ເຊີນທ່ຽວງານເທສະການອາຫານ ແລະ ໝາກໄມ້ໄທ 2023

ໃນວັນທີ 14 ມິຖຸນາ 2023 ສຳນັກງານສົ່ງເສີມການຄ້າໃນຕ່າງປະເທດທີ່ນະຄອນຫຼວງວຽງຈັນ ຮ່ວມກັບ ລິມປິງ ຊຸບເປີມາເກັດ ສາຂາໂພນສີນວນ ໄດ້ຈັດພິທີເປີດງານເທສະການອາຫານ ແລະ ໝາກໄມ້ໄທ 2023 Thai Food and Fruit Festival 2023 ພາຍໃຕ້ແນວຄິດ “Farm to Table” ເປັນກຽດເຂົ້າຮ່ວມຂອງ ທ່ານນາງ ມໍລະກົດ ສີສະຫວັດ ເອກອັກຄະລາຊະທູດໄທ ປະຈຳ ສປປ ລາວ ທ່ານ ດາວອນ ພະຈັນທະວົງ ຮອງປະທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ພ້ອມດ້ວຍ ຄະນະທູດຕານຸທູດ ພາກລັດ ແລະ ພາກເອກະຊົນ ແລະ ແຂກທີ່ຖືກເຊີນເຂົ້າຮ່ວມ.

ທ່ານ ກະວິນ ວິຣິຍະພານິດ ຜູ້ອຳນວຍການສຳນັກງານສົ່ງເສີມການຄ້າໃນຕ່າງປະເທດ ທີ່ນະຄອນຫຼວງວຽງຈັນ ໄດ້ກ່າວວ່າ: ການຈັດງານດັ່ງກ່າວ ໄດ້ຈັດຂຶ້ນເປັນເວລາ 5 ມື້ ລະຫວ່າງວັນທີ 14-18 ມິຖຸນາ 2023 ໂດຍໄດ້ຄັດສັນສິນຄ້າຈາກ ລິມປິງຊຸບເປີມາເກັດ ມາຈັດສ່ວນຫຼຸດຫຼາຍກວ່າ 30 ລາຍການ ໂດຍເນັ້ນກຸ່ມໝາກໄມ້ເປັນຫຼັກໃຫ້ຜູ້ເຂົ້າຮ່ວມງານໄດ້ສຳຜັດກັບຄວາມສົດໃໝ່ຈາກສວນ ສອດຄ່ອງກັບແນວຄິດ Farm to Table ເຊັ່ນ: ຖົ່ວລຽນ ມັງຄຸດ ໝາກມ່ວງ ແລະ ອື່ນໆ ນອກຈາກນີ້ ຍັງມີອາຫານທະເລສົດໆ ພ້ອມສຳລັບປຸງແຕ່ງ ແລະ ສິນຄ້າອາຫານອື່ນໆທີ່ໜ້າສົນໃຈໃຫ້ທຸກທ່ານໄດ້ເລືອກຊື້ນອກຈາກນີ້ ການຈັດງານໃນຄັ້ງນີ້ຍັງມີກິດຈະກຳສຸດພິເສດຄື: ການນຳສະເໜີອາຫານກຸ່ມ Future Food ທີ່ມີໂປຣຕິນສູງ ໄດ້ແກ່: ຈີ່ນາຍ ທີ່ຜ່ານການລ້ຽງແບບອໍການິກມານຳສະເໜີເພື່ອເປັນທາງເລືອກໃຫ້ແກ່ຜູ້ບໍລິໂພກ ແລະ ການເປີດຄົວສະຖານທູດໄທ ທີ່ໄດ້ຮັບກຽດຈາກ ເອກອັກຄະລາຊະທູດໄທ ປະຈຳ ສປປ ລາວ ມາສາທິດການປຸງແຕ່ງອາຫານ ລົດຊາດຕາມແບບຕົ້ນສະບັບໄທ ໂດຍປຸງແຕ່ງດ້ວຍຜະລິດຕະພັນ ເຄື່ອງປຸງຕ່າງໆ ທີ່ຈຳໜ່າຍໃນລິມປິງ.

ການຈັດງານໃນຄັ້ງນີ້ ນອກຈາກຈະເປັນການນຳສະເໜີສິນຄ້າລາຄາພິເສດໃຫ້ແກ່ຜູ້ບໍລິໂພກແລ້ວ ຍັງມີການຈັດກິດຈະກຳອື່ນໆສຳລັບເດັກນ້ອຍພາຍໃນງານເພື່ອໃຫ້ເກີດການມີສ່ວນຮ່ວມພາຍໃນຄອບຄົວ ດັ່ງນັ້ນ ຈຶ່ງຂໍຊວນເຊີນທຸກທ່ານເຂົ້າມາທ່ຽວຊົມງານ ແລະ ໃນເດືອນຕໍ່ໄປ ສຳນັກງານຍັງມີການຈັດງານ Thai Fair and Food Festival 2023 ທີ່ ລິມປິງ ຊຸບເປີມາເກັດ ສາຂາວິວມໍ ລະຫວ່າງວັນທີ 5-9 ກໍລະກົດ 2023 ທີ່ຈະມີສິນຄ້າອຸປະໂພກ ອາຫານ ສຸຂະພາບ ຄວາມງາມ ມາໃຫ້ທຸກທ່ານໄດ້ເລືອກຊິມ ເລືອກຊື້ອີກເຊັ່ນກັນ.

error: Content is protected !!