ເດັກນ້ອຍ-ນັກຮຽນຢູ່ 4 ເມືອງ ແຂວງຫຼວງພະບາງ ໄດ້ຮັບການຊ່ວຍເຫຼືອ

    ພິທີເຊັນບົດບັນທຶກຂໍ້ຕົກລົງ ຮ່ວມກັນ ມີຂຶ້ນເມື່ອບໍ່ດົນຜ່ານມາ ທີ່ພະແນກສຶກສາທິການ ແລະ ກີລາ ແຂວງຫຼວງພະບາງ ໂດຍການລົງນາມຂອງທ່ານ ວັນທອງ ແພງສະຫວັດ ຮອງຫົວໜ້າພະແນກສຶກສາທິການ ແລະ ກີລາແຂວງ ແລະ ທ່ານ ສະແຕນລີ ແອນດຣູ ບຣາວ ຫົວໜ້າໂຄງການຊ່ວຍເຫຼືອທາງດ້ານອາຫານ ການສຶກສາ ການດູແລສຸຂະພາບ ແລະ ເຄື່ອງນຸ່ງຮົ່ມ ມີຜູ້ຕາງໜ້າຈາກພະແນກການອ້ອມຂ້າງແຂວງ ຫົວໜ້າຫ້ອງການສຶກສາທິການ ແລະ ກີລາ 4 ເມືອງເປົ້າໝາຍ ຫົວໜ້າ ຮອງຫົວໜ້າຂະແໜງ ພະນັກງານວິຊາການ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

    ໂຄງການຊ່ວຍເຫຼືອທາງດ້ານອາຫານ ການສຶກສາ ການດູແລສຸຂະພາບ ແລະ ເຄື່ອງນຸ່ງຮົ່ມໃຫ້ແກ່ເດັກນ້ອຍ-ນັກຮຽນຢູ່ 4 ເມືອງຂອງແຂວງຫຼວງພະບາງ ໄລຍະ 2 ເປັນໂຄງການທີ່ມີຄູ່ຮ່ວມງານຫຼັກໂດຍກະຊວງສຶກສາທິການ ແລະ ກີລາ ພະແນກສຶກສາທິການ ແລະ ກີລາ ແຂວງຫຼວງພະບາງ ແລະ ຫ້ອງການສຶກສາທິການ ແລະ ກີລາ 3 ເມືອງ ແລະ 1 ນະຄອນ-ຫຼວງພະບາງ ໂຄງການດັ່ງກ່າວ ເປັນໂຄງການນິຕິບຸກຄົນ ໂດຍແມ່ນທ່ານ ສະແຕນລີ ແອນດຣູ ບຣາວ ເປັນຫົວໜ້າໂຄງການ ນັບແຕ່ປີ 2013 ທ່ານໄດ້ປະກອບທຶນສ່ວນຕົວ ແລະ ປຸກລະດົມທຶນຈາກພາກສ່ວນເອກະຊົນອື່ນໆ ເພື່ອຊ່ວຍເຫຼືອຢູ່ໂຮງຮຽນເດັກກໍ່າພ້າແຂວງຫຼວງພະບາງ ໂຮງຮຽນຊົນເຜົ່າສວນຫຼວງ ໂຮງຮຽນຊົນເຜົ່ານໍ້າບາກ ມາຮອດປີ 2015 ຈຶ່ງໄດ້ຂະຫຍາຍກິດຈະກຳສູ່ຊຸມຊົນ ໂດຍຈັດຕັ້ງປະຕິບັດຢູ່ບາງໂຮງຮຽນປະຖົມຂອງເມືອງຈອມເພັດ ເມືອງນ້ຳບາກ ແລະ ນະຄອນ-ຫຼວງພະບາງ ໂດຍໃຫ້ການຊ່ວຍເຫຼືອປະເພດອາຫານເສີມ ອຸປະກອນການສຶກສາ ການກວດສຸຂະພາບ ແລະ ເຄື່ອງນຸ່ງຮົ່ມໃຫ້ແກ່ນັກຮຽນທີ່ດ້ອຍໂອກາດ ທຸກຍາກຂາດເຂີນ ຜ່ານການຈັດຕັ້ງປະຕິບັດໄລຍະຜ່ານມາ ເຫັນວ່າ ມີຜົນສຳເລັດ ແລະ ມີປະໂຫຍດຫຼາຍໃຫ້ແກ່ສັງຄົມ ແລະ ເປັນຄວາມພາກພູມໃຈຂອງຜູ້ກ່ຽວ.    

ສໍາລັບງົບປະມານທີ່ຈະສືບຕໍ່ໃຫ້ການຊ່ວຍເຫຼືອໃນປີ 2023 ລວມທັງໝົດ 2.6 ຕື້ກີບ ໂດຍມີໄລຍະເວລາຂອງການຈັດກິດຈະກຳນັບແຕ່ມື້ທີ່ໄດ້ຮັບອະນຸມັດເຖິງວັນທີ 31 ທັນວາ 2023 ທັງນີ້ ກໍເພື່ອເປັນການປະກອບສ່ວນເຂົ້າໃນການພັດທະນາວຽກງານການສຶກສາ ແລະ ກິລາຂອງແຂວງຫຼວງພະບາງ ສົ່ງເສີມໃຫ້ເດັກນ້ອຍຢູ່ເຂດຫ່າງໄກສອກຫຼີກ ເດັກທີ່ດ້ອຍໂອກາດ ແລະ ທຸກຍາກຂາດເຂີນໄດ້ເຂົ້າເຖິງການສຶກສາຢ່າງເທົ່າທຽມກັນ ແລະ ໄດ້ຮັບການດູແລເບິ່ງແຍງເປັນຢ່າງດີ ແລະ ອີກດ້ານໜຶ່ງກໍເພື່ອເປັນການສົ່ງເສີມໃຫ້ນັກຮຽນໄດ້ຮັບໂພສະນາການ ແລະ ສຸຂະພາບທີ່ດີ ເຮັດໃຫ້ແມ່ ແລະ ເດັກ ໄດ້ຮັບການດູແລທາງດ້ານສຸຂະພາບ ສົ່ງເສີມໃຫ້ນັກຮຽນທີ່ຮຽນຈົບ ປ5 ຢູ່ບ້ານຫ່າງໄກໄດ້ເຂົ້າຮຽນຕໍ່ຊັ້ນມັດທະຍົມ ແລະ ນັກຮຽນຈົບ ມ7 ໄດ້ມີໂອກາດຮຽນຕໍ່ຂັ້ນສູງຂຶ້ນ ແລະ ທັງເປັນການສະໜອງອຸປະກອນການສຶກສາໃຫ້ນັກຮຽນຊັ້ນປະຖົມ ແລະ ສ້າງເງຶ່ອນໄຂອຳນວຍຄວາມສະດວກໃຫ້ແກ່ເດັກທີ່ດ້ອຍໂອກາດ ເດັກຊົນເຜົ່າໄດ້ເຂົ້າເຖິງການສຶກສາຢ່າງເທົ່າທຽມ.

error: Content is protected !!