ຫາດຊາຍຟອງ ເປີດຂະບວນການປູກເຂົ້າ ຕາມທິດຫັນເປັນສະໄໝ

ພະ​ແນກ​ກະ­ສິ­ກຳ ແລະ ປ່າ­ໄມ້ ນະ­ຄອນ­ຫຼວງ​ວຽງ​ຈັນ (ນວ) ຮ່ວມ​ກັບ​ຫ້ອງ­ການ​ກະ­ສິ­ກຳ ແລະ ປ່າ­ໄມ້ ເມືອງ​ຫາດ​ຊາຍ​ຟອງ ແລະ ບໍ­ລິ­ສັດ ອິນ​ຊີ​ທອງ​ມໍ​ເຕີ​ຂາ​ເຂົ້າ-ຂາ​ອອກ ຈຳ­ກັດ ໄດ້​ເປີດ​ຂະ​ບວນ​ການ​ປູກ​ເຂົ້າ​ຕາມ​ທິດ​ຫັນ​ເປັນ​ທັນ​ສະ­ໄໝ ແລະ ຫຼຸດ­ຜ່ອນ​ແຮງ​ງານ​ຊາວ­ນາ​ທີ່​ບ້ານ​ນາ­ລ້ອງ  ເມືອງ​ຫາດ​ຊາຍ​ຟອງ ມີ​ທ່ານ ວາດ​ສະ­ໜາ ສີ​ຈະ­ເລີນ ຮອງ​ຫົວ­ໜ້າ​ພະ​ແນກ​ກະ­ສິ­ກຳ ແລະ ປ່າ­ໄມ້ ນວ ທ່ານ ຖາ­ວອນ ສີ​ຫາ​ມາ­ຍາ ຮອງ​ເຈົ້າ­ເມືອງ​ຫາດ​ຊາຍ​ຟອງ ພ້ອມ​ດ້ວຍ​ຫົວ­ໜ້າ​ຫ້ອງ­ການ​ກ່ຽວ­ຂ້ອງ ແລະ ຊາວ­ນາ​ເຂົ້າ​ຮ່ວມ.

 ທ່ານ ວາດ​ສະ­ໜາ ສີ​ຈະ­ເລີນ ກ່າວ​ວ່າ: ເພື່ອ​ເປັນ​ການ​ກະ­ກຽມ​ໃຫ້​ກັບ​ການ​ກະ­ກຽມ​ເປີດ​ກອງ​ປະ­ຊຸມ​ໃຫຍ່​ຂອງ​ອົງ­ຄະ​ນະ​ພັກ ນວ ຕິດ​ພັນ​ກັບ​ການ​ປະ­ຕິ­ບັດ​ແຜນ​ພັດ­ທະ­ນາ​ເສດ­ຖະ­ກິດ-ສັງ­ຄົມ​ຂອງ ນວ ໂດຍ​ສະ­ເພາະ​ມະ­ຕິ​ກອງ​ປະ­ຊຸມ​ໃຫຍ່​ຄັ້ງ​ທີ VI ອົງ­ຄະ​ນະ​ພັກ ນວ ແລະ ນະ­ໂຍ­ບາຍ​ການ​ຜະ­ລິດ​ສະ­ບຽງ​ອາ­ຫານ ແລະ ເປັນ​ສິນ­ຄ້າ​ຂອງ​ກະ­ຊວງ​ກະ­ສິ­ກຳ ແລະ ປ່າ­ໄມ້ ດັ່ງ­ນັ້ນ ພະ​ແນກ​ກະ­ສິ­ກຳ ແລະ ປ່າ­ໄມ້ ນວ ຈຶ່ງ​ໄດ້​ວາງ​ແຜນ​ຄາດ­ໝາຍ​ສູ້​ຊົນ​ຮອດ​ປີ 2020 ຈະ​ສະ­ໜອງ​ເຂົ້າ​ກິນ​ໃຫ້​ສັງ­ຄົມ​ໃຫ້​ໄດ້​ສະ­ເລ່ຍ 250 ກິ​ໂລ​ຕໍ່​ຄົນ​ຕໍ່​ປີ ພືດ​ຜັກ 90 ກິ​ໂລ​ຕໍ່​ຄົນ​ຕໍ່​ປີ ໝາກ​ໄມ້​ສົດ 50 ກິ​ໂລ​ຕໍ່​ຄົນ​ຕໍ່​ປີ ສະ­ເພາະ​ປີ 2020 ຈະ​ສູ້​ຊົນ​ຜະ­ລິດ​ເຂົ້າ​ໃຫ້​ໄດ້ 309.900 ໂຕນ ພືດ​ຜັກ​ໃຫ້ 110.271ໂຕນ ໝາກ​ໄມ້ 13.945 ໂຕນ ຕາມ​ຄາດ­ໝາຍ​ຕົ້ນ­ຕໍ​ຂອງ​ແຜນ​ພັດ­ທະ­ນາ​ກະ­ສິ­ກຳ​ປ່າ­ໄມ້ ແລະ ພັດ­ທະ­ນາ​ຊົນ­ນະ­ບົດ​ປະ­ຈຳ​ປີ 2020 ຂອງ​ພະ​ແນກ​ກະ­ສິ­ກຳ ແລະ ປ່າ­ໄມ້ ນວ ໂດຍ​ການ​ຫັນ​ໄປ​ນຳ​ໃຊ້​ກົນ​ຈັກ ແລະ ເຕັກ­ນິກ​ອື່ນໆ​ທີ່​ຫຼຸດ­ຜ່ອນ​ແຮງ​ງານ​ຊາວ​ກະ­ສິ­ກອນ​ເຊັ່ນ: ເຮັດ​ນາ​ດຳ​ດ້ວຍ​ກົນ​ຈັກ ນາ­ຫວ່ານ ນາ​ຢອດ ນາ​ໂຍນ ແລະ ນຳ​ໃຊ້​ແນວ​ພັນ​ປັບ­ປຸງ​ທີ່​ມີ​ຄຸນ​ນະ​ພາບ ການ​ນຳ​ໃຊ້​ປັດ​ໄຈ​ການ​ຜະ­ລິດ ເປັນ­ຕົ້ນ​ຝຸ່ນ​ຊີ­ວະ​ພາບ ຝຸ່ນ­ວິ­ທະ­ຍາ­ສາດ ເພື່ອ​ຍົກ​ສູງ​ຜະ­ລິດ​ຕະ​ພາບ.

ສະ­ເພາະ​ການ​ຊຸກ­ຍູ້​ການ​ປູກ​ເຂົ້າ­ນາ­ແຊງ​ປີ 2020 ແຜນ­ການ​ທັງ​ໝົດ 14.300 ເຮັກ­ຕາ ປັກ​ດຳ 14.089 ເຮັກ­ຕາ ເກັບ​ກ່ຽວ​ໄດ້ 14.074 ເຮັກ­ຕາ ຜົນ​ຜະ­ລິດ 66.492 ໂຕນ ໃນ​ນັ້ນ​ມີ­ນາ​ທີ່​ດຳ​ດ້ວຍ​ກົນ​ຈັກ 650 ເຮັກ­ຕາ ນາ­ຫວ່ານ 6.783 ເຮັກ­ຕາ ສາ­ມາດ​ປະ­ຕິ­ບັດ​ໄດ້​ລື່ນ​ແຜນ­ການ 1,82 ເຮັກ­ຕາ ໃນ​ເນື້ອ­ທີ່​ແຜນ­ການ 660 ເຮັກ­ຕາ ເກັບ​ກ່ຽວ​ເຂົ້າ​ດ້ວຍ​ກົນ​ຈັກ​ໄດ້ 4.911 ເຮັກ­ຕາ ສາ­ມາດ​ຫຼຸດ­ຜ່ອນ​ແຮງ​ງານ​ໄດ້ 3.162 ຄົນ ເທົ່າ​ກັບ 39% ຂອງ​ແຜນ­ການ 8.085 ຄົນ ແຜນ­ການ​ຜະ­ລິດ​ເຂົ້າ​ລະ­ດູ­ຝົນ​ປີ 2020 ເນື້ອ­ທີ່​ແຜນ­ການ 52.080 ເຮັກ­ຕາ​ຄາດ​ຄະ­ເນ​ຜົນ​ຜະ­ລິດ 235.862 ໂຕນ​ສະ­ເພາະ​ເມືອງ​ຫາດ​ຊາຍ​ຟອງ ເນື້ອ­ທີ່​ແຜນ­ການ 6.080 ເຮັກ­ຕາ ຜົນ​ຜະ­ລິດ 27.299 ໂຕນ.

ສຳ­ລັບ​ວຽກ​ງານ​ຊຸກ­ຍູ້​ການ​ປູກ​ເຂົ້າ​ເປັນ​ສິນ­ຄ້າ​ຕິດ​ພັນ​ກັບ​ການ​ນຳ​ໃຊ້​ກົນ​ຈັກ ແລະ ເຕັກ­ນິກ​ອື່ນ​ທີ່ ເໝາະ​ສົມ​ເຂົ້າ​ໃນ​ການ​ການ​ຜະ­ລິດ​ເຂົ້າ​ເປັນ­ຕົ້ນ ການ​ກຽມ​ດິນ​ປັກ​ດຳ  ແລະ ການ​ເກັບ​ກ່ຽວ ເພື່ອ​ຕອບ​ສະ­ໜອງ​ຕໍ່​ນະ­ໂຍ­ບາຍ​ຂອງ​ພັກ ແລະ ລັດ­ຖະ­ບານ ເປັນ​ການ​ສ້າງ​ເງື່ອນ­ໄຂ​ໃນ​ການ​ສົ່ງ​ອອກ​ເຂົ້າ­ຂອງ​ພາກ­ສ່ວນ​ທຸ­ລະ​ກິດ​ລາວ​ໄປ​ຕ່າງ­ປະ­ເທດ​ໃຫ້​ໄດ້​ທັງ​ປະ­ລິ­ມານ ແລະ ຄຸນ​ນະ​ພາບ ຕາມ​ເງື່ອນ­ໄຂ​ຂອງ​ຕະ­ຫຼາດ​ໃຫ້​ຫຼາຍ​ຂຶ້ນ ຕາມ​ມາດ​ຕະ­ການ​ກະ­ສິ­ກຳ​ທີ່​ດີ (GAP) ເຊັ່ນ: ການ­ຈັດ­ຕັ້ງ​ກຸ່ມ​ຜະ­ລິດ ການ​ເຝິກ­ອົບ­ຮົມ​ເຕັກ­ນິກ ການ​ກວດ­ກາ​ຄຸນ​ນະ​ພາບ ການ​ຂຶ້ນ​ທະ­ບຽນ​ຟາມ ແລະ ການ​ສະ­ເໜີ​ຂໍ​ການ​ຢັ້ງ­ຢືນ​ທົ່ວ ນວ ໄດ້​ຈັດ​ຕັ້ງ​ປະ­ຕິ­ບັດ 3 ຕົວ​ເມືອງ ມີ 23 ກຸ່ມ 1.235 ຄອບ­ຄົວ ສູ້​ຊົນ​ຊຸກ­ຍູ້​ປູກ​ເຂົ້າ​ເປັນ​ສິນ­ຄ້າ​ໃຫ້​ໄດ້ 1.613,61 ເຮັກ­ຕາ ຄາດ​ຄະ­ເນ​ຜົນ​ຜະ­ລິດ 9.348 ໂຕນ ໃນ​ນີ້​ແຕ່​ລະ​ເມືອງ​ຈະ​ໄດ້​ສ້າງ​ເປັນ​ຈຸດ​ສຸມ​ຕົວ​ແບບ​ຂອງ​ເມືອງ ໃນ​ການ​ຊຸກ­ຍູ້​ປູກ​ເຂົ້າ​ເປັນ​ສິນ­ຄ້າ ແລະ ບໍ­ລິ­ການ​ກົນ​ຈັກ​ໂດຍ​ການ​ມີ​ສ່ວນ​ຮ່ວມ​ຂອງ​ພາກ­ສ່ວນ​ທຸ­ລະ​ກິດ ໂດຍ​ສະ­ເພາະ​ບໍ­ລິ­ສັດ ອິນ​ຊີ​ທອງ ຮ່ວມ​ກັນ​ເຮັດ​ສາ­ທິດ​ການ​ດຳ­ນາ​ດ້ວຍ​ກົນ​ຈັກ 4 ເມືອງ ເມືອງ​ລະ 1 ຈຸດ ໃນ​ນັ້ນ ມີ​ເມືອງ​ຫາດ​ຊາຍ​ຟອງ  ນາ​ຊາຍ​ທອງ ປາກ​ງື່ມ ແລະ ໄຊ​ທາ­ນີ ເພື່ອ​ເຮັດ​ໃຫ້​ວຽກ​ງານ​ການ​ຜະ­ລິດ​ກະ­ສິ­ກຳ​ຫັນ​ເປັນ​ທັນ​ສະ­ໄໝ ອົງ­ການ​ປົກ­ຄອງ​ເມືອງ ແລະ ບ້ານ ​ປຸກ­ລະ­ດົມ​ຊາວ​ກະ­ສິ­ກອນ ​ເຂົ້າ​ຮ່ວມ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ ໃນ​ເນື້ອ­ທີ່​ການ​ຜະ­ລິດ​ຂອງ​ຕົນ​ ໃຫ້​ເປັນ​ຂະ​ບວນ​ກວ້າງ​ອອກ.

error: Content is protected !!