ສຳເລັດການກໍ່ສ້າງອາຄານຮຽນ ຣາຊ ຮ່ວມພັດທະນາ ແຫ່ງທີ 3

    ພິທີ ມອບ-ຮັບ ອາຄານຮຽນຣາຊ ຮ່ວມພັດທະນາ ແຫ່ງທີ 3 ຈັດຂຶ້ນວັນທີ 10 ມິຖຸນາ 2023 ຜ່ານມາ ຢູ່ບ້ານສອງຄອນ ເມືອງກະລືມ ແຂວງເຊກອງ ໂດຍມີທ່ານ ນະລົງວິດ ຄອງສິນ ຜູ້ຈັດການອົງກອນສຳພັນ ບໍລິສັດ ຣາຊ-ລາວ ບໍລິການ ຈຳກັດ ພ້ອມຄະນະ ທ່ານ ອໍບົວລາ ອ່ອນມະໄລວົງ ເຈົ້າເມືອງ ກະລຶມ ທ່ານນາງ ແສງອ່ອນ ປວງມະນີວັນ ຮອງຫົວໜ້າກົມພັດທະນາວິຊາຊີບຊາວໜຸ່ມ ສູນກາງຊາວໜ່ມ ປະຊາຊົນ ປະຕິວັດລາວ ພາກສ່ວນກ່ຽວຂ້ອງ ອຳນາດການປົກຄອງ ແລະ ປະຊາຊົນພາຍໃນບ້ານ ເຂົ້າຮ່ວມ.     

     ໂອກາດນີ້ ທ່ານ ນະລົງວິດ ຄອງສິນ ໄດ້ແຈ້ງໃຫ້ຊາບວ່າ: ນັບແຕ່ປີ 2012 ເປັນຕົ້ນມາ ບໍລິສັດ ຣາຊ-ລາວ ບໍລິການ ຈຳກັດ ແລະ ກົມພັດທະນາວິຊາຊີບ ສູນກາງຊາວໜຸ່ມ ປະຊາຊົນປະຕິວັດລາວ ໄດ້ເຮັດກິດຈະກຳຮ່ວມກັນ ພາຍໃຕ້ໂຄງການ ກ້າໄມ້ ແຕກໃບ ສົດໃສ ຢືນຕົ້ນ ໃຫຍ່ງາມ ໂດຍທາງບໍລິສັດໄດ້ສະໜັບສະໜູນທຶນໃຫ້ຊາວໜຸ່ມຜູ້ທີ່ຮຽນຈົບວິຊາຊີບ ພາຍໃຕ້ຫຼັກສູດ ການເຝິກອົບຮົມຊ່າງສ້ອມແປງລົດໃຫຍ່ ລົດຈັກ ໄຟຟ້າ ຕັດຫຍິບ ແລະ ເສີມສວຍ ແຕ່ລະປີມີຊາວໜຸ່ມທີ່ຈົບການສຶກສາ ແລະ ຂາດໂອກາດຕໍ່ຍອດໃນການສ້າງອາຊີບກິດຈະກຳດັ່ງກ່າວ ຈຶ່ງປະກອບທຶນກູ້ຢືມບໍ່ມີດອກເບ້ຍໃຫ້ຊາວໜຸ່ມໄປປະກອບທຸລະກິດຂະໜາດນ້ອຍ ເຊິ່ງມາຮອດປັດຈຸບັນ ລວມເປັນໄລຍະເວລາ 11 ປີ ແລະ ມີຜູ້ໄດ້ຮັບທຶນໃນທົ່ວປະເທດທັງໝົດ 54 ຄົນ ນອກຈາກນີ້ ທາງບໍລິສັດ ໄດ້ຊ່ວຍເຫຼືອສັງຄົມ ໂດຍສະເພາະໄດ້ສົມທົບທຶນໃນການກໍ່ສ້າງອາຄານຮຽນ ພາຍໃຕ້ກິດຈະກຳ ສ້າງອາຄານຮຽນ ຣາຊ ຮ່ວມພັດທະນາ ປັດຈຸບັນໄດ້ສຳເລັດແລ້ວ 3 ແຫ່ງຄື: ໂຮງຮຽນບ້ານຫ້ວຍຊ່ອງ-ຊ່າງແຄນ ເມືອງໃໝ່ ແຂວງຜົ້ງສາລີ ປີ 2020 ໂຮງຮຽນບ້ານພູຫຼວງ ເມືອງຮ້ຽມ ແຂວງຫົວພັນ ປີ 2022 ແລະ ຄັ້ງນີ້ແມ່ນຫຼັງທີ 3 ທີ່ບ້ານສອງຄອນ ເມືອງກະລຶມ ແຂວງເຊກອງ ເປັນອາຄານຮຽນຊັ້ນດຽວ ຂະໜາດ 8×14 ແມັດ ມຸງດ້ວຍສັງກະສີ ແອ້ມດ້ວຍດິນກໍ່ ລວມມູນຄ່າກໍ່ສ້າງ 180 ລ້ານກວ່າກີບ ປະກອບດ້ວຍວັດຖຸ ອຸປະກອນການກໍ່ສ້າງ ຕິດຕັ້ງໄຟຟ້າ ອຸປະກອນການສຶກສາ ອຸປະກອນກີລາ ເຄື່ອງອຸປະໂພກ ແລະ ບໍລິໂພກ ນອກຈາກນີ້ ມີໜ່ວຍງານກ່ຽວຂ້ອງ ແລະ ແຮງງານຈາກປະຊາຊົນບ້ານດັ່ງກ່າວໄດ້ຮ່ວມສ້າງອາຄານຮຽນຄັ້ງນີ້.

    ອະນາຄົດອັນໃກ້ນີ້ ກຸ່ມບໍລິສັດ ມີແຜນພັດທະນາໂຄງການເຂື່ອນໄຟຟ້ານ້ຳຕົກເຊກອງ 4A ແລະ 4B ຢູ່ເມືອງລະມາມ ແລະ ເມືອງກະລຶມ ແຂວງເຊກອງ ໂດຍກຸ່ມບໍລິສັດ ມີນະໂຍບາຍດຳເນີນທຸລະກິດຢ່າງເປັນທຳ (Good Govermance) ກັບທຸກກຸ່ມເປົ້າໝາຍ ເພື່ອໃຫ້ເກີດການພັດທະນາໂຄງການຢ່າງເປັນທຳ ແລະ ຍືນຍົງ.

    ໂອກາດດຽວກັນ ທ່ານ ອໍບົວລາ ອ່ອນມະໄລວົງ ໄດ້ກ່າວສະແດງຄວາມຍ້ອງຍໍ ຊົມເຊີຍ ຕໍ່ຜົນສຳເລັດ ການກໍ່ສ້າງອາຄານຮຽນ ຣາຊ ຮ່ວມພັດທະນາ ພ້ອມທັງໄດ້ປະກອບອຸປະກອນຕ່າງໆ ໃຫ້ກັບໂຮງຮຽນ ຂອບໃຈນຳທຸກພາກສ່ວນ ໂດຍສະເພາະ ບໍລິສັດ ຣາຊ-ລາວ ບໍລິການ ຈຳກັດ ແລະ ສູນກາງຊາວໜຸ່ມ ກໍ ຄືທຸກພາກສ່ວນທີ່ໃຫ້ການປະກອບສ່ວນໃນຄັ້ງນີ້ ຖືເປັນການປະກອບສ່ວນອັນສຳຄັນ ເຂົ້າໃນການພັດທະ ນາພື້ນຖານການສຶກສາ ກໍຄືຊີວິດການເປັນຢູ່ ຂອງລູກຫຼານນັກຮຽນ ອຳນາດການປົກຄອງ ພໍ່ແມ່ປະຊາຊົນ ບ້ານສອງຄອນ ກໍຄືເມືອງຂອງພວກເຮົາ ແລະ ຈະພ້ອມກັນປົກປັກຮັກສາ ນຳໃຊ້ໃຫ້ເກີດຜົນປະໂຫຍດ ສູງສຸດ.

    ໃນພິທີນອກຈາກມອບເຄື່ອງອຸປະກອນ ແລະ ທຶນສະໜັບສະໜູນອາຫານໃຫ້ກັບນັກຮຽນແລ້ວ ຍັງໄດ້ ຮ່ວມກັນປູກຕົ້ນໄມ້ ເປັນສັນຍາລັກ ປະກອບສ່ວນສ້າງພື້ນທີ່ສີຂຽວພາຍໃນໂຮງຮຽນຕື່ມອີກ.

error: Content is protected !!