດຕັ້ງຜັນຂະຫຍາຍມະ ຕິກອງປະຊຸມໃຫຍ່ ຄັ້ງທີ XX ຂອງພັກ ບັນລຸເປົ້າໝາຍໃນການຫັນເປັນ ທັນສະໄໝແບບຈີນ ເພື່ອຄໍ້າປະກັນຍຸດທະສາດການພັດທະນາດ້ວຍຄຸນ ນະພາບສູງຂອງຈີນ ແລະ ເປັນພື້ນຖານອັນໜັກ ແໜ້ນໃຫ້ແກ່ການບັນລຸ ເປົ້າໝາຍ ສ້າງປະເທດຈີນ ໃຫ້ກາຍເປັນປະເທດສັງຄົມນິຍົມທີ່ທັນສະໄໝ ເຂັ້ມແຂງ ຈະເລີນຮຸ່ງ ເຮືອງ ປະຊາທິປະໄຕ ສີວິໄລ ກົມກຽວປອງດອງ ແລະ ສວຍງາມ.

ສະຫາຍ ຫຼີຊີ ໄດ້ນຳເອົາຄຳຢື້ຢາມຖາມຂ່າວ ຂອງ ສະຫາຍ ສີ ຈິ້ນຜິງ ເຖິງ ສະຫາຍ ທອງລຸນ ສີສຸລິດ ສະແດງຄວາມຊົມເຊີຍ ຕໍ່ຜົນສຳເລັດຂອງກອງ ປະຊຸມຄົບຄະນະ ຄັ້ງທີ 6 ສະໄໝ XI ຂອງສູນກາງພັກ ປປ ລາວ ທີ່ຫາກໍສໍາ ເລັດບໍ່ດົນມານີ້ ແລະ ຕີລາຄາສູງ ຕໍ່ຜົນສຳເລັດໃນການສ້າງສາພັດທະນາ ປະເທດຊາດ ທີ່ພັກ ລັດ ແລະ ປະຊາຊົນລາວ ຍາດມາໄດ້ ໃນໄລຍະ ຜ່ານມາ ໄດ້ສະແດງຄວາມເຊື່ອໝັ້ນ ແລະ ໃຫ້ການສະໜັບບສະໜູນ ພາລະກິດສ້າງ ສາພັດທະນາຂອງ ສປປ ລາວ ໃນ ໄລຍະໃໝ່.

ໂອກາດດັ່ງກ່າວ ສອງຝ່າຍ ໄດ້ຕີລາຄາສູງ ສາຍພົວພັນມິດຕະພາບອັນເປັນ ມູນເຊື້ອ ແລະ ການຮ່ວມມືທີ່ມີຜົນສຳເລັດຕົວຈິງ ກໍຄືການສ້າງຄູ່ຮ່ວມຊາ ຕາກຳ ລາວ-ຈີນ, ຈີນ-ລາວ ທີ່ທັງສອງຝ່າຍພ້ອມກັນຍາດມາໄດ້ ໃນໄລຍະ ຜ່ານມາ ໂດຍສະເພາະ ແມ່ນການເປີດນຳໃຊ້ເສັ້ນທາງລົດໄຟ ລາວ-ຈີນ ທີ່ ນຳເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດ. ໄດ້ຕີລາຄາສູງ ຕໍ່ຜົນ ສໍາເລັດຂອງການຢ້ຽມຢາມ ສປ ຈີນ ທາງລັດຖະກິດ ຂອງສະຫາຍ ທອງລຸນ ສີສຸລິດ ໃນທ້າຍປີ 2022 ຜ່ານມາ ກໍຄືຜົນສຳເລັດ ຂອງການຈັດຕັ້ງປະຕິບັດ ຖະແຫຼງການຮ່ວມ ທີ່ທັງສອງຝ່າຍ ໄດ້ຕົກລົງນຳກັນ ໄດ້ພ້ອມກັນປຶກສາ ຫາລື ແລະ ເຫັນດີເປັນເອ ກະພາບນຳກັນກ່ຽວກັບ ທິດທາງແຜນການຕໍ່ ໜ້າ ໃນການສຶບຕໍ່ຊຸກຍູ້ສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ໝັ້ນ ຄົງ ຍາວນານ ຕາມທິດ 4 ດີ ແລະ ການສ້າງຄູ່ຮ່ວມຊາຕາກຳລາວ-ຈີນ ໃຫ້ ນັບມື້ແຕກດອກອອກຜົນຍິ່ງໆຂຶ້ນ.

ສອງຝ່າຍ ຍັງໄດ້ແລກປ່ຽນທັດສະນະ ຕໍ່ກັບບັນຫາພາກພື້ນ ແລະ ສາກົນ ທີ່ທັງສອງຝ່າຍໃຫ້ຄວາມສົນໃຈ ພ້ອມທັງຢືນຢັນ ທີ່ຈະສືບຕໍ່ການປະສານ ສົບທົບ ແລະ ໃຫ້ການສະໜັບສະໜູນຊຶ່ງກັນ ແລະ ກັນ ຢ່າງສະນິດແໜ້ນ ໃນເວທີຫຼາຍຝ່າຍ ຝ່າຍ ຈີນ ສະແດງຄວາມຂອບໃຈທີ່ຝ່າຍລາວ ໄດ້ໃຫ້ການ ສະໜັບສະໜູນ ແລະ ສົ່ງຄະນະຜູ້ແທນຂັ້ນສູງຂອງລາວ ເຂົ້າຮ່ວມບັນດາ ກອງປະຊຸມສາກົນ ທີ່ ສປ ຈີນ ເປັນເຈົ້າພາບ. ຝ່າຍລາວ ຕີລາຄາສູງ ຕໍ່ບົດ ບາດທີ່ຕັ້ງໜ້າຂອງ ສປ ຈີນ ໃນພາລະກິດເສີມ ສ້າງສັນຕິພາບ ມິດຕະພາບ ແລະ ການຮ່ວມມື ເພື່ອພັດທະນາໃນພາກພື້ນ ແລະ ສາກົນ ແລະ ພ້ອມທີ່ ຈະສືບຕໍ່ໃຫ້ ການສະ ໜັບສະໜູນ ແລະ ປະກອບສ່ວນເຂົ້າໃນການຮ່ວມມື ໃນຂອບບັນດາຂໍ້ລິເລີ່ມຕ່າງໆ ທີ່ສະເໜີອອກໂດຍຝ່າຍຈີນ.

ໃນຕອນບ່າຍຂອງວັນດຽວກັນ, ຄະນະຜູ້ແທນຂັ້ນສູງຂອງລາວ ຍັງໄດ້ໄປ ຢ້ຽມຢາມສູນຄົ້ນຄວ້າພຶກສາສາດ ນະຄອນຄຸນໝິງ ໄດ້ທັດສະນະສຶກສາ ແລະ ແລກປ່ຽນບົດຮຽນ ກ່ຽວກັບວຽກງານກະສິກຳ ທີ່ທັນສະໄໝ ຂອງ ແຂວງຢຸນນານ ໃນຕອນຄໍ່າ ສະ ຫາຍ ຫຼີ ຊີ ຍັງໄດ້ຈັດງານລ້ຽງເປັນກຽດ ໃຫ້ແກ່ ສະຫາຍ ທອງລຸນ ສີສຸລິດ ພ້ອມດ້ວຍຄະນະ.

error: Content is protected !!